ເປັນຫຍັງການມີຄວາມສຸກ ຄືກາຍເປັນຄວາມຮູ້ສຶກຜິດ ຮູ້ຈັກວິທີປົດລັອກໃຈ ແລະ ອະນຸຍາດໃຫ້ໂຕເອງໄດ້ຮູ້ສຶກ

ທຸກຄົນເຄີຍເປັນຄືກັນບໍ? ມື້ໃດທີ່ໄດ້ພັກຜ່ອນ ຫຼື ເຫັນໂຕເອງຍິ້ມ-ຫົວສຽງດັງ ມັນມັກຈະມີສຽງໃນຫົວຂຶ້ນມາວ່າ: ເຮົາຍັງບໍ່ທັນເຮັດຫຍັງສໍາເລັດເລີຍ, ຍັງມີໜີ້ສິນ, ຍັງມີວຽກຄ້າງຢູ່… ຊິມາສະບາຍໃຈຫຍັງຕອນນີ້? ຄວາມຮູ້ສຶກນີ້ທີ່ມັກກັດກິນເຮົາຈາກທາງໃນ, ມັນຄືຄວາມຮູ້ສຶກຜິດທີ່ເຮັດໃຫ້ເຮົາບໍ່ສາມາດມີຄວາມສຸກໄດ້ແບບເຕັມທີ່.
ຖ້າທຸກຄົນເຄີຍ… ຕ້ອງອ່ານບົດຄວາມນີ້ເລີຍ. ພວກເຮົາມັກຖືກປູກຝັງມາຕະຫຼອດຊີວິດວ່າ ຄວາມສຸກຕ້ອງເປັນ ລາງວັນ ຂອງຄົນທີ່ປະສົບຜົນສຳເລັດ ຫຼື ຕ້ອງແລກມາດ້ວຍການຮຽນໜັກ, ເຮັດວຽກຈົນເລືອດຕາແຕກເທົ່ານັ້ນ. ຖ້າໃຜຍັງບໍ່ຮັ່ງ, ຍັງມີໜີ້ ຫຼື ຍັງບໍ່ໄດ້ດີຕາມມາດຕະຖານສັງຄົມ ຈະຮູ້ສຶກວ່າຕົນເອງ ບໍ່ມີສິດ ທີ່ຈະມີຄວາມສຸກ.
ໃນທາງຈິດຕະວິທະຍາ ອາການນີ້ຮ້ອງວ່າ Guilt of Happiness ຫຼື ຄວາມຮູ້ສຶກຜິດເວລາໂຕເອງມີຄວາມສຸກ. ເຮົາມັກຕິດກັບດັກວ່າ ຕ້ອງເກັ່ງ, ຕ້ອງສົມບູນແບບ ຈຶ່ງຈະມີສິດພັກໄດ້. ແຕ່ຄວາມຈິງແລ້ວ ການອະນຸຍາດໃຫ້ໂຕເອງມີຄວາມສຸກ ບໍ່ແມ່ນການເຫັນແກ່ຕົວ ແຕ່ມັນຄືດ່ານທີ່ຍາກທີ່ສຸດດ່ານໜຶ່ງຂອງມະນຸດ.
ເປັນຫຍັງເຮົາຈຶ່ງ “ບໍ່ກ້າ” ມີຄວາມສຸກ?
- ຕິດກັບດັກກຳແພງຄວາມສົມບູນແບບ ທີ່ຈະເຮັດໃຫ້ເຮົາມັກຄິດວ່າຕ້ອງເຮັດທຸກຢ່າງໃຫ້ແລ້ວ 100% ກ່ອນ ຈຶ່ງຈະມີສິດຍິ້ມ-ຫົວ ຫຼື ພັກຜ່ອນໄດ້.
- ຄວາມຮູ້ສຶກຜິດ ທີ່ເຫັນຄອບຄົວ ຫຼື ຄົນອ້ອມຂ້າງກຳລັງລຳບາກເຈິບັນຫາ ເຮົາເລີຍຮູ້ສຶກວ່າການທີ່ເຮົາມີຄວາມສຸກ ຄືການບໍ່ແຄຣ໌ພວກເຂົາ ແລະ ເຫັນແກ່ໂຕ ເພາະເຮົາມີຄວາມສຸກຄົນດຽວ.
- ຢ້ານອະນາຄົດທີ່ບໍ່ສາມາດຄາດເດົາໄດ້ ເພາະຖືກຝັງໃຈວ່າ ພໍມີຄວາມສຸກຫຼາຍໆ ເລື່ອງຮ້າຍໆມັກຈະຕາມມາສະເໝີ.
