ຄອນເທັນຄຣີເອເຕີທີ່ເລີ່ມຈາກການຂຽນເນື້ອຫາກ່ຽວກັບ Tech ກ່ອນຈະຫຍັບມາຂຽນກ່ຽວກັບເລື່ອງວົງການບັນເທີງ ແລ້ວສຸດທ້າຍຂຽນມັນໄປທຸກຢ່າງ ຈົນກາຍເປັນຜູ້ຄຸມຄຸນນະພາບຂອງເນື້ອຫາທັງໝົດໃນ Muan (ຖ້າມີບ່ອນໃດຜິດ ນັ້ນແມ່ນຄວາມຜິດຂ້ອຍທີ່ເບິ່ງບໍ່ທົ່ວ 55). ມັກເອົາເລື່ອງຕ່າງໆທີ່ພົບໃນຊີວິດປະຈຳວັນມາເລົ່າຕໍ່ເພື່ອໃຫ້ເຂົ້າກັບ ມ່ວນ, ກົງກັບຄວາມສົນໃຈຂອງຜູ້ອ່ານ ແລະ ເຂົ້າໃຈງ່າຍ. ມັກຖ່າຍຮູບ ແລະ Pop Culture.
ທຸກຄົນ… ເຄີຍສົງໄສບໍ່ວ່າ ໃຜກັນແທ້ທີ່ເປັນ “ເຈົ້າຂອງ” ເຮືອນຫຼັງນີ້? ຕອນທຳອິດທີ່ຂ້ອຍເອົາແມວມາລ້ຽງ ຂ້ອຍກໍຄິດວ່າຂ້ອຍຄື “ຜູ້ອຸປະຖຳ” ພວກມັນ. ແຕ່ພໍຢູ່ໄປດົນໆ… ຂ້ອຍເລີ່ມຮູ້ສຶກວ່າຕົນເອງຄື “ພະນັກງານບໍລິການ” ໂຮງແຮມລະດັບ 5 ດາວ ທີ່ເຮັດວຽກແລກກັບການໄດ້ລູບຫົວມັນພຽງ 3 ວິນາທີກ່ອນຈະຖືກກັດ 555 ການອາໄສຢູ່ກັບແມວ ມັນສອນໃຫ້ຂ້ອຍເຫັນບາງເລື່ອງທີ່ເຮົາລືມຄິດເຖິງ: ຄວາມສຸກແບບຢູ່ຊື່ໆກໍມີຄ່າ: ຄົນເຮົາມັກຄິດວ່າ...
ທຸກຄົນ! ມື້ນີ້ຂ້ອຍໄດ້ຄົ້ນພົບ “ເວດມົນ” ທີ່ຊ່ວຍຊີວິດຂ້ອຍຊີວິດໄດ້ແບບເກີນຄາດ. ມັນຄືການ Vibe Coding. ລອງຈິນຕະນາການເບິ່ງເດີ້… ຄວາມຮູ້ການຂຽນ Code ຂອງຂ້ອຍແມ່ນຢູ່ລະດັບອະນຸບານແຮງ. ຮູ້ແຕ່ HTML ແບບພື້ນໆ ປະເພດທີ່ວ່າເຮັດຕົວໜັງສືໃຫ້ເປັນລິ້ງໄດ້ກໍດີໃຈຕາຍແລ້ວ 555. ແຕ່ເຊື່ອບໍ່? ພາຍໃນມື້ດຽວ ຂ້ອຍສາມາດເນລະມິດຟັງຊັນ Gen ຮູບ Artwork, ປັບໜ້າເວັບ,...
ທຸກຄົນ… ມື້ນີ້ຂ້ອຍຫາເລື່ອງເຮັດໃຫ້ໂຕເອງມີເລື່ອງວົນໃນຫົວອີກແລ້ວ ດ້ວຍການຈັບເອົາປຶ້ມ “ເຈົ້າຊາຍນ້ອຍ” (The Little Prince) ມາອ່ານຄືນເປັນຮອບທີເທົ່າໃດກໍບໍ່ຮູ້. ແຕ່ແປກເນາະ, ອ່ານຕອນຍັງເປັນເດັກນ້ອຍ ກັບ ອ່ານຕອນທີ່ໜ້າວຽກເຕັມ Calendar ແບບນີ້ ຄວາມຮູ້ສຶກມັນຕ່າງກັນລິບລັບເລີຍ. ຕອນເດັກນ້ອຍ ເຮົາອາດຈະຕື່ນເຕັ້ນກັບການເດີນທາງຂ້າມດວງດາວຂອງເຈົ້າຊາຍນ້ອຍ. ແຕ່ພໍມາອ່ານຕອນນີ້… ຂ້ອຍພັດຮູ້ສຶກສະດຸດໃຈກັບ “ໝວກ” ທີ່ມັນບໍ່ແມ່ນໝວກ ແຕ່ມັນຄື “ງູເຫຼືອມກິນຊ້າງ”...
