ຈາກເດັກບ້ານນອກ ສູ່ການກ້າວຂ້າມຂີດຈຳກັດ ຂອງ ໝູແຮ໋ມ ເກດແກ້ວ ເທິງເວທີ Mister Universe Laos 2026

ແບ່ງປັນ

ຈາກເດັກບ້ານນອກ ສູ່ການກ້າວຂ້າມຂີດຈຳກັດ ຂອງ ໝູແຮ໋ມ ເກດແກ້ວ ເທິງເວທີ Mister Universe Laos 2026

ໂດຍ: Tonmai Phoutthasack Tonmai Phoutthasack
03 July 2026 18

“ວັງວຽງ ເມືອງແຫ່ງສາຍນໍ້າໄຫລ ປ່າໄມ້ສີຂຽວ ທ່ອງທ່ຽວປອດໄພ ນໍ້າໃຈຊາວເມືອງປະເສີດ” ຖ້ອຍຄຳແນະນຳຕົວທີ່ເຕັມໄປດ້ວຍຄວາມພາກພູມໃຈນີ້ ດັງອອກມາຈາກປາກຂອງ ໝູແຮ໋ມ – ເກດແກ້ວ ແສງສະຫວ່າງວົງ ຊາຍໜຸ່ມໄວ 24 ປີ ເຈົ້າຂອງລວງສູງ 178 ຊັງຕີແມັດ ຜູ້ຮັບບົດບາດເປັນຕົວແທນເມືອງວັງວຽງໃນເວທີ Mister Universe Laos 2026.

ຫຼາຍຄົນອາດຈະເຫັນພາບຊາຍໜຸ່ມຮູບງາມ, ຮ່າງກາຍກຳຢຳ ແລະ ເບິ່ງສົມບູນແບບເທິງເວທີ. ແຕ່ພາຍໃຕ້ຮອຍຍິ້ມ ແລະ ຄວາມໝັ້ນໃຈນັ້ນ ໝູແຮ໋ມ ເຊື່ອງເລື່ອງລາວຊີວິດທີ່ເຕັມໄປດ້ວຍການຕໍ່ສູ້, ນໍ້າຕາ ແລະ ການກ້າວຂ້າມຂີດຈຳກັດທີ່ໜ້າປະທັບໃຈ ເຊິ່ງມື້ນີ້ ມ່ວນຈະພາທຸກຄົນໄປສຳຜັດກັບ “The Power Within” ຫຼື ພະລັງຈາກພາຍໃນ ທີ່ຊຸກຍູ້ໃຫ້ລາວກ້າວມາຍັງຈຸດນີ້ໄດ້.

ເສັ້ນທາງຊີວິດຂອງ ໝູແຮ໋ມ ບໍ່ໄດ້ໂຣຍດ້ວຍກີບກຸຫຼາບ. ລາວເຕີບໃຫຍ່ມາໃນຖານະເດັກນ້ອຍບ້ານນອກຄົນໜຶ່ງ ແລະ ຕ້ອງປະເຊີນກັບບາດກ້າວທີ່ໜັກໜ່ວງທີ່ສຸດໃນຊີວິດ ນັ້ນຄືການສູນເສຍ “ພໍ່” ຜູ້ເປັນທັງເສົາຫຼັກ ແລະ ບຸກຄົນຕົ້ນແບບ.

ໃນມື້ທີ່ມືດມົນ ແລະ ບໍ່ຮູ້ຈະຍ່າງໄປທາງໃດ, ພະລັງບາງຢ່າງໃນໃຈບອກໃຫ້ລາວຕ້ອງລຸກຂຶ້ນ ແລະ ເດີນໜ້າຕໍ່. ໝູແຮ໋ມ ຕັດສິນໃຈອອກຈາກບ້ານເກີດເຂົ້າມາອາໄສຢູ່ໃນເມືອງຫຼວງ ພ້ອມກັບແບກຄວາມຫວັງ ແລະ ຕັ້ງເປົ້າໝາຍຊີວິດໄວ້ 2 ຢ່າງ ຄື: ໜຶ່ງ ຕ້ອງມີໜ້າທີ່ການງານທີ່ໝັ້ນຄົງເພື່ອເບິ່ງແຍງຄອບຄົວໄດ້ ແລະ ສອງຢາກເປັນທີ່ຮູ້ຈັກ ແລະ ສ້າງຊື່ສຽງໃນສັງຄົມ.