4 ວິທີປັບ Mindset ປົດລັອກໃຫ້ໂຕເອງມີຄວາມສຸກ
- ປ່ຽນຄຳວ່າ “ຕ້ອງ” ເປັນ “ສົມຄວນໄດ້”
ປ່ຽນການບອກໂຕເອງຈາກ ຕ້ອງເຮັດວຽກໃຫ້ແລ້ວກ່ອນຈຶ່ງພັກໄດ້ ມາເປັນ ມື້ນີ້ເຮົາພະຍາຍາມເຕັມທີ່ແລ້ວ ແລະ ເຮົາສົມຄວນໄດ້ພັກ. ຄວາມສຸກບໍ່ແມ່ນ ລາງວັນ ທີ່ຕ້ອງແລກດ້ວຍຄວາມທໍລະມານ ແຕ່ແມ່ນ ສິດ ທີ່ເຮົາມີຢູ່ແລ້ວ.
- ຝຶກໃຈດີກັບໂຕເອງ
ໃນທາງຈິດຕະວິທະຍາ ຂອງ Dr. Kristin Neff ໄດ້ບອກໄວວ່າ ການໃຈດີກັບໂຕເອງຄືການປະຕິບັດກັບໂຕເອງ ຄືທີ່ເຮົາປະຕິບັດກັບ ໝູ່ສະໜິດ. ເວລາໝູ່ເຮັດຜິດພາດ ຫຼື ເມື່ອຍລ້າ ເຮົາບໍ່ເຄີຍຕອກຢ້ຳເຂົາ ແຕ່ເຮົາຄ່ອຍໆປອບໃຈ. ດັ່ງນັ້ນ, ໃຫ້ລອງໃຊ້ຄຳເວົ້າອົບອຸ່ນເຫຼົ່ານັ້ນກັບໂຕເອງເບິ່ງແດ່ເດິ.
- ປົດລັອກຄວາມຮູ້ສຶກຜິດ
ໃຫ້ຈື່ໄວ້ວ່າ ການທີ່ເຈົ້າມີຄວາມສຸກ ບໍ່ໄດ້ໄປຍາດຄວາມສຸກຂອງໃຜ ແລະ ການທີ່ເຈົ້າທຸກ ກໍບໍ່ໄດ້ຊ່ວຍໃຫ້ໃຜພົ້ນທຸກ. ໃນທາງກັບກັນ ເມື່ອເຈົ້າມີຄວາມສຸກ ແລະ ພະລັງງານບວກ ເຈົ້າຈະມີແຮງໄປຊ່ວຍຄົນອື່ນໄດ້ດີກວ່າ ແລະ ເປັນພື້ນທີ່ອົບອຸ່ນໃຫ້ຄົນອ້ອມຂ້າງໄດ້ດີກວ່າເກົ່າ.
- ດື່ມດ່ຳກັບຄວາມສຸກນ້ອຍໆ
ຄວາມສຸກບໍ່ຈຳເປັນຕ້ອງເປັນສິ່ງທີ່ໃຫຍ່ ຫຼື ການປະສົບຜົນສຳເລັດຄັ້ງໃຫຍ່. ພຽງແຕ່ເຮົາໄດ້ເຮັດກິດຈະກຳທີ່ມັກຄືການໄດ້ກິນແນວແຊບໆ ຫຼື ດື່ມກາເຟອຸ່ນໆຕອນເຊົ້າ, ນັ່ງຟັງເພງທີ່ມັກ ຫຼື ນອນຫຼັບຕາພັກຜ່ອນໂດຍບໍ່ກັງວົນ ນັ້ນກໍຄືຄວາມສຸກແລ້ວ.
ມື້ນີ້… ຖ້າທຸກຄົນຮູ້ສຶກວ່າທຸກຢ່າງມັນໜັກເກີນໄປ Muan RelationTips ຢາກໃຫ້ລອງວາງມັນລົງກ່ອນ ຫາຍໃຈເຂົ້າເລິກໆແລ້ວບອກໂຕເອງວ່າ: ຂອບໃຈທີ່ອົດທົນ ແລະ ພະຍາຍາມມາຕະຫຼອດເດີ, ມື້ນີ້ເກັ່ງຫຼາຍແລ້ວ… ມາອະນຸຍາດໃຫ້ໂຕເອງມີຄວາມສຸກກັນເຖາະ.