ທຸກຄົນ… ມື້ນີ້ຕອນກຳລັງມ້ຽນຫ້ອງທີ່ຮົກຄືກັບສະໜາມຮົບ, ຂ້ອຍກໍນັ່ງພັກແລ້ວໄຖໂທລະສັບອ່ານຂ່າວໄປນຳ. ນິ້ວໂປ້ໄປຢຸດກຶກຢູ່ຫົວຂໍ້ຂ່າວໜຶ່ງຂອງ BBC ທີ່ຂຽນວ່າ: “ນັກດາລາສາດຄົ້ນພົບການລະເບີດທີ່ບໍ່ເຄີຍເຫັນມາກ່ອນຈາກຫຼຸມດຳມວນມະຫາສານ”. ອ່ານແລ້ວກໍສະດຸດໃຈເລີຍ… ດຽວເດີ້! ຫຼຸມດຳ? ຕັ້ງແຕ່ນ້ອຍຈົນໃຫຍ່ ເຮົາຖືກສອນມາຕະຫຼອດວ່າ ຫຼຸມດຳຄື “ເຄື່ອງດູດຝຸ່ນຂອງຈັກກະວານ”. ມັນດູດທຸກຢ່າງເຂົ້າໄປ, ດູດດາວ, ດູດແສງ, ດູດທຸກມວນສານ ແບບບໍ່ມີມື້ປ່ອຍອອກມາ. ມັນຄືຕົວແທນຂອງການ “ອົດກັ້ນ ແລະ ເກັບກຳ”...
ເມື່ອເລື່ອງລາວຂອງວີລະບຸລຸດໃນຕຳນານ ຖືກຕີຄວາມໃໝ່ຜ່ານການເຕັ້ນ! ກຽມພົບກັບ 'ສັງສິນໄຊ' ເວີຊັນ Dance Theatre ສຸດເທ້ໂດຍທີມ Fanglao ທີ່ຈະມາສ້າງປາກົດການໃໝ່ເທິງເວທີ 3 ຮອບເທົ່ານັ້ນໃນເດືອນມີນາ 2026 ນີ້.
Highlights ເຈົ້າເຄີຍສັງເກດບໍ່? ເວລາເຮົາມີງານບຸນ, ງານດອງ ຫຼື ມື້ດີໆໃນຄອບຄົວ ໜຶ່ງໃນເມນູທຳອິດທີ່ເຮົາມັກຄິດຮອດກໍຄື ລາບ. ມັນບໍ່ແມ່ນພຽງແຕ່ຍ້ອນຄວາມແຊບເທົ່ານັ້ນ ແຕ່ຍ້ອນຊື່ຂອງມັນທີ່ພ້ອງກັບຄຳວ່າ ໂຊກລາບ ເຮັດໃຫ້ທຸກຄຳທີ່ເຮົາກິນເຂົ້າໄປ ເປັນຄືກັບການຮັບເອົາຄວາມເປັນສິລິມຸງຄຸນເຂົ້າມາໃນຊີວິດ. ໃນມື້ນີ້, ຄວາມພາກພູມໃຈຂອງເຮົາກຳລັງຈະກ້າວໄປອີກຂັ້ນ ເພາະລາບລາວໄດ້ຖືກນຳສະເໜີຂຶ້ນທະບຽນເປັນ ມໍລະດົກທາງວັດທະນະທຳຂອງມະນຸດຊາດ (UNESCO) ແລ້ວ ເຊິ່ງເຮົາຈະໄດ້ລຸ້ນຜົນນຳກັນໃນເດືອນກັນຍາ 2026 ນີ້. ແຕ່ກ່ອນຈະໄປຮອດຈຸດນັ້ນ,...
ດ້ວຍສຽງກີຕ້າທີ່ລ່ອງລອຍ ແລະ ເນື້ອຮ້ອງທີ່ໃຊ້ຄຳຊ້ຳດັ່ງມົນສະກົດ, ພວກເຂົາສ້າງບັນຍາກາດຄືກັບຢູ່ໃນຄວາມຝັນ. ປາກົດການ “Sad-Happy” ຂອງພວກເຂົາເຮັດໃຫ້ຜູ້ຟັງຮູ້ສຶກທັງເຈັບປວດ ແລະ ອົບອຸ່ນໃນເວລາດຽວກັນ.
ເປີດເຫດຜົນທີ່ Taylor Swift ເຊີນ Cillian Murphy ແລະ ແຂກຈາກລາຍການ Graham Norton ຍົກແຜງມາສະແດງໃນ MV Opalite ພ້ອມເຈາະເລິກທີ່ມາຂອງ MV ນີ້.
Taylor Swift ປະກາດປ່ອຍ MV ເພງ Opalite ແຕ່ມາໃນຮູບແບບໃໝ່ຄື ລົງ Spotify ແລະ Apple Music ກ່ອນ YouTube. ມາເບິ່ງເຫດຜົນວ່າເປັນຍ້ອນຫຍັງ.
ພວກເຮົາໃຊ້ຄຸກກີ້ເພື່ອປັບປຸງປະສົບການ ແລະ ນຳສະເໜີເນື້ອຫາທີ່ຖືກໃຈທ່ານ.