ຮູ້ຈັກ ລີໂນ້ ໄຊສະຫວັນ ຜູ້ປ່ຽນຄວາມຕ່າງໃຫ້ເປັນຄວາມເດັ່ນໃນເວທີ FACE of LAOS

ແບ່ງປັນ

ຮູ້ຈັກ ລີໂນ້ ໄຊສະຫວັນ ຜູ້ປ່ຽນຄວາມຕ່າງໃຫ້ເປັນຄວາມເດັ່ນໃນເວທີ FACE of LAOS

ໂດຍ: Tonmai Phoutthasack Tonmai Phoutthasack
31 August 2026 16
AI Summarized

Key Takeaways:

  • Lino is a 23-year-old man from Savannakhet province who is confident, expressive, and full of energy. He is participating in the Face of Laos 2026 competition.
  • Despite his small stature, Lino is a versatile performer, skilled in dancing, singing, and modeling. He aims to prove that confidence and aura are more important than height in the modeling industry.
  • Lino's move from his hometown to Vientiane was a pivotal moment in his life, opening doors to opportunities and making his pursuit of dreams easier.
  • His inspiration is "A'yoy" Tdots, a versatile artist he admires for her multifaceted talents, and Lino aspires to achieve similar longevity and skill in the entertainment industry.
  • Lino views his small size not as a disadvantage but as a unique selling point that helps him stand out and attract attention on the runway, especially when surrounded by taller contestants.
ອ່ານຕື່ມ:  ເລີ່ມຕົ້ນຈາກສູນແລ້ວແນວໃດ? ແມ່ນຫຍັງຄືເບື້ອງຫຼັງທີ່ພາ ເຄ ແສງອາທິດ ກ້າວຂຶ້ນເວທີ Mister Universe Laos?

ເຖິງໂຕຂ້ອຍຊິນ້ອຍ ແຕ່ໃຈຂ້ອຍໃຫຍ່ເດີ້! ເປັນຫຍັງຄືຕ້ອງຈັບຕາເບິ່ງລີໂນ້? ເພາະລີໂນ້ເປັນຄົນທີ່ເກັ່ງຮອບດ້ານ ທັງເຕັ້ນ, ຮ້ອງ, ເດີນແບບ ລະກະເປັນ Face of Laos ຄົນທຳອິດຂອງລາວ ທີ່ໂຕນ້ອຍທີ່ສຸດໃນລາຍການແນ່ນອນ

ຄຳຕອບທີ່ເຕັມໄປດ້ວຍຄວາມໝັ້ນໃຈ, ຄວາມກ້າເວົ້າກ້າສະແດງອອກ ແລະ ພະລັງງານລົ້ນເຫຼືອນີ້ ຄືສະເໜ່ທີ່ເຮັດໃຫ້ໃຜຫຼາຍຄົນຕ້ອງຫຼົງຮັກ ລີໂນ້ – ໄຊສະຫວັນ ສີປະເສີດ (FOL 16) ຊາຍໜຸ່ມໄວ 23 ປີ ຈາກນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ທີ່ກຳລັງເຮັດວຽກຢູ່ບໍລິສັດ Tplus.

ຖ້າທ່ານຄິດວ່າການເປັນນາຍແບບຕ້ອງມີລວງສູງທີ່ຕາມມາດຕະຖານສະເໝີໄປ ລີໂນ້ ກຳລັງຈະມາພິສູດໃຫ້ເຫັນວ່າ “ຄວາມໝັ້ນໃຈ ແລະ ອໍຣ່າ” ຕ່າງຫາກ ທີ່ເປັນຕົວຕັດສິນວ່າໃຜຄືຕົວຈິງເທິງຣັນເວ!

ລີໂນ້ເປັນຄົນທີ່ມັກຊ່ວຍເຫຼືອຄົນອື່ນ, ເຮຮາປາຕີ້, ເປັນຕົວຂອງຕົວເອງ ແລະ ກ້າອອກຄວາມຄິດເຫັນ. ນອກຈາກເວລາວ່າງຈະມັກເຂົ້າຢິມອອກກຳລັງກາຍເພື່ອສຸຂະພາບແລ້ວ ດົນຕີຄືອີກໜຶ່ງຊິ້ນສ່ວນສຳຄັນໃນຊີວິດຂອງລາວ. ລີໂນ້ເປັນຄົນມັກຮ້ອງເພງຫຼາຍ ໂດຍສະເພາະເພງສາກົນ ແລະ ລູກທຸ່ງ!

