ເປີດໂປຣໄຟລ໌ ອາເລັກ ອາດີສັກ ຕົວແທນເມືອງທ່າແຂກ Mister Universe Laos

Key Takeaways:
- ອາເລັກ - ອາດີສັກ ແສງສະຫວັດ, ຜູ້ເຂົ້າປະກວດ Mister Universe Laos ອາຍຸ 18 ປີ, ໄດ້ຮັບແຮງບັນດານໃຈຈາກການກ້າລອງສິ່ງໃໝ່ໆ.
- ລາວມັກກິລາບาสເກັດບອນ, ຮ້ອງເພງ, ແລະ ຊອກຫາຄວາມຮູ້ໃໝ່ໆຈາກອິນເຕີເນັດ, ໂດຍມີ ເຟີຍ ພັດທະຣະ ເປັນແບບຢ່າງ.
- ຄວາມສຳເລັດທີ່ລາວພູມໃຈທີ່ສຸດຄືການເປັນແບບຢ່າງໃຫ້ລຸ້ນນ້ອງຜ່ານຄລິບອອກກຳລັງກາຍ, ເຊິ່ງຊ່ວຍສ້າງແຮງບັນດານໃຈໃຫ້ເຂົາເຈົ້າຫັນມາໃສ່ໃຈສຸຂະພາບ.
- ການເຂົ້າຮ່ວມ Mister Universe Laos ເປັນການເອົາຊະນະຄວາມຢ້ານ ແລະ ຄວາມອາຍ, ເຊິ່ງເຮັດໃຫ້ລາວມີຄວາມພູມໃຈໃນຕົນເອງ.
- ອາເລັກວາງແຜນທີ່ຈະນຳໃຊ້ຄວາມຮັກໃນການອອກກຳລັງກາຍ ແລະ ການທ່ອງທ່ຽວມາສ້າງວຽກງານເພື່ອແບ່ງປັນຄວາມຮູ້ ແລະ ແຮງບັນດານໃຈໃຫ້ສັງຄົມ.
ເມື່ອເວົ້າເຖິງການປະກວດໃນເວທີລະດັບປະເທດ ຫຼາຍຄົນອາດຈະຄິດເຖິງປະສົບການທີ່ໜັກແໜ້ນ ຫຼື ຄວາມໝັ້ນໃຈທີ່ເຕັມຮ້ອຍ. ແຕ່ສຳລັບ ອາເລັກ – ອາດີສັກ ແສງສະຫວັດ ໜຸ່ມນ້ອຍໄວພຽງ 18 ປີ ຈາກນະຄອນຫຼວງວຽງຈັນ ຜູ້ທີ່ໄດ້ຮັບໂອກາດເປັນຕົວແທນໃຫ້ກັບ ເມືອງທ່າແຂກ ໃນເວທີ Mister Universe Laos ປີນີ້, ເສັ້ນທາງຂອງລາວເລີ່ມຕົ້ນຈາກສິ່ງທີ່ລຽບງ່າຍທີ່ສຸດ ນັ້ນກໍຄືຄວາມກ້າທີ່ຈະລອງເຮັດໃນສິ່ງທີ່ບໍ່ເຄີຍເຮັດ.
ມື້ນີ້, ມ່ວນຈະພາທຸກຄົນມາທຳຄວາມຮູ້ຈັກກັບໜຸ່ມນ້ອຍມາດນັກກິລາ ຈາກໂຮງຮຽນ Magic Palms ຄົນນີ້ ໃຫ້ຫຼາຍຂຶ້ນ. ມາເບິ່ງກັນວ່າ ພາຍໃຕ້ຮອຍຍິ້ມສະບາຍໆ ແລະ ບຸກຄະລິກທີ່ເບິ່ງຄືຊິວໆນັ້ນ ລາວເຊື່ອງແນວຄິດ ແລະ ຄວາມຝັນອັນໃດໄວ້ແດ່.

ຖ້າໃຫ້ອາເລັກນິຍາມຕົວເອງ ລາວບອກວ່າລາວເປັນຄົນສະບາຍໆ ບໍ່ຄິດນ້ອຍຄິດໃຫຍ່ ແຕ່ຖ້າໄດ້ລົງມືເຮັດ ຫຼື ມັກຫຍັງແລ້ວ ລາວຈະສາມາດເຮັດສິ່ງນັ້ນຊ້ຳໆໄດ້ແບບບໍ່ຮູ້ຈັກອິດເມື່ອຍເລີຍ. ໄລຟ໌ສະຕາຍສ່ວນຕົວຂອງລາວແມ່ນຜູກພັນກັບກິລາຢ່າງແຍກບໍ່ອອກ ໂດຍສະເພາະ ກິລາບາສເກັດບອນ ເຊິ່ງເປັນສິ່ງທີ່ລາວຫຼົງໄຫຼທີ່ສຸດ. ເວລາຫວ່າງ ລາວກໍມັກຈະຊອກຫາຄວາມຮູ້ໃໝ່ໆຈາກອິນເຕີເນັດສະເໝີ.
