ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ຂ້ອຍຫວັງດີຈຶ່ງເຮັດແບບນີ້ ຂໍ້ອ້າງຂອງຄົນທີ່ມີພຶດຕິກຳ Controlling behavior ຖ້າເຈິຄົນແບບນີ້ຄວນເຮັດແນວໃດ?
Muan RelationTips

ຂ້ອຍຫວັງດີຈຶ່ງເຮັດແບບນີ້ ຂໍ້ອ້າງຂອງຄົນທີ່ມີພຶດຕິກຳ Controlling behavior ຖ້າເຈິຄົນແບບນີ້ຄວນເຮັດແນວໃດ?

ແບ່ງປັນ

ຫຼາຍໆຄົນຄົງເຄີຍເຈິສະຖານະການນີ້, ທີ່ມີຍາດພີ່ນ້ອງ ຫຼື ຄົນທີ່ເຈົ້າຮັກມັກມາບອກວ່າປັນຫວ່ງພວກເຈົ້າໃຫ້ຄົນອື່ນຟັງແລ້ວຕັ້ງໃຈຢາກທີ່ຈະຊ່ວຍເຫຼືອ ແລະ ແຕ່ງປັ້ນເລື່ອງລາວໃຫ້ເຈົ້າເສຍຫາຍ, ໂດຍທີ່ບໍ່ມີມູນຄວາມຈິງ (ການນິນທາ ຫຼື ໃສ່ຮ້າຍ) ສ້າງສະຖານະການຄົນໃຈບຸນມີເມດຕາທັງໆທີ່ເຄີຍປະຕິບັດບໍ່ດີໃສ່ເຈົ້າເພື່ອຕ້ອງການດ້ອຍຄ່າໃຫ້ເຈົ້າບໍ່ສາມາດເດີນດ້ວຍຕົນເອງໄດ້ ແລະ ຕ້ອງເພິ່ງພາແຕ່ພວກເຂົາ, ເຊິ່ງພຶດຕິກໍານີ້ມັນບໍ່ກໍ່ປະໂຫຍດຫຍັງຕໍ່ເຈົ້າເລີຍ ແລະ ມັນກຳລັງຈະທໍາລາຍຄວາມໝັ້ນໃຈຂອງເຈົ້າເຮັດໃຫ້ເຈົ້າບໍ່ສາມາດເປັນຕົວຂອງຕົວເອງໄດ້.

ການເວົ້າເຖິງເຈົ້າໃນແງ່ລົບເຊັ່ນເວົ້າວ່າ: ເຈົ້າບໍ່ສາມາດດູແລຕົນເອງໄດ້ (ເຖິງແມ່ນວ່າເຈົ້າສາມາດດູແລຕົນເອງໄດ້ດີ), ເຈົ້ານິໄສບໍ່ດີ (ທັງໆທີ່ບໍ່ເຄີຍເຮັດຫຍັງໃສ່ພວກເຂົາເລີຍ) ມັນສະແດງໃຫ້ເຫັນວ່າເຂົາກຳລັງຈະເຮັດໃຫ້ເຈົ້າໝົດຄວາມໝັ້ນໃຈ ແລະ ລົດທອນຄຸນຄ່າຂອງຕົວເອງຈົນບໍ່ມີທາງໄປ.

ມັນອາດຈະເຮັດໃຫ້ເຈົ້າເກີດຄວາມສົງໄສໃນຄວາມສາມາດຂອງເຈົ້າໂດຍທີ່ຈຸດປະສົງຂອງພວກເຂົາຄືຕ້ອງການໃຫ້ເຈົ້າຕ້ອງເພີ່ງພາແຕ່ເຂົາສະເໝີ, ຕ້ອງການທີ່ະຈະຄວບຄຸມ (Controlling behavior) ທັງຄວາມຄິດ, ການກະທຳ ແລະ ການຕັດສິນໃຈແທນໃນການຈັດການຊີວິດເຈົ້າ (Mainpulation).

