ຮູ້ຈັກ ຢີ້ ສິດນະພາ ກັບການສູ້ເພື່ອຄວາມຝັນໃນເສັ້ນນາຍແບບເທິງເວທີ FACE of LAOS

ແບ່ງປັນ

ຮູ້ຈັກ ຢີ້ ສິດນະພາ ກັບການສູ້ເພື່ອຄວາມຝັນໃນເສັ້ນນາຍແບບເທິງເວທີ FACE of LAOS

ໂດຍ: Tonmai Phoutthasack Tonmai Phoutthasack
01 September 2026 5
AI Summarized

Key Takeaways:

  • ຢີ້ - ສິດນະພາ (FOL 18) ເປັນນັກສຶກສາອາຍຸ 20 ປີ ຈາກເມືອງສາລະວັນ ທີ່ມີຄວາມໝັ້ນໃຈໃນຕົນເອງ ແລະ ພ້ອມທີ່ຈະພັດທະນາຕົນເອງ.
  • ເຖິງວ່າຈະເບິ່ງພາຍນອກຄືຄົນຫຍິ່ງ, ແຕ່ຢີ້ມີບຸກຄະລິກທີ່ຕະຫຼົກ, ຂີ້ຫຼິ້ນ ແລະ ບໍ່ເຄີຍຍອມແພ້ຕໍ່ຄວາມຝັນ.
  • ລາວໄດ້ພົບກັບຄວາມຜິດຫວັງໃນການອໍດີຊັນ Face of Laos ແລະ Lao Fashion Week 2 ຄັ້ງ, ແຕ່ຖືວ່ານັ້ນເປັນໂອກາດໃນການຮຽນຮູ້ ແລະ ພັດທະນາ.
  • ແຮງບັນດານໃຈທີ່ໃຫຍ່ທີ່ສຸດຂອງຢີ້ຄື "ຕົນເອງ" ທີ່ເລືອກເດີນຕາມຄວາມຝັນດ້ວຍຄວາມຕັ້ງໃຈ.
  • ເປົ້າໝາຍສູງສຸດຂອງລາວຄືການເປັນ "ນາຍແບບທີ່ຫຼໍ່ ແລະ ເກັ່ງທີ່ສຸດໃນປະເທດລາວ" ແລະ ຢາກໃຫ້ຮູບຂອງຕົນເອງໄດ້ຂຶ້ນ Billboard ໂຊທົ່ວປະເທດ.

ຢ່າແນມຂ້າມຂ້ອຍໄປ ລະວັງຂ້ອຍພັດທະນາລະແຊງພວກເຈົ້າໄປກ່ອນເດີ!!

ຄຳເຕືອນທີ່ແຝງໄປດ້ວຍຄວາມໝັ້ນໃຈ ແລະ ພະລັງແຫ່ງການພັດທະນາຕົນເອງນີ້ ດັງມາຈາກໜຸ່ມຫຼໍ່ໜ້າໃໝ່ໄຟແຮງ ຢີ້ – ສິດນະພາ (FOL 18) ນັກສຶກສາໄວ 20 ປີ ຈາກເມືອງສາລະວັນ ແຂວງສາລະວັນ. ໃຜຈະຮູ້ວ່າພາຍໃຕ້ບຸກຄະລິກທີ່ຫຼາຍຄົນອາດຈະມອງວ່າ “ຫຍິ່ງ” ເມື່ອທຳອິດພົບ, ຊາຍໜຸ່ມຄົນນີ້ພັດເຊື່ອງຄວາມເປັນຄົນຕະຫຼົກ, ຂີ້ຫຼິ້ນ ແລະ ຫົວໃຈທີ່ບໍ່ເຄີຍຍອມແພ້ຕໍ່ຄວາມຝັນເອົາໄວ້.

ອ່ານຕື່ມ:  BIGPOM & PHASOUTHIN ເຕີມພະລັງໃຈໃຫ້ຄົນໄກບ້ານໃນເພງ "ຄົນໂຕນ້ອຍ"

ມື້ນີ້ເຮົາຈະພາໄປເຈາະເລິກເບື້ອງຫຼັງຄວາມໝັ້ນໃຈຂອງ ຢີ້ FOL 18 ຜູ້ທີ່ພ້ອມຈະພິສູດວ່າ ຄວາມຜິດພາດໃນອະດີດ ບໍ່ແມ່ນຈຸດຈົບ, ແຕ່ເປັນຈຸດເລີ່ມຕົ້ນຂອງການເຕີບໂຕທີ່ແຂງແກ່ນກວ່າເດີມ!

