ຈາກ Top 10 Mister Teen ສູ່ຕົວແທນໄຊສົມບູນ ທາເຄຊິ ພັດທະພົງ ກັບເສັ້ນທາງທີ່ທ້າທາຍກວ່າເກົ່າ

ຖ້າເວົ້າເຖິງຊາຍໜຸ່ມທີ່ມາພ້ອມກັບຮອຍຍິ້ມທີ່ເປັນເອກະລັກ ແລະ ຄວາມໝັ້ນໃຈທີ່ເຕັມປ່ຽມ ເຊື່ອວ່າຫຼາຍຄົນທີ່ຕິດຕາມວົງການປະກວດອາດຈະຄຸ້ນໜ້າຄຸ້ນຕາລາວຄົນນີ້ເປັນຢ່າງດີ. ທາເຄຊິ – ພັດທະພົງ ຫລວງໂຄດ ຊາຍໜຸ່ມໄວ 20 ປີ ຈາກນະຄອນຫຼວງວຽງຈັນ ທີ່ປີນີ້ຂໍກ້າວຂຶ້ນມາຮັບບົດບາດໃໝ່ອັນຍິ່ງໃຫຍ່ ໃນການເປັນຕົວແທນໃຫ້ກັບ ແຂວງໄຊສົມບູນ ເພື່ອພິສູດຕົວເອງອີກຄັ້ງເທິງເວທີລະດັບປະເທດ.
ຈາກອະດີດຜູ້ເຂົ້າຮອບ Top 10 Mister Teen Laos 2025 ສູ່ບາຣິສຕ້າ (Barista) ຜູ້ຫຼົງໄຫຼໃນກິ່ນຫອມຂອງກາເຟ ແລະ ນາຍແບບໜ້າໃໝ່ທີ່ກຳລັງເປັນທີ່ຈັບຕາມອງ. ມື້ນີ້ ມ່ວນຈະພາໄປເຈາະເລິກເຖິງເສັ້ນທາງ, ແນວຄິດ ແລະ ບົດຮຽນຈາກຄວາມຜິດຫວັງ ທີ່ຫຼໍ່ຫຼອມໃຫ້ລາວກາຍເປັນຊາຍໜຸ່ມທີ່ເຂັ້ມແຂງໃນມື້ນີ້.

ປັດຈຸບັນ ທາເຄຊິ ກຳລັງສຶກສາຢູ່ທີ່ ວິທະຍາໄລລາວ-ເຢຍລະມັນ. ນອກເໜືອຈາກການຮຽນແລ້ວ ໄລຟ໌ສະຕາຍຂອງລາວແມ່ນເຕັມໄປດ້ວຍພະລັງງານບວກ. ລາວມັກການຫຼິ້ນກິລາ, ອອກກຳລັງກາຍ ແລະ ຍັງມີອີກໜຶ່ງບົດບາດທີ່ລາວຮັກນັ້ນກໍຄືການເປັນ “ບາຣິສຕ້າ” ທີ່ຕັ້ງໃຈລົງມືຊົງກາເຟທຸກຈອກດ້ວຍຄວາມຫຼົງໄຫຼ.
ຈຸດເດັ່ນທີ່ເຮັດໃຫ້ຫຼາຍຄົນຕົກຫຼຸມຮັກຊາຍໜຸ່ມຄົນນີ້ ບໍ່ແມ່ນພຽງແຕ່ຮູບຮ່າງໜ້າຕາ ແຕ່ແມ່ນ “ຮອຍຍິ້ມ” ທີ່ເປັນເອກະລັກ ແລະ ຄວາມໝັ້ນໃຈທີ່ສະທ້ອນອອກມາຈາກພາຍໃນ. ຫຼັງຈາກທີ່ລາວໄດ້ເຂົ້າຮ່ວມປະກວດ Mister Teen Laos 2025 ແລະ ສາມາດທະລຸເຂົ້າເຖິງຮອບ Top 10, ເວທີນັ້ນໄດ້ເປີດໂລກໃບໃໝ່ໃຫ້ກັບລາວຢ່າງແທ້ຈິງ. ມັນບໍ່ພຽງແຕ່ເຮັດໃຫ້ຄົນຮູ້ຈັກລາວຫຼາຍຂຶ້ນ ແຕ່ຍັງເປັນໃບເບີກທາງໃຫ້ລາວໄດ້ກ້າວເຂົ້າມາເຮັດວຽກໃນຖານະ “ນາຍແບບ” ທັງງານຍ່າງແບບ ແລະ ຖ່າຍແບບ ເຊິ່ງລ້ວນແລ້ວແຕ່ເປັນສິ່ງທີ່ລາວຮັກ.

