ບັນເທີງລາວ

122 ບົດຄວາມ

SAY HEY ມາແລ້ວ! Highbros ປ່ອຍ Teaser 01 ກຽມໂຕແຈກຄວາມມ່ວນ ຫຼັງຈາກສ້າງຄວາມປະທັບໃຈເທິງເວທີ Muan Awards

ສິ້ນສຸດການລໍຄອຍ, ກຽມໂຕໄປປັ່ນວິວພ້ອມກັນກັບເພງ SAY HEY - Highbros ທີ່ເຄີຍເຮັດໃຫ້ເວທີ Muan Awards 2025 ລຸກເປັນໄຟ ກຳລັງຈະປ່ອຍໃຫ້ຟັງໃນ 25 ກັນຍາ 2026 ນີ້.

ຢ່າສົນໃຈຄຳດູຖູກ ໂຊກຊາຕາຂີດດ້ວຍສອງມືເຮົາ ຟັງ “ມື້ໜຶ່ງເຮົາຕ້ອງໄດ້ດີ” ຈາກ ຕີ໋ ອຸດາໄລ

ເຕີມແຮງໃຈຄົນສູ້ຊີວິດໃນເມືອງໃຫຍ່ຜ່ານເພງ "ມື້ໜຶ່ງຕ້ອງໄດ້ດີ" ຈາກ ຕີ໋ ອຸດາໄລ ບົດຮຽນເຕືອນສະຕິໃຫ້ປ່ຽນຄຳດູຖູກເປັນແຮງຍູ້ດັນໃຫ້ເຊື່ອໝັ້ນໃນໂຕເອງ.

ຮູ້ຈັກ ພູນ ພູນສົມບັດ ໜຸ່ມວ່າທີ່ນັກການທູດກັບການຕາມລ່າຄວາມຝັນໃນເວທີ FACE of LAOS!

ສູ້ໆເດີ້ ເພາະພູນກະສູ້ບໍ່ຖອຍ ແລ້ວຈົບໂຄງການເຮົາໄປກິນຊີ້ນດາດຮ້ານປະຈຳນຳກັນ – ພູນ ພູນສົມບັດ ສິນທະວົງ FOL 10 ອາດຈະເປັນປະໂຫຍກຂົ່ມຄູ່ແຂ່ງທີ່ໜ້າຮັກ ແລະ ເປັນມິດທີ່ສຸດເທົ່າທີ່ເຄີຍໄດ້ຍິນມາ! ນີ້ຄືຄຳເວົ້າຈາກ “ພູນ-ພູນສົມບັດ ສິນທະວົງ” ຫຼື FOL 10 ຊາຍໜຸ່ມໄວ 20 ປີ ຈາກບ້ານຫຼັກ 52...

ຮູ້ຈັກ ໂອບີ່ ຄຳພິລາວົງ ໜຸ່ມຫຼໍ່ ໜ້າຫວານ ຂາຍາວພ້ອມບອກວ່າ FACE of LAOS ປີນີ້ຄືຂ້ອຍ

“ຄົນອື່ນທຽບໂອບີ່ບໍ່ຕິດດອກ ຖ້າບໍ່ເຊື່ອ ກໍມາຢືນທຽບເບິ່ງ!” ປະໂຫຍກທັກທາຍສຸດກວນທີ່ເຕັມໄປດ້ວຍຄວາມໝັ້ນໃຈນີ້ ບໍ່ໄດ້ເວົ້າເກີນຈິງເລີຍ ຖ້າເຮົາໄດ້ເຫັນລວງສູງລະດັບ 190++ ຊັງຕີແມັດ ຂອງ “ໂອບີ່-ຄຳພິລາວົງ” ຫຼື ທີ່ຫຼາຍຄົນຮູ້ຈັກກັນໃນນາມ FOL20 ຈາກເວທີ FACE of LAOS. ນອກຈາກລວງສູງທີ່ໂດດເດັ່ນຈົນໃຜກໍຕ້ອງຫຼຽວມອງແລ້ວ, ໜຸ່ມຈາກເມືອງທຸລະຄົມ ແຂວງວຽງຈັນ ໄວ 19 ປີ...

“FACE of LAOS ປີນີ້ເຂົາລັອກໄວ້ໃຫ້ຂ້ອຍແລ້ວ” ຮູ້ຈັກ ປູເປ້ ສາວສະຫວັນນະເຂດທີ່ມາພ້ອມຄວາມໝັ້ນໃຈເກີນຮ້ອຍ

FACE of LAOS ປີນີ້ເຂົາລັອກໄວ້ໃຫ້ຂ້ອຍແລ້ວ – ປູເປ້ FOL 19 ປະໂຫຍກເດັດທີ່ປະກາດກ້ອງເຖິງຄວາມໝັ້ນໃຈ ແລະ ຄວາມພ້ອມທີ່ຈະລຸຍໃນທຸກການແຂ່ງຂັນ ປູເປ້ ສາວງາມໄວ 20 ປີ ຈາກແຂວງສະຫວັນນະເຂດ ທີ່ປັດຈຸບັນກຳລັງສຶກສາຢູ່ມະຫາວິທະຍາໄລແຫ່ງຊາດ. ຫຼາຍຄົນທີ່ເຫັນປູເປ້ຄັ້ງທຳອິດ ອາດຈະແອບຄິດໃນໃຈວ່າຜູ້ຍິງຄົນນີ້ເບິ່ງນິ້ງໆ ແລະ ອາດຈະ “ຫຍິ່ງ” ເຂົ້າເຖິງຍາກ....

