ຈາກໜຸ່ມອອຟຟິດ ສູ່ເວທີລະດັບປະເທດ ຮູ້ຈັກຊີວິດ ກະໂຕ້ງ ພັນປະສິ ໃນເວທີ Mister Universe Laos

ເມື່ອເວົ້າເຖິງຜູ້ຊາຍທີ່ດູແລຕົນເອງໄດ້ຢ່າງສົມບູນແບບ ຫຼາຍຄົນອາດຈະນຶກເຖິງຄົນທີ່ມີເວລາວ່າງຫຼາຍ ຫຼື ເຮັດວຽກໃນວົງການບັນເທີງເຕັມຕົວ. ແຕ່ສຳລັບ “ກະໂຕ້ງ – ພັນປະສິ ພິລາວັນ” ຊາຍໜຸ່ມໄວ 31 ປີ ຕົວແທນຈາກ ນະຄອນຫຼວງວຽງຈັນ ຄົນນີ້ ລາວໄດ້ພິສູດໃຫ້ເຫັນວ່າ ເຖິງຈະເປັນໜຸ່ມອອຟຟິດທີ່ເຮັດວຽກປະຈຳ ແຕ່ກໍສາມາດແບ່ງເວລາເພື່ອພັດທະນາຕົນເອງ, ໄລ່ຕາມຄວາມຝັນ ແລະ ກ້າວຂຶ້ນມາຢືນຢູ່ເທິງເວທີ Mister Universe Laos ໄດ້ຢ່າງພາກພູມໃຈ.
ດ້ວຍຮອຍຍິ້ມທີ່ມີສະເໜ່, ຄວາມເປັນຜູ້ນຳ ແລະ ລະບຽບວິໄນທີ່ສະທ້ອນອອກມາຈາກພາຍໃນ, ມື້ນີ້ ມ່ວນຈະພາທຸກຄົນໄປເຈາະເລິກເຖິງມຸມມອງການໃຊ້ຊີວິດ, ຄວາມຫຼົງໄຫຼ ແລະ ແຮງບັນດານໃຈຂອງຊາຍໜຸ່ມ ຜູ້ທີ່ບໍ່ເຄີຍຍອມໃຫ້ກອບຂອງເວລາ ມາຈຳກັດການເຕີບໂຕຂອງຕົນເອງ.

ປັດຈຸບັນ ກະໂຕ້ງ ເຮັດວຽກປະຈຳຢູ່ທີ່ບໍລິສັດ ອິນຊີຮັບ (Insee Hub). ການເຮັດວຽກໃນອົງກອນໃຫຍ່ທີ່ເຕັມໄປດ້ວຍຄວາມກົດດັນສູງ ຖືເປັນໜຶ່ງໃນສິ່ງທ້າທາຍທີ່ຍິ່ງໃຫຍ່ທີ່ສຸດທີ່ລາວເຄີຍຜ່ານມາ. ແຕ່ສິ່ງທີ່ເຮັດໃຫ້ຫຼາຍຄົນຕ້ອງທຶ່ງ ກໍຄືການບໍລິຫານເວລາຂອງລາວ; ນອກຈາກວຽກປະຈຳແລ້ວ ລາວຍັງຮັບງານເສີມ, ຮຽນອອນລາຍ ແລະ ບໍ່ເຄີຍຖິ້ມການອອກກຳລັງກາຍ.
ພາຍໃຕ້ບົດບາດຂອງຄົນເຮັດວຽກ ກະໂຕ້ງ ມີຫົວໃຈທີ່ຮັກໃນສິລະປະ. ລາວມີຄວາມສາມາດໃນການຫຼິ້ນກີຕ້າ, ຮ້ອງເພງ ແລະ ຍັງຫຼິ້ນກິລາໄດ້ເກືອບທຸກປະເພດ. ຄວາມຝັນລຶກໆຂອງລາວຄືການສະແຫວງຫາໂອກາດໃນການເປັນສິນລະປິນລາວ ໂດຍມີ “ຕ່າຍ ອາກາດ” ເປັນບຸກຄົນຕົ້ນແບບທີ່ຈູດປະກາຍຄວາມຢາກເປັນນັກຮ້ອງ ແລະ ມີນັກສະແດງຊື່ດັງຊາວໄທ “ເວຍ ສຸກົນລະວັດ” ເປັນ Idol ໃນດວງໃຈ.
ເວລາຫວ່າງ ລາວມັກຈະອອກໄປຕັ້ງແຄ້ມ (Camping) ເພື່ອຊອກຫາແຮງບັນດານໃຈໃໝ່ໆ ແລະ ສິ່ງທີ່ລາວຫຼົງໄຫຼທີ່ສຸດ ຄືການໄດ້ນັ່ງແລກປ່ຽນຄວາມຄິດເຫັນກັບຄົນທີ່ມີ Mindset ດີໆ ພ້ອມທັງມັກສັງເກດການໃຊ້ຊີວິດ ແລະ ສະຕາຍການແຕ່ງຕົວຂອງຜູ້ຄົນ ເຊິ່ງຊ່ວຍໃຫ້ລາວເປັນຄົນທີ່ເບິ່ງແຍງຮູບລັກສະນະຂອງຕົນເອງ ຕັ້ງແຕ່ພາຍໃນສູ່ພາຍນອກຢູ່ສະເໝີ.