ເຖິງແມ່ນວ່າຈະປະສົບຄວາມສຳເລັດໃນລະດັບໜຶ່ງ ແຕ່ສຳລັບ ທາເຄຊິ ແລ້ວ ການປະກວດຄັ້ງທີ່ຜ່ານມາຍັງໄປບໍ່ເຖິງເປົ້າໝາຍສູງສຸດທີ່ລາວວາງໄວ້. ຄວາມຮູ້ສຶກນັ້ນເຄີຍເຮັດໃຫ້ລາວເກືອບຖອດໃຈ ແລະ ສິ່ງທີ່ທ້າທາຍທີ່ສຸດສຳລັບລາວໃນຕອນນັ້ນ ບໍ່ແມ່ນຄູ່ແຂ່ງຄົນໃດ ແຕ່ແມ່ນ “ໃຈຂອງຕົນເອງ” ທີ່ບໍ່ກ້າຈະເລີ່ມຕົ້ນ ຫຼື ລົງມືເຮັດອີກຄັ້ງ.
ແຕ່ດ້ວຍກຳລັງໃຈທີ່ສຳຄັນຈາກຄອບຄົວ, ອ້າຍເອື້ອຍນ້ອງ ແລະ ຄົນອ້ອມຂ້າງ ໄດ້ຊ່ວຍຈູດປະກາຍໄຟໃນຕົວລາວໃຫ້ກັບມາລຸກໂຊນອີກຄັ້ງ. ທາເຄຊິ ຕັດສິນໃຈກ້າວຂ້າມຄວາມຢ້ານໃນໃຈ ແລະ ກັບມາຢືນຢູ່ເທິງເວທີນີ້ ເພື່ອພິສູດວ່າລາວພ້ອມແລ້ວສຳລັບການເຕີບໂຕ.
ຕອນທີ່ຮູ້ວ່າຜ່ານເຂົ້າຮອບມາໄດ້ ມັນເປັນຄວາມຮູ້ສຶກທີ່ໂລ່ງໃຈທີ່ເຮົາຜ່ານກ້າວທຳອິດມາໄດ້ ແຕ່ພ້ອມດຽວກັນມັນກໍເປັນຄວາມກົດດັນສຳລັບຮອບຕໍ່ໆໄປ. ການມາປະກວດຄັ້ງນີ້ ມັນມີຄວາມໝາຍກັບຂ້ອຍຫຼາຍ ເພາະມັນຄືການໄດ້ມິດຕະພາບໃໝ່ໆ ແລະ ໄດ້ເກັບກ່ຽວປະສົບການເພື່ອພັດທະນາຕົນເອງໃນອະນາຄົດ.

ໃນມຸມມອງຂອງ ທາເຄຊິ, ການເປັນຕົວແທນຂອງຊາວໜຸ່ມລາວ ບໍ່ແມ່ນການຍົກຕົນເອງວ່າດີເລີດກວ່າໃຜ ແຕ່ມັນຄື “ການລົງມືເຮັດໃຫ້ເຫັນ”.
ຂ້ອຍຢາກເປັນຕົວແທນຂອງຄົນລຸ້ນໃໝ່ທີ່ກ້າຄິດ, ກ້າເຮັດ ແລະ ຮູ້ຈັກຮັບຜິດຊອບ. ຂ້ອຍຈະໃຊ້ຄວາມຮູ້ຄວາມສາມາດ ເພື່ອສ້າງແຮງບັນດານໃຈໃຫ້ຊາວໜຸ່ມກ້າພັດທະນາຕົນເອງ ພ້ອມທັງອະນຸລັກວັດທະນະທຳລາວ ແລະ ທີ່ສຳຄັນ ຄືການຊ່ວຍໃຫ້ຊາຍໜຸ່ມລາວ ກ້າທີ່ຈະຍ່າງອອກຈາກກອບທີ່ເຄີຍຂັງຕົນເອງໄວ້.