ແຕ່ສິ່ງທີ່ຫຼາຍຄົນອາດຈະຍັງບໍ່ເຄີຍຮູ້ມາກ່ອນ ແລະ ຖືເປັນງານອະດິເລກລັບໆຂອງໜຸ່ມນັກກິລາຄົນນີ້ ກໍຄື ການຮ້ອງເພງ. ເອີ້ນໄດ້ວ່າເປັນໜຸ່ມທີ່ມີຫຼາຍມິຕິ ແລະ ເຕັມໄປດ້ວຍສະເໜ່ທີ່ໜ້າຄົ້ນຫາແທ້ໆ.
ເມື່ອຖາມເຖິງບຸກຄົນທີ່ເປັນຕົ້ນແບບ ອາເລັກ ຍົກໃຫ້ ເຟີຍ ພັດທະຣະ ເປັນແຮງບັນດານໃຈຫຼັກ
ຂ້ອຍມັກທີ່ລາວອອກໄປທຣິບລຸຍໆ ແບບຜູ້ຊາຍແທ້ໆ ແລະ ທີ່ສຳຄັນຄືລາວມັກອອກກຳລັງກາຍ ແລະ ເບິ່ງແຍງຮ່າງກາຍຕົນເອງໄດ້ດີຫຼາຍ.

ເຖິງອາເລັກຈະຍັງບໍ່ເຄີຍຜ່ານເວທີການປະກວດ, ການຍ່າງແບບ ຫຼື ງານສະແດງໃດໆມາກ່ອນ ແຕ່ຜົນງານທີ່ລາວພູມໃຈທີ່ສຸດໃນຊີວິດ ກັບເປັນເລື່ອງລາວໜ້າຮັກໆ ທີ່ສະທ້ອນໃຫ້ເຫັນເຖິງຈິດໃຈທີ່ດີງາມຂອງລາວ.
ນັ້ນກໍຄື ການທີ່ລາວໄດ້ເປັນແບບຢ່າງໃຫ້ກັບລຸ້ນນ້ອງ. ອາເລັກມັກຈະລົງຄລິບອອກກຳລັງກາຍຂອງຕົນເອງຢູ່ເລື້ອຍໆ ເຊິ່ງຄລິບເຫຼົ່ານັ້ນໄດ້ກາຍເປັນແຮງບັນດານໃຈທີ່ເຮັດໃຫ້ລຸ້ນນ້ອງຫຼາຍຄົນ ຫັນມາໃສ່ໃຈສຸຂະພາບ ແລະ ເບິ່ງແຍງຕົນເອງຫຼາຍຂຶ້ນ. ສຳລັບໜຸ່ມໄວ 18 ປີ, ການໄດ້ເປັນພະລັງບວກໃຫ້ກັບຄົນອ້ອມຂ້າງ ຄືຄວາມສຳເລັດທີ່ຍິ່ງໃຫຍ່ທີ່ສຸດແລ້ວ.
ການຕັດສິນໃຈກ້າວຂຶ້ນເວທີ Mister Universe Laos ຄືການທ້າທາຍຄັ້ງໃຫຍ່ທີ່ສຸດໃນຊີວິດຂອງອາເລັກ. ມັນຄືການບັງຄັບຕົວເອງໃຫ້ອອກຈາກ Comfort Zone ເພື່ອເອົາຊະນະຄວາມເຂີນອາຍ ແລະ ຄວາມຢ້ານໃນໃຈ.
ຕອນທີ່ຮູ້ວ່າຕົນເອງຜ່ານເຂົ້າຮອບ ຂ້ອຍຮູ້ສຶກພູມໃຈໃນຕົວເອງຫຼາຍ ທີ່ສາມາດກ້າວຜ່ານຄວາມຢ້ານ ແລະ ຄວາມອາຍຂອງຕົວເອງມາໄດ້ອີກກ້າວໜຶ່ງ. ຖ້າຂ້ອຍທີ່ເປັນຄົນບໍ່ຄ່ອຍກ້າສະແດງອອກສາມາດເຮັດໄດ້ ຂ້ອຍກໍເຊື່ອວ່າຊາຍໜຸ່ມລາວຄົນອື່ນໆ ກໍສາມາດເຮັດໄດ້ຄືກັນ.

