ອີກ 19 ຄົນໄວ້ເຈີກັນປີໜ້າເດີ້ ເພາະປີນີ້ ‘ເຄນນີ້ ມ່ອມມະນີ’ ຈະເປັນ FACE of LAOS ຄົນຕໍ່ໄປ

ແບ່ງປັນ

ອີກ 19 ຄົນໄວ້ເຈີກັນປີໜ້າເດີ້ ເພາະປີນີ້ ‘ເຄນນີ້ ມ່ອມມະນີ’ ຈະເປັນ FACE of LAOS ຄົນຕໍ່ໄປ

ໂດຍ: Tonmai Phoutthasack Tonmai Phoutthasack
01 September 2026 9
AI Summarized

Key Takeaways:

  • 20 ບຸກຄົນເຂົ້າຮອບສຸດທ້າຍ, ແຕ່ມີພຽງ 19 ຄົນທີ່ຈະໄດ້ພົບກັນປີໜ້າ ຫລັງຈາກເຄນນີ້ກັບມາຈາກເກົາຫລີ ເພາະເຄນນີ້ຈະໄປລ່າ "Face of Asia" ພຽງໜຶ່ງດຽວຂອງລາວ.
  • ເຄນນີ້, ນາງສາວໄວ 21 ປີ ຈາກນະຄອນຫລວງວຽງຈັນ, ເປັນຜູ້ເຂົ້າແຂ່ງຂັນ "Face of Laos 2026" ທີ່ກຳລັງມາແຮງ, ມີຄວາມໝັ້ນໃຈສູງ ແລະ ບໍ່ເຄີຍມີປະສົບການໃນວົງການບັນເທີງມາກ່ອນ.
  • ນອກຈາກການເປັນນັກສຶກສາປີ 3 ຄະນະທ່ອງທ່ຽວ ພາສາຝຣັ່ງ ທີ່ມະຫາວິທະຍາໄລແຫ່ງຊາດ, ຄວາມຝັນອີກຢ່າງຂອງເຄນນີ້ຄືການໄດ້ເດີນທາງທ່ອງທ່ຽວເພື່ອເປີດປະສົບການຊີວິດ.
  • ເຄນນີ້ມີບຸກຄະລິກທີ່ຍິ້ມງ່າຍ, ໃຈດີ, ມັກເຫັນອົກເຫັນໃຈຄົນອື່ນ, ແລະ ໃຊ້ເວລາວ່າງໃນການແຕ່ງໜ້າ ແລະ ອອກກຳລັງກາຍ. ນາງເຊື່ອວ່າ "ຄວາມຈິງໃຈ" ແລະ "ພະລັງບວກ" ຂອງຕົນຈະເຮັດໃຫ້ທຸກຄົນຈົດຈຳໄດ້.
  • ແຮງບັນດານໃຈຂອງເຄນນີ້ຄື Victoria, ນາງແບບລະດັບໂລກ. ຄວາມຝັນສູງສຸດຂອງນາງຄືການໄດ້ "FOL 2026" ເພາະເຊື່ອວ່າມັນຈະເປັນຜົນງານທີ່ປ່ຽນແປງຊີວິດຂອງນາງຕະຫລອດໄປ.

20 ຄົນຄືສິເຫຼືອແຕ່ເຄນນີ້ແຫຼະ ສ່ວນອີກ 19 ຄົນ ໄວ້ເຈີກັນປີໜ້າຕອນທີ່ເຄນນີ້ກັບມາຈາກເກົາຫຼີເດີ້ ເພາະເຄນນີ້ຈະໄປລ່າ Face of Asia ພຽງໜຶ່ງດຽວຂອງລາວ

ເປີດມາດ້ວຍປະໂຫຍກສຸດແຊບ ທີ່ທັງໝັ້ນໃຈ ແລະ ແຝງໄປດ້ວຍຄວາມຂີ້ຫຼິ້ນຕິດຕະຫຼົກ ຮັບຮອງວ່າໃຜໄດ້ຍິນກໍຕ້ອງມີສະດຸ້ງ! ນີ້ຄືການປະກາດຈຸດຢືນຂອງ ເຄນນີ້ – ມ່ອມມະນີ ແສນສຸພາບ (FOL 17) ສາວນະຄອນຫຼວງວຽງຈັນໄວ 21 ປີ ທີ່ກຳລັງມາແຮງໃນເວທີ Face of Laos 2026.