ອ່ານຕື່ມ:  JoJo Miracle ໂຕແທນສິລະປິນລາວສ້າງຄວາມປະທັບໃຈໃນ 2026 ROUND Festival ທີ່ ຟີລິບປິນ

ດ້ວຍຄວາມຕັ້ງໃຈອັນແຮງກ້າ ລາວທຸ່ມເທໃຫ້ກັບການສຶກສາຈົນສາມາດຄວ້າ ໃບປະກາດກຽດນິຍົມ (ໃບປະກາດແດງ) ສາຂາກົດໝາຍທຸລະກິດ ຈາກມະຫາວິທະຍາໄລແຫ່ງຊາດມາຄອງໄດ້ສຳເລັດ. ປັດຈຸບັນ ລາວບັນລຸເປົ້າໝາຍທີໜຶ່ງເປັນທີ່ຮຽບຮ້ອຍແລ້ວ ດ້ວຍການກ້າວເຂົ້າເປັນພະນັກງານລັດຖະກອນ ປະຈຳກະຊວງອຸດສາຫະກຳ ແລະ ການຄ້າ ເຊິ່ງຖືເປັນຄວາມພາກພູມໃຈທີ່ສຸດຂອງເດັກຜູ້ຊາຍອາຍຸ 24 ປີຄົນໜຶ່ງ.

ໃຜຈະເຊື່ອວ່າ ຊາຍໜຸ່ມທີ່ຫຸ່ນດີແບບນີ້ ໃນອະດີດເຄີຍເປັນພຽງເດັກນ້ອຍໂຕຈ່ອຍໆ ບາງໆ. ໝູແຮ໋ມ ເປັນຄົນທີ່ຫຼົງໄຫຼໃນການພັດທະນາຕົນເອງໃນທຸກມິຕິ ບໍ່ວ່າຈະເປັນຮ່າງກາຍ, ທັກສະ ຫຼື ຄວາມຄິດ. ລາວມັກໃຊ້ເວລາຫວ່າງໄປກັບການເຂົ້າຢິມ (Fitness) ເຊິ່ງສຳລັບລາວແລ້ວ ມັນບໍ່ແມ່ນພຽງແຕ່ການປັ້ນຫຸ່ນ ແຕ່ມັນຄືການລະບາຍຄວາມກົດດັນ ແລະ ເອົາຊະນະໃຈຕົນເອງໃນທຸກໆມື້.

ນອກຈາກຄວາມສາມາດດ້ານການສື່ສານທີ່ຖືກຂັດເກົາຈາກການເຮັດວຽກໃນລະບົບລັດແລ້ວ ໝູແຮ໋ມ ຍັງມີງານອະດິເລກທີ່ຫຼາຍຄົນຄາດບໍ່ເຖິງ ນັ້ນຄື “ການສັງເກດ ແລະ ອ່ານໃຈຄົນ”. ດ້ວຍຄວາມທີ່ເປັນຄົນໃສ່ໃຈໃນລາຍລະອຽດນ້ອຍໆ ເຊັ່ນ: ນໍ້າສຽງ, ທ່າທາງ ຫຼື ການສະແດງອອກ ເຮັດໃຫ້ລາວເຂົ້າໃຈຄວາມຮູ້ສຶກຂອງຄູ່ສົນທະນາໄດ້ດີ ຈົນໝູ່ຄູ່ຫຼາຍຄົນຍົກໃຫ້ລາວເປັນນັກຟັງ ແລະ ນັກອ່ານໃຈໂຕຍົງ ເຊິ່ງສອດຄ່ອງກັບນິໄສສ່ວນຕົວທີ່ເປັນຄົນຈິງໃຈ, ເຂົ້າຫາຄົນງ່າຍ ແລະ ຢູ່ໃກ້ແລ້ວສະບາຍໃຈ.

ເມື່ອເປົ້າໝາຍທຳອິດສຳເລັດ, ປີນີ້ຈຶ່ງເປັນປີທີ່ ໝູແຮ໋ມ ຂໍອະນຸຍາດອອກເດີນທາງຕາມຫາຄວາມຝັນທີ 2 ຂອງຕົນເອງ ນັ້ນຄືການກ້າວຂຶ້ນປະກວດເທິງເວທີ Mister Universe Laos ເປັນຄັ້ງທຳອິດໃນຊີວິດ.

