“FACE of LAOS ປີນີ້ເຂົາລັອກໄວ້ໃຫ້ຂ້ອຍແລ້ວ” ຮູ້ຈັກ ປູເປ້ ສາວສະຫວັນນະເຂດທີ່ມາພ້ອມຄວາມໝັ້ນໃຈເກີນຮ້ອຍ

Key Takeaways:
- ປູເປ້ (PuPe) ຈາກແຂວງສະຫວັນນະເຂດ ດ້ວຍຄວາມໝັ້ນໃຈໃນຕົນເອງ ປະກາດກ້ອງວ່າ "FACE of LAOS ປີນີ້ເຂົາລັອກໄວ້ໃຫ້ຂ້ອຍແລ້ວ".
- ເຖິງແມ່ນວ່າຈະຖືກເບິ່ງວ່າເປັນຄົນທີ່ເຂົ້າເຖິງຍາກໃນຄັ້ງທຳອິດ, ແຕ່ເມື່ອໄດ້ລົມນຳແລ້ວ ປູເປ້ເປັນຄົນຕະຫຼົກ, ຍິ້ມງ່າຍ, ແລະ ເຂົ້າກັບຄົນງ່າຍ.
- ປູເປ້, ໄວລຸ້ນ GEN Z ຜູ້ມີຄວາມມັກໃນແຟຊັ່ນ, ເຊື່ອວ່າ "ແຟຊັ່ນ" ຄືສິ່ງທີ່ເຮັດໃຫ້ນາງ "ມີພະລັງ" ແລະມີຈຸດເດັ່ນໃນການ "ຮຽນຮູ້ໄວ ແລະ ປັບຕົວເກັ່ງ".
- ການປະກວດ "Face of Laos" (FOL) ເປັນເວທີທຳອິດໃນຊີວິດຂອງປູເປ້, ເຊິ່ງກົງກັບ Passion ຂອງນາງທີ່ຊອກຫາຄົນ "ມີສະເໜ່, ມີ Energy ແລະ ພ້ອມທີ່ຈະ "ໂກອິນເຕີ".
- ປູເປ້ເປີດເຜີຍວ່າຕົນເອງເປັນຄົນ "ອຶດ" ກວ່າທີ່ຄິດ, ສາມາດຜ່ານ Challenge ທີ່ຍາກລຳບາກໄດ້ ດ້ວຍແຮງບັນດານໃຈຈາກ "ຄອບຄົວ" ແລະ ເປົ້າໝາຍສູງສຸດຄືການເປັນຕົວແທນຂອງໄວໜຸ່ມລາວໃນເວທີສາກົນ.
FACE of LAOS ປີນີ້ເຂົາລັອກໄວ້ໃຫ້ຂ້ອຍແລ້ວ – ປູເປ້ FOL 19
ປະໂຫຍກເດັດທີ່ປະກາດກ້ອງເຖິງຄວາມໝັ້ນໃຈ ແລະ ຄວາມພ້ອມທີ່ຈະລຸຍໃນທຸກການແຂ່ງຂັນ ປູເປ້ ສາວງາມໄວ 20 ປີ ຈາກແຂວງສະຫວັນນະເຂດ ທີ່ປັດຈຸບັນກຳລັງສຶກສາຢູ່ມະຫາວິທະຍາໄລແຫ່ງຊາດ.
ຫຼາຍຄົນທີ່ເຫັນປູເປ້ຄັ້ງທຳອິດ ອາດຈະແອບຄິດໃນໃຈວ່າຜູ້ຍິງຄົນນີ້ເບິ່ງນິ້ງໆ ແລະ ອາດຈະ “ຫຍິ່ງ” ເຂົ້າເຖິງຍາກ. ແຕ່ຢ່າຟ້າວຕັດສິນຄົນຈາກພາຍນອກ! ເພາະຖ້າໄດ້ລອງມາລົມນຳແລ້ວ ຈະຮູ້ເລີຍວ່ານາງເປັນຄົນຕະຫຼົກ, ຍິ້ມງ່າຍ, ເຂົ້າກັບຄົນງ່າຍແບບສຸດໆ ຈົນນາງກ້າການັນຕີເລີຍວ່າ “ຖ້າໄດ້ລົມນຳແລ້ວ ຮັບຮອງວ່າຕິດໃຈແນ່ນອນ!”