ປັດຈຸບັນ ຢີ້ ກຳລັງສຶກສາຢູ່ປີທີ 2 ທີ່ມະຫາວິທະຍາໄລແຫ່ງຊາດ ຄະນະອັກສອນສາດ ພາກວິຊາພາສາອັງກິດ. ເຖິງຈະຮຽນໜັກ ແຕ່ລາວກໍເປັນຄົນທີ່ມັກການອ່ານນິຍາຍເປັນຊີວິດຈິດໃຈ. ຫຼາຍຄົນທີ່ບໍ່ສະໜິດອາດຈະເບິ່ງວ່າລາວເປັນຄົນຫຍິ່ງໆ ເຂົ້າເຖິງຍາກ, ແຕ່ຖ້າໄດ້ລອງມາສະໜິດແລ້ວ ຈະຮູ້ວ່າລາວເປັນຄົນຕະຫຼົກ, ເຮຮາ ແລະ ມັກສ້າງສຽງຫົວໃຫ້ຄົນອ້ອມຂ້າງສະເໝີ.

ຖ້າບໍ່ໄດ້ຢູ່ເທິງເວທີ ຕອນນີ້ກໍຄົງຈະຮຽນ ຫຼື ເຮັດວຽກໄປວັນໆ ໂດຍທີ່ບໍ່ໄດ້ສະແດງຄວາມສາມາດຂອງຕົນເອງໃຫ້ຄົນອື່ນເຫັນເລີຍ

ລາວເວົ້າເຖິງຊີວິດກ່ອນໜ້ານີ້ ທີ່ເຄີຍປິດກັ້ນຕົວເອງໄວ້. ແຕ່ແລ້ວ, ຄວາມມັກໃນການເດີນແບບທີ່ຝັງເລິກຢູ່ໃນໃຈ ກໍເປັນແຮງຍູ້ດັນໃຫ້ລາວກ້າທີ່ຈະອອກມາຈາກກອບເດີມໆ. ສຳລັບລາວແລ້ວ “ທຸກບ່ອນຄືຣັນເວ” ແລະ ການເດີນແບບນັ້ນແຫຼະ ຄືທັກສະທີ່ຈະເຮັດໃຫ້ທຸກຄົນຕ້ອງຮ້ອງ “ວ້າວ!”

ເສັ້ນທາງສູ່ Face of Laos ຂອງຢີ້ ບໍ່ໄດ້ໂຣຍດ້ວຍກີບກຸຫຼາບ. ລາວເຄີຍຜ່ານການອໍດິຊັນມາແລ້ວເຖິງ 2 ຄັ້ງ ທັງໃນ Face of Laos 2025 ແລະ Lao Fashion Week ແຕ່ກໍຕ້ອງພົບກັບຄວາມຜິດຫວັງ. ແທນທີ່ຈະຍອມແພ້, ຢີ້ ພັດເບິ່ງວ່ານີ້ຄືໂອກາດທີ່ຈະໄດ້ຮຽນຮູ້.

ສິ່ງທີ່ເຮັດໃຫ້ຕັດສິນໃຈມາປະກວດໃນປີນີ້ ອີກຄັ້ງ ແມ່ນການຢາກແກ້ໄຂຄວາມຜິດພາດຂອງຕົນເອງທີ່ຍັງເຮັດໄດ້ບໍ່ດີພໍໃນການອໍດິຊັນປີກາຍ ແລະ ເພື່ອຢາກສະແດງໃຫ້ຄະນະກຳມະການເຫັນວ່າ ເຮົາມີການພັດທະນາ ແລະ ພ້ອມແລ້ວທີ່ຈະເປັນ Face of Laos

ແລະແລ້ວ ຄວາມພະຍາຍາມກໍບໍ່ສູນເປົ່າ! ວິນາທີທີ່ຮູ້ວ່າຕົນເອງຜ່ານເຂົ້າຮອບ ມັນຄືຄວາມຮູ້ສຶກດີໃຈ ແລະ ຕື່ນເຕັ້ນທີ່ສຸດ ເພາະສິ່ງທີ່ທຸ້ມເທມາທັງໝົດສຸດທ້າຍກໍກາຍເປັນຈິງ ເຖິງຂັ້ນທີ່ລາວບອກວ່າຕົນເອງ “ໄດ້ທຳໃຈໄວ້ແລ້ວ” ວ່າອາດຈະບໍ່ຜ່ານອີກ. ການໄດ້ຜ່ານເຂົ້າມາໃນ Face of Laos ຄືຈຸດປ່ຽນສຳຄັນທີ່ເຮັດໃຫ້ລາວໄດ້ພິສູດຕົນເອງວ່າ ລາວກໍສາມາດເຮັດໄດ້ຕາມທີ່ຝັນໄວ້.

