ກວ່າຈະມາເປັນ ດິດ ຄຳປະດິດ ເບື້ອງຫຼັງການຕັດສິນໃຈ ແລະ ກ້າວສູ່ເວທີ Mister Universe Laos

ແບ່ງປັນ

ກວ່າຈະມາເປັນ ດິດ ຄຳປະດິດ ເບື້ອງຫຼັງການຕັດສິນໃຈ ແລະ ກ້າວສູ່ເວທີ Mister Universe Laos

ໂດຍ: Tonmai Phoutthasack Tonmai Phoutthasack
06 July 2026 2
AI Summarized

Key Takeaways:

  • “ດິດ - ຄຳປະດິດ ລາຕີປະເສີດ” ຜູ້ເຂົ້າປະກວດ Mister Universe Laos ຈາກແຂວງເຊກອງ ບໍ່ໄດ້ເຊື່ອວ່າຄວາມດຶງດູດຂອງຜູ້ຊາຍວັດແທກທີ່ຮູບຮ່າງໜ້າຕາພຽງຢ່າງດຽວ ແຕ່ເຊື່ອໃນທັດສະນະຄະຕິທີ່ດີ, ຄວາມຖ່ອມຕົນ ແລະ ຄວາມບໍ່ຢຸດນິ້ງທີ່ຈະພັດທະນາຕົນເອງ.
  • ດິດໄດ້ເອົາຊະນະສິ່ງທ້າທາຍທີ່ຍິ່ງໃຫຍ່ໃນຊີວິດຄືການຫຼຸດນໍ້າໜັກ ໂດຍການສຶກສາ, ເກັບກ່ຽວປະສົບການ ແລະ ລອງຜິດລອງຖືກ ຈົນສາມາດປ່ຽນແປງຕົນເອງໄດ້ສຳເລັດ, ສະແດງເຖິງຄວາມມຸ່ງໝັ້ນ ແລະ ບໍ່ຍອມແພ້.
  • ນອກຈາກຊ່ວຍວຽກຄອບຄົວ ແລະ ສຶກສາຫາຄວາມຮູ້ແລ້ວ, ດິດຍັງມີງານອະດິເລກຄືການສ້າງຄອນເທັນວິດີໂອມ່ວນໆຮ່ວມກັບນ້ອງຊາຍ ເພື່ອຝຶກຝົນທັກສະການສື່ສານ ແລະ ເຮັດໃຫ້ຄົນອື່ນມີຄວາມສຸກ.
  • ການເຂົ້າຮ່ວມ Mister Universe Laos ເປັນຄັ້ງທຳອິດຂອງດິດ ເກີດຈາກຄວາມປາຖະໜາທີ່ຈະເຫັນຕົນເອງພັດທະນາຂຶ້ນອີກຂັ້ນ ແລະ ຕ້ອງການໃຊ້ໂອກາດນີ້ເພື່ອສົ່ງເສີມໃຫ້ຜູ້ຄົນເບິ່ງແຍງສຸຂະພາບ ແລະ ໃຫ້ຄວາມສຳຄັນກັບການສຶກສາ.
  • ດິດຝາກຂໍ້ຄວາມເຖິງເຍົາວົນ ແລະ ທຸກຄົນທີ່ກຳລັງໄລ່ຕາມຄວາມຝັນ ວ່າຄວາມສຳເລັດຮຽກຮ້ອງຄວາມພະຍາຍາມ, ຄວາມອົດທົນ, ວິໄນ ແລະ ຢ່າຢຸດທີ່ຈະຮຽນຮູ້ ພ້ອມທັງເປັນຄົນຖ່ອມຕົນ ແລະ ໃຫ້ກຽດຄົນອື່ນສະເໝີ.

