ຮູ້ຈັກ ພູນ ພູນສົມບັດ ໜຸ່ມວ່າທີ່ນັກການທູດກັບການຕາມລ່າຄວາມຝັນໃນເວທີ FACE of LAOS!

ແບ່ງປັນ

ຮູ້ຈັກ ພູນ ພູນສົມບັດ ໜຸ່ມວ່າທີ່ນັກການທູດກັບການຕາມລ່າຄວາມຝັນໃນເວທີ FACE of LAOS!

ໂດຍ: Tonmai Phoutthasack Tonmai Phoutthasack
03 September 2026 13

ສູ້ໆເດີ້ ເພາະພູນກະສູ້ບໍ່ຖອຍ ແລ້ວຈົບໂຄງການເຮົາໄປກິນຊີ້ນດາດຮ້ານປະຈຳນຳກັນ – ພູນ ພູນສົມບັດ ສິນທະວົງ FOL 10

ອາດຈະເປັນປະໂຫຍກຂົ່ມຄູ່ແຂ່ງທີ່ໜ້າຮັກ ແລະ ເປັນມິດທີ່ສຸດເທົ່າທີ່ເຄີຍໄດ້ຍິນມາ! ນີ້ຄືຄຳເວົ້າຈາກ “ພູນ-ພູນສົມບັດ ສິນທະວົງ” ຫຼື FOL 10 ຊາຍໜຸ່ມໄວ 20 ປີ ຈາກບ້ານຫຼັກ 52 ເມືອງໂພນໂຮງ ແຂວງວຽງຈັນ ທີ່ກ້າວເຂົ້າມາສູ່ເວທີ FACE of LAOS ດ້ວຍຮອຍຍິ້ມ, ຄວາມຈິງໃຈ ແລະ ທັດສະນະຄະຕິທີ່ເຕັມໄປດ້ວຍພະລັງບວກ.

ປັດຈຸບັນ ພູນ ໃຊ້ຊີວິດຢູ່ນະຄອນຫຼວງວຽງຈັນມາໄດ້ 4 ປີແລ້ວ ໂດຍກຳລັງສຶກສາຢູ່ປີສຸດທ້າຍ ສາຂາການພົວພັນສາກົນ (International Relations) ມະຫາວິທະຍາໄລແຫ່ງຊາດ ຄວບຄູ່ໄປກັບການເຮັດວຽກປະຈຳ (Full-time) ໃນຕຳແໜ່ງຜູ້ຊ່ວຍຜູ້ຈັດການແຟຊັ່ນ ທີ່ Kokkok Mega Mall. ມື້ນີ້ ເຮົາຈະພາໄປເຈາະເລິກຕົວຕົນຂອງໜຸ່ມຄົນນີ້ ທີ່ບອກເລີຍວ່າໂປຣໄຟລ໌ ແລະ ຄວາມຄິດຂອງລາວ ໜ້າສົນໃຈບໍ່ແພ້ຮູບຮ່າງໜ້າຕາເລີຍ.

ເມື່ອຖາມເຖິງນິດໄສສ່ວນຕົວ, ພູນ ຍອມຮັບວ່າໃນບາງບໍລິບົດລາວອາດຈະເບິ່ງຄືເປັນຄົນງຽບໆ ແຕ່ຄວາມຈິງແລ້ວເປັນຄົນເຂົ້າກັບຄົນງ່າຍ (Friendly), ເປີດຮັບສິ່ງໃໝ່ໆ (Open-minded), ແລະ ມີຄວາມຈິງໃຈສະເໝີ. “ເຮົາເປັນຄົນທີ່ມັກໄປທ່ຽວ, ມັກໄປຮຽນູຣ້ວັດທະນະທຳໃໝ່ໆ ແລະ ພົບປະຜູ້ຄົນ. ແຕ່ໃນຂະນະດຽວກັນ ເຮົາກໍເປັນຄົນທີ່ແອບ Sensitive ແລະ ຄິດຫຼາຍຄືກັນ. ບຸກຄະລິກເຮົາຈະປ່ຽນໄປຕາມບໍລິບົດ ແລະ ຄົນທີ່ເຮົາຢູ່ນຳ.”