ອ່ານຕື່ມ:  ອີພີນີ້ລີໂນ່ MVP ສ່ວນຄົນອື່ນກັບໄປໂບກໂລຊັ່ນຢູ່ບ້ານກັບ FACE of LAOS EP.4

ເມື່ອຖາມເຖິງແຮງບັນດານໃຈ ຢີ້ ຕອບດ້ວຍຄວາມໝັ້ນໃຈວ່າ ລາວບໍ່ມີໃຜເປັນໄອດໍ້ ຫຼື ແຮງບັນດານໃຈແບບສະເພາະເຈາະຈົງ ແຕ່ແຮງບັນດານໃຈທີ່ແທ້ຈິງຂອງລາວ ຄື “ຕົນເອງ” ທີ່ມັກ, ຮັກ ແລະ ເລືອກທີ່ຈະເດີນໃນເສັ້ນທາງນີ້ດ້ວຍຄວາມຕັ້ງໃຈ.

ເປົ້າໝາຍສູງສຸດຂອງຊາຍໜຸ່ມຈາກສາລະວັນຄົນນີ້ ບໍ່ແມ່ນພຽງແຕ່ການເປັນນາຍແບບ, ແຕ່ລາວຢາກເປັນ “ນາຍແບບທີ່ຫຼໍ່ ແລະ ເກັ່ງທີ່ສຸດໃນປະເທດລາວ” ແລະ ຄວາມຝັນອີກຢ່າງໜຶ່ງທີ່ຍິ່ງໃຫຍ່ບໍ່ແພ້ກັນຄື: “ການມີຮູບຕົນເອງໄດ້ຂຶ້ນບິນບອດ (Billboard) ໂຊທຸກແຫ່ງໃນປະເທດລາວ”

ໃນລະຫວ່າງການປະກວດ ຢີ້ ໄດ້ຮຽນຮູ້ທີ່ຈະຮູ້ຈັກຕົນເອງຫຼາຍຂຶ້ນ. ລາວຮູ້ວ່າຕົນເອງອາດຈະມີຈຸດດ້ອຍບາງຢ່າງເມື່ອທຽບກັບຄົນອື່ນ, ແຕ່ຈຸດເດັ່ນທີ່ເຮັດໃຫ້ລາວແຕກຕ່າງ ແລະ ພ້ອມທີ່ຈະໂດດເດັ່ນຂຶ້ນມາກໍຄື “ການຮຽນຮູ້ໄວ ແລະ ການປັບຕົວເກັ່ງ” ລາວພ້ອມທີ່ຈະແກ້ໄຂຂໍ້ຜິດພາດ ເພື່ອໃຫ້ຕົນເອງກ້າວໜ້າສະເໝີ ບໍ່ວ່າບົດທົດສອບຈະອອກມາໃນຮູບແບບໃດ ລາວກໍພ້ອມທີ່ຈະຮັບມື ແລະ ເຮັດອອກມາໃຫ້ດີທີ່ສຸດ.

ນອກຈາກປະສົບການແລ້ວ Face of Laos ຍັງມອບມິດຕະພາບທີ່ດີຈາກໝູ່ຄູ່ ແລະ ອ້າຍເອື້ອຍນ້ອງໃນລາຍການ ໃຫ້ກັບຊາຍໜຸ່ມຄົນນີ້ອີກດ້ວຍ.

ສຸດທ້າຍນີ້ ຂໍຝາກທຸກຄົນເປັນກຳລັງໃຈ ແລະ ຝາກເຊຍຢີ້ແດ່ເດີ FOL 18! ຢີ້ຈະເຮັດໃຫ້ເຕັມທີ່ທີ່ສຸດເພື່ອຄວາມຝັນຂອງຕົນເອງ. ເພາະຢີ້ເປັນນາຍແບບລຸ້ນໃໝ່ Limited Edition ທີ່ໄຟແຮງທີ່ສຸດໃນເວລານີ້ ແຖມທັງເກັ່ງ ແລະ ຄວາມສາມາດພຽບພ້ອມທຸກຢ່າງ

ໃຜທີ່ມັກໃນຄວາມມຸ່ງໝັ້ນ, ຄວາມກ້າທີ່ຈະຮຽນຮູ້ ແລະ ພັດທະນາຕົນເອງຢູ່ສະເໝີ ຢ່າລືມສົ່ງແຮງໃຈ ແລະ ກົດໂຫວດໃຫ້ ຢີ້ FOL 18 ນາຍແບບໜ້າໃໝ່ໄຟແຮງຄົນນີ້ ໃຫ້ໄປເຖິງຝັ່ງຝັນ! ແລ້ວມາລຸ້ນກັນວ່າ ລາວຈະສາມາດພັດທະນາຕົນເອງຈົນແຊງໜ້າຄົນອື່ນໆ ໄດ້ຕາມທີ່ປະກາດໄວ້ຫຼືບໍ່!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.