ການມາປະກວດຄັ້ງນີ້ ບໍ່ແມ່ນພຽງການຢາກມີຊື່ສຽງ ແຕ່ມັນຄືການພິສູດຕົນເອງ ແລະ ທຳລາຍກອບຄວາມຄິດເດີມໆ ທີ່ວ່າເຮັດວຽກລັດຖະກອນແລ້ວຈະຕ້ອງຢູ່ໃນຂອບເຂດທີ່ຈຳກັດ. ລາວຢາກພິສູດໃຫ້ທຸກຄົນເຫັນວ່າ: “ພະນັກງານລັດ ກໍສາມາດຢືນໃນທຸກເວທີໄດ້ ຖ້າເຮົາກ້າທີ່ຈະກ້າວອອກຈາກກອບຄວາມຄິດແບບເກົ່າໆ ທຸກຢ່າງລ້ວນແຕ່ເປັນໄປໄດ້ສະເໝີ.”

ຫາກລາວໄດ້ຮັບຕຳແໜ່ງ, ໝູແຮ໋ມ ຕັ້ງໃຈຈະໃຊ້ສຽງຂອງຕົນເອງໃນການຮົນນະรงค์ເລື່ອງ ການອະນຸລັກສິ່ງແວດລ້ອມ ໂດຍສະເພາະການແກ້ໄຂບັນຫາຂີ້ເຫຍື້ອຕາມສະຖານທີ່ທ່ອງທ່ຽວຕ່າງໆ. ພ້ອມທັງຢາກປຸກຈິດສຳນຶກໃຫ້ຄົນລາວພູມໃຈໃນຊາດ, ເຜີຍແຜ່ວັດທະນະທຳທີ່ດີງາມ ແລະ ເປັນກະບອກສຽງໃຫ້ກັບໄວໜຸ່ມທີ່ມາຈາກຕ່າງແຂວງ ຫຼື ຄອບຄົວທີ່ບໍ່ສົມບູນແບບ ໃຫ້ເຊື່ອໝັ້ນວ່າ: “ບ່ອນທີ່ເຮົາມາ ບໍ່ໄດ້ເປັນຕົວກຳນົດບ່ອນທີ່ເຮົາຈະໄປ.”

ອ່ານຕື່ມ:  ສຸດໃຈ ຮັບໄຊທອງ ຕົວແທນຊົນເຜົ່າລາວ ທີ່ຢາກໃຫ້ໂລກເຫັນຄວາມງາມຫຼາກຫຼາຍຂອງປະເທດລາວ

ເມື່ອຖາມເຖິງມຸມມອງຄວາມເປັນສຸພາບບຸລຸດໃນຍຸກໃໝ່, ໝູແຮ໋ມ ໃຫ້ຄຳຕອບທີ່ເລິກເຊິ່ງວ່າ:

ສຸພາບບຸລຸດໃນຍຸກນີ້ ຄືຄົນທີ່ກ້າຮັບຜິດຊອບ, ກ້າຂໍໂທດ, ດູແລຮ່າງກາຍຕົນເອງໄດ້ດີ ແລະ ທີ່ສຳຄັນຄື ກ້າສະແດງຄວາມຮູ້ສຶກ ໂດຍທີ່ບໍ່ມອງວ່ານັ້ນຄືຄວາມອ່ອນແອ

ໃນຕອນທ້າຍ ລາວຍັງໄດ້ຝາກຂໍ້ຄິດເຖິງຄົນທີ່ກຳລັງໄລ່ຕາມຄວາມຝັນໄວ້ຢ່າງໜ້າປະທັບໃຈວ່າ: “ຢ່າໄຫວຫວັ່ນກັບຄວາມຝັນຂອງຕົນເອງ ເພາະຄົນອ້ອມຂ້າງອາດຈະບໍ່ເຫັນໃນສິ່ງທີ່ເຈົ້າເຫັນ. ຖ້າເຈົ້າກ້າ, ຕັ້ງໃຈ ແລະ ເຊື່ອໝັ້ນໃນໂຕເອງແລ້ວ ບໍ່ມີສິ່ງໃດທີ່ເຮັດບໍ່ໄດ້.”

ຮ່ວມສົ່ງກຳລັງໃຈໃຫ້ກັບ ຊາຍໜຸ່ມຜູ້ປ່ຽນບາດແຜເປັນພະລັງ, “ໝູແຮ໋ມ ເກດແກ້ວ ແສງສະຫວ່າງວົງ” Mister Universe VangVieng. ເຊື່ອແນ່ວ່າ ດ້ວຍຄວາມກ້າ, ຄວາມຕັ້ງໃຈ ແລະ ‘The Power Within’ ທີ່ຢູ່ທາງໃນຕົວລາວ ຈະເຮັດໃຫ້ທຸກຮອບການແຂ່ງຂັນອອກມາດີທີ່ສຸດຢ່າງແນ່ນອນ!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.