ການທີ່ພວກເຂົາເຮັດແບບນີ້ບໍ່ແມ່ນຈຸດປະສົງທີ່ດີເລີຍເພາະໃຊ້ຄວາມຫວັງດີເປັນຂໍ້ອ້າງ ແລະ ເຈົ້າຈະເຮັດແນວໃດດີເມື່ອເຈົ້າບໍ່ຢາກຈະຫຍຸ້ງກ່ຽວເພື່ອບໍ່ຢາກໃຫ້ເສຍສຸຂະພາບຈິດຫຼາຍກວ່ານີ້ ມື້ນີ້ມ່ວນມີວິທີດີໆມາແຊຣ໌ ເພື່ອໃຫ້ທຸກຄົນລອງໄປປັບໃຊ້ໃຫ້ເຂົ້າກັບສະຖານະການຂອງແຕ່ລະຄົນ.

1 ປະເມີນຄວາມສຳພັນ:

ພິຈາລະນາເບິ່ງວ່າເຈດຕະນາຂອງພວກເຂົາແມ່ນເຈດຕະນາດີ ຫຼື ຄວາມພະຍາຍາມທີ່ຈະຄວບຄຸມເຈົ້າໃຫ້ເຮັດຕາມໃຈຕົວເອງເພື່ອຫວັງຜົນປະໂຫຍດຈາກການກະທຳນີ້.

2 ລອງຢູ່ນິ່ງບໍ່ຕອບໂຕ້ກ່ອນ:

ການຢູ່ນິ່ງໆບໍ່ແມ່ນເຮົາຍອມຖືກໃຫ້ກະທຳ, ແຕ່ໃຫ້ລວບລວມຫຼັກຖານເຝົ້າເບິ່ງວ່າຄົນແບບນີ້ເຮົາຈະຈັດການແນວໃດດີ ເພາະຖ້າຍັງບໍ່ຢຸດ ແລະ ຍັງສ້າງຄວາມເສຍຫາຍແບບນີ້ຕໍ່ຕົວເຈົ້າຫຼາຍ, ເຈົ້າສາມາດເກັບຫຼັກຖານຟ້ອງຮ້ອງໄດ້ (ຖ້າມັນຮ້າຍແຮງເຖິງເລື່ອງການໝິ່ນປະໝາດ)

3 ກໍານົດຂອບເຂດ:

ກໍານົດຂອບເຂດກັບຍາດພີ່ນ້ອງຂອງເຈົ້າເຊັ່ນ: ບອກພວກເຂົາໃນສິ່ງທີ່ເຈົ້າຮູ້ສຶກບໍ່ສະບາຍໃຈ, ມັນອາດຈະຊ່ວຍໃຫ້ພວກເຂົາຮູ້ວ່າເຈົ້າບໍ່ຕ້ອງການໃຫ້ໃຜເຂົ້າມາແຊກແຊງໃນພື້ນທີ່ສ່ວນຕົວໃນຊີວິດຂອງເຈົ້າຫຼາຍເກີນໄປ.

4 ໝັ້ນໃຈໃນຄວາມສາມາດຂອງຕົວເອງ:

ຢ່າປ່ອຍໃຫ້ຄຳເວົ້າທີ່ບໍ່ດີເຂົ້າມາກະທົບຈິດໃຈຂອງເຈົ້າ ແລະ ໃຫ້ມັນມາທຳລາຍຄວາມໝັ້ນໃຈໃນຕົວເອງ, ຖ້າເຈົ້າດູແລຕົວເອງໃຫ້ດີດ້ວຍການຢືນຢັນຄວາມໝັ້ນໃຈໃນຕົວເອງ, ມັນຈະຊ່ວຍປ້ອງກັນພຶດຕິກໍາທີ່ບໍ່ດີເຫຼົ່ານັ້ນ.

