ສະຫຼຸບງານ Artopia ເສັ້ນທາງສ້າງສັນ: ງານທີ່ຄົນສາຍ Creative ໃນລາວມາລວມຕົວກັນ

ແບ່ງປັນ

ສະຫຼຸບງານ Artopia ເສັ້ນທາງສ້າງສັນ: ງານທີ່ຄົນສາຍ Creative ໃນລາວມາລວມຕົວກັນ

06 October 2026● 21

ຖ້າຈະເວົ້າແບບກົງໄປກົງມາ, ເຮົາມັກຈະເຫັນວ່າ ຄົນທີ່ເຮັດວຽກສາຍອອກແບບ ຫຼື ສາຍສ້າງສັນໃນລາວ ມັກເຮັດວຽກຄົນດຽວ. ຮຽນເອງ, ລອງຜິດລອງຖືກເອງ, ມີບັນຫາກໍບໍ່ຄ່ອຍຮູ້ຈະໄປຖາມໃຜ. ງານທີ່ໃຫ້ຄົນສາຍນີ້ໄດ້ມາພົບກັນແທ້ໆ ຈຶ່ງບໍ່ໄດ້ມີເລື້ອຍປານໃດ.

ວັນທີ 19 ກັນຍາ 2026 ທີ່ຜ່ານມາ ມີງານ Artopia ເສັ້ນທາງສ້າງສັນ (Creative Journey) ຢູ່ August Living House, ນະຄອນຫຼວງວຽງຈັນ. ມີນັກສ້າງສັນມາຮ່ວມງານຫຼາຍກວ່າ 50 ຄົນ. ພິເສດກໍຄື ທີມມ່ວນເອງກໍໄດ້ຮ່ວມເປັນພາດເນີໃນງານນີ້ ແລະ ຂໍສະຫຼຸບມາໃຫ້ທຸກຄົນໄດ້ອ່ານ.

ບັນຍາກາດພາຍໃນງານເປັນກັນເອງ ແລະ ບໍ່ໄດ້ເປັນທາງການຫຼາຍ ສ່ວນຜູ້ທີ່ມາຮ່ວມມີທັງນັກອອກແບບກຣາຟິກ, ນັກອອກແບບຟອນ, ຄອນເທັນຄຣີເອເຕີ, ຊ່າງພາບ ແລະ ຄົນທີ່ມັກງານສິລະປະ. ນອກຈາກຟັງການບັນຍາຍ ທຸກຄົນຍັງໄດ້ລົມກັນ, ແລກປ່ຽນປະສົບການ ແລະ ຮູ້ຈັກກັນຫຼາຍຂຶ້ນ.

ຊ່ວງທຳອິດຂອງງານ ເປັນການບັນຍາຍຈາກນັກສ້າງສັນ 3 ທ່ານ ທີ່ມາແບ່ງປັນເລື່ອງລາວກ່ຽວກັບສິ່ງທີ່ພວກເຂົາກຳລັງເຮັດຢູ່.

ເລີ່ມຈາກ ແສງແກ້ວ ວ່າງຊຽງວື່ ເຊິ່ງເປັນນັກອອກແບບຟອນລາວ-ລາຕິນ ທີ່ມີຜົນງານຟອນ SNT Anouvong, Sooksun ແລະ Thongdy. ລາວມາເລົ່າໃນຫົວຂໍ້ “ນ້ຳສຽງທີ່ເປັນເຮົາ ຜ່ານລາຍເສັ້ນຕົວອັກສອນ” ວ່າ ຕົວອັກສອນແຕ່ລະແບບໃຫ້ຄວາມຮູ້ສຶກຕ່າງກັນ ແລະ ສາມາດບອກຕົວຕົນຂອງເຮົາໄດ້.

ອ່ານຕື່ມ:  Pinterest ລວມໄອເດຍຄົ້ນຫາແຮງບັນດານໃຈພ້ອມ Boards ສຸດຄຣີເອທີບ

ຕໍ່ມາແມ່ນ ຝົນນະພາ ໄຕມະນີ ທີ່ມາເລົ່າປະສົບການຮ່ວມງານກັບ Netflix. ລາວເຄີຍເຮັດວຽກຢູ່ເອເຈນຊີໃນເກົາຫຼີ ທີ່ເປັນເອເຈນຊີທີ່ Netflix ໃຊ້ບໍລິການ, ໂດຍຮັບຜິດຊອບອອກແບບຟອນໄທໃຫ້ຕົວຢ່າງໜັງ (Trailer). ໃນເກືອບ 2 ປີ ລາວອອກແບບຟອນໄປຫຼາຍຮ້ອຍຟອນ. ນອກຈາກນັ້ນ, ລາວຍັງອອກແບບຟອນ PIXELAO ທີ່ໄດ້ແຮງບັນດານໃຈຈາກພາບແບບ 8-bit ໃນເກມສະໄໝກ່ອນ ແລະ ໃຊ້ໄດ້ທັງພາສາລາວ, ໄທ ແລະ ອັງກິດ.

ທ່ານສຸດທ້າຍຂອງຊ່ວງນີ້ແມ່ນ ໂອລົດ ແສນທິຈັກ ຫຼື ໂອໄມ້ດີ. ລາວເປັນຄອນເທັນຄຣີເອເຕີ ທີ່ໄດ້ຮັບລາງວັນ Muan Awards 2025 ສາຂານັກສ້າງສັນເນື້ອຫາອອນລາຍແຫ່ງປີ ສາຍ Lifestyle. ລາວມາລົມເລື່ອງຄວາມສຳຄັນຂອງຄອນເທັນກັບການອອກແບບ ວ່າງານອອກແບບທີ່ດີບໍ່ພຽງແຕ່ຕ້ອງງາມ ແຕ່ຕ້ອງມີເນື້ອຫາ ແລະ ມີເລື່ອງທີ່ຈະເລົ່ານຳ.

