ເປີດໂຕ Super Star ດວງໃໝ່ຂອງວຽງຈັນ ເສົາໄຟທີ່ນັກທ່ອງທ່ຽວແຫ່ໄປເຊັກອິນ

ແບ່ງປັນ

ເປີດໂຕ Super Star ດວງໃໝ່ຂອງວຽງຈັນ ເສົາໄຟທີ່ນັກທ່ອງທ່ຽວແຫ່ໄປເຊັກອິນ

17 March 2026● 195

ບໍ່ແມ່ນພະທາດຫຼວງ, ບໍ່ແມ່ນປະຕູໄຊ… ແຕ່ຄື “ເສົາໄຟ” ທີ່ນັກທ່ອງທ່ຽວຕ່າງປະເທດພາກັນມາຕໍ່ຄິວຖ່າຍຮູບ.

ມັນເກີດຫຍັງຂຶ້ນ? ແລະ ເປັນຫຍັງເສົາໄຟທີ່ເຮົາເຫັນຈົນເບື່ອ ຈຶ່ງກາຍເປັນ Hidden Gem ທີ່ຊາວໂລກຕ້ອງມາເຊັກອິນ?

ມາຮູ້ຈັກກັບ Electric Pole Super Star ກາງນະຄອນຫຼວງວຽງຈັນ ພ້ອມຣີວິວສຸດຈີ໊ດ ແລະ ຄາເຟສຸດ cool ທີ່ຢູ່ໃກ້ໆ ລໍຖ້າໃຫ້ເຮົາໄປຖ່າຍຮູບ-ເຊັກອິນນຳ.

ກະແສ ເສົາໄຟ Super Star

ເມື່ອ”ຄວາມຫຍຸ້ງ” ກາຍເປັນ “ງານສິລປ໌”

ໃນ Google Maps, ຕອນນີ້ມີໝຸດສະຖານທີ່ໃໝ່ຊື່ວ່າ “Electric Pole Super Star” 📍✨ ທີ່ຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ.

ມັນບໍ່ແມ່ນເສົາໄຟທຳມະດາ, ແຕ່ມັນຄື ປະຕິມາກໍາສາຍໄຟ ທີ່ໜາແໜ້ນທີ່ສຸດ! ນັກທ່ອງທ່ຽວບາງຄົນຣີວິວວ່າມັນຄືສິລະປະທີ່ສະທ້ອນເຖິງການຂະຫຍາຍຕົວຂອງເມືອງແບບ Organic ສຸດໆ. ເຮົາເບິ່ງວ່າຫຍຸ້ງ, ແຕ່ຄົນຕ່າງປະເທດເຂົາເບິ່ງວ່າ Art.

ມຸມມອງຄົນຕ່າງປະເທດ VS ຄວາມຈິງຂອງຄົນລາວ

ໃນຂະນະທີ່ນັກທ່ອງທ່ຽວກຳລັງທ່ຽວເຊວຟີ ແລະ ຍິ້ມຫວານກັບເສົາໄຟຕົ້ນີ້ທີ່ສາຍໄຟ-ສາຍໂທລະຄົມຫຍຸ້ງເຕັມເສົາ… ຄົນລາວເຮົາຂີ່ລົດກາຍມາ… “ເຂົາຖ່າຍຫຍັງກັນ?”.

ເສົາໄຟຫຍຸ້ງໆນີ້ມັນຄືສິ່ງທີ່ເຮົາເຫັນຈົນເບື່ອ ແລະ ບາງເທື່ອກໍຮູ້ສຶກລຳຄານເວລາສາຍໄຟບັງວິວ ຫຼື ສ້າງຄວາມບໍ່ປອດໄພ. ນີ້ຄືຄວາມແຕກຕ່າງລະຫວ່າງສອງຝັ່ງ: ສິ່ງທີ່ເຮົາເບິ່ງທຳມະດາ ອາດຈະເປັນສິ່ງທີ່ຄົນອື່ນຊອກຫາ.

ສຽງຣີວິວຈາກນັກທ່ຽວທ່ຽວທີ່ໄດ້ໄປສຳຜັດ

“ສາທຸ… ຂໍໃຫ້ດັງຄືເສົາໄຟຕົ້ນນີ້!”