5 ປືກສາກັບຄົນອື່ນໆໃນຄອບຄົວ:

ຖ້າເຈົ້າຮູ້ສຶກວ່າພວກເຂົາພະຍາຍາມເຮັດໃຫ້ຄົນອື່ນ ຫຼື ຄົນໃນຄອບຄົວຄິດບໍ່ດີກັບເຈົ້າ, ການເລືອກທີ່ຈະປືກສາ ຫຼື ລົມກັບພໍ່ແມ່ຂອງເຈົ້າຢ່າງເປີດໃຈ, ຊ່ວຍໃຫ້ສາມາດເບິ່ງແຍງຕົນເອງອາດຊ່ວຍສະຖານະການໃຫ້ດີຂຶ້ນໄດ້.

ເລື່ອງນີ້ອາດຈະບໍ່ເກີດແຕ່ກັບຍາດພີ່ນ້ອງສະເໝີໄປ ມັນລວມເຖິງພຶດຕີກຳຂອງຄົນຮັກກັນກໍໄດ້, ສຸດທ້າຍແລ້ວມ່ວນຄິດວ່າທຸກຄົນຄວນຫັນໜ້າມາລົມກັນດີກວ່າ, ມັນກໍຈະເຮັດໃຫ້ສະຖານະການຕ່າງໆດີຂຶ້ນໂດຍທີ່ບໍ່ບາດໝາງໃຈກັນ ແຕ່ຖ້າພວກເຂົາຍັງບໍ່ຢຸດກໍຕ້ອງໄດ້ມີການໃຫ້ຜູ້ໃຫຍ່ຫຼາຍໆຝ່າຍເຂົາມັນນັ່ງລົມກັນເຊິ່ງໜ້າເພື່ອໃຫ້ພຶດຕິກຳນັ້ນຫາຍໄປຈະໄດ້ຢູ່ຮ່ວມກັນໄດ້ສັນຕິແດ່

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ໂສດ 100% ເພາະມີ Self-Partnered ການສ້າງຄວາມສຳພັນທີ່ໝັ້ນຄົງຕ້ອງເລີ່ມຈາກໂຕເອງ

Self-Partnered ການມີຄວາມສຸກຢູ່ກັບໂຕເອງດ້ວຍຄວາມເຕັມໃຈ ບໍ່ແມ່ນວ່າຈະ "ປະຕິເສດທີ່ຈະຮັກ" ແຕ່ພວກເຂົາຮຽນຮູ້ວ່າ "ຄວາມສຳພັນທີ່ໝັ້ນຄົງທີ່ສຸດແມ່ນເລີ່ມຈາກໂຕເອງ".

ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ?

ໂສດຈົນເມື່ອຍລະເດີ! ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ? ນີ້ເປັນບັນຫາລະດັບຊາດສຳລັບຊາວເຮົາ ແລ່ວຈະເຮັດແນວໃດຈຶ່ງຈະມີແຟນຈັກເທື່ອ? ນີ້ແມ່ນວິທີແກ້ໄຂສຳລັບຄົນທີ່ມັກຢູ່ຕິດຢ້າວຕິດເຮືຶອນ.

10/10 ວັນສໍາຄັນຂອງຄົນຄິດຫຼາຍ ຊວນດູແລສຸຂະພາບຈິດຕົນເອງເພື່ອພັດທະນາຄວາມສຳພັນ

ຄິດຫຼາຍ, ວິຕົກກັງວົນ ແລະ ໃສ່ໃຈຄວາມຮູ້ສຶກຄົນອື່ນຫຼາຍເກີນໄປ ທຸກຄົນເປັນແບບນັ້ນກັນບໍ່? ພ້ອມກັບມີຄວາມຮູ້ສຶກວ່າການໃຊ້ຊີວິດໃນແຕ່ລະມື້ມັນຄືເມື່ອຍແທ້? ຈົນເຮັດໃຫ້ຄວາມຮັກ, ຄວາມສຳພັນ ຫຼື ສິ່ງທີ່ຢູ່ອ້ອມຕົວເຮົາມັນສົ່ງຜົນກະທົບຕໍ່ຈິດໃຈຂອງເຮົາໂດຍບໍ່ຮູ້ຕົວ ແລະ ບໍ່ເປັນໄປຕາມໃຈຕ້ອງການ....

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.