ຮູ້ຈັກ ມາກ ພັນນໍລິນ ໜຸ່ມກ້າມໃຫຍ່ໃຈດີ ຕົວແທນເມືອງຕົ້ນເຜິ້ງ ຜູ້ລຸກຈາກພາວະໝົດໄຟເພື່ອກັບມາຕາມຫາສຽງຫົວໃຈອີກຄັ້ງ

Key Takeaways:
- Mark - Phannalyn Phachit, a 29-year-old young man from Vientiane, is representing Tonpheung district at Mister Universe Laos, and despite his strong physique, he is gentle, kind, and passionate about cooking.
- Mark works as a fitness trainer and runs a small breakfast business. He describes himself as a "big person with a relaxed and kind personality."
- Beyond his physical strength, Mark enjoys drawing, visiting cafes, and especially cooking, even winning 3rd place in a cooking competition.
- Mark's inspiration is Dwayne "The Rock" Johnson, for his ability to excel in both wrestling and acting. He has experience in various entertainment events like pageants, fashion shows, and TV appearances.
- Despite facing burnout and stepping away from entertainment, Mark's passion for pageantry led him to return for Mister Universe Laos, seeing it as a personal victory and a chance to inspire others to follow their hearts.
ຫຼາຍຄັ້ງທີ່ເຮົາມັກຈະຕັດສິນຄົນຈາກພາຍນອກ ໂດຍສະເພາະກັບຊາຍໜຸ່ມທີ່ມາພ້ອມກັບຮູບຮ່າງສູງໃຫຍ່ ແລະ ກ້າມແໜ້ນໆ. ແຕ່ສຳລັບ “ມາກ – ພັນນໍລິນ ພິຈິດ” ໜຸ່ມນະຄອນຫຼວງວຽງຈັນ ໄວ 29 ປີ ຜູ້ທີ່ປີນີ້ມາຮັບໜ້າທີ່ເປັນຕົວແທນໃຫ້ກັບເມືອງຕົ້ນເຜິ້ງ ໃນເວທີ Mister Universe Laos, ລາວພັດເປັນຊາຍໜຸ່ມທີ່ເຕັມໄປດ້ວຍມຸມອ່ອນໂຍນ, ສະບາຍໆ, ໃຈດີ ແລະ ມີຄວາມຮັກໃນສິລະປະການເຮັດອາຫານຢ່າງເລິກເຊິ່ງ.
ມື້ນີ້ ມ່ວນຈະພາທຸກຄົນໄປເປີດມຸມມອງ ແລະ ທຳຄວາມຮູ້ຈັກກັບຕົວຕົນທີ່ແທ້ຈິງຂອງລາວຄົນນີ້ ກັບເສັ້ນທາງທີ່ເຄີຍເດີນໜ້າ, ເຄີຍທໍ້ຖອຍ ຈົນເຖິງຂັ້ນຫັນຫຼັງໃຫ້ວົງການ ແຕ່ສຸດທ້າຍກໍສາມາດດຶງຕົວເອງກັບມາລຸກຢືນເທິງເວທີອັນຊົງກຽດນີ້ໄດ້ອີກຄັ້ງ.
ປັດຈຸບັນ ມາກ ເຮັດວຽກເປັນເທຣນເນີສອນອອກກຳລັງກາຍ ແລະ ຍັງມີທຸລະກິດນ້ອຍໆຂອງຕົນເອງຄືການຂາຍອາຫານເຊົ້າ. ເມື່ອຖາມເຖິງຈຸດເດັ່ນ ມາກມັກຈະບອກພ້ອມຮອຍຍິ້ມສະເໝີວ່າ ລາວເປັນ “ຄົນໂຕໃຫຍ່ ທີ່ນິໄສສະບາຍໆ ແລະ ໃຈດີ”.