ຫົວຂໍ້ຕໍ່ມາເປັນການລົມກັນເລື່ອງ Design Thinking ຫຼື ການຄິດແບບນັກອອກແບບ ໂດຍທ່ານ ວິລະກອນ ພະຈັນທະວົງ. ທ່ານວິລະກອນຢູ່ໃນວົງການອອກແບບລາວມາດົນແລ້ວ ແລະ ມີຜົນງານທີ່ໂດດເດັ່ນໃນການອອກແບບ CI ໃຫ້ກັບຫຼາກຫຼາຍອົງກອນໃນລາວ. ໃນຫົວຂໍ້ນີ້ ຍັງມີ ຈອນນີ້ ມັງກອນເພັດ ໄຊຍະສານ (Johnny Sayasane) ເປັນຜູ້ດຳເນີນການສົນທະນາ. ລາວເປັນທັງສິລະປິນ ແລະ ນັກອອກແບບກຣາຟິກ, ເປັນຜູ້ປະກອບການທີ່ເຮັດວຽກໃນສາຍການຕະຫຼາດມານັບທົດສະວັດ.

ຫົວຂໍ້ສຸດທ້າຍເປັນເລື່ອງລາວກ່ຽວກັບ ເສັ້ນທາງນັກອອກແບບອິນດີ້ ເຊິ່ງແບ່ງປັນໂດຍ ໄກຍະສິດ ສິຣິວົງສາ ຫຼື Karnkai. ລາວມາເລົ່າປະສົບການຂອງການເປັນນັກອອກແບບອິດສະລະ. ລາວກໍເປັນອີກຄົນທີ່ຢູ່ໃນວົງການມາດົນ ມີປະສົບການ ແລະ ຜົນງານ Calligraphy ຫຼື ການແຕ້ມລາຍມືທີ່ໂດດເດັ່ນ ແລະ ເປັນທີ່ຍອມຮັບໃນແວດວົງ. ຫົວຂໍ້ນີ້ເໝາະກັບຄົນທີ່ຢາກອອກມາເຮັດວຽກເປັນຂອງຕົວເອງ ແຕ່ຍັງບໍ່ຮູ້ວ່າຈະເລີ່ມຈາກໃສ ຜູ້ດຳເນີນການສົນທະນາໃນຊ່ວງນີ້ແມ່ນ ພອນສະຫວັນ ແສງພະຈັນ ຫຼື ລຸງໜວດ (ແກ້ວຄຸງ). ລາວເປັນສິລະປິນ, ນັກອອກແບບ ແລະ ຊ່າງພາບ ທີ່ເຮັດວຽກເບື້ອງຫຼັງຮູບເງົາລາວຫຼາຍເລື່ອງ. ຜົນງານທີ່ຄົນຮູ້ຈັກຫຼາຍແມ່ນການຖ່າຍພາບ Stills ໃຫ້ຮູບເງົາລາວ, ແລະ ລາວຍັງເຄີຍກຳກັບຊີຣີສ໌ນຳ.

ອ່ານຕື່ມ:  ຖອດບົດຮຽນ "ທີມຊັດຊາດ" ຫາສຽງເລືອກຕັ້ງ: ໃຊ້ສູດ ຄຣີເອທີບ + ຄວາມເຊື່ອໃຈ ມັດໃຈຄົນ

ການສ້າງເຄືອຂ່າຍຂອງຄົນສາຍອອກແບບໃນລາວ ມີຄົນເລີ່ມເຮັດມາແຕ່ຫຼາຍປີກ່ອນແລ້ວ. ແຕ່ການຈະມີຄອມມູນິຕີ້ທີ່ເຂັ້ມແຂງໄດ້ ຕ້ອງມີງານໃຫ້ຄົນໄດ້ມາພົບກັນຢູ່ເລື້ອຍໆ. ໃນງານນີ້ເຮົາໄດ້ເຫັນຄົນທີ່ເຮັດວຽກໃນວົງການມາດົນ ມາລົມກັບຄົນທີ່ຫາກໍເລີ່ມ. ຄົນທີ່ເຄີຍເຮັດວຽກຄົນດຽວ ກໍໄດ້ຮູ້ຈັກຄົນທີ່ເຮັດວຽກສາຍດຽວກັນ. ບາງຄົນອາດໄດ້ໝູ່ໃໝ່, ບາງຄົນອາດໄດ້ຄົນມາຮ່ວມງານກັນໃນອະນາຄົດ.

ສຳລັບຄົນທົ່ວໄປ ງານແບບນີ້ກໍເຮັດໃຫ້ເຫັນວ່າ ໂລໂກ້, ໂປສເຕີ, ຟອນ, ຄອນເທັນ ແລະ ຮູບເງົາທີ່ເຮົາເຫັນທຸກມື້ ມີຄົນລາວຫຼາຍຄົນທີ່ປະກອບສ່ວນສ້າງສັນມັນອອກມາເປັນສິ່ງທີ່ເຮົາຈັບຕ້ອງ ແລະ ແນມເຫັນໄດ້.

ໃຜສົນໃຈ ສາມາດຕິດຕາມເພຈ Artopia ໄວ້ ເພື່ອບໍ່ໃຫ້ພາດງານຄັ້ງຕໍ່ໄປ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.