ຫຼວງພະບາງບໍ່ໄດ້ມີແຕ່ວັດ ແລະ ຕາດກວາງຊີ: ປະສົບການໃໝ່ໃນ 2 ມື້ ທີ່ເຮົາຢາກຊວນທຸກຄົນໄປລອງ

ແບ່ງປັນ

ຫຼວງພະບາງບໍ່ໄດ້ມີແຕ່ວັດ ແລະ ຕາດກວາງຊີ: ປະສົບການໃໝ່ໃນ 2 ມື້ ທີ່ເຮົາຢາກຊວນທຸກຄົນໄປລອງ

12 October 2026● 1
✦ AI Summarized

Key Takeaways:

  • ເລີ່ມຕົ້ນວັນໃໝ່ດ້ວຍ City Run ແຄມຂອງ-ແຄມຄານ ໄລຍະທາງປະມານ 7 ກິໂລແມັດ ເພື່ອສຳຫຼວດເມືອງໃນມຸມມອງໃໝ່.
  • ຂ້າມຂົວເກົ່າອາຍຸເກືອບ 100 ປີ ໄປຢ້ຽມຊົມບ້ານຊ່າງຄ້ອງ ແລະ ບ້ານຊຽງເຫຼັກ ເພື່ອເບິ່ງກຳມະວິທີການເຮັດເຈ້ຍສາ.
  • ນັ່ງຈິບຊາຕອນບ່າຍໃນບັນຍາກາດສະໄຕລ໌ຍີ່ປຸ່ນ ທີ່ Maemori Teahouse & Eatery ຫຼັງຈາກໃຊ້ແຮງມາທັງເຊົ້າ.
  • ຮູ້ຈັກວິຖີຊີວິດ ແລະ ງານສີມືຂອງຊົນເຜົ່າຕ່າງໆ ທີ່ສູນວັດທະນະທຳ ແລະ ປະຫວັດສາດຊົນເຜົ່າ (TAEC) ຕີນພູສີ.
  • ຊົມງານສິລະປະຮ່ວມສະໄໝໃນເຮືອນອາຍຸຮ້ອຍປີທີ່ Sata Gallery, Villa Santi Luang Prabang ພ້ອມກັບຊົມບັນຍາກາດເມືອງເກົ່າ.

ຖ້າເວົ້າເຖິງຫຼວງພະບາງ ຫຼາຍຄົນຈະນຶກເຖິງວັດຊຽງທອງ, ການຕັກບາດຕອນເຊົ້າ, ຕະຫຼາດມືດ ແລະ ນ້ຳຕົກຕາດກວາງຊີ. ທີມມ່ວນກໍເຄີຍຄິດແບບນັ້ນ ຈົນໄດ້ມາຫຼວງພະບາງຮອບນີ້ ເພື່ອຮ່ວມແລ່ນໃນງານ Luang Prabang Trail 2026. ພໍແລ່ນແລ້ວ ເຮົາກໍຢູ່ໃນເມືອງນີ້ຕໍ່ອີກ ແລະ ໄດ້ເຫັນວ່າເມືອງນີ້ຍັງມີອີກຫຼາຍຢ່າງ ທີ່ບໍ່ຄ່ອຍມີໃຜນຳເອົາມາເລົ່າ.

ພວກເຮົາເລີຍລວມ 6 ປະສົບການທີ່ໄດ້ໄປລອງມາມາເລົ່າສູ່ຟັງ.

ໃນມື້ທຳອິດ ເຮົາຈະໄປພາສຳຫຼວດເມືອງຜ່ານການແລ່ນ – ຍ່າງ ແລະ ໄປເບິ່ງອີກຟາກຂອງນໍ້າຄານທີ່ມີທັງວິວ ແລະ ຕົ້ນກຳເນີດຂອງງານສີມືໃຫ້ເຮົາໄດ້ເຫັນ. ມື້ທີສອງ ຈະພາໄປຮູ້ຈັກເມືອງເກົ່າຜ່ານພິພິທະພັນ, ງານສິລະປະ ແລະ ຕາເວັນຕົກເທິງແມ່ນ້ຳຂອງ.