ຫຼາຍຄົນອາດຈະຍັງບໍ່ຮູ້ວ່າ ກ່ອນຈະກ້າວຂຶ້ນມາເທິງເວທີ FOL ຊາຍໜຸ່ມຄົນນີ້ເຄີຍ арຜ່ານຜົນງານໃນວົງການບັນເທີງມາແລ້ວບໍ່ໜ້ອຍ ບໍ່ວ່າຈະເປັນການປະກວດ Face of Vientiane, Oishi Teen Idol, ເປັນ Extra ມິວສິກວິດີໂອ, ເດີນແບບການກຸສົນ ໄປຈົນເຖິງການເຄີຍມີວົງ Boyband Cover Dance ນຳໝູ່ ໃນຊື່ວົງໜ້າຮັກໆວ່າ Tomato ມາແລ້ວ.

ເມື່ອຖາມເຖິງຈຸດປ່ຽນສຳຄັນໃນຊີວິດ ລີໂນ້ ບໍ່ໄດ້ນຶກເຖິງລາງວັນໃຫຍ່ໂຕໃດ ແຕ່ລາວນຶກເຖິງ “ການຕັດສິນໃຈເດີນທາງຈາກບ້ານເກີດມາຍູ່ນະຄອນຫຼວງວຽງຈັນ”

ນັ້ນຄືຈຸດປ່ຽນຂອງຊີວິດນ້ອງເລີຍ. ເພາະນະຄອນຫຼວງຄືສູນລວມຂອງໂອກາດ ການໄດ້ມາຢູ່ທີ່ນີ້ເຮັດໃຫ້ການແລ່ນຕາມຄວາມຝັນມັນງ່າຍຂຶ້ນ. ຖ້ານ້ອງບໍ່ຍ້າຍມາວຽງຈັນໃນມື້ນັ້ນ ນ້ອງກໍຄົງຈະບໍ່ໄດ້ເປັນ Top 20 Face of Laos 2026 ຕາມທີ່ທຸກຄົນເຫັນໃນມື້ນີ້

ເຊິ່ງແຮງບັນດານໃຈສຳຄັນທີ່ເຮັດໃຫ້ລາວຢາກຢູ່ໃນວົງການນີ້ກໍຄື “ເອື້ອຍຕ໊ອດ” ສິລະປິນລຸ້ນເອື້ອຍທີ່ເກັ່ງຮອບດ້ານ ທັງຮ້ອງ, ເຕັ້ນ, ເປັນພິທີກອນ ແລະ ນາງແບບ. ລີໂນ້ຢາກຈະເປັນຄົນທີ່ມີຄວາມສາມາດຫຼາກຫຼາຍ ແລະ ຢືນຍົງໃນວົງການໄດ້ຄືກັບໄອດໍ້ຂອງລາວ.

ອ່ານຕື່ມ:  ເບື້ອງຫຼັງທີ່ບໍ່ເຄີຍເລົ່າ ມອນລີ້ ອາມອນ ຊ່າງແຕ່ງໜ້າທີ່ວົງການນາງງາມຍອມຮັບ

ເຖິງຈະເປັນຄົນໝັ້ນໃຈ ແຕ່ວິນາທີທີ່ຮູ້ວ່າຕົນເອງຜ່ານເຂົ້າຮອບ Face of Laos ຊາຍໜຸ່ມຄົນນີ້ກໍເຖິງກັບເກັບອາລົມໄວ້ບໍ່ຢູ່.