ໃຜວ່າຄວາມດຶງດູດຂອງຜູ້ຊາຍ ວັດແທກກັນທີ່ຮູບຮ່າງໜ້າຕາພຽງຢ່າງດຽວ? ສຳລັບ “ດິດ – ຄຳປະດິດ ລາຕີປະເສີດ” ຊາຍໜຸ່ມໄວ 20 ປີ ຈາກແຂວງຈຳປາສັກ ຜູ້ທີ່ປີນີ້ໄດ້ຮັບກຽດເປັນຕົວແທນໃຫ້ກັບ “ແຂວງເຊກອງ” ໃນເວທີ Mister Universe Laos, ລາວເຊື່ອໝັ້ນວ່າ ຄວາມງາມທີ່ແທ້ຈິງ ຄືການມີທັດສະນະຄະຕິທີ່ດີ, ຄວາມຖ່ອມຕົນ ແລະ ຄວາມບໍ່ຢຸດນິ້ງທີ່ຈະພັດທະນາຕົນເອງ.

ອ່ານຕື່ມ:  DEKSAVAN ປ່ອຍເພງຮັກສຸດຫວານ "PILL ແມ່ນເຈົ້າ" ພ້ອມເທຄວາມສົດໃສໃຫ້ຄົນຟັງ

ມື້ນີ້ ມ່ວນຈະພາທຸກຄົນມາທຳຄວາມຮູ້ຈັກກັບໜຸ່ມນັກສຶກສາ ຈາກສະຖາບັນເສດຖະກິດການເງິນ ສາຂາພາກໃຕ້ ຄົນນີ້ໃຫ້ຫຼາຍຂຶ້ນ. ມາເບິ່ງກັນວ່າ ພາຍໃຕ້ບຸກຄະລິກທີ່ເບິ່ງມີວິໄນ ແລະ ມຸ່ງໝັ້ນນັ້ນ ລາວມີເລື່ອງລາວຫຍັງແດ່ທີ່ເຊື່ອງຢູ່.

ຫາກເບິ່ງຈາກພາຍນອກ ຫຼາຍຄົນອາດຈະເຫັນພາບຊາຍໜຸ່ມທີ່ຮັກສາຮູບຮ່າງໄດ້ເປັນຢ່າງດີ, ແຕ່ໃຜຈະຮູ້ວ່າ ຄວາມສາມາດພິເສດອີກຢ່າງໜຶ່ງຂອງດິດກໍຄືການກິນໄດ້ຫຼາຍ. ແນ່ນອນວ່າ ການມັກກິນ ກັບ ການມີຫຸ່ນທີ່ດີ ອາດເບິ່ງຄືກົງກັນຂ້າມກັນ ແຕ່ສຳລັບຊາຍໜຸ່ມຄົນນີ້ ລາວເລືອກທີ່ຈະດຸ່ນດ່ຽງມັນດ້ວຍການມີວິໄນ. ລາວຄວບຄຸມການເລືອກກິນອາຫານ ແລະ ອອກກຳລັງກາຍຢ່າງສະໝໍ່າສະເໝີ.

ທີ່ສຳຄັນ, ສິ່ງທ້າທາຍທີ່ຍິ່ງໃຫຍ່ທີ່ສຸດໃນຊີວິດທີ່ລາວເຄີຍຜ່ານມາໄດ້ ກໍຄື ການຫຼຸດນໍ້າໜັກ. ຈາກຄົນທີ່ບໍ່ເຄີຍຮູ້ວິທີການມາກ່ອນ ລາວຕ້ອງສຶກສາ, ເກັບກ່ຽວປະສົບການ, ລອງຜິດລອງຖືກ ຈົນສາມາດປ່ຽນແປງຕົນເອງໄດ້ສຳເລັດ. ນີ້ຈຶ່ງເປັນເຄື່ອງພິສູດຊັ້ນດີວ່າ ລາວເປັນຄົນທີ່ມີຄວາມມຸ່ງໝັ້ນ ແລະ ບໍ່ຍອມແພ້ຕໍ່ເປົ້າໝາຍງ່າຍໆ.