ນອກຈາກຄວາມໜ້າຮັກເປັນກັນເອງແລ້ວ, ສິ່ງໜຶ່ງທີ່ຫຼໍ່ຫຼອມໃຫ້ພູນມີມຸມມອງທີ່ກວ້າງໄກ ຄືການໄດ້ມີໂອກາດໄປແລກປ່ຽນຢູ່ຕ່າງປະເທດໃນຫຼາຍໆບ່ອນ. ປະສົບການເຫຼົ່ານັ້ນໄດ້ປ່ຽນແປງຊີວິດຂອງລາວ, ເຮັດໃຫ້ໄດ້ຮຽນຮູ້ການໃຊ້ຊີວິດ, ໄດ້ມິດຕະພາບໃໝ່ໆ ແລະ ເຂົ້າໃຈໂລກໃນແບບຂອງຕົນເອງໃນຖານະ Global Citizen ຢ່າງແທ້ຈິງ. ເຊິ່ງທັກສະໜຶ່ງທີ່ລາວພູມໃຈນຳສະເໜີກໍຄື “ທັກສະພາສາອັງກິດ” ແລະ “ວິທີການຄິດ” ທີ່ເປັນເອກະລັກນັ້ນເອງ.

ໃຜຈະໄປຄິດວ່າການເຂົ້າມາປະກວດເວທີລະດັບປະເທດຂອງໜຸ່ມຄົນນີ້ ຈະເລີ່ມຕົ້ນມາຈາກການເວົ້າຢອກກັບໝູ່! “ມັນເລີ່ມຈາກການລົມກັບໝູ່ທີ່ຢູ່ເກົາຫຼີ ແລ້ວເຮົາເວົ້າຫຼິ້ນໆວ່າ ‘ຖ້າເຮົາໄປສະໝັກ ແລ້ວໄດ້ບິນໄປເກົາຫຼີ ດຽວໄປຫາເດີ້’ ພໍລາຍການເປີດຮັບສະໝັກ ເຮົາກໍເລີຍລອງຄິດວ່າ ຖ້າໄດ້ແທ້ໆ ມັນຄືຊິເປັນຫຍັງທີ່ເກີນຈິງຫຼາຍ. ແຕ່ພໍໄດ້ສຶກສາຈິງຈັງ ກໍຮູ້ສຶກວ່າມັນຄຸ້ມຄ່າທີ່ຈະລອງ ເພື່ອເຂົ້າໄປຮຽນຮູ້ ແລະ ສະແດງສິ່ງທີ່ເຮົາມີໃຫ້ຄົນອື່ນເຫັນ.”

ຕອນທີ່ຮູ້ວ່າຕົນເອງຜ່ານເຂົ້າຮອບ ພູນບອກວ່າທັງຕົກໃຈ ແລະ ບໍ່ຕົກໃຈປານໃດ ເພາະເລິກໆໃນໃຈກໍແອບມີຄວາມໝັ້ນໃຈນ້ອຍໆເຊື່ອງຢູ່. ແຕ່ເມື່ອໄດ້ເຂົ້າມາສຳຜັດແທ້ໆ ລາວຈຶ່ງໄດ້ຮູ້ວ່າ “ການເປັນນາຍແບບ ມັນຍາກກວ່າທີ່ຄິດໄວ້ຫຼາຍ” ບໍ່ວ່າຈະເປັນການຈັດລະບຽບຮ່າງກາຍ ຫຼື ການສື່ສານທາງສີໜ້າ. ເຖິງຈະຮູ້ຕົວວ່າບໍ່ໄດ້ເກັ່ງທີ່ສຸດ ແຕ່ພູນກໍພ້ອມທີ່ຈະພະຍາຍາມເຕັມທີ່ ເພື່ອຄ່ອຍໆເຕີບໂຕໄປໃນທຸກໆມື້ ພ້ອມກັບການຕັກຕວງເອົາມິດຕະພາບ ແລະ ບົດຮຽນລໍ້າຄ່າຈາກເວທີນີ້.

ນອກຈາກຄວາມມັກໃນສຽງດົນຕີ, ການຮ້ອງເພງ ແລະ ສິລະປະການເລົ່າເລື່ອງແລ້ວ, ຄວາມຝັນຂອງພູນນັ້ນໄປໄກກວ່າການຢືນຢູ່ເທິງເວທີ Runway.