ຕອນທີມງານໂທມາບອກວ່າເຂົ້າຮອບ ແມ່ນກຳລັງຂັບລົດກັບຈາກຢິມພໍດີ. ຕອນທຳອິດງົງວ່າແມ່ນເຮົາແທ້ບໍ່? ພໍຖາມຈົນໝັ້ນໃຈແລ້ວວ່າແມ່ນເຮົາແທ້ ກໍໄຫ້ເລີຍ! ຂັບລົດທັງນໍ້າຕາກັບບ້ານ ແລ້ວຟ້າວໂທບອກແມ່ກ່ອນໝູ່ເລີຍວ່າ ‘ລູກຜ່ານແລ້ວເດີ້ ລູກເຮັດໄດ້ແລ້ວ’ ມັນເປັນອີກມື້ທີ່ພູມໃຈໃນຕົນເອງທີ່ສຸດ

ຄວາມຝັນສູງສຸດຂອງລີໂນ້ ຄືການໄດ້ເປັນຄົນທີ່ມີຊື່ສຽງໃນວົງການເດີນແບບ. ລາວຮັກຄວາມຮູ້ສຶກທີ່ໄດ້ເປັນຈຸດສົນໃຈ ເວລາທີ່ມີແສງໄຟ ແລະ ທຸກສາຍຕາຈັບຈ້ອງມາ. ແລະ ເມື່ອຕ້ອງມາແຂ່ງຂັນກັບຜູ້ເຂົ້າປະກວດທີ່ສູງຍາວເຂົ່າດີຄົນອື່ນໆ, ແທນທີ່ຈະໝົດກຳລັງໃຈ ລີໂນ້ ພັດປ່ຽນສິ່ງທີ່ຄົນມອງວ່າເປັນຈຸດອ່ອນ ໃຫ້ກາຍເປັນ “ອາວຸດລັບ”.

ຄວາມທີ່ລີໂນ້ໂຕນ້ອຍ ນີ້ແຫຼະຄືຈຸດເດັ່ນ! ເພາະເມື່ອເຮົາໄປຢືນໃນກຸ່ມຄົນທີ່ສູງຫຼາຍໆ ເວລາຄົນແນມມາ ນ້ອງໝັ້ນໃຈວ່ານ້ອງຈະເປັນຄົນໜຶ່ງທີ່ດຶງດູດສາຍຕາຄົນອື່ນມາທີ່ຕົວນ້ອງໄດ້ຫຼາຍທີ່ສຸດ ບວກກັບຄວາມໝັ້ນໃຈທີ່ເຮົາມີ ມັນຍິ່ງເຮັດໃຫ້ເຮົາເດັ່ນຂຶ້ນ

ລາຍການ Face of Laos ບໍ່ພຽງແຕ່ເປັນປີ້ສະບັບສຳຄັນທີ່ຈະພາໄປທົດສອບຄວາມສາມາດເຖິງປະເທດເກົາຫຼີເທົ່ານັ້ນ ແຕ່ຍັງສອນໃຫ້ລາວຮູ້ວ່າ “ຕົນເອງເຮັດຫຍັງໄດ້ຫຼາຍກວ່າທີ່ຄິດ” ໄດ້ຮຽນຮູ້ການໂພດສ໌, ການຍ່າງ ແລະ ການວາງຕົວໃນສັງຄົມໃໝ່ໆ.

ຝາກເຖິງຄົນທີ່ເຊຍລີໂນ້ເດີ້ ເມື່ອເຈົ້າເຊຍແລ້ວຈະບໍ່ຜິດຫວັງແນ່ນອນ. ລີໂນ້ຈະເຮັດໃຫ້ທຸກຄົນພູມໃຈ ຝາກເປັນກຳລັງໃຈໃຫ້ ໄທສະຫວັນຄົນນະເຂດຄົນນີ້ແດ່ເດີ້ FOL16 ລີໂນ້!

ໃຜທີ່ມັກໃນຄວາມສົດໃສ, ພະລັງງານລົ້ນເຫຼືອ ແລະ ຫົວໃຈທີ່ບໍ່ເຄີຍຍອມແພ້ຕໍ່ມາດຕະຖານເດີມໆ ຢ່າລືມສົ່ງກຳລັງໃຈໃຫ້ໜຸ່ມໄຊສ໌ນ້ອຍແຕ່ໃຈໃຫຍ່ຄົນນີ້ ລີໂນ້ FOL 16 ໃນລາຍການ Face of Laos 2026 ນີ້!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.