ນອກຈາກເວລາຫວ່າງທີ່ລາວມັກຈະຊ່ວຍວຽກຄອບຄົວ ແລະ ສຶກສາຫາຄວາມຮູ້ໃໝ່ໆແລ້ວ, ອີກໜຶ່ງງານອະດິເລກທີ່ຫຼາຍຄົນອາດຈະຄາດບໍ່ເຖິງກໍຄື ການສ້າງຄອນເທັນ. ດິດ ມັກເຮັດຄລິບວິດີໂອມ່ວນໆ ເຮຮາ ຮ່ວມກັບນ້ອງຊາຍ ເພື່ອຝຶກຝົນທັກສະການສື່ສານ ແລະ ສ້າງຮອຍຍິ້ມໃຫ້ກັບຄົນອື່ນ. ສິ່ງນີ້ສະທ້ອນໃຫ້ເຫັນເຖິງຄວາມເປັນຄົນອາລົມດີ ແລະ ມັກຮຽນຮູ້ສິ່ງໃໝ່ໆໃນຍຸກດິຈິຕອລຢູ່ສະເໝີ.

ເມື່ອຖາມເຖິງບຸກຄົນຕົ້ນແບບ, ດິດຕອບດ້ວຍຄວາມພາກພູມໃຈວ່າຄື ພໍ່ແມ່ ເພາະພວກເພິ່ນຄືຜູ້ທີ່ປູກຝັງໃຫ້ລາວຮູ້ຈັກຄຳວ່າ ຄວາມພະຍາຍາມ, ຄວາມອົດທົນ ແລະ ການເປັນຄົນດີຂອງສັງຄົມ.

Mister Universe Laos ຖືເປັນເວທີການປະກວດຄັ້ງທຳອິດໃນຊີວິດຂອງ ດິດ. ການຕັດສິນໃຈກ້າວເຂົ້າມາສະໝັກໃນຄັ້ງນີ້ ເກີດຈາກຄວາມປາຖະໜາທີ່ຢາກຈະເຫັນຕົນເອງພັດທະນາແບບກ້າວກະໂດດໄປອີກຂັ້ນ.

ຕອນທີ່ຮູ້ວ່າຜ່ານເຂົ້າຮອບ ຮູ້ສຶກດີໃຈຫຼາຍ ບໍ່ຄິດເລີຍວ່າໂຕເອງຈະເຮັດໄດ້. ການມາປະກວດຄັ້ງນີ້ ມັນມີຄວາມໝາຍກັບຂ້ອຍຫຼາຍ ມັນຄືການໄດ້ມາເກັບກ່ຽວປະສົບການ ແລະ ຮຽນຮູ້ສິ່ງໃໝ່ໆ ຢ່າງໄວວາ

ດິດຢາກໃຊ້ໂອກາດນີ້ ເປັນຕົວແທນຂອງຊາຍໜຸ່ມລາວທີ່ ເຄີຍເປັນຄົນຂີ້ອາຍ ແຕ່ກ້າທີ່ຈະລຸກຂຶ້ນມາພັດທະນາຕົນເອງ. ຫາກໄດ້ຮັບຕຳແໜ່ງ, ສິ່ງທີ່ລາວຢາກຈະນຳສະເໜີ ແລະ ຂັບເຄື່ອນທີ່ສຸດ ຄືການສົ່ງເສີມໃຫ້ຜູ້ຄົນຫັນມາໃສ່ໃຈເບິ່ງແຍງສຸຂະພາບ ຮ່ວມໄປເຖິງການບໍ່ລະຖິ້ມການສຶກສາ ເພາະການສະແຫວງຫາຄວາມຮູ້ຄືຮາກຖານສຳຄັນຂອງຊີວິດ.

ສຳລັບຊາຍໜຸ່ມຈາກພາກໃຕ້ຄົນນີ້, ຄວາມເປັນສຸພາບບຸລຸດໃນຍຸກປັດຈຸບັນ ບໍ່ໄດ້ວັດກັນທີ່ຮູບລັກສະນະພາຍນອກ ແຕ່ມັນຄືການມີ ວຸດທິພາວະ ແລະ ການຮູ້ຈັກໃຫ້ກຽດຄົນອື່ນ ລວມເຖິງຄົນອ້ອມຂ້າງ.