ເຮົາຢາກເປັນ Role Model ທີ່ສະແດງໃຫ້ເຫັນວ່າ ຄວາມພະຍາຍາມສາມາດເອົາຊະນະໂຊກຊະຕາໄດ້. ເຮົາຢາກຊ່ວຍເຫຼືອສັງຄົມ ໂດຍສະເພາະການຊຸກຍູ້ໃຫ້ການສຶກສາທີ່ມີຄຸນນະພາບເຂົ້າເຖິງຜູ້ຄົນໄດ້ຫຼາຍຂຶ້ນ

ເປົ້າໝາຍສູງສຸດຂອງໜຸ່ມນັກການທູດອະນາຄົດໄກຄົນນີ້ ຄືການເປັນ Content Creator ທີ່ມີຖານຜູ້ຕິດຕາມ ເພື່ອໃຊ້ພື້ນທີ່ດັ່ງກ່າວໃນການສ້າງສຽງຫົວ, ແຮງບັນດານໃຈ ແລະ ສົ່ງຕໍ່ຄວາມຫວັງຜ່ານຄອນເທນຕ໌ Lifestyle ຕ່າງໆ. ເພາະລາວເຊື່ອໝັ້ນວ່າ ສຽງນ້ອຍໆຂອງລາວ ຫາກມີຄົນຮັບຟັງຫຼາຍຂຶ້ນ ມັນຈະສາມາດສ້າງການປ່ຽນແປງທີ່ຍິ່ງໃຫຍ່ໃຫ້ກັບສັງຄົມໄດ້. ນອກຈາກນັ້ນ လາວຍັງຝັນຢາກເຮັດທຸລະກິດທີ່ຄົນລາວຮັກແພງ ແລະ ຢາກສ້າງຜົນງານເພງໃນແບບສະບັບຂອງຕົນເອງອີກດ້ວຍ.

ພູນໄດ້ຝາກຂໍ້ຄວາມເຖິງທຸກຄົນທີ່ຕິດຕາມລາຍການວ່າ ຢາກຂອບໃຈຈາກໃຈນ້ອຍໆດວງນີ້ສຳລັບຄົນທີ່ຕິດຕາມ ແລະ ສົ່ງກຳລັງໃຈໃຫ້ພູນ. ພູນອາດຈະບໍ່ໄດ້ເກັ່ງທີ່ສຸດ ແຕ່ຈະບໍ່ຍອມຢຸດພັດທະນາຕົນເອງແນ່ນອນ! ເປັນຫຍັງຕ້ອງຈັບຕາມອງພູນຫວາ? ເຮົາເຊື່ອວ່າເຮົາມີຂອງ ແລະ ມີສະເໜ່ໃນແບບຂອງຕົນເອງ ຝາກເປັນກຳລັງໃຈໃຫ້ FOL 10 ແດ່ເດີ້!

ເຮົາບໍ່ຮູ້ວ່າເຮົາຊິມີຖານແຟນຄລັບໜ້ອຍ ຫຼື ຫຼາຍ ຂໍໃຫ້ມາຕິດຕາມພູນແດ່ ພູນຂໍຮ້ອງ

ໃຜທີ່ມັກໜຸ່ມລຸກສ໌ເປັນມິດ ຍິ້ມງ່າຍ ແຕ່ພາຍໃນເຕັມໄປດ້ວຍທັດສະນະຄະຕິທີ່ເລິກເຊິ່ງ, ເປີດກວ້າງ ແລະ ພ້ອມທີ່ຈະເປັນພະລັງບວກໃຫ້ກັບສັງຄົມ ຢ່າລືມສົ່ງກຳລັງໃຈ ແລະ ເຊຍໜຸ່ມ ພູນ FOL 10 ໃຫ້ກ້າວໄປເຖິງຝັນໃນເວທີ FACE of LAOS ຄັ້ງນີ້ແດ່ເດີ້!

ອ່ານຕື່ມ:  ບັອບບີ້ ຈາກ Content Creator ສາຍຄວາມຮູ້ສູ່ຜູ້ເຂົ້າປະກວດ Mister Universe Laos 2025

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.