ເມື່ອເວົ້າເຖິງຜູ້ຊາຍທີ່ດູແລຕົນເອງໄດ້ຢ່າງສົມບູນແບບ ຫຼາຍຄົນອາດຈະນຶກເຖິງຄົນທີ່ມີເວລາວ່າງຫຼາຍ ຫຼື ເຮັດວຽກໃນວົງການບັນເທີງເຕັມຕົວ. ແຕ່ສຳລັບ “ກະໂຕ້ງ – ພັນປະສິ ພິລາວັນ” ຊາຍໜຸ່ມໄວ 31 ປີ ຕົວແທນຈາກ ນະຄອນຫຼວງວຽງຈັນ ຄົນນີ້ ລາວໄດ້ພິສູດໃຫ້ເຫັນວ່າ ເຖິງຈະເປັນໜຸ່ມອອຟຟິດທີ່ເຮັດວຽກປະຈຳ ແຕ່ກໍສາມາດແບ່ງເວລາເພື່ອພັດທະນາຕົນເອງ, ໄລ່ຕາມຄວາມຝັນ ແລະ ກ້າວຂຶ້ນມາຢືນຢູ່ເທິງເວທີ Mister Universe...
ຫຼາຍຄັ້ງທີ່ເຮົາມັກຈະຕັດສິນຄົນຈາກພາຍນອກ ໂດຍສະເພາະກັບຊາຍໜຸ່ມທີ່ມາພ້ອມກັບຮູບຮ່າງສູງໃຫຍ່ ແລະ ກ້າມແໜ້ນໆ. ແຕ່ສຳລັບ “ມາກ – ພັນນໍລິນ ພິຈິດ” ໜຸ່ມນະຄອນຫຼວງວຽງຈັນ ໄວ 29 ປີ ຜູ້ທີ່ປີນີ້ມາຮັບໜ້າທີ່ເປັນຕົວແທນໃຫ້ກັບເມືອງຕົ້ນເຜິ້ງ ໃນເວທີ Mister Universe Laos, ລາວພັດເປັນຊາຍໜຸ່ມທີ່ເຕັມໄປດ້ວຍມຸມອ່ອນໂຍນ, ສະບາຍໆ, ໃຈດີ ແລະ ມີຄວາມຮັກໃນສິລະປະການເຮັດອາຫານຢ່າງເລິກເຊິ່ງ....
ໃຜວ່າຄວາມດຶງດູດຂອງຜູ້ຊາຍ ວັດແທກກັນທີ່ຮູບຮ່າງໜ້າຕາພຽງຢ່າງດຽວ? ສຳລັບ “ດິດ – ຄຳປະດິດ ລາຕີປະເສີດ” ຊາຍໜຸ່ມໄວ 20 ປີ ຈາກແຂວງຈຳປາສັກ ຜູ້ທີ່ປີນີ້ໄດ້ຮັບກຽດເປັນຕົວແທນໃຫ້ກັບ “ແຂວງເຊກອງ” ໃນເວທີ Mister Universe Laos, ລາວເຊື່ອໝັ້ນວ່າ ຄວາມງາມທີ່ແທ້ຈິງ ຄືການມີທັດສະນະຄະຕິທີ່ດີ, ຄວາມຖ່ອມຕົນ ແລະ ຄວາມບໍ່ຢຸດນິ້ງທີ່ຈະພັດທະນາຕົນເອງ....
“ວັງວຽງ ເມືອງແຫ່ງສາຍນໍ້າໄຫລ ປ່າໄມ້ສີຂຽວ ທ່ອງທ່ຽວປອດໄພ ນໍ້າໃຈຊາວເມືອງປະເສີດ” ຖ້ອຍຄຳແນະນຳຕົວທີ່ເຕັມໄປດ້ວຍຄວາມພາກພູມໃຈນີ້ ດັງອອກມາຈາກປາກຂອງ ໝູແຮ໋ມ – ເກດແກ້ວ ແສງສະຫວ່າງວົງ ຊາຍໜຸ່ມໄວ 24 ປີ ເຈົ້າຂອງລວງສູງ 178 ຊັງຕີແມັດ ຜູ້ຮັບບົດບາດເປັນຕົວແທນເມືອງວັງວຽງໃນເວທີ Mister Universe Laos 2026. ຫຼາຍຄົນອາດຈະເຫັນພາບຊາຍໜຸ່ມຮູບງາມ,...
