ຜີບໍ່ໄດ້ມາຫຼອກ ແຕ່ມາເຕືອນ! ໄຂປິດສະໜາ MV Patient Zero ຂອງ ເທເລີ ສະວິຟ ເຫຍື່ອລາຍທຳອິດໃນຄວາມສຳພັນທີ່ເປັນພິດ ທີ່ບໍ່ຢາກໃຫ້ມີລາຍຕໍ່ໄປ

ແບ່ງປັນ

ຜີບໍ່ໄດ້ມາຫຼອກ ແຕ່ມາເຕືອນ! ໄຂປິດສະໜາ MV Patient Zero ຂອງ ເທເລີ ສະວິຟ ເຫຍື່ອລາຍທຳອິດໃນຄວາມສຳພັນທີ່ເປັນພິດ ທີ່ບໍ່ຢາກໃຫ້ມີລາຍຕໍ່ໄປ

30 September 2026● 4
✦ AI Summarized

Key Takeaways:

  • MV ເພງ Patient Zero ຂອງ ເທເລີ ສະວິຟ ເລົ່າເລື່ອງຄວາມສຳພັນທີ່ເປັນພິດຜ່ານມຸມມອງຂອງຜູ້ຍິງສອງຄົນທີ່ຕົກຢູ່ໃນວົງຈອນດຽວກັນ.
  • ເທເລີ ສະວິຟ ຮັບບົດເປັນຜູ້ຍິງຄົນກ່ອນທີ່ເສຍຊີວິດແລ້ວ ແລະ ປະກົດຕົວໃນ MV ດ້ວຍຮູບແບບຂອງຜີທີ່ຄອຍເຝົ້າເບິ່ງແລະເຕືອນສະຕິ.
  • ດາໂກຕ້າ ຈອນສັນ ຮັບບົດເປັນຜູ້ຍິງຄົນໃໝ່ທີ່ກຳລັງຖືກຜູ້ຊາຍທີ່ມີສະເໜ່ແຕ່ມີພິດໄພຄອບງຳ ແລະ ວາງຢາພິດຊ້າໆ.
  • ສັນຍາລັກຕ່າງໆເຊັ່ນການແຕ່ງໂຕຄືກັນ, ຫຼຸມສົບ ແລະ ຄຳເຕືອນວ່າ RUN ຖືກຳນົດໄວ້ເພື່ອສະແດງເຖິງຄວາມຫັກມຸມຂອງເລື່ອງ.
  • MV ບໍ່ໄດ້ເນັ້ນເລື່ອງແຟນເກົ່າແຟນໃໝ່ ແຕ່ເປັນພະລັງຍິງໃນການສົ່ງຕໍ່ຄຳເຕືອນເພື່ອບໍ່ໃຫ້ຜູ້ຍິງຄົນຕໍ່ໄປຕ້ອງເຈັບຊ້ຳຮອຍຈາກຜູ້ຊາຍຄົນເກົ່າ.

MV ໃໝ່ຂອງ ເທເລີ ສະວິຟ ຫາກໍປ່ອຍອອກມາ ເຊິ່ງນີ້ເປັນໜຶ່ງໃນ 4 ເພງໃໝ່ ທີ່ຢູ່ໃນອາລະບຳ The Life of a Showgirl: The Encore. ຫຼາຍຄົນກໍອາດຈະໄດ້ເບິ່ງແລ້ວ ແລະ ກໍອາດຈະຍັງງົງໆວ່າເກີດຫຍັງຂຶ້ນໃນເອັມວີ. ເຮົາຈະມາພາທຸກຄົນໄປໄຂປິດສະໜານຳກັນ.

ເພງ Patient Zero ເລົ່າປະສົບການຮ່ວມຂອງຜູ້ຍິງສອງຄົນທີ່ຕົກຢູ່ໃນຄວາມສຳພັນທີ່ເປັນພິດ ໂດຍຜູ້ຊາຍຄົນດຽວກັນ. ແຕ່ຄວາມຄັກບໍ່ໄດ້ຢູ່ແຕ່ໃນເນື້ອເພງເທົ່ານັ້ນ. ມິວສິກວິດີໂອຍິ່ງຄັກກວ່າ ເພາະບໍ່ຄິດວ່າເລື່ອງລາວຈະຖືກເລົ່າອອກມາແບບນັ້ນ.

ເນື້ອໃນຕໍ່ຈາກນີ້ຈະມີການສະປອຍເນື້ອຫາຂອງ MV. ໃຜທີ່ຍັງບໍ່ທັນເບິ່ງ ສາມາດເຂົ້າໄປເບິ່ງໄດ້ຢູ່ YouTube ແລະ Spotify ຂອງ Taylor Swift.

