ໂລກນີ້ມັນກົມ ແຕ່ມະນຸດຫຼ່ຽມ ຟັງຄວາມຮູ້ສຶກຈາກ SWAGWAZZ ໃນເພງ Life After Life (ເກີດໃໝ່)

Key Takeaways:
- ເພງ Life After Life (ເກີດໃໝ່) ຈາກ SWAGWAZZ ເປັນຄ້າຍຄືການເລົ່າສູ່ກັນຟັງເຖິງເລື່ອງລາວໃນຊີວິດທີ່ເຈິມາ.
- ເພງນີ້ເວົ້າເຖິງການຕໍ່ສູ້ຊີວິດຢູ່ຄົນດຽວ, ຜ່ານອຸປະສັກ ແລະ ຄວາມກົດດັນຕ່າງໆ, ໂດຍໄດ້ຮັບຄຳສອນຈາກແມ່.
- SWAGWAZZ ເຮັດເພງນີ້ເພາະຮັກໃນດົນຕີຮິບຮັອບຢ່າງແທ້ຈິງ, ບໍ່ໄດ້ເຮັດຕາມກະແສ, ແລະ ຄວາມສຳເລັດບໍ່ໄດ້ມາງ່າຍໆ.
- SWAGWAZZ ຫວັງວ່າເສັ້ນທາງນີ້ຈະເປັນແຮງບັນດານໃຈໃຫ້ຄົນຮຸ່ນຫຼັງທີ່ກຳລັງໄລ່ຕາມຄວາມຝັນ.
- ຄວາມໝາຍຂອງເພງນີ້ຄືການຍອມຮັບໃນໂຊກຊະຕາ, ຊື່ສັດຕໍ່ຄວາມຝັນ, ແລະ ສູ້ຕໍ່ໄປບໍ່ວ່າຈະເຈິເລື່ອງຍາກປານໃດ.
ເຈົ້າເຄີຍຮູ້ສຶກບໍ່ວ່າການຕ້ອງມາໃຊ້ຊີວິດຢູ່ຄົນດຽວ ຄວາມຮູ້ສຶກມັນທັງໜັກໜ່ວງ ແລະ ໂດດດ່ຽວກວ່າທີ່ຄິດໄວ້ຫຼາຍ ເຊິ່ງເພງ Life After Life (ເກີດໃໝ່) ຈາກ SWAGWAZZ ເປັນຄ້າຍຄືກັບການທີ່ໝູ່ມານັ່ງເລົ່າສູ່ກັນຟັງແບບເປີດໃຈເຖິງເລື່ອງລາວໃນຊີວິດທີ່ເຈິມາ.
ຈາກເດັກນ້ອຍຄົນໜຶ່ງທີ່ຕ້ອງມາສູ້ຊີວິດຢູ່ພຽງລຳພັງ, ຜ່ານອຸປະສັກ ແລະ ຄວາມກົດດັນຕ່າງໆ ໂດຍມີຄຳສອນຂອງແມ່ເປັນສິ່ງເຕືອນສະຕິ ບໍ່ໃຫ້ຫຼົງທາງ ແລະ ຊ່ວຍໃຫ້ປະເຊີນກັບພາລະຄວາມຮັບຜິດຊອບທີ່ເພີ່ມຂຶ້ນໄດ້.
ຄວາມໜ້າສົນໃຈຂອງເພງນີ້ ແມ່ນຄວາມຮັກໃນດົນຕີຮິບຮັອບທີ່ອອກມາຈາກໃຈແທ້ໆຂອງ SWAGWAZZ ທີ່ລາວໄດ້ເລົ່າວ່າເຮັດເພາະຮັກມັນ ແລະ ບໍ່ໄດ້ເຮັດຕາມກະແສ ເຊິ່ງມັນປຽບທຽບໃຫ້ເຫັນຢ່າງກົງໄປກົງມາວ່າ ຄວາມສຳເລັດບໍ່ມີທາງໄດ້ມາແບບງ່າຍໆ.
ທຸກຢ່າງມັກມີຢາດນ້ຳຕາເຊື່ອງຢູ່ເບື້ອງຫຼັງສະເໝີ ແລະ ເມື່ອໄປເຖິງຈຸດທີ່ສູງແລ້ວ ກໍຕ້ອງບໍ່ລືມວ່າໂຕເອງມາຈາກໃສ. ນອກຈາກເລົ່າເລື່ອງຂອງໂຕເອງແລ້ວ SWAGWAZZ ຍັງຫວັງໃຫ້ເສັ້ນທາງນີ້ເປັນແຮງບັນດານໃຈໃຫ້ຄົນຮຸ່ນຫຼັງທີ່ກຳລັງໄລ່ຕາມຄວາມຝັນ.
ສຸດທ້າຍແລ້ວ ຄວາມໝາຍຂອງເພງນີ້ກໍຄືການຮຽນຮູ້ທີ່ຈະຍອມຮັບໃນໂຊກຊະຕາ ຊື່ສັດຕໍ່ຄວາມຝັນ ແລະ ສູ້ຕໍ່ໄປບໍ່ວ່າຈະເຈິກັບເລື່ອງຍາກປານໃດ. ຖ້າທຸກຄົນໄດ້ຟັງເພງນີ້ແລ້ວ ຮູ້ສຶກມັກທ່ອນໃດ ຫຼື ປະໂຫຍກໃດຫຼາຍທີ່ສຸດ?
ສ່ວນ ມ່ວນຊວນຟັງ ມັກຕອນຊ່ວງທີ່ເລົ່າ “ມັນຫັກເຫຕອນເຈິກັບຈຸດປ່ຽນ ຕອນທີ່ຮູ້ວ່າໂລກນີ້ມັນກົມ ເເຕ່ວ່າມະນຸດຫຼ່ຽມ ” ຮູ້ສຶກວ່າໂລກມັນກໍເປັນແບບນີ້ແທ້ໆນັ້ນລະ.