ສ່ວນນິຍາມຄຳວ່າ “ສຸພາບບຸລຸດ” ສຳລັບຊາຍໜຸ່ມຄົນນີ້ ລາວມອງຂ້າມເລື່ອງຂອງຮູບລັກສະນະພາຍນອກ ຫຼື ຖານະທາງສັງຄົມ ແຕ່ເນັ້ນໜັກໄປທີ່ແນວຄິດ ແລະ ການກະທຳ. ສຳລັບລາວ ສຸພາບບຸລຸດໃນຍຸກນີ້ ຄືຜູ້ທີ່ຮູ້ຈັກເຄົາລົບຄົນອື່ນ, ຮັບຜິດຊອບຕໍ່ຄຳເວົ້າ, ກ້າຍອມຮັບຄວາມຜິດພາດ ແລະ ພ້ອມທີ່ຈະຮຽນຮູ້ຢູ່ສະເໝີ. ເພາະຄວາມເປັນສຸພາບບຸລຸດທີ່ແທ້ຈິງ “ບໍ່ແມ່ນການເອົາຊະນະຄົນອື່ນ ແຕ່ແມ່ນການເອົາຊະນະໃຈຕົນເອງ.”
ກ່ອນຈາກກັນ, ທາເຄຊິ ໄດ້ຝາກຂໍ້ຄິດທີ່ຊົງພະລັງເຖິງເຍົາວະຊົນ ແລະ ທຸກຄົນທີ່ກຳລັງໄລ່ຕາມຄວາມຝັນຂອງຕົນເອງ ຈາກປະສົບການຈິງທີ່ລາວເຄີຍຜ່ານມາວ່າ:ຢ່າຢ້ານຄວາມລົ້ມເຫຼວ ເພາະມັນບໍ່ແມ່ນຈຸດຈົບ ແຕ່ເປັນບົດຮຽນທີ່ສອນໃຫ້ເຮົາເຕີບໃຫຍ່. ຖ້າມີຄວາມຝັນ ຈົ່ງກ້າລົງມືເຮັດ, ອົດທົນຕໍ່ອຸປະສັກ ແລະ ຢ່າຢຸດເຊື່ອໃນຄຸນຄ່າຂອງຕົນເອງ. ບາງຄັ້ງຄວາມສຳເລັດອາດຈະມາຊ້າ ແຕ່ມັນບໍ່ເຄີຍຊ້າເກີນໄປສຳລັບຄົນທີ່ບໍ່ຍອມແພ້.
ຈົ່ງເປັນແສງສະຫວ່າງໃຫ້ຕົນເອງ ແລະ ເປັນແຮງບັນດານໃຈໃຫ້ສັງຄົມ ເພາະອະນາຄົດ ຖືກສ້າງຂຶ້ນຈາກຄົນທີ່ກ້າຝັນ ແລະ ກ້າລົງມືເຮັດ!
ມາຮ່ວມສົ່ງກຳລັງໃຈໃຫ້ກັບ ທາເຄຊິ – ພັດທະພົງ ຫລວງໂຄດ ຕົວແທນແຂວງໄຊສົມບູນ ໃຫ້ກ້າວໄປສູ່ຈຸດສູງສຸດຂອງຄວາມຝັນໃນເວທີການປະກວດຄັ້ງນີ້ໄປພ້ອມໆກັນ. ເຊື່ອແນ່ວ່າ ຊາຍໜຸ່ມຜູ້ບໍ່ເຄີຍຍອມແພ້ຄົນນີ້ ຈະມີສິ່ງທີ່ໜ້າຕື່ນເຕັ້ນມາເຊີໄພຣສ໌ແຟນໆຢ່າງແນ່ນອນ!