ຖ້າເວົ້າເຖິງຊາຍໜຸ່ມທີ່ມາພ້ອມກັບຮອຍຍິ້ມທີ່ເປັນເອກະລັກ ແລະ ຄວາມໝັ້ນໃຈທີ່ເຕັມປ່ຽມ ເຊື່ອວ່າຫຼາຍຄົນທີ່ຕິດຕາມວົງການປະກວດອາດຈະຄຸ້ນໜ້າຄຸ້ນຕາລາວຄົນນີ້ເປັນຢ່າງດີ. ທາເຄຊິ – ພັດທະພົງ ຫລວງໂຄດ ຊາຍໜຸ່ມໄວ 20 ປີ ຈາກນະຄອນຫຼວງວຽງຈັນ ທີ່ປີນີ້ຂໍກ້າວຂຶ້ນມາຮັບບົດບາດໃໝ່ອັນຍິ່ງໃຫຍ່ ໃນການເປັນຕົວແທນໃຫ້ກັບ ແຂວງໄຊສົມບູນ ເພື່ອພິສູດຕົວເອງອີກຄັ້ງເທິງເວທີລະດັບປະເທດ. ຈາກອະດີດຜູ້ເຂົ້າຮອບ Top 10 Mister Teen Laos 2025...
ເມື່ອເວົ້າເຖິງການປະກວດໃນເວທີລະດັບປະເທດ ຫຼາຍຄົນອາດຈະຄິດເຖິງປະສົບການທີ່ໜັກແໜ້ນ ຫຼື ຄວາມໝັ້ນໃຈທີ່ເຕັມຮ້ອຍ. ແຕ່ສຳລັບ ອາເລັກ – ອາດີສັກ ແສງສະຫວັດ ໜຸ່ມນ້ອຍໄວພຽງ 18 ປີ ຈາກນະຄອນຫຼວງວຽງຈັນ ຜູ້ທີ່ໄດ້ຮັບໂອກາດເປັນຕົວແທນໃຫ້ກັບ ເມືອງທ່າແຂກ ໃນເວທີ Mister Universe Laos ປີນີ້, ເສັ້ນທາງຂອງລາວເລີ່ມຕົ້ນຈາກສິ່ງທີ່ລຽບງ່າຍທີ່ສຸດ ນັ້ນກໍຄືຄວາມກ້າທີ່ຈະລອງເຮັດໃນສິ່ງທີ່ບໍ່ເຄີຍເຮັດ. ມື້ນີ້,...
ເມື່ອເວົ້າເຖິງຜູ້ເຂົ້າປະກວດໃນເວທີລະດັບປະເທດ ຫຼາຍຄົນອາດຈະຕິດພາບຊາຍໜຸ່ມທີ່ເຕັມໄປດ້ວຍຄວາມໝັ້ນໃຈມາແຕ່ເກີດ. ແຕ່ສຳລັບ ນາໂນ – ໂນະ ສີບຸນເລື່ອງ ຊາຍໜຸ່ມໄວ 22 ປີ ຕົວແທນຈາກແຂວງບໍລິຄຳໄຊຄົນນີ້ ເສັ້ນທາງຂອງລາວເລີ່ມຕົ້ນຈາກການເປັນພຽງເດັກນ້ອຍບ້ານນອກທີ່ຂີ້ອາຍ, ເຄີຍຫຼົງທາງ ແລະ ຖືກກົດດັນຈາກຄວາມຄາດຫວັງ. ມື້ນີ້ ມ່ວນຈະພາທຸກຄົນມາຮູ້ຈັກກັບຕົວຕົນ, ຄວາມຝັນ ແລະ ແຮງບັນດານໃຈ ທີ່ເຮັດໃຫ້ໜຸ່ມ Introvert ຜູ້ຮັກການອ່ານຄົນນີ້...