ກ່ອນໜ້ານີ້ ກະໂຕ້ງ ອາດຈະຍັງບໍ່ທັນມີຜົນງານທີ່ໂດດເດັ່ນລະດັບປະເທດຫຼາຍນັກ ແຕ່ລາວກໍເຄີຍສັ່ງສົມປະສົບການຈາກການປະກວດ WOW ໜຸ່ມໂສດ, ຫຼິ້ນໜັງສັ້ນ ແລະ ຜົນງານທີ່ເຮັດໃຫ້ລາວພູມໃຈທີ່ສຸດຄືການຄວ້າລາງວັນຊົມເຊີຍຈາກການປະກວດຮ້ອງເພງ.
ການຕັດສິນໃຈກ້າວເຂົ້າມາສະໝັກ Mister Universe Laos ໃນຄັ້ງນີ້ ລາວມາພ້ອມກັບ 3 ເປົ້າໝາຍຫຼັກຄື:
- ເພື່ອສ້າງ Personality ແລະ ພັດທະນາຕົນເອງໃຫ້ດີຂຶ້ນ.
- ເພື່ອຄວ້າໂອກາດໃນການຢືນເທິງເວທີລະດັບປະເທດ ແລະ ມຸ່ງໜ້າສູ່ການຄວ້າມົງກຸດ.
- ເພື່ອເປັນກະບອກສຽງໃຫ້ກັບໄວໜຸ່ມລາວ ໃຫ້ກ້າສະແດງອອກ ແລະ ຊຸກຍູ້ຄວາມເທົ່າທຽມໃນສັງຄົມ.
ຕອນທີ່ຮູ້ວ່າຕົນເອງຜ່ານເຂົ້າຮອບ ຮູ້ສຶກດີໃຈຫຼາຍ ແລະ ໝັ້ນໃຈວ່າເຮົາຄືຄົນທີ່ເໝາະສົມ. ການປະກວດຄັ້ງນີ້ ມັນຄືການເອົາຊະນະໃຈໂຕເອງ ແລະ ພິສູດໃຫ້ຄົນທີ່ເຄີຍດູຖູກເຮົາໄດ້ເຫັນວ່າເຮົາສາມາດເຮັດໄດ້. ນອກຈາກນີ້ ມັນຍັງເປັນໂອກາດທີ່ຈະຕໍ່ຍອດທັງໃນວົງການບັນເທີງ, ທຸລະກິດ ແລະ ການເປັນກະບອກສຽງທີ່ດີໃຫ້ກັບສັງຄົມ.