  1. ເລີ່ມຕົ້ນວັນໃໝ່ດ້ວຍ City Run ແຄມຂອງ-ແຄມຄານ

ວິທີທີ່ດີທີ່ສຸດທີ່ຈະຮູ້ຈັກເມືອງນີ້ ອາດແມ່ນການແລ່ນອ້ອມເມືອງໃນຕອນເຊົ້າ ກ່ອນທີ່ລົດ ແລະ ຄົນຈະຫຼາຍ.

ເສັ້ນທາງທີ່ທີມມ່ວນແລ່ນຍາວປະມານ 7 ກິໂລແມັດ. ເລີ່ມຈາກໃນເມືອງ ແລ້ວແລ່ນລຽບແຄມຂອງອ້ອມຕົວເມືອງ ໄປທາງສວນສາທາລະນະທາດຫຼວງ. ຈາກນັ້ນອ້ອມມາທາງຕະຫຼາດກາງຄືນ, ຕໍ່ໄປທາງເບື້ອງຫຼັງພູສີທີ່ເປັນແຄມນ້ຳຄານ, ແລ້ວວົກກັບມາເສັ້ນແຄມຂອງ. ໄຮໄລທ໌ຂອງເສັ້ນທາງແມ່ນຈຸດທີ່ນ້ຳຂອງ ແລະ ນ້ຳຄານມາບັນຈົບກັນເຊິ່ງເປັນວິວທີ່ເຮັດໃຫ້ເຮົາສະຫງົບໃຈຢ່າງບອກບໍ່ຖືກ ຫຼັງຈາກທີ່ແລ່ນອອກກຳລັງມາແລ້ວ.

ອ່ານຕື່ມ:  ເອີວິນ ATLAS ລັກມາທ່ຽວລາວ ໂພສຮູບສຸດຊິລຢູ່ຫຼວງພະບາງ

ຖ້າແລ່ນຕອນເຊົ້າມືດ ອາດຈະພົບແຖວພະສົງອອກບິນທະບາດ. ໃຫ້ແລ່ນອ້ອມອອກຫ່າງ ແລະ ບໍ່ແລ່ນຕັດໜ້າ.

ເຮົາຄິດວ່າ ການແລ່ນ ຫຼື ຍ່າງສຳຫຼວດເສັ້ນທາງໃໝ່ໆ ເຮັດໃຫ້ເຮົາໄດ້ຢູ່ກັບໂຕເອງ ແລະ ເຫັນບ້ານເມືອງໃນມຸມໃໝ່ໆ.

📍 ແຄມຂອງ – ສວນສາທາລະນະທາດຫຼວງ – ຕະຫຼາດກາງຄືນ – ແຄມຄານ
ໄລຍະທາງປະມານ 7 ກມ. ແນະນຳໃຫ້ແລ່ນຕອນເຊົ້າ

ຕອນແລ່ນຜ່ານແຄມຄານ ຈະເຫັນອີກຟາກນ້ຳຢູ່ບໍ່ໄກ. ບ່ອນນັ້ນແຫຼະ ຄືຈຸດໝາຍຕໍ່ໄປ.

  1. ຂ້າມຂົວເກົ່າ ໄປເບິ່ງບ້ານທີ່ເຮັດເຈ້ຍສາ

ຫຼາຍຄົນເຄີຍເຫັນເຈ້ຍສາ ທີ່ເຮັດເປັນໂຄມໄຟ, ປຶ້ມ ແລະ ແຕ້ມຮູບໃສ່ຂອບ ຂາຍຢູ່ຕະຫຼາດກາງຄືນ. ແຕ່ໜ້ອຍຄົນຈະໄດ້ເຫັນວ່າມັນເຮັດຂຶ້ນແນວໃດ.

