ຮູ້ຈັກ ໂອບີ່ ຄຳພິລາວົງ ໜຸ່ມຫຼໍ່ ໜ້າຫວານ ຂາຍາວພ້ອມບອກວ່າ FACE of LAOS ປີນີ້ຄືຂ້ອຍ

ແບ່ງປັນ

ຮູ້ຈັກ ໂອບີ່ ຄຳພິລາວົງ ໜຸ່ມຫຼໍ່ ໜ້າຫວານ ຂາຍາວພ້ອມບອກວ່າ FACE of LAOS ປີນີ້ຄືຂ້ອຍ

ໂດຍ: Tonmai Phoutthasack Tonmai Phoutthasack
03 September 2026 0
AI Summarized

Key Takeaways:

  • Opi, also known as FOL20, is a 19-year-old contestant from Laos who stands out with his impressive height of over 190 cm and a charming, anime-like appearance.
  • Despite his cool exterior, Opi is described as a cheerful and playful individual who enjoys simple activities like playing games and spending time with friends.
  • His journey into the entertainment industry began with backstage work, but a significant turning point was participating in a traditional ethnic costume fashion show, which sparked his interest in modeling.
  • Opi acknowledges his runway walking skills might need improvement but is confident in his posing abilities for photoshoots, aiming to be 'number 1' in that area.
  • Inspired by artist Hannah 4EVE's journey to success in Thailand, Opi aspires to represent Laos on a larger stage and is determined to prove his dreams and efforts.
ອ່ານຕື່ມ:  7 ເລື່ອງກ່ຽວກັບ ເມ - ຈິນດາ ຈັນມູນນີ ນາງແບບຜູ້ຊະນະ FACE of LAOS 2025 ທີ່ຈະເຮັດໃຫ້ຮູ້ຈັກລາວຫຼາຍຂຶ້ນ

“ຄົນອື່ນທຽບໂອບີ່ບໍ່ຕິດດອກ ຖ້າບໍ່ເຊື່ອ ກໍມາຢືນທຽບເບິ່ງ!”

ປະໂຫຍກທັກທາຍສຸດກວນທີ່ເຕັມໄປດ້ວຍຄວາມໝັ້ນໃຈນີ້ ບໍ່ໄດ້ເວົ້າເກີນຈິງເລີຍ ຖ້າເຮົາໄດ້ເຫັນລວງສູງລະດັບ 190++ ຊັງຕີແມັດ ຂອງ “ໂອບີ່-ຄຳພິລາວົງ” ຫຼື ທີ່ຫຼາຍຄົນຮູ້ຈັກກັນໃນນາມ FOL20 ຈາກເວທີ FACE of LAOS. ນອກຈາກລວງສູງທີ່ໂດດເດັ່ນຈົນໃຜກໍຕ້ອງຫຼຽວມອງແລ້ວ, ໜຸ່ມຈາກເມືອງທຸລະຄົມ ແຂວງວຽງຈັນ ໄວ 19 ປີ ທີ່ກຳລັງສຶກສາປີ 1 ຢູ່ສະຖາບັນລັດຕະນະບໍລິຫານທຸລະກິດຄົນນີ້ ຍັງມີສະເໜ່ອັນລົ້ນເຫຼືອທີ່ລໍຖ້າໃຫ້ທຸກຄົນໄດ້ເຂົ້າໄປຄົ້ນຫາ.

ມື້ນີ້ ເຮົາຈະພາທຸກຄົນໄປຮູ້ຈັກກັບຕົວຕົນທີ່ແທ້ຈິງຂອງໜຸ່ມລຸກສ໌ອານິເມະຄົນນີ້ ທີ່ບໍ່ໄດ້ມີດີແຄ່ຮູບຮ່າງໜ້າຕາ ແຕ່ຍັງພົກພາຄວາມຝັນ ແລະ ຄວາມຕັ້ງໃຈມາເຕັມກະເປົາ.