ພາຍໃຕ້ຮູບຮ່າງທີ່ເບິ່ງແຂງແຮງ ມາກມີຄວາມສາມາດພິເສດ ແລະ ງານອະດິເລກທີ່ຫຼາຍຄົນອາດຈະຄາດບໍ່ເຖິງ. ລາວເປັນຄົນມັກແຕ້ມຮູບ, ມັກໄປນັ່ງຮ້ານກາເຟ ແລະ ທີ່ສຳຄັນຄື ການເຮັດອາຫານ. ຄວາມຫຼົງໄຫຼໃນການເຮັດອາຫານຂອງມາກ ບໍ່ແມ່ນພຽງແຕ່ການເຮັດກິນຫຼິ້ນໆຢູ່ບ້ານ ແຕ່ລາວເຄີຍເຖິງຂັ້ນລົງແຂ່ງຂັນເຮັດອາຫານ ແລະ ສາມາດຄວ້າອັນດັບ 3 ມາຄອງໄດ້ສຳເລັດ. ນອກຈາກນີ້ ເວລາຫວ່າງລາວຍັງມັກອອກໄປຍ່າງຕະຫຼາດ, ເບິ່ງໜັງ, ຟັງ Podcast ແລະ ເບິ່ງມວຍປໍ້າ ເຊິ່ງເປັນກິລາທີ່ລາວມັກທີ່ສຸດ.

ນັ້ນຈຶ່ງບໍ່ແປກທີ່ ບຸກຄົນຕົ້ນແບບຂອງມາກ ຈະເປັນ “The Rock” (Dwayne Johnson) ໂດຍມາກໃຫ້ເຫດຜົນວ່າ:
ລາວເປັນຄົນເກັ່ງ ທີ່ສາມາດເຮັດໄດ້ດີທັງສອງຢ່າງ ບໍ່ວ່າຈະເປັນການເປັນນັກມວຍປໍ້າ ຫຼື ການເປັນນັກສະແດງ.
ມາກ ບໍ່ແມ່ນຄົນໜ້າໃໝ່ໃນວົງການບັນເທີງ. ທີ່ຜ່ານມາລາວເຄີຍຜ່ານເວທີການປະກວດ ແລະ ງານໃຫຍ່ໆມາແລ້ວຫຼາກຫຼາຍ ບໍ່ວ່າຈະເປັນການປະກວດ Mr. Supranational, ການຍ່າງແບບໃນງານ WOW ແລະ Lao Fashion Week ລວມເຖິງງານສະແດງ MV ແລະ ລາຍການໂທລະພາບຕ່າງໆ.
ແຕ່ຜົນງານທີ່ເຮັດໃຫ້ລາວພູມໃຈທີ່ສຸດໃນຊີວິດ ກັບເປັນການໄດ້ສະແດງ ໂຄສະນາເບຍລາວ. ລາວເລົ່າດ້ວຍຄວາມພູມໃຈວ່າ ມັນເປັນງານທີ່ຕ້ອງໃຊ້ຝີມືລ້ວນໆ ເພາະມີຄົນເຂົ້າໄປແຄສຕິ້ງເປັນຈຳນວນຫຼາຍ ແຕ່ສຸດທ້າຍລາວກໍສາມາດຍາດໂອກາດນັ້ນມາໄດ້.
ແນ່ນອນວ່າ ເສັ້ນທາງບໍ່ໄດ້ໂຣຍດ້ວຍກີບກຸຫຼາບສະເໝີໄປ. ສິ່ງທ້າທາຍທີ່ຍິ່ງໃຫຍ່ທີ່ສຸດໃນຊີວິດຂອງມາກ ແມ່ນຊ່ວງເວລາທີ່ລາວປະເຊີນກັບພາວະໝົດໄຟ. ຄວາມຮູ້ສຶກທໍ້ແທ້ ແລະ ໝົດແຮງບັນດານໃຈໃນຕອນນັ້ນ ເຮັດໃຫ້ລາວຕັດສິນໃຈຍ່າງອອກຈາກວົງການບັນເທີງໄປຊ່ວງໜຶ່ງເລີຍທີດຽວ.

ແຕ່ແລ້ວ ເມື່ອເວລາຜ່ານໄປ ມາກພົບວ່າ ລາວບໍ່ເຄີຍເອົາຄວາມຝັນເລື່ອງການປະກວດອອກຈາກຫົວໄດ້ເລີຍ. ສຽງຮຽກຮ້ອງຈາກຫົວໃຈມັນດັງຂຶ້ນທຸກມື້ ຈົນໃນທີ່ສຸດ ລາວຈຶ່ງຕັດສິນໃຈຮວບຮວມຄວາມກ້າ, ກຽມພ້ອມທັງສະພາບຮ່າງກາຍ ແລະ ຈິດໃຈ ເພື່ອກັບມາຢືນເທິງເວທີ Mister Universe Laos ໃນຄັ້ງນີ້.
