SAY HEY ມາແລ້ວ! Highbros ປ່ອຍ Teaser 01 ກຽມໂຕແຈກຄວາມມ່ວນ ຫຼັງຈາກສ້າງຄວາມປະທັບໃຈເທິງເວທີ Muan Awards

Key Takeaways:
- The song "SAY HEY" by Highbros, which was performed at the Muan Awards 2025, is about to be officially released.
- Highbros Entertainment featured a full lineup of artists at the Muan Awards 2025, creating an energetic and exciting atmosphere.
- The event had a lively and hip-hop influenced atmosphere, resembling a festival.
- Many attendees inquired about the song performed by Highbros after the Muan Awards 2025.
- The song "SAY HEY" by Highbros is scheduled for release on September 25, 2026.
ເອົາເລ ເລ ເລ ເຂົ້າມາ… ຈົບການລໍຄອຍຈົນໄດ້ທຸກຄົນ ເພາະເພງ SAY HEY ຈາກ Highbros ທີ່ຫຼາຍຄົນຕາມຫາກັນຫຼັງຈາກຮ່ວມໂດດເຕັ້ນນຳກັນທີ່ງານ Muan Awards 2025 ໃນມື້ນັ້ນ, ກຳລັງຈະປ່ອຍໃຫ້ຟັງກັນແບບເຕັມໆແລ້ວ.
ຖ້າໃຜໄດ້ໄປງານ Muan Awards 2025 ຜ່ານມາ, ໜ້າຈະຍັງຈື່ຄວາມຮູ້ສຶກໃນມື້ນັ້ນໄດ້ດີ ເພາະ Highbros Entertainment ໄດ້ຂົນທັບສິລະປິນມາຂຶ້ນເວທີແບບ ຈັດເຕັມ-ຈັດໜັກ ຈົນເວທີເກືອບໄໝ້.
ບັນຍາກາດໃນງານຄືມ່ວນ ແລະ ມັນຫຼາຍ ໃຫ້ຄວາມຮູ້ສຶກຄືເຮົາກຳລັງໄປທ່ຽວງານບຸນຢູ່ບ້ານໝູ່ ແຕ່ເປັນງານບຸນທີ່ມີຄວາມຮິບຮັອບ ແລະ ມີຄວາມອິນເຕີແບບສຸດໆ.
ມື້ນັ້ນພະລັງງານຈາກສິລະປິນເທິງເວທີແມ່ນສົ່ງເຖິງຄົນເບິ່ງແບບເຕັມໆ ຈົນຫຼັງຈົບງານມີແຕ່ຄົນມາຖາມ ແລະ ຊອກຫາຕາມໂຊຊຽລວ່າເພງທີ່ Highbros ເອົາມາຮ້ອງສະແດງ Performance ນັ້ນແມ່ນເພງຫຍັງ.
ປະກົດວ່າຕອນນັ້ນເປັນເພງໃໝ່ທີ່ຍັງບໍ່ທັນໄດ້ປ່ອຍຢ່າງເປັນທາງການເລີຍເວທີ Muan Awards 2025 ໄດ້ຮັບກຽດພິເສດສຸດໆເພາະ Highbros ມາສ້າງປະສົບການດີໆໃຫ້ກັບພວກເຮົາ.
ສຳລັບໃຜທີ່ຍັງຕິດຄວາມມ່ວນຈາກງານໃນມື້ນັ້ນ ແລະ ຖ້າຟັງຢູ່ ກໍກຽມໂຕໄວ້ໃຫ້ດີ ເພາະເພງນີ້ມີກຳນົດປ່ອຍໃນວັນທີ 25 ກັນຍາ 2026 ນີ້ແລ້ວ. ຖ້າເພງອອກມາມື້ໃດ ກໍຢ່າລືມແວ່ໄປກົດຟັງ, ໄປຊ່ວຍກັນປັ່ນວິວ ແລະ ຊັບພອດຜົນງານສິລະປິນຈາກ Highbros ກັນຫຼາຍໆເດີ.