ຄຳຕອບຢູ່ທີ່ ບ້ານຊ່າງຄ້ອງ ແລະ ບ້ານຊຽງເຫຼັກ ຫ່າງຈາກໃຈກາງເມືອງປະມານ 3 ກິໂລແມັດ ເຊິ່ງຕ້ອງໄດ້ຂ້າມນ້ຳຄານໄປ. ສອງບ້ານນີ້ເປັນບ້ານຫັດຖະກຳທີ່ເຮັດເຈ້ຍສາຈາກເປືອກໄມ້ສາ ແລະ ທໍຜ້າພື້ນເມືອງ. ພາບທີ່ເຮົາຈື່ໄດ້ແມ່ນຖາດເຍື່ອໄມ້ສາ ທີ່ໂຮຍດອກເຈ້ຍສີບົວໄວ້ ຕັ້ງຕາກແດດຢູ່ໜ້າເຮືອນ.

ການເດີນທາງໄປກໍເປັນສ່ວນໜຶ່ງຂອງປະສົບການ. ທາງທີ່ສະດວກທີ່ສຸດແມ່ນເຊົ່າລົດຈັກ ຫຼື ລົດຖີບ ແລ້ວຂີ່ຂ້າມ ຂົວເກົ່າ ທີ່ຝຣັ່ງສ້າງໄວ້ໃນຊຸມປີ 1920. ຂົວນີ້ອາຍຸເກືອບ 100 ປີແລ້ວ. ຖ້າໄປດ້ວຍຕຸກຕຸກ ຫຼື ລົດໃຫຍ່ ຈະຕ້ອງອ້ອມໄປໃຊ້ຂົວໃໝ່ ເຊິ່ງໄກກວ່າ.

ບາງເທື່ອສິ່ງນ້ອຍໆທີ່ເຮົາບໍ່ຄ່ອຍໄດ້ເຫັນໃນຊີວິດປະຈຳວັນ ຄືກັບການເຮັດເຈ້ຍປໍສາ ກໍເຮັດໃຫ້ເຮົາໄດ້ຮູ້ວ່າ ງານສີມືທີ່ເຮົາເຫັນໃນຮ້ານຂາຍເຄື່ອງທີ່ລະນຶກ ເກີດຂຶ້ນມາໄດ້ແນວໃດ ແລະ ມີຄຸນຄ່າສໍ່າໃດ

📍 ບ້ານຊ່າງຄ້ອງ ແລະ ບ້ານຊຽງເຫຼັກ (ຂ້າມນ້ຳຄານ, ຫ່າງເມືອງປະມານ 3 ກມ.)

ແນະນຳເຊົ່າລົດຈັກ ຫຼື ລົດຖີບ ຂ້າມຂົວເກົ່າ

ກັບມາຮອດໃນເມືອງຕອນບ່າຍ ແດດກໍເລີ່ມຮ້ອນ ແລະ ຂາກໍເລີ່ມລ້າ. ຮອດເວລາຫາບ່ອນນັ່ງພັກແລ້ວ.

  1. ນັ່ງຈິບຊາຕອນບ່າຍ ທີ່ Maemori Teahouse & Eatery

Maemori Teahouse & Eatery ຢູ່ເທິງຖະໜົນວິຊຸນນະລາດ ໃນຕົວເມືອງ. ຮ້ານນີ້ເປັນຮ້ານສຳລັບຄົນມັກຊາແທ້ໆ. ມີທັງຊາໃສ, ຊານົມ, ມັດຊະ, ຊາຮ້ອນ ແລະ ຊາເຢັນ ໃຫ້ເລືອກຫຼາຍແບບ.

ມື້ນັ້ນເຮົາໄດ້ສັ່ງມາລອງ 3 ຈອກ ເຊັ່ນ: ຊາໃສກິ່ນດອກພຸດ ຫອມກິ່ນດອກພຸດອ່ອນໆ, ດື່ມງ່າຍ, ມັດຊະຢູຊຸເລມອນນ້ຳເຜິ້ງປ່າ ດື່ມແລ້ວສົດຊື່ນຂຶ້ນທັນທີ ແລະ ຊາໃສ Luang Prabang Heritage ສຳລັບຄົນທີ່ຢາກລອງລົດຊາດທີ່ມີຕົ້ນກຳເນີດມາຈາດເມືອງນີ້.