ເມື່ອເບິ່ງຈາກພາຍນອກ ຫຼາຍຄົນອາດຈະຄິດວ່າ ໂອບີ່ ເປັນໜຸ່ມມາສດ໌ຂຶມ, ເຢັນຊາ ສະຕາຍລ໌ໂອປປ້າເກົາຫຼີ ຫຼື ພຣະເອກຍີ່ປຸ່ນ. ແຕ່ໃຜຈະຮູ້ວ່າ ພາຍໃຕ້ລຸກສ໌ນັ້ນ ເຊື່ອງຊ່ອນເດັກໜຸ່ມທີ່ມັກຍິ້ມ, ມັກຫົວ ແລະ ມີມຸມຂີ້ຫຼິ້ນຢູ່ເຕັມໄປໝົດ.

“ເບິ່ງຄືອາດຈະເປັນຄົນງຽບໆ ແຕ່ກໍບໍ່ງຽບ, ຄືຊິເວົ້າຫຼາຍ ແຕ່ກໍເວົ້າໜ້ອຍ (ຫົວ). ຖ້າເວົ້າລວມໆ ນ້ອງກໍເປັນຄົນທີ່ໜ້າຮັກໃນລະດັບໜຶ່ງເລີຍແຫຼະ ແຕ່ອັນນີ້ຄິດເອງເດີ້!” ໂອບີ່ ເລົ່າພ້ອມກັບຮອຍຍິ້ມ. ເວລາຫວ່າງຂອງໜຸ່ມຄົນນີ້ ກໍໃຊ້ຊີວິດລຽບງ່າຍຄືກັບໄວລຸ້ນທົ່ວໄປ ມັກຫຼິ້ນເກມ ແລະ ເຮັດກິດຈະກຳມ່ວນໆ ກັບໝູ່ເພື່ອນ. ເຊິ່ງຖ້າຕອນນີ້ລາວບໍ່ໄດ້ຢືນຢູ່ເທິງເວທີ FACE of LAOS, ເຮົາກໍຄົງຈະເຫັນລາວໃນບົດບາດຂອງນັກສຶກສາອາສາສະໝັກ ທີ່ຄອຍແລ່ນວຽກໂຄງການຕ່າງໆ ພາຍໃນໂຮງຮຽນຢ່າງແນ່ນອນ.

ກ່ອນໜ້ານີ້ ໂອບີ່ ແທບຈະບໍ່ເຄີຍມີປະສົບການເບື້ອງໜ້າໃນວົງການບັນເທີງແບບຈິງຈັງເລີຍ. ຜົນງານສ່ວນໃຫຍ່ແມ່ນວຽກເບື້ອງຫຼັງ ເຊັ່ນ: ຊ່ວຍໝູ່ຖ່າຍຄລິບຣີວິວ ຫຼື ຊ່ວຍຄິດຄອນເຊັບຕ່າງໆ. ແຕ່ຈຸດປ່ຽນທີ່ເຮັດໃຫ້ລາວຄົ້ນພົບຄວາມມັກຂອງຕົນເອງ ແມ່ນຕອນທີ່ໄດ້ມີໂອກາດຮ່ວມຍ່າງແບບໃນ “ຊຸດຊົນເຜົ່າ” ຂອງໂຮງຮຽນ.

ມັນເຮັດໃຫ້ນ້ອງຄິດໄດ້ວ່າ ບາງທີເຮົາກໍຕ້ອງລອງເຮັດສິ່ງໃໝ່ໆ ເພື່ອຄົ້ນຫາຕົວຕົນ ຫຼື ສັກກະຍະພາບຂອງຕົນເອງ. FACE of LAOS ຈຶ່ງເປັນເວທີທຳອິດທີ່ນ້ອງໄດ້ມີໂອກາດກ້າວເຂົ້າມາເຮັດວຽກໃນວົງການນີ້ຢ່າງຈິງຈັງ

ເມື່ອຖາມເຖິງຄວາມສາມາດທີ່ໂດດເດັ່ນ ໂອບີ່ ຍອມຮັບຢ່າງກົງໄປກົງມາວ່າ ທັກສະການຍ່າງແບບ (Runway) ຂອງຕົນເອງອາດຈະຍັງບໍ່ແຂງແຮງ ຫຼື ມືອາຊີບເທົ່າທີ່ຄວນ ແຕ່ຖ້າເປັນເລື່ອງການໂພສທ່າໜ້າກ້ອງແລ້ວ ລາວບໍ່ຍອມແພ້ໃຜເດັດຂາດ!

