ຢ່າສົນໃຈຄຳດູຖູກ ໂຊກຊາຕາຂີດດ້ວຍສອງມືເຮົາ ຟັງ “ມື້ໜຶ່ງເຮົາຕ້ອງໄດ້ດີ” ຈາກ ຕີ໋ ອຸດາໄລ

ແບ່ງປັນ

ຢ່າສົນໃຈຄຳດູຖູກ ໂຊກຊາຕາຂີດດ້ວຍສອງມືເຮົາ ຟັງ “ມື້ໜຶ່ງເຮົາຕ້ອງໄດ້ດີ” ຈາກ ຕີ໋ ອຸດາໄລ

09 September 2026 15
AI Summarized

Key Takeaways:

  • ທຸກຄົນເຄີຍຮູ້ສຶກອິດເມື່ອຍກັບການດิ้นຮົນໃນເມືອງໃຫຍ່ຈົນຫຼົງລືມເປົ້າໝາຍຂອງຕົນເອງ.
  • ເພງ "ມື້ໜຶ່ງຕ້ອງໄດ້ດີ" ຂອງ ຕີ໋ ອຸດາໄລ ເປັນຕົວແທນຂອງການສູ້ຊີວິດ ແລະ ໃຫ້ກຳລັງໃຈ.
  • ເພງດັ່ງກ່າວສື່ສານເຖິງການແຂ່ງຂັນທີ່ສູງໃນເມືອງໃຫຍ່ ແລະ ຄວາມສຳຄັນຂອງຄວາມອົດທົນ.
  • ຕີ໋ ອຸດາໄລ ໃຫ້ຂໍ້ຄິດວ່າບໍ່ຄວນໂທດຊະຕາກຳ ແຕ່ຄວນອົດທົນ, ເຮັດວຽກໜັກ ແລະ ພິສູດຕົນເອງ.
  • ປ່ຽນຄຳດູຖູກເປັນແຮງຍູ້ດັນ, ດ້ວຍຄວາມສັດທາໃນຕົນເອງ ແລະ ຄວາມຕັ້ງໃຈວ່າ "ມື້ໜຶ່ງຕ້ອງປະສົບຄວາມສຳເລັດ ແລະ ໄດ້ດີໃຫ້ໄດ້".

ທຸກຄົນເຄີຍບໍ່, ໃນມື້ທີ່ເຈິອຸປະສັກຈົນຮູ້ສຶກຫາທາງອອກບໍ່ເຫັນ ແລະ ມັນເມື່ອຍລ້າກັບການຕ້ອງດິ້ນຮົນໃນເມືອງໃຫຍ່ ຈົນບາງເທື່ອ… ເຮົາກໍຫຼົງລືມໄປວ່າ ເຮົາມາຢູ່ນີ້ເພື່ອຫຍັງ? 

ນີ້ຄົງເປັນຕົວແທນທີ່ເຮັດໃຫ້ເຫັນພາບຊັດເຈນ ແລະ ເປັນສິ່ງທີ່ໄດ້ຖ່າຍທອດເລື່ອງລາວການ ສູ້ຊີວິດ ຂອງໃຜຫຼາຍຄົນກັບເພງ ມື້ໜຶ່ງຕ້ອງໄດ້ດີ ເພງທີ່ເຮັດໃຫ້ຮູ້ວ່າເຮົາຍັງມີກຳລັງໃຈດີໆຈາກສິລະປິນຮຸ່ນໃຫຍ່ຄື ຕີ໋ ອຸດາໄລ ໃຜທີ່ກຳລັງທໍ້ ແລະ ກຳລັງພົບກັບຄວາມລຳບາກຕ້ອງຟັງ.

ມ່ວນຊວນຟັງ ເຂົ້າໃຈທຸກຄົນດີເລີຍວ່າການທີ່ເຮົາຢູ່ໃນສັງຄົມໃນເມືອງໃຫຍ່ນັ້ນ, ການແຂ່ງຂັນມັນສູງຫຼາຍຊ່ຳໃດ ໂດຍເພງ ມື້ໜຶ່ງຕ້ອງໄດ້ດີ ໄດ້ສື່ສານໃຫ້ເຫັນເຖິງຄວາມສຳຄັນຂອງຄວາມອົດທົນ ແລະ ພາບຂອງຄົນທີ່ເດີນທາງເຂົ້າມາດິ້ນຮົນໃນສັງຄົມເມືອງໃຫຍ່.

ຕີ໋ ອຸດາໄລ ໄດ້ສື່ສານຜ່ານເພງວ່າ ເຮົາບໍ່ຄວນໂທດໂຊກຊາຕາ ຫຼື ຄວາມຍາກຈົນ ແຕ່ຕ້ອງອົດທົນໜັກເອົາເບົາສູ້ ເພາະບໍ່ມີສິ່ງໃດໄດ້ມາງ່າຍໆ ເຊິ່ງຄວາມສຳເລັດຕ້ອງແລກມາດ້ວຍ ການເຮັດວຽກໜັກ ແລະ ຄວາມມຸ່ງໝັ້ນທີ່ຈະພິສູດຕົນເອງໃຫ້ຄົນອ້ອມຂ້າງໄດ້ເຫັນເຖິງສັກກະຍະພາບທີ່ເຮົາມີ.

ອ່ານຕື່ມ:  ບໍ່ມີວິທີໃຫ້ລືມ ດື່ມເມົາທຸກວັນຍິ່ງຄິດຮອດ ຟັງເພງ "ສໍດຳ" ຮ້ອງໂດຍ Heo VVK ft. GX2

ຕາບໃດທີ່ພວກເຮົາຍັງມີລົມຫາຍໃຈກໍພ້ອມຈະສູ້ ແລະ ພິສູດໃຫ້ໂລກໄດ້ເຫັນ ໂດຍຄວາມໝາຍຄື ເຮົາຕ້ອງປ່ຽນ ຄຳດູຖູກ ໃຫ້ກາຍເປັນແຮງຍູ້ດັນເພື່ອກ້າວໄປສູ່ຈຸດໝາຍທີ່ຕັ້ງໄວ້ດ້ວຍຄວາມສັດທາໃນຕົນເອງ.

ກ້າວໄປດ້ວຍຈິດໃຈທີ່ບໍ່ອ່ອນແອ ແລະ ຫົວໃຈທີ່ເຂັ້ມແຂງຢູ່ສະເໝີ ໂດຍຍຶດໝັ້ນໃນສັດທາ ພ້ອມທັງສັນຍາທີ່ໃຫ້ໄວ້ກັບຕົນເອງວ່າ ມື້ໜຶ່ງຕ້ອງປະສົບຄວາມສຳເລັດ ແລະ ໄດ້ດີໃຫ້ໄດ້.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.