ອ່ານຕື່ມ:  ວາງແຜນທ່ຽວທ້າຍປີ ທີ່ ຫຼວງພະບາງ ອອກເດີນທາງຄົ້ນຫາສະເໜ່ຂອງເມືອງມໍລະດົກໂລກ

ບັນຍາກາດໃນຮ້ານເປັນສະໄຕລ໌ຍີ່ປຸ່ນ ມີຫຼາຍມຸມໃຫ້ເລືອກນັ່ງ ພ້ອມທັງມຄສວນ ເຊິ່ງງຽບສະຫງົບ ເໝາະກັບການນັ່ງພັກ ແລະ ຄ່ອຍໆຈິບຊາ ຫຼັງຈາກໃຊ້ແຮງມາທັງເຊົ້າ.

ຖ້າຄິດເຖິງເຄື່ອງດື່ມທີ່ເຮັດໃຫ້ເຮົາຕື່ນຕົວ ບາງເທື່ອຕອນບ່າຍໆເຮົາກໍບໍ່ໄດ້ຕ້ອງການຄາເຟອີນທີ່ແຮງຄືກັບກາເຟ. ການນັ່ງຈິບຊາໃນມຸມສະບາຍໆ ເປັນອີກທາງເລືອກໜຶ່ງທີ່ໂອເຄເລີຍແຫຼະ

📍 ຖະໜົນວິຊຸນນະລາດ, ຫຼວງພະບາງ
🕗 ເປີດທຸກມື້ 8:00 – 17:00

ມື້ທຳອິດຈົບລົງແບບສະບາຍໆ. ມື້ທີສອງ ເຮົາຈະຢູ່ໃນເມືອງເກົ່າ ແລະ ພາໄປຮູ້ຈັກເລື່ອງລາວທີ່ຢູ່ເບື້ອງຫຼັງເມືອງນີ້ໃຫ້ຫຼາຍຂຶ້ນ.

  1. ຮູ້ຈັກຊົນເຜົ່າລາວ ທີ່ TAEC

ຖ້າມື້ວານເຮົາໄດ້ເຫັນງານສີມືຂອງຊາວບ້ານ, ມື້ນີ້ TAEC ຈະພາເຮົາໄປເຫັນງານສີມື ແລະ ວິຖີຊີວິດຂອງຄົນອີກຫຼາຍຊົນເຜົ່າທົ່ວປະເທດ.

TAEC (Traditional Arts and Ethnology Centre) ຕັ້ງຢູ່ຕີນພູສີ, ຢູ່ໃຈກາງເມືອງ. ທີ່ນີ້ເປັນພິພິທະພັນ ແລະ ສູນຂໍ້ມູນອິດສະລະແຫ່ງດຽວໃນລາວ ທີ່ເກັບຮັກສາ ແລະ ເລົ່າເລື່ອງສິລະປະ ແລະ ວິຖີຊີວິດຂອງຊົນເຜົ່າຕ່າງໆ. ໃນນີ້ຂອງສະສົມຫຼາຍກວ່າ 400 ລາຍການ ຈາກ 30 ຊົນເຜົ່າ. ໃນນັ້ນມີທັງເຄື່ອງນຸ່ງ, ເຄື່ອງໃຊ້ໃນເຮືອນ ແລະ ເຄື່ອງທີ່ໃຊ້ໃນພິທີກຳ.

TAEC ເປີດໃນປີ 2007. ໜຶ່ງໃນຜູ້ຮ່ວມກໍ່ຕັ້ງແມ່ນຄົນຫຼວງພະບາງ ທີ່ເຄີຍເຮັດວຽກຢູ່ພິພິທະພັນແຫ່ງຊາດຫຼວງພະບາງຫຼາຍກວ່າ 10 ປີ.

ນອກຈາກເບິ່ງນິທັດສະການແລ້ວ ກໍຍັງມີ Workshop ສານລາຍຕາແຫຼວ ແລະ ພື້ນຖານການຕ່ຳຜ້າ ໃຫ້ລອງເຮັດເອງ. ຖ້າຢາກຊື້ເຄື່ອງທີ່ລະນຶກ, ຮ້ານຂອງ TAEC ຮັບສິນຄ້າໂດຍກົງຈາກຊຸມຊົນຊ່າງຫັດຖະກຳ ຈຶ່ງເປັນການຊ່ວຍສະໜັບສະໜູນຊາວບ້ານໂດຍກົງ.