ການກັບມາຄັ້ງນີ້ ມັນມີຄວາມໝາຍກັບຂ້ອຍຫຼາຍ. ມັນຄືການເອົາຊະນະໃຈໂຕເອງ. ເຖິງຈະບໍ່ໄດ້ດີທີ່ສຸດ ແຕ່ຂ້ອຍກໍຕັ້ງໃຈຈະເຮັດໃຫ້ເຕັມທີ່ທີ່ສຸດ. ເມື່ອຮູ້ວ່າຜ່ານເຂົ້າຮອບ ກໍຮູ້ສຶກດີໃຈຫຼາຍ ແຕ່ບໍ່ໄດ້ຕື່ນເຕັ້ນຈົນກົດດັນຕົນເອງ ເພາະຄິດໄວ້ແລ້ວວ່າ ບໍ່ວ່າຜົນຈະອອກມາເປັນແນວໃດ ເຮົາກໍໄດ້ເຮັດເຕັມທີ່ໃນແບບຂອງເຮົາແລ້ວ.
ມາກ ຢາກໃຊ້ໂອກາດນີ້ ເພື່ອພິສູດໃຫ້ທຸກຄົນເຫັນວ່າ: “ຂໍພຽງແຕ່ເຮົາກ້າທີ່ຈະເຮັດຕາມຫົວໃຈຕົວເອງ, ເຊື່ອໃນສິ່ງທີ່ຮັກ ແລະ ຮັກໃນສິ່ງທີ່ເຮັດ. ເພາະຖ້າເຮົາໄດ້ເຮັດໃນສິ່ງທີ່ມັກ ເຮົາຈະມີຄວາມສຸກ ແລະ ຜົນງານກໍຈະອອກມາດີຕາມນັ້ນ.” ຫາກໄດ້ຮັບຕຳແໜ່ງ, ລາວຕັ້ງໃຈຈະເປັນຕົວແທນຊາຍໜຸ່ມ ທີ່ພ້ອມຈະໃຫ້ຄຳແນະນຳ, ເປັນກຳລັງໃຈໃຫ້ກັບຄົນທີ່ກຳລັງທໍ້ແທ້ ແລະ ພ້ອມທີ່ຈະອອກງານຊ່ວຍເຫຼືອສັງຄົມ.

ໃນມຸມມອງຂອງໜຸ່ມກ້າມໃຫຍ່ຄົນນີ້, ຄວາມເປັນ “ສຸພາບບຸລຸດ” ບໍ່ແມ່ນເລື່ອງຂອງຄວາມແຂງແຮງ ແຕ່ມັນຄືເລື່ອງຂອງທັດສະນະຄະຕິ ສຸພາບບຸລຸດໃນຍຸກປັດຈຸບັນ ຄືຄົນທີ່ຮູ້ຈັກ ຮັບຮູ້, ຮັບຟັງ ແລະ ເຂົ້າໃຈຜູ້ອື່ນ ໂດຍບໍ່ເອົາໂຕເອງເປັນທີ່ຕັ້ງ.
ກ່ອນຈາກກັນ, ມາກ ໄດ້ຝາກຂໍ້ຄວາມສັ້ນໆ ແຕ່ຊົງພະລັງເຖິງເຍົາວະຊົນ ແລະ ຄົນທີ່ກຳລັງໄລ່ຕາມຄວາມຝັນວ່າ:
ສູ້ຕໍ່ໄປ ມື້ນີ້ບໍ່ໄດ້, ມື້ໜ້າບໍ່ໄດ້, ແຕ່ມື້ໃດມື້ໜຶ່ງ ຈະຕ້ອງເປັນມື້ຂອງເຮົາຢ່າງແນ່ນອນ.
ພ້ອມທັງຝາກເຖິງແຟນໆ ທຸກຄົນທີ່ຕິດຕາມເວທີ Mister Universe Laos ໃຫ້ຊ່ວຍເຊຍ ແລະ ເປັນກຳລັງໃຈໃຫ້ກັບຜູ້ເຂົ້າປະກວດທັງ 26 ຄົນ ເພາະທຸກຄົນລ້ວນແຕ່ມີຄວາມເກັ່ງໃນແບບຂອງຕົນເອງ ແລະ ຕັ້ງໃຈເຮັດອອກມາໃຫ້ດີທີ່ສຸດ. ຢ່າລືມສົ່ງແຮງເຊຍໃຫ້ ມາກ ພັນນໍລິນ ພິຈິດ ຕົວແທນເມືອງຕົ້ນເຜິ້ງ ຄົນນີ້ແດ່ເດີ້.