ໃນຖານະຕົວແທນຂອງຊາຍໜຸ່ມລາວ, ກະໂຕ້ງ ຢາກນຳສະເໜີພາບລັກຂອງຜູ້ຊາຍທີ່ບໍ່ເຄີຍຢຸດພັດທະນາ ແລະ ມີລະບຽບວິໄນ. ຫາກລາວໄດ້ຮັບຕຳແໜ່ງ, ສິ່ງທີ່ລາວຢາກຈະຂັບເຄື່ອນທີ່ສຸດຄືການສ້າງແຮງບັນດານໃຈໃນເລື່ອງ “ການປ່ຽນແປງຕົນເອງ”.
ລາວຢາກໃຫ້ທຸກຄົນເຫັນວ່າ ຈາກຈຸດເລີ່ມຕົ້ນໄປຫາຈຸດສຳເລັດນັ້ນ ຕ້ອງອາໄສການປ່ຽນ Mindset, ປ່ຽນແປງຮ່າງກາຍ ແລະ ປັບພຶດຕິກຳການໃຊ້ຊີວິດ ເພື່ອໃຫ້ກາຍເປັນຄົນທີ່ມີຄຸນຄ່າ ແລະ ມີສະຕິ ໃນຍຸກທີ່ສັງຄົມມີການແຂ່ງຂັນກັນຢ່າງດຸເດືອດ.
ສຳລັບນິຍາມຄຳວ່າ “ສຸພາບບຸລຸດ” ກະໂຕ້ງ ໃຫ້ທັດສະນະທີ່ໜ້າສົນໃຈວ່າ ສຸພາບບຸລຸດໃນຍຸກນີ້ ຕ້ອງມີຄວາມເປັນຜູ້ນຳ, ຮູ້ຈັກເສຍສະຫຼະ, ໃຫ້ກຽດຜູ້ອື່ນ ແລະ ສິ່ງສຳຄັນຄື ການກ້າຍອມຮັບຜິດຕໍ່ສິ່ງທີ່ຕົນເອງເຮັດດ້ວຍເຫດ ແລະ ຜົນ. ຕ້ອງມີໄຫວພິບທີ່ດີ ແລະ ສາມາດສ້າງແຮງບັນດານໃຈໃຫ້ຄົນອື່ນໄດ້ ເວົ້າງ່າຍໆຄື ຕ້ອງຫຼໍ່ທັງຮູບຮ່າງ ແລະ ຫຼໍ່ທັງຈິດໃຈ.

ກ່ອນຈາກກັນ, ໜຸ່ມວຽງຈັນຄົນນີ້ ໄດ້ຝາກຂໍ້ຄິດທີ່ດຶງເອົາຄຳສຸພາສິດລາວມາປຽບທຽບໄດ້ຢ່າງເລິກເຊິ່ງ ເພື່ອສົ່ງເຖິງເຍົາວະຊົນ ແລະ ຄົນທີ່ກຳລັງໄລ່ຕາມຄວາມຝັນວ່າ:
ຈົ່ງຮັກ ແລະ ພູມໃຈໃນຕົນເອງ ແລ້ວລຸກຂຶ້ນມາປ່ຽນແປງໂຕເອງໃຫ້ເປັນຄົນທີ່ມີສະເໜ່ດຶງດູດ ແລະ ມີຄຸນຄ່າຕໍ່ສັງຄົມ. ເພື່ອຕໍ່ຍອດເສັ້ນທາງຊີວິດທີ່ດີ ດັ່ງຄຳສຸພາສິດທີ່ວ່າ: ‘ຄັນບໍ່ອອກຈາກບ້ານ ບໍ່ເຫັນດ່ານແດນໄກ’ ຖ້າເຮົາບໍ່ກ້າທີ່ຈະກ້າວອອກມາ ເຮົາກໍຈະບໍ່ມີວັນເຫັນຄວາມສຳເລັດທີ່ລໍຖ້າຢູ່.
ໃຜທີ່ມັກໃນທັດສະນະຄະຕິ ແລະ ຄວາມມຸ່ງໝັ້ນຂອງໜຸ່ມຄົນນີ້ ສາມາດຮ່ວມເປັນກຳລັງໃຈ ແລະ ສະໜັບສະໜູນ “ກະໂຕ້ງ – ພັນປະສິ ພິລາວັນ” ຕົວແທນນະຄອນຫຼວງວຽງຈັນ. ເພາະທຸກໆສຽງເຊຍຂອງທ່ານ ຄືພະລັງອັນຍິ່ງໃຫຍ່ ທີ່ຈະສົ່ງໃຫ້ໜຸ່ມມະນຸດເງິນເດືອນທີ່ມີຫົວໃຈສິລະປິນຄົນນີ້ ກ້າວໄປເປັນຕົວແທນຂອງໄວໜຸ່ມລາວເທິງເວທີ Mister Universe Laos ຢ່າງເຕັມພາກພູມ!