ຮູ້ຈັກ ຢີ້ ສິດນະພາ ກັບການສູ້ເພື່ອຄວາມຝັນໃນເສັ້ນນາຍແບບເທິງເວທີ FACE of LAOS

ຢ່າແນມຂ້າມຂ້ອຍໄປ ລະວັງຂ້ອຍພັດທະນາລະແຊງພວກເຈົ້າໄປກ່ອນເດີ!! ຄຳເຕືອນທີ່ແຝງໄປດ້ວຍຄວາມໝັ້ນໃຈ ແລະ ພະລັງແຫ່ງການພັດທະນາຕົນເອງນີ້ ດັງມາຈາກໜຸ່ມຫຼໍ່ໜ້າໃໝ່ໄຟແຮງ ຢີ້ – ສິດນະພາ (FOL 18) ນັກສຶກສາໄວ 20 ປີ ຈາກເມືອງສາລະວັນ ແຂວງສາລະວັນ. ໃຜຈະຮູ້ວ່າພາຍໃຕ້ບຸກຄະລິກທີ່ຫຼາຍຄົນອາດຈະມອງວ່າ “ຫຍິ່ງ” ເມື່ອທຳອິດພົບ, ຊາຍໜຸ່ມຄົນນີ້ພັດເຊື່ອງຄວາມເປັນຄົນຕະຫຼົກ, ຂີ້ຫຼິ້ນ ແລະ ຫົວໃຈທີ່ບໍ່ເຄີຍຍອມແພ້ຕໍ່ຄວາມຝັນເອົາໄວ້....

ອີກ 19 ຄົນໄວ້ເຈີກັນປີໜ້າເດີ້ ເພາະປີນີ້ ‘ເຄນນີ້ ມ່ອມມະນີ’ ຈະເປັນ FACE of LAOS ຄົນຕໍ່ໄປ

20 ຄົນຄືສິເຫຼືອແຕ່ເຄນນີ້ແຫຼະ ສ່ວນອີກ 19 ຄົນ ໄວ້ເຈີກັນປີໜ້າຕອນທີ່ເຄນນີ້ກັບມາຈາກເກົາຫຼີເດີ້ ເພາະເຄນນີ້ຈະໄປລ່າ Face of Asia ພຽງໜຶ່ງດຽວຂອງລາວ ເປີດມາດ້ວຍປະໂຫຍກສຸດແຊບ ທີ່ທັງໝັ້ນໃຈ ແລະ ແຝງໄປດ້ວຍຄວາມຂີ້ຫຼິ້ນຕິດຕະຫຼົກ ຮັບຮອງວ່າໃຜໄດ້ຍິນກໍຕ້ອງມີສະດຸ້ງ! ນີ້ຄືການປະກາດຈຸດຢືນຂອງ ເຄນນີ້ – ມ່ອມມະນີ ແສນສຸພາບ (FOL 17)...

ໂລກນີ້ມັນກົມ ແຕ່ມະນຸດຫຼ່ຽມ ຟັງຄວາມຮູ້ສຶກຈາກ SWAGWAZZ ໃນເພງ Life After Life (ເກີດໃໝ່)

ເຄີຍຮູ້ສຶກບໍ່ວ່າການໃຫຍ່ຂຶ້ນມັນໂດດດ່ຽວ? ຊວນຟັງເພງ Life After Life (ເກີດໃໝ່) ຈາກ SWAGWAZZ ເພງເປີດໃຈສູ້ຊີວິດທີ່ໃຫ້ແຮງບັນດານໃຈ ແລະ ສະຕິໃນການໄລ່ຕາມຄວາມຝັນ.

ຮູ້ຈັກ ລີໂນ້ ໄຊສະຫວັນ ຜູ້ປ່ຽນຄວາມຕ່າງໃຫ້ເປັນຄວາມເດັ່ນໃນເວທີ FACE of LAOS

ເຖິງໂຕຂ້ອຍຊິນ້ອຍ ແຕ່ໃຈຂ້ອຍໃຫຍ່ເດີ້! ເປັນຫຍັງຄືຕ້ອງຈັບຕາເບິ່ງລີໂນ້? ເພາະລີໂນ້ເປັນຄົນທີ່ເກັ່ງຮອບດ້ານ ທັງເຕັ້ນ, ຮ້ອງ, ເດີນແບບ ລະກະເປັນ Face of Laos ຄົນທຳອິດຂອງລາວ ທີ່ໂຕນ້ອຍທີ່ສຸດໃນລາຍການແນ່ນອນ ຄຳຕອບທີ່ເຕັມໄປດ້ວຍຄວາມໝັ້ນໃຈ, ຄວາມກ້າເວົ້າກ້າສະແດງອອກ ແລະ ພະລັງງານລົ້ນເຫຼືອນີ້ ຄືສະເໜ່ທີ່ເຮັດໃຫ້ໃຜຫຼາຍຄົນຕ້ອງຫຼົງຮັກ ລີໂນ້ – ໄຊສະຫວັນ ສີປະເສີດ (FOL...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.