ອ່ານຕື່ມ:  ເຮັດໄດ້ແລ້ວ ແຈັກກີ້ ທິລະພົງ ຄວ້າ Top 7 Mr. Bear International 2026

ແຕ່ໃຜຈະຮູ້ວ່າ ພາຍໃຕ້ຄວາມໝັ້ນໃຈທີ່ພ້ອມຟາດຄູ່ແຂ່ງແບບນີ້ ເບື້ອງຫຼັງຂອງນາງຄືເດັກສາວໜ້າໃໝ່ລ້ວນໆ ທີ່ບໍ່ເຄີຍຜ່ານວົງການບັນເທີງມາກ່ອນເລີຍ! ມື້ນີ້ເຮົາຈະພາໄປທຳຄວາມຮູ້ຈັກກັບນາງໃຫ້ຫຼາຍຂຶ້ນ ແລ້ວຈະຮູ້ວ່າເປັນຫຍັງຜູ້ຍິງຄົນນີ້ຈຶ່ງໜ້າຈັບຕາມອງ.

ປັດຈຸບັນ ເຄນນີ້ ກຳລັງສຶກສາຢູ່ປີທີ 3 ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ) ສາຂາການທ່ອງທ່ຽວ ພາສາຝຣັ່ງ. ຖ້າບໍ່ໄດ້ເຫັນນາງຍ່າງສະບັດລາຍເທິງເວທີ ຄວາມຝັນອີກຢ່າງໜຶ່ງຂອງນາງກໍຄື “ການໄດ້ອອກເດີນທາງທ່ອງທ່ຽວ” ເພື່ອເປີດປະສົບການ ແລະ ເປີດໂລກກວ້າງໃຫ້ກັບຕົນເອງ.

ເມື່ອເວົ້າເຖິງບຸກຄະລິກສ່ວນຕົວ ເຄນນີ້ ເປັນຄົນທີ່ຍິ້ມງ່າຍ, ຫົວງ່າຍ, ໃຈດີ ແລະ ມັກເຫັນອົກເຫັນໃຈຄົນອື່ນສະເໝີ. ເຊິ່ງກິດຈະກຳຍາມວ່າງທີ່ນາງຫຼົງໄຫຼເປັນພິເສດ ກໍໜີບໍ່ພົ້ນເລື່ອງຄວາມງາມ ແລະ ສຸຂະພາບ ນັ້ນກໍຄື ການແຕ່ງໜ້າ ແລະ ການອອກກຳລັງກາຍ.

ແຕກຕ່າງຈາກຜູ້ເຂົ້າແຂ່ງຂັນຫຼາຍໆຄົນທີ່ອາດຈະເຄີຍຜ່ານເວທີປະກວດ ຫຼື ມີຜົນງານໃນວົງການມາແລ້ວ ສຳລັບ ເຄນນີ້ ນີ້ຄື “ບາດກ້າວທຳອິດ” ໃນຊີວິດຂອງນາງຢ່າງແທ້ຈິງ.

ແຕ່ການເປັນນ້ອງໃໝ່ ບໍ່ໄດ້ເຮັດໃຫ້ນາງຮູ້ສຶກດ້ອຍກວ່າໃຜ ເມື່ອຖືກຖາມເຖິງທັກສະທີ່ຈະເຮັດໃຫ້ທຸກຄົນຕ້ອງຮ້ອງວ້າວ

ຕອນນີ້ອາດຈະຍັງບໍ່ທັນມີຫຍັງໃຫ້ຄົນຮ້ອງວ້າວ ແຕ່ເຄນນີ້ເຊື່ອວ່າ ‘ຄວາມຈິງໃຈ’ ແລະ ‘ພະລັງບວກ’ ທີ່ເຄນນີ້ມີ ຈະເປັນສິ່ງທີ່ເຮັດໃຫ້ທຸກຄົນຈົດຈຳເຄນນີ້ໄດ້ແນ່ນອນ

ເຄນນີ້ ຕິດຕາມລາຍການ Face of Laos ມາໂດຍຕະຫຼອດ ແລະ ເຫັນວ່າເວທີນີ້ຄືໂອກາດທອງທີ່ຈະໄດ້ເກັບກ່ຽວປະສົບການຈາກຜູ້ຊ່ຽວຊານ. ເຊິ່ງແຮງບັນດານໃຈໃນການເປັນນາງແບບຂອງນາງຄື Victoria (ນາງແບບຊື່ດັງລະດັບໂລກ) ທີ່ເຄນນີ້ຫຼົງໄຫຼໃນສະເໜ່, ສະຕາຍລ໌ ແລະ ຄວາມເປັນຕົວຂອງຕົວເອງທີ່ສູງຫຼາຍຂອງນາງແບບຄົນນີ້.