ມື້ນີ້ ເຮົາຈະພາໄປທຳຄວາມຮູ້ຈັກກັບໄວລຸ້ນສາຍແຟຊັ່ນຄົນນີ້ ຜູ້ທີ່ກ້າກ້າວອອກຈາກຄວາມຢ້ານກົວ ມາສູ່ເວທີລະດັບປະເທດເປັນຄັ້ງທຳອິດໃນຊີວິດ!

ຖ້າບໍ່ໄດ້ເຫັນນາງຍ່າງສະບັດລາຍເທິງຣັນເວ ວັນທຳມະດາຂອງປູເປ້ ກໍຄືໄວລຸ້ນຍຸກ GEN Z ທົ່ວໄປ ທີ່ມັກໄຖໂທລະສັບເບິ່ງ Reels, ເບິ່ງ TikTok ຊອກຫາໄອເດຍການແຕ່ງຕົວໃໝ່ໆ, ຫາຊຸດງາມໆມາແຕ່ງຕົວຫຼິ້ນຢູ່ເຮືອນ. ສຳລັບນາງແລ້ວ “ແຟຊັ່ນ” ບໍ່ແມ່ນແຄ່ເຄື່ອງນຸ່ງ ແຕ່ມັນຄືສິ່ງທີ່ເຮັດໃຫ້ນາງຮູ້ສຶກ “ມີພະລັງ”.
ແລະ ພະລັງນັ້ນເອງ ທີ່ຫຼໍ່ຫຼອມໃຫ້ນາງມີຈຸດເດັ່ນທີ່ບໍ່ຄືໃຜ ນັ້ນກໍຄື “ການຮຽນຮູ້ໄວ ແລະ ປັບຕົວເກັ່ງ” ປູເປ້ເປັນຄົນທີ່ບໍ່ມັກຍອມແພ້ ຕໍ່ໃຫ້ຈະຕ້ອງເຈິກັບ Challenge ທີ່ຍາກສ່ຳໃດ ນາງກໍບໍ່ຫວັ່ນ. ຂໍພຽງແຕ່ບອກມາ ນາງກໍພ້ອມລຸຍ ແລະ ໝັ້ນໃຈວ່າຈະເຮັດອອກມາໃຫ້ປັງໄດ້ຕະຫຼອດ.
ເຊື່ອຫຼືບໍ່ວ່າ Face of Laos ຄືເວທີປະກວດ “ເວທີທຳອິດ” ໃນຊີວິດຂອງປູເປ້! ເຖິງຈະຍັງບໍ່ມີປະສົບການມາກ່ອນ ແຕ່ຄວາມຕັ້ງໃຈຂອງນາງນັ້ນມີເກີນຮ້ອຍ. ການຕັດສິນໃຈສະໝັກ FOL ໃນຄັ້ງນີ້ ຖືເປັນຈຸດປ່ຽນຄັ້ງໃຫຍ່ທີ່ປ່ຽນຄວາມຄິດຂອງນາງໄປຕະຫຼອດການ.

ຈາກຄົນທີ່ເຄີຍລັງເລ ບໍ່ກ້າສະແດງອອກ ຕອນນີ້ປູເປ້ກາຍເປັນຄົນທີ່ມີເປົ້າໝາຍຊັດເຈນ ແລະ ກ້າທີ່ຈະເຮັດຕາມຄວາມຝັນຂອງຕົນເອງແລ້ວ
ເຫດຜົນທີ່ເລືອກເວທີນີ້ ເພາະນາງຮູ້ສຶກວ່າ FOL ບໍ່ໄດ້ຊອກຫາແຄ່ຄົນງາມ ແຕ່ຊອກຫາຄົນທີ່ມີສະເໜ່, ມີ Energy ແລະ ພ້ອມທີ່ຈະ “ໂກອິນເຕີ” ເຊິ່ງມັນກົງກັບແພັດຊັ່ນ (Passion) ໃນໃຈຂອງນາງພໍດີ.
ໃນບ້ານ Face of Laos, ປູເປ້ໄດ້ຄົ້ນພົບສະເໜ່ຂອງຕົນເອງ ນັ້ນຄື “Energy ແລະ ຄວາມເປັນທຳມະຊາດ”. ເວລາທີ່ນາງຢູ່ຕໍ່ໜ້າກ້ອງ ຫຼື ເທິງເວທີ ນາງສາມາດສື່ສານຄວາມເປັນຕົວເອງອອກມາໄດ້ແບບບໍ່ເກັງ ເຮັດໃຫ້ຄົນເບິ່ງຮູ້ສຶກມ່ວນ ແລະ ເພີດເພີນໄປນຳ.