ຂໍ້ຄວາມຣີວິວທີ 1 ທີ່ບອກວ່າ: “I hope my hot sauce company can be as famous as this pole…

ເຖິງຂັ້ນມີຄົນມາ “ຂໍພອນ” ໃຫ້ທຸລະກິດດັງຄືເສົາໄຟ! 😂 ເພິ່ນບອກວ່າໃນບັນດາເສົາໄຟທັງໝົດ, ຕົ້ນນີ້ຄື The Best! ຄວາມດັງນີ້ບໍ່ແມ່ນໄດ້ມາເພາະໂຊກຊ່ວຍ ແຕ່ໄດ້ມາເພາະຄວາມ “ຫຍຸ້ງ” ທີ່ແທ້ຈິງ.

ອ່ານຕື່ມ:  ລວມ 12 ສະຖານທີ່ງານວາງສະແດງສິລະປະ Lao Art Week 2025

“ໄຮໄລ້ຂອງວຽງຈັນທີ່ແທ້ທຣູ!”

ຂໍ້ຄວາມຣີວິວ: “Highlight of Vientiane! It really is a super star” ແລະ “One of my favourite spots…”

ລືມຄາເຟ່ຫຼູຫຼາໄປກ່ອນ! ເພາະນັກທ່ອງທ່ຽວບອກວ່າ ນີ້ຄື Highlight ທີ່ຄຸ້ມຄ່າແກ່ການຍ່າງມາເບິ່ງດ້ວຍຕາໂຕເອງ. ມັນຄືຄວາມ Crazy ທີ່ໜ້າຮັກ ແລະ ເປັນເອກະລັກທີ່ຫາບ່ອນໃດປຽບບໍ່ໄດ້ (ແທ້ບໍ? 555)

“ຄວາມສະຫຼາດຂອງມະນຸດ… ທີ່ເຮົາຄາດບໍ່ເຖິງ”

ຂໍ້ຄວາມຣີວິວ: “A majestic display of human ingenuity.” ພ້ອມຮູບຊູມໃຫ້ເຫັນຄວາມຊັບຊ້ອນຂອງສາຍໄຟ.

ຣີວິວນີ້ຄືທີ່ສຸດ! ເພິ່ນໃຫ້ຄຳນິຍາມວ່າເປັນ “ການສະແດງອອກເຖິງຄວາມສະຫຼາດຂອງມະນຸດທີ່ຍິ່ງໃຫຍ່”. ມັນຄືສິລະປະແບບ Cyberpunk ທີ່ເກີດຂຶ້ນໂດຍບໍ່ໄດ້ຕັ້ງໃຈ.

ຖ່າຍຮູບກັບຊູເປີສະຕາແລ້ວ ຢ່າລືມແວ່ຄາເຟ່ທີ່ຢູ່ໃກ້ໆ

ລອງຊອກຫາຄາເຟ່ໃກ້ໆທີ່ມີວິວ “ເສົາໄຟ Super Star” ໃຫ້ເຮົານັ່ງຈິບກາເຟ ແລະ ຖ່າຍຮູບແບບເທ້ໆ. ເຮົາສາມາດສ້າງ Content ໃນມຸມມອງໃໝ່: “ເສົາໄຟນີ້ຄືສິລະປະທີ່ບອກເລົ່າເລື່ອງລາວຂອງເມືອງ”, ມັນບໍ່ແມ່ນຄວາມຫຍຸ້ງຢາກ. ນີ້ຄືວິທີທີ່ເຮົາສາມາດ “ມ່ວນ” ກັບສິ່ງທີ່ມີຢູ່ ແລະ ປ່ຽນມັນໃຫ້ເປັນຈຸດດຶງດູດຜູ້ຄົນໄດ້.

ຢ່າລືມມາເຊັກອິນນຳກັນ! ລອງມາເບິ່ງວຽງຈັນໃນມຸມມອງໃໝ່ທີ່ທົ່ວໂລກກຳລັງ ມ່ວນ ກັນ. ໃຜເຄີຍໄປແລ້ວ ລອງຄອມເມັ້ນຣີວິວໃຫ້ຟັງແດ່ວ່າມັນແມ່ນ “Super Star” ແທ້ບໍ?

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.