ໃນລະຫວ່າງການກຽມຕົວ, ເວທີນີ້ໄດ້ສອນໃຫ້ອາເລັກຮູ້ຈັກຈຸດອ່ອນຂອງຕົນເອງ ແລະ ຮຽນຮູ້ທີ່ຈະປັບປຸງມັນ. ຖ້າຫາກໄດ້ຮັບຕຳແໜ່ງ ລາວວາງແຜນທີ່ຈະນຳເອົາສິ່ງທີ່ຕົນເອງຮັກ ນັ້ນຄື ການອອກກຳລັງກາຍ ແລະ ການເດີນທາງທ່ອງທ່ຽວຜະຈົນໄພ ມາຕໍ່ຍອດເປັນວຽກງານ ເພື່ອແບ່ງປັນຄວາມຮູ້ ແລະ ສົ່ງຕໍ່ແຮງບັນດານໃຈໃຫ້ກັບສັງຄົມໃນວົງກວ້າງ.
ສຳລັບອາເລັກ, ຄວາມເປັນສຸພາບບຸລຸດໃນຍຸກປັດຈຸບັນ ບໍ່ໄດ້ວັດກັນທີ່ຄວາມແຂງແຮງພາຍນອກເທົ່ານັ້ນ ແຕ່ມັນຄືການເປັນຄົນທີ່ໃຫ້ກຽດ ແລະ ເຄົາລົບຜູ້ອື່ນຢ່າງສູງສຸດ, ບໍ່ແບ່ງແຍກ ແລະ ສາມາດເປັນແບບຢ່າງທີ່ດີໃຫ້ກັບສັງຄົມໄດ້.
ກ່ອນຈາກກັນ, ໜຸ່ມນ້ອຍຕົວແທນເມືອງທ່າແຂກຄົນນີ້ ຍັງໄດ້ຝາກຂໍ້ຄິດດີໆ ເຖິງເຍົາວະຊົນ ແລະ ຄົນທີ່ກຳລັງຕາມຫາຄວາມຝັນວ່າ:
ຢາກໃຫ້ທຸກຄົນ ບໍ່ວ່າຈະເປັນນັກຮຽນ ຫຼື ນັກສຶກສາ ລອງກ້າວອອກຈາກ Comfort Zone ຂອງຕົນເອງ. ອອກໄປຕາມຫາຕົວຕົນທີ່ແທ້ຈິງວ່າເຮົາມັກຫຍັງ, ແລ້ວລອງລົງມືເຮັດມັນໃຫ້ສຳເລັດ. ເຊື່ອແນ່ວ່າ ໃນມື້ໜຶ່ງ ເຮົາຈະກັບມາຂອບໃຈຕົວເອງທີ່ກ້າກ້າວອອກມາຈາກຈຸດທີ່ບໍ່ມີເປົ້າໝາຍ.
ເປົ້າໝາຍສູງສຸດຂອງອາເລັກໃນການປະກວດຄັ້ງນີ້ ບໍ່ແມ່ນພຽງແຕ່ການຄວ້າຕຳແໜ່ງ, ແຕ່ລາວຕັ້ງໃຈທີ່ຈະນຳເອົາສິ່ງທີ່ຕົນເອງຮັກ ນັ້ນກໍຄືການອອກກຳລັງກາຍ ແລະ ການທ່ອງທ່ຽວຜະຈົນໄພ ມາຕໍ່ຍອດເປັນຜົນງານ ເພື່ອແບ່ງປັນຄວາມຮູ້, ສ້າງພະລັງບວກ ແລະ ສົ່ງຕໍ່ແຮງບັນດານໃຈໃຫ້ກັບຊາວໜຸ່ມ ແລະ ສັງຄົມໃນວົງກວ້າງ.
ຮ່ວມສົ່ງກຳລັງໃຈໃຫ້ອາເລັກກັບເສັ້ນທາງການເປັນຕົວແທນໃນເວທີ Mister Universe Laos, ທຸກໆບາດກ້າວຂອງເດັກໜຸ່ມຄົນນີ້ ລ້ວນແລ້ວແຕ່ຕ້ອງການແຮງຊຸກຍູ້. ມາຮ່ວມເຊຍ, ຮ່ວມແຊຣ໌ ແລະ ສົ່ງກຳລັງໃຈໃຫ້ອາເລັກສາມາດກ້າວໄປເຖິງຝັນ, ເອົາຊະນະທຸກຄວາມທ້າທາຍ ແລະ ກາຍເປັນແຮງບັນດານໃຈທີ່ຍິ່ງໃຫຍ່ໃຫ້ກັບໄວລຸ້ນລາວທຸກຄົນ ໄປພ້ອມໆກັນ.