ຖ້າເວົ້າເລື່ອງການເປັນ Model ຫຼື ການຖ່າຍແບບ ນ້ອງໝັ້ນໃຈເລີຍວ່າຕົນເອງເຮັດໄດ້ດີແນ່ນອນ. ເຖິງການຍ່າງອາດຈະຍັງບໍ່ເກັ່ງເທື່ອ ແຕ່ຖ້າເປັນ Photoshoot ນ້ອງຂໍບອກເລີຍວ່າ ນ້ອງທີ 1!

ນອກຈາກນີ້, ຈຸດເດັ່ນທີ່ເຮັດໃຫ້ລາວແຕກຕ່າງຈາກຜູ້ເຂົ້າແຂ່ງຂັນຄົນອື່ນໆ ກໍຄື Look ແລະ Body. ຄຳນິຍາມທີ່ເອື້ອຍໆ ໃນກອງປະກວດມັກຈະແຊວລາວສະເໝີກໍຄື “ໂອບີ່ຄື Anime ເນາະ” ເຊິ່ງມັນໄດ້ກາຍເປັນເອກະລັກສະເພາະຕົວ ທີ່ເຮັດໃຫ້ໃຜເຫັນກໍຕ້ອງຮ້ອງວ້າວ ແລະ ຈົດຈຳໜຸ່ມລວງສູງ 190++ ຊມ. ຄົນນີ້ໄດ້ທັນທີ.

ທຸກໆ ຄວາມຝັນຍ່ອມມີແຮງຜັກດັນ. ສຳລັບໂອບີ່ແລ້ວ ແຮນນ່າ 4EVE (Hannah 4EVE) ຄືສິນລະປິນທີ່ຈູດປະກາຍໄຟໃນຕົວລາວ. “ນ້ອງຕິດຕາມເອື້ອຍແຮນນ່າມາດົນ ໄດ້ເຫັນວ່າລາວຕ້ອງເຮັດວຽກໜັກ ແລະ ພະຍາຍາມຫຼາຍສໍ່າໃດ ກວ່າຈະໄປເດບິວຕ໌ ແລະ ປະສົບຄວາມສຳເລັດຢູ່ປະເທດໄທໄດ້. ເລື່ອງລາວຂອງເອື້ອຍເຂົາເປັນແຮງບັນດານໃຈທີ່ເຮັດໃຫ້ນ້ອງຮູ້ສຶກວ່າ ຕ້ອງລົງມືເຮັດເພື່ອຄວາມຝັນຂອງຕົນເອງຈັກຄັ້ງໃນຊີວິດ.”

ຄວາມຝັນສູງສຸດຂອງໜຸ່ມຄົນນີ້ ບໍ່ພຽງແຕ່ເປັນການມີຊື່ສຽງໃນຖານະນາຍແບບ, ນັກສະແດງ ຫຼື ໄອດໍ້ທີ່ໄດ້ຮ່ວມວຽກກັບແບຣນໃຫຍ່ໆ ເທົ່ານັ້ນ, ແຕ່ລາວຢາກໃຫ້ຄົນທົ່ວປະເທດຈົດຈຳລາວໃນຖານະ “ຕົວແທນປະເທດລາວ”. ເພາະສຳລັບໂອບີ່ແລ້ວ, ກຳລັງໃຈຈາກຄົນປະເທດດຽວກັນ ຄືພະລັງງານທີ່ອົບອຸ່ນ ແລະ ຍິ່ງໃຫຍ່ທີ່ສຸດ.