ຢາກໃຫ້ທຸກຄົນຈົດຈຳເຄນນີ້ ໃນຖານະ ‘ເຄນນີ້ Face of Laos Superstar’ ຄົນທີ່ກ້າຝັນ ແລະ ກ້າລົງມືເຮັດ. ຄວາມຝັນສູງສຸດຂອງເຄນນີ້ຄືການໄດ້ FOL 2026 ແລະ ນີ້ຈະເປັນຜົນງານທີ່ປ່ຽນຊີວິດຂອງເຄນນີ້ຕະຫຼອດໄປ

ວິນາທີທີ່ຮູ້ວ່າຕົນເອງຜ່ານເຂົ້າຮອບ ມັນຄືຄວາມຮູ້ສຶກພູມໃຈທີ່ສຸດ ເພາະມັນຄືຄວາມສຳເລັດກ້າວທຳອິດທີ່ນາງພິສູດໃຫ້ຕົນເອງເຫັນ. ການໄດ້ເຂົ້າມາຢູ່ໃນຄອບຄົວ Face of Laos ເຮັດໃຫ້ເຄນນີ້ໄດ້ຮັບໂອກາດມະຫາສານ ທັງການຕ້ອນຮັບທີ່ອົບອຸ່ນ, ມິດຕະພາບຈາກໝູ່ເພື່ອນ, ທີມງານທີ່ໜ້າຮັກ ແລະ ທີ່ສຳຄັນຄືໄດ້ຮຽນຮູ້ທັກສະການຍ່າງແບບ ແລະ ການວາງບຸກຄະລິກກະພາບ.

ສິ່ງທີ່ໄດ້ຮຽນຮູ້ກ່ຽວກັບຕົນເອງເລີຍກໍຄື ການຮຽນຮູ້ທີ່ຈະເປັນຕົວຂອງຕົວເອງ ໃຊ້ຄວາມເປັນທຳມະຊາດຂອງເຮົາໃຫ້ກາຍເປັນສະເໜ່ ແລະ ຕ້ອງມີຄວາມໝັ້ນໃຈໃນຕົວເອງສະເໝີ ເພາະຈຸດເດັ່ນຂອງເຄນນີ້ຄື Energy ທີ່ບໍ່ຄືໃຜ ແລະ ບໍ່ມີໃຜຄືເຄນນີ້ແນ່ນອນ

ໃຜທີ່ມັກໃນຄວາມສົດໃສ, ພະລັງບວກທີ່ແຝງໄປດ້ວຍຄວາມໝັ້ນໃຈແບບພໍດີພໍງາມ ຢ່າລືມສົ່ງແຮງໃຈ ແລະ ກົດໂຫວດໃຫ້ກັບດາວຮຸ່ງດວງໃໝ່ຄົນນີ້.

ຝາກເຊຍ ແລະ ເປັນກຳລັງໃຈໃຫ້ເຄນນີ້ແດ່ເດີ້ ເບີ 17 ຄົນນີ້ຈະເຮັດໃຫ້ເຕັມທີ່ທີ່ສຸດ ຖ້າພາດແລ້ວຄືພາດເລີຍເດີ້ ຢ່າລືມ Face of Laos ເບີ 17!

ມາລຸ້ນກັນວ່າ ສາວນ້ອຍໜ້າໃໝ່ຄົນນີ້ ຈະສາມາດປາດໜ້າລຸ້ນອ້າຍລຸ້ນເອື້ອຍ ກ້າວໄປເປັນຕົວແທນປະເທດລາວບິນໄປສູ່ເວທີ Face of Asia ທີ່ເກົາຫຼີໃຕ້ ໄດ້ຕາມທີ່ນາງປະກາດໄວ້ຫຼືບໍ່ ຕິດຕາມກັນໃຫ້ດີ!

ອ່ານຕື່ມ:  JoJo Miracle ໂຕແທນສິລະປິນລາວສ້າງຄວາມປະທັບໃຈໃນ 2026 ROUND Festival ທີ່ ຟີລິບປິນ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.