ຫຼາຍຄັ້ງທີ່ຈຸດເລີ່ມຕົ້ນຂອງ “ຄວາມຍິ່ງໃຫຍ່” ບໍ່ໄດ້ເລີ່ມຈາກຄວາມພ້ອມແບບຮ້ອຍເປີເຊັນ ແຕ່ມັນເກີດຈາກ “ຄວາມກ້າ” ທີ່ຈະຍ່າງອອກຈາກກອບເດີມໆ. ເຊັ່ນດຽວກັບເລື່ອງລາວຂອງເດັກໜຸ່ມໄວ 19 ປີ ທີ່ຫອບເອົາຄວາມຝັນເດີນທາງໄກຈາກນະຄອນປາກເຊ ແຂວງຈຳປາສັກ. ໄລຍະທາງອາດຈະເຮັດໃຫ້ລາວຮູ້ສຶກຫ່າງໄກຈາກບ້ານ ແຕ່ມັນຊ້ຳພັດຫຍັບເຂົ້າໃກ້ໂອກາດທີ່ລາວຈະບໍ່ມີວັນຍອມປ່ອຍໃຫ້ຜ່ານໄປ. ເມື່ອວິນາທີທີ່ຊື່ຂອງລາວຖືກປະກາດອອກມາ ມັນບໍ່ແມ່ນພຽງແຕ່ຄວາມດີໃຈ ແຕ່ມັນຄືເຄື່ອງຢືນຢັນວ່າ ລາວສາມາດເຮັດຕາມຄວາມຝັນໄດ້ສຳເລັດໄປອີກໜຶ່ງກ້າວແລ້ວ. ມື້ນີ້ ມ່ວນຈະພາໄປເຈາະເລິກ ແລະ ທຳຄວາມຮູ້ຈັກກັບໂລກຂອງ ເຈມມີ່-ໄຊສົມພອນ ເພັດແພງລາສີ...
“ຊີວິດຂອງເຮົາມັນສາມາດດີຂຶ້ນໄດ້ອີກເລື້ອຍໆ” ປະໂຫຍກສັ້ນໆ ແຕ່ເຕັມໄປດ້ວຍພະລັງນີ້ ສະທ້ອນໃຫ້ເຫັນເຖິງແນວຄິດທີ່ບໍ່ເຄີຍຢຸດພັດທະນາຂອງຊາຍໜຸ່ມຄົນໜຶ່ງ. ພາຍໃຕ້ພາບລັກທີ່ເບິ່ງທັນສະໄໝ ແລະ ຮອຍຍິ້ມທີ່ເຂົ້າຫາງ່າຍ ລາວໄດ້ເຊື່ອງຄວາມມຸ່ງໝັ້ນ, ລະບຽບວິໄນ ແລະ ຄວາມອົດທົນທີ່ປັ້ນແຕ່ງໃຫ້ລາວກາຍເປັນຄົນທີ່ມີ “ຄວາມແຕກຕ່າງທີ່ມີສະເໜ່” ຢ່າງລົງຕົວ. ແມ່ນຄົນທີ່ເວົ້າເຖິງກໍຄື ອາໂກຍ ຫຼື ວັນນະກອນ ສຸດທະວິໄລ ຊາຍໜຸ່ມໄວ 28 ປີ ຕົວແທນຈາກເມືອງປາກເຊ ແຂວງຈຳປາສັກ....
ພວກເຮົາໃຊ້ຄຸກກີ້ເພື່ອປັບປຸງປະສົບການ ແລະ ນຳສະເໜີເນື້ອຫາທີ່ຖືກໃຈທ່ານ.