ອ່ານຕື່ມ:  ພາຮູ້ຈັກ ແປ້ງ ພຽງຝັນ ພົມມະຈັນ ກັບຄວາມຝັນທີ່ຢາກພິສູດຕົວເອງໃນ FACE of LAOS 2026

ການຜ່ານເຂົ້າຮອບມາໃນ FACE of LAOS ຖືເປັນເລື່ອງເຊີໄພຣສ໌ສຳລັບໂອບີ່ຫຼາຍ. ລາວເລົ່າເຖິງມື້ອໍດິຊັນວ່າ ເຫັນຜູ້ເຂົ້າແຂ່ງຂັນຄົນອື່ນກຽມຕົວມາຢ່າງໜັກ, ຍ່າງເກັ່ງ, ຕອບຄຳຖາມດີ ຈົນໂຕເອງແອບທໍ້ ເພາະເວົ້າກໍບໍ່ເກັ່ງ ຍ່າງກໍຍັງບໍ່ລ່ຽນໄຫຼ. ແຕ່ທ້າຍທີ່ສຸດ, ຄວາມເປັນທຳມະຊາດ ແລະ ສັກກະຍະພາບທີ່ເຊື່ອງຢູ່ ກໍເຮັດໃຫ້ກຳມະການມອບໂອກາດນີ້ໃຫ້ກັບລາວ.

ລາຍການນີ້ບໍ່ໄດ້ພຽງແຕ່ຄັດເລືອກຄົນໄປເກົາຫຼີ ແຕ່ໃຫ້ໂອກາດໄວໜຸ່ມລາວໄດ້ມາຮຽນຮູ້ວ່າ ກວ່າຈະເປັນນາຍແບບນາງແບບ ຕ້ອງມີສະກິວຫຍັງແດ່ ແລະ ຕ້ອງພັດທະນາແນວໃດ. ມັນເຮັດໃຫ້ນ້ອງໄດ້ຄົ້ນພົບຄາແຣັກເຕີຂອງຕົນເອງຊັດເຈນຂຶ້ນ ແລະ ຮູ້ວ່າຈະຕ້ອງເຮັດແນວໃດເພື່ອໃຫ້ຄວາມຝັນນັ້ນເປັນຈິງ.

ຢາກຂອບໃຈທຸກຄົນທີ່ເຊຍໂອບີ່. ຢາກບອກວ່າ ໂອບີ່ ຫຼື FOL20 ຈະເຮັດໃຫ້ເຕັມທີ່ທີ່ສຸດ, ຈະບໍ່ເຮັດໃຫ້ທຸກຄົນຜິດຫວັງແນ່ນອນ… ສັນຍາເກາະກ້ອຍເລີຍ! ນ້ອງມາບ່ອນນີ້ບໍ່ແມ່ນເພື່ອແຄ່ແຂ່ງຂັນ ແຕ່ມາເພື່ອພິສູດຄວາມຝັນ ແລະ ຄວາມພະຍາຍາມ. ຢາກໃຫ້ທຸກຄົນຖ້າຕິດຕາມພັດທະນາການຂອງນ້ອງໃນທຸກໆ EP ຝາກເປັນກຳລັງໃຈໃຫ້ແນ່ເດີ້

ໃຜທີ່ມັກໜຸ່ມລຸກສ໌ອາຊີ ທີ່ມີທັງຄວາມໜ້າຮັກຂີ້ຫຼິ້ນ ແລະ ຄວາມມຸ່ງໝັ້ນເຕັມຮ້ອຍ ຢ່າລືມຈັບຕາມອງ ໂອບີ່ FOL20 ເອົາໄວ້ໃຫ້ດີ. ບອກເລີຍວ່າ ໜຸ່ມຄົນນີ້ມີເຄື່ອງພ້ອມປ່ອຍອີກຫຼາຍ ແລະ ເຂົາຈະກາຍເປັນອີກໜຶ່ງຜົນຜະລິດຄຸນນະພາບຂອງວົງການບັນເທີງລາວຢ່າງແນ່ນອນ!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.