“ເຮົາຮູ້ຢູ່ແລ້ວວ່າ ຢູ່ລາວເຮົາມີຊົນເຜົ່າທີ່ຫຼາກຫຼາຍ ແຕ່ຈະດີບໍ່ ຖ້າເຮົາຈະຮູ້ຈັກເຂົາເຈົ້າຫຼາຍຂຶ້ນ ໃນຂະນະທີ່ເຮົາມີໂອກາດມາຢ້ຽມຢາມຫຼວງພະບາງ?”

📍 ຕີນພູສີ, ໃຈກາງເມືອງຫຼວງພະບາງ
🕗 ເປີດ ອັງຄານ – ອາທິດ 8:00 – 17:00 (ປິດວັນຈັນ)
🎟️ ຄົນລາວເຂົ້າຊົມຟຣີ

ຈາກງານສີມືແບບດັ່ງເດີມ ເຮົາຈະລອງຍ່າງໄປເບິ່ງວ່າສິລະປິນຫຼວງພະບາງຮຸ່ນນີ້ ກຳລັງສ້າງສັນງານຫຍັງຢູ່.

  1. ຊົມງານສິລະປະ ໃນເຮືອນອາຍຸຮ້ອຍປີທີ່ Sata Gallery, Villa Santi Luang Prabang
ອ່ານຕື່ມ:  ສຸກສະຫວັດ ອຸ່ນໄຕ ນາຍແບບໜ້າໃໝ່ຈາກເມືອງມໍລະດົກໂລກ ເລືອກຄວ້າໂອກາດໃນເມືອງໃຫຍ່ເພື່ອເຮັດໃນສິ່ງທີ່ມັກ

ຫ້ອງວາງສະແດງງານສິລະປະຢູ່ Villa Santi Hotel ເປັນບ່ອນທີ່ທີມມ່ວນໄປແວ່ຊົມຜົນງານຂອງສິລະປິນທ້ອງຖິ່ນ. ສິ່ງທີ່ເຮັດໃຫ້ບ່ອນນີ້ພິເສດ ແມ່ນຕົວອາຄານເອງ.

Villa Santi ເປັນເຮືອນເກົ່າອາຍຸຮ້ອຍກວ່າປີ ທີ່ເຄີຍເປັນທີ່ພັກຂອງເຊື້ອພະວົງ ກ່ອນຈະກາຍມາເປັນໂຮງແຮມ. ການໄດ້ເບິ່ງງານສິລະປະຮ່ວມສະໄໝ ໃນອາຄານທີ່ເກົ່າກວ່າ 100 ປີ ໃຫ້ຄວາມຮູ້ສຶກທີ່ຕ່າງຈາກແກເລີຣີທົ່ວໄປ.

ດ້ານໜ້າໂຮງແຮມມີຮ້ານຂອງໂຮງແຮມທີ່ຊື່ວ່າ Princess Restaurant ທີ່ມີທັງອາຫານ ແລະ ເຄື່ອງດື່ມໃຫ້ເລືອກ. ໂຕະນັ່ງຕັ້ງຢູ່ໜ້າໂຮງແຮມ ຕິດກັບຖະໜົນສັກກະລິນ. ນັ່ງແລ້ວຈະໄດ້ເບິ່ງຄົນຍ່າງໄປມາ ໃນຂະນະທີ່ດ້ານຫຼັງແມ່ນອາຄານເກົ່າຫຼັງນີ້. ເປັນມຸມນັ່ງພັກທີ່ໄດ້ທັງບັນຍາກາດຂອງເມືອງເກົ່າ ແລະ ຊີວິດປະຈຳວັນຂອງຄົນຫຼວງພະບາງ ໃນເວລາດຽວກັນ.