ແຕ່ສິ່ງທີ່ເຮັດໃຫ້ນາງເຊີໄພຣສ໌ຕົນເອງທີ່ສຸດໃນລາຍການນີ້ກໍຄື ນາງໄດ້ຮູ້ວ່າຕົນເອງເປັນຄົນ “ອຶດ” ກວ່າທີ່ຄິດ! “ບາງ Challenge ຕອນທຳອິດຄິດວ່າເຮັດບໍ່ໄດ້ແນ່ນອນ ແຕ່ພໍຮອດເວລາແທ້ໆ ກໍກັດແຂ້ວສູ້ຈົນຜ່ານມັນມາໄດ້” ເຊິ່ງແຮງບັນດານໃຈສຳຄັນທີ່ເຮັດໃຫ້ນາງເປັນຄົນອົດທົນແບບນີ້ ກໍໄດ້ມາຈາກ “ຄອບຄົວ” ທີ່ເປັນແບບຢ່າງໃຫ້ນາງເຫັນສະເໝີວ່າ ຄວາມສຳເລັດ ຕ້ອງແລກມາດ້ວຍຄວາມອົດທົນ ແລະ ມີວິໄນ.

ເປົ້າໝາຍສູງສຸດຂອງປູເປ້ ບໍ່ແມ່ນແຄ່ຊື່ສຽງໃນປະເທດ, ແຕ່ນາງຢາກເປັນຕົວແທນຂອງໄວໜຸ່ມລາວ ໄປປະກວດໃນເວທີລະດັບສາກົນ ເພື່ອພິສູດໃຫ້ຊາວຕ່າງຊາດເຫັນວ່າ “ຄົນລາວເຮົາກໍມີສັກກະຍະພາບ, ມີສະເໜ່ ແລະ ບໍ່ແພ້ຊາດໃດໃນໂລກ”
ນາງຢາກໃຫ້ທຸກຄົນຈົດຈຳ FOL 19 ໃນຖານະຄົນທີ່ບໍ່ເຄີຍຢຸດພັດທະນາຕົນເອງ. ຢາກເປັນແຮງບັນດານໃຈໃຫ້ເຫັນວ່າ ຈາກເດັກທຳມະດາຄົນໜຶ່ງ ຖ້າເຮົາພະຍາຍາມແທ້ໆ ເຮົາກໍສາມາດມາຢືນຢູ່ໃນຈຸດທີ່ສະຫວ່າງໄດ້ຄືກັນ.
“ຂອບໃຈທຸກໆກຳລັງໃຈ, ທຸກຍອດໄລ້ ຍອດແຊຣ໌ ທີ່ສົ່ງມາໃຫ້ FOL 19 ເດີ້. ທຸກຂໍ້ຄວາມຄືກຳລັງໃຈທີ່ດີຫຼາຍ ຢາກໃຫ້ຢູ່ເຊຍກັນໄປຈົນຈົບຮອບ Final ເລີຍເດີ້ ສັນຍາວ່າຈະບໍ່ເຮັດໃຫ້ຜິດຫວັງ. ເພາະໃນທຸກໆຮອບ ທຸກຄົນຈະໄດ້ເຫັນ FOL 19 ໃນເວີຊັນທີ່ພັດທະນາຂຶ້ນເລື້ອຍໆ ບອກເລີຍວ່າມີເຊີໄພຣສ໌ມາໃຫ້ເບິ່ງຕະຫຼອດ… ບໍ່ໄດ້ມາຫຼິ້ນໆແນ່ນອນ!”
ຮ່ວມພິສູດການເຕີບໂຕຂອງເດັກສາວຜູ້ມີຄວາມຝັນອັນຍິ່ງໃຫຍ່ຄົນນີ້ ແລະ ມາລຸ້ນນຳກັນວ່າ “ບ່ອນຢືນຂອງແຊັມ” ຈະຖືກລັອກໄວ້ໃຫ້ ປູເປ້ FOL 19 ແທ້ຫຼືບໍ່! ຢ່າລືມກົດໂຫວດ ແລະ ສົ່ງກຳລັງໃຈໃຫ້ນາງແດ່ເດີ້.