ອ່ານຕື່ມ:  MVIIZ ກັບມາແລ້ວ! ປ່ອຍເພງໃໝ່ສຸດຊຶ້ງ “ສຳຄັນຕົວເອງຜິດໄປ"

ກ່ອນຈາກກັນ, ດິດ ຍັງໄດ້ຝາກຂໍ້ຄວາມທີ່ເຕັມໄປດ້ວຍພະລັງ ເຖິງເຍົາວະຊົນ ແລະ ທຸກຄົນທີ່ກຳລັງໄລ່ຕາມຄວາມຝັນໄວ້ວ່າ:

ສຳລັບນ້ອງໆ ເຍົາວະຊົນ ຫຼື ໃຜກໍຕາມທີ່ກຳລັງມີຄວາມຝັນ ແຕ່ຍັງລັງເລ, ຢ້ານ ຫຼື ຄິດວ່າຕົນເອງຍັງບໍ່ເກັ່ງພໍ, ຂ້ອຍຢາກບອກວ່າ ການເລີ່ມຕົ້ນຈາກສູນ ຫຼື ການເປັນຄົນບໍ່ກ້າສະແດງອອກ ບໍ່ແມ່ນອຸປະສັກທີ່ແທ້ຈິງ. ຂ້ອຍເອງກໍເຄີຍເປັນຄົນຂີ້ອາຍ ແລະ ເຄີຍລອງຜິດລອງຖືກມາກ່ອນ ແຕ່ສິ່ງສຳຄັນທີ່ສຸດຄື ເຮົາຕ້ອງກ້າທີ່ຈະເອົາຊະນະໃຈຕົນເອງ.

ຄວາມສຳເລັດບໍ່ໄດ້ເກີດຂຶ້ນພາຍໃນມື້ດຽວ, ມັນຮຽກຮ້ອງໃຫ້ເຮົາມີ ຄວາມພະຍາຍາມ, ຄວາມອົດທົນ ແລະ ວິໄນ. ຂໍແຕ່ຢ່າຢຸດທີ່ຈະຮຽນຮູ້ ແລະ ພັດທະນາຕົນເອງ ແລະ ທີ່ສຳຄັນທີ່ສຸດ ໃນຂະນະທີ່ເຮົາກຳລັງກ້າວໄປຫາຄວາມຝັນ ຈົ່ງຢ່າລືມທີ່ຈະເປັນຄົນຖ່ອມຕົນ ແລະ ຮູ້ຈັກໃຫ້ກຽດຄົນອ້ອມຂ້າງສະເໝີ. ເພາະນັ້ນຄືຄວາມງາມ ແລະ ຄວາມສຳເລັດທີ່ແທ້ຈິງ.

ຖ້າເຈົ້າກ້າທີ່ຈະລຸກຂຶ້ນມາປ່ຽນແປງຕົນເອງ ທຸກຢ່າງກໍສາມາດເປັນໄປໄດ້ສະເໝີ. ຖ້າຂ້ອຍເຮັດໄດ້ ທຸກຄົນກໍເຮັດໄດ້ເຊັ່ນກັນ

ຮ່ວມເປັນກຳລັງໃຈໃຫ້ກັບ ດິດ ໜຸ່ມຕົວແທນເຊກອງຜູ້ບໍ່ເຄີຍຢຸດພັດທະນາຄົນນີ້ ໃນເວທີ Mister Universe Laos. ມາລຸ້ນນຳກັນວ່າ ບາດກ້າວຕໍ່ໄປຂອງລາວ ຈະສ້າງແຮງບັນດານໃຈໃຫ້ກັບພວກເຮົາໄດ້ຫຼາຍສໍ່າໃດ!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.