ບໍ່ເຄີຍຄິດມາກ່ອນວ່າ ໂຮງແຮມທີ່ເຄີຍເປັນວັງເກົ່າຫຼັງນີ້ ຈະມີຫຍັງຫຼາຍກວ່າອາຄານເກົ່າງາມໆ ທີ່ເຮົາຍ່າງກາຍໄປກາຍມາຕະຫຼອດ

📍 Villa Santi Hotel, ຖະໜົນສັກກະລິນ

ພໍແດດເລີ່ມອ່ອນ ກໍຮອດເວລາລົງໄປລ່ອງເຮືອຢູ່ແມ່ນ້ຳຂອງ ເພື່ອປິດທ້າຍການເດີນທາງຂອງເຮົາ.

  1. ປິດທ້າຍດ້ວຍການລ່ອງເຮືອເບິ່ງຕາເວັນຕົກດິນກັບ Sasa Cruise

ຕາເວັນຕົກດິນຢູ່ອີກຟາກຂອງແມ່ນ້ຳຂອງ ເປັນສິ່ງທີ່ໃຜມາຫຼວງພະບາງກໍບໍ່ຢາກພາດ. ຖ້າເບິ່ງຈາກເທິງເຮືອກໍຍິ່ງດີກວ່າ ເພາະບໍ່ມີຫຍັງມາຂວາງກັ້ນ.

Sasa Cruise ອອກເຮືອທຸກມື້ ເວລາ 16:45. ຢູ່ເທິງເຮືອເຮົາສາມາດສັ່ງອາຫານ ແລະ ເຄື່ອງດື່ມໄດ້. ໃນຕອນທ້າຍຂອງການລ່ອງເຮືອ ກໍຍັງມີການສະແດງໃຫ້ຊົມນຳ ຫຼັງຈາກທີ່ເຮົານັ່ງຊິວໆເທິງເຮືອເປັນເວລາ 2 ຊົ່ວໂມງເຕັມ.

ຕັ້ງໃຈຈະມາເບິ່ງຕາເວັນຕົກດິນຢູ່ເທິງເຮືອ ແຕ່ສິ່ງທີ່ໄດ້ເກີນຄວາມຄາດໝາຍໄປຫຼາຍ ທັງບັນຍາກາດທີ່ແປກໃໝ່, ການສະແດງທີ່ຕື່ນຕາ ແລະ ການບໍລິການທີ່ເກີນລາຄາປີ້

📍 ທ່າເຮືອ Sasa Sunset Cruise
🕓 ອອກເຮືອທຸກມື້ 16:45
💰 ລາຄາໂປຣໂມຊັນ 50,000 ກີບ/ຄົນ | ຕ້ອງຈອງກ່ອນ

ວັດ ແລະ ການຕັກບາດ ຍັງຄົງເປັນຫົວໃຈຂອງຫຼວງພະບາງສະເໝີມາ. ແຕ່ຫຼັງຈາກ 2 ມື້ນີ້, ເຮົາເຫັນວ່າ ອີກສ່ວນໜຶ່ງຂອງເມືອງນີ້ ຢູ່ໃນມືຂອງຄົນທີ່ເຮັດເຈ້ຍສາ, ຄົນທີ່ເກັບຮັກສາເລື່ອງລາວຂອງຊົນເຜົ່າ, ສິລະປິນທ້ອງຖິ່ນ ແລະ ຄົນທີ່ເປີດຮ້ານນ້ອຍໆ ໃຫ້ເຮົາໄດ້ນັ່ງພັກ.

ພວກເຮົາຫຼາຍຄົນເຄີຍໄປຫຼວງພະບາງມາແລ້ວ ແຖມບາງຄົນກໍໄປຫຼາຍເທື່ອ. ຄຳຖາມຄື ເຮັດແນວໃດເຮົາຈຶ່ງຈະໄດ້ເຫັນມຸມໃໝ່ໆຂອງເມືອງທີ່ເຮົາອາດເບິ່ງຂ້າມ. ເທື່ອໜ້າ ລອງເລືອກບ່ອນໃໝ່ ຈັກບ່ອນໜຶ່ງເບິ່ງ ຖ້າຫາກມີໂອກາດເດີນທາງມາທີ່ເມືອງນີ້.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.