Patient Zero ຫຼື “ເຫຍື່ອລາຍທຳອິດ” ແມ່ນໃຜ?

Patient Zero ເປັນຄຳທີ່ໃຊ້ໃນທາງການແພດ ເພື່ອເອີ້ນຄົນເຈັບຄົນທຳອິດທີ່ຕິດພະຍາດລະບາດ. ຄົນຜູ້ນີ້ໄດ້ຮັບເຊື້ອ ແລະ ຄວາມເຈັບປວດກ່ອນຄົນອື່ນ. ຖ້າແປເປັນລາວໃຫ້ເຂົ້າກັບເລື່ອງ ກໍຄື “ເຫຍື່ອລາຍທຳອິດ”.

ໃນເພງນີ້ ເທເລີ ເອົາຄຳນີ້ມາປຽບກັບຜູ້ຍິງຄົນທຳອິດ ທີ່ເຄີຍເຈິຄວາມສຳພັນແບບ Toxic ກັບຜູ້ຊາຍຄົນໜຶ່ງ. ນາງຖືກທຳຮ້າຍຈິດໃຈມາກ່ອນ ,ເຈັບມາກ່ອນ ແລະ ຮູ້ຈັກ “ເຊື້ອຮ້າຍ” ນີ້ດີກວ່າໃຜ. ເມື່ອມີຜູ້ຍິງຄົນໃໝ່ກ້າວເຂົ້າມາໃນວົງຈອນດຽວກັນ ນາງຈຶ່ງເຂົ້າໃຈສິ່ງທີ່ອີກຝ່າຍກຳລັງຈະພົບຄືກັນ.

ເພງນີ້ຈຶ່ງບໍ່ແມ່ນເລື່ອງແຟນເກົ່າ-ແຟນໃໝ່, ແຕ່ເປັນປະສົບການຮ່ວມກັນຂອງຜູ້ຍິງ ທີ່ເຄີຍຖືກຜູ້ຊາຍຄົນດຽວກັນທຳຮ້າຍ ແລະ ໃນ MV ນີ້, ເທເລີ ພາຄວາມໝາຍນີ້ໄປໄກກວ່າເກົ່າຫຼາຍ.

ອ່ານຕື່ມ:  ລະ Ophelia ແມ່ນໃຜ? ເປີດທີ່ມາຂອງຊື່ບຸກຄົນຈາກເພງທຳອິດ ໃນອາລະບຳໃໝ່ຂອງ ເທເລີ ສະວິຟ

ພາສ່ອງ 3 ໂຕລະຄອນຫຼັກໃນຄວາມສຳພັນທີ່ເປັນພິດນີ້

MV ນີ້, ເທເລີ ສະວິຟ ນັ່ງຕັ່ງຜູ້ກຳກັບເອງ ແລະ ດຶງເອົາດາລາຮໍລີວູດມາຮ່ວມສະແດງ 2 ຄົນ.

ຄົນທຳອິດແມ່ນ ດາໂກຕ້າ ຈອນສັນ ຮັບບົດເປັນຜູ້ຍິງຄົນໃໝ່ ທີ່ກຳລັງຕົກຫຼຸມຮັກ ແລະ ຍັງບໍ່ຮູ້ວ່າຜູ້ຊາຍທີ່ຢູ່ຂ້າງໂຕເປັນຄົນແບບໃດກັນແທ້.

ຄົນທີສອງແມ່ນ ຄໍລິນ ຟາເຣລ ຮັບບົດຜູ້ຊາຍຜູ້ທີ່ເຕັມໄປດ້ວຍສະເໜ່. ພາຍນອກເບິ່ງຄືມີອໍຣ່າເທິງຫົວ (halo) ແຕ່ຂ້າງໃນມີອີກໂຕຕົນໜຶ່ງລີ້ຢູ່ (devil).

ສ່ວນ ເທເລີ ສະວິຟ ຮັບບົດຜູ້ຍິງທີ່ຮູ້ຈັກຜູ້ຊາຍຄົນນີ້ດີທີ່ສຸດ. ຄວາມຕ່າງລະຫວ່າງ ຄົນທີ່ຮູ້ແລ້ວ ກັບ ຄົນທີ່ຍັງບໍ່ຮູ້ ນີ້ແຫຼະ ຄືເສົາຫຼັກຂອງເລື່ອງລາວທັງໝົດ.

MV ເປີດມາຢູ່ປ່າຊ້າ. ສອງສາວຢືນຢູ່ນຳກັນ ໃສ່ຊຸດສີດຳຄືກັນເກືອບທຸກຢ່າງ. ບັນຍາກາດງຽບຈົນຂົນລຸກ ຄືກັບວ່າກຳລັງຈະມີອີຫຍັງໂດດອອກມາ, ແຕ່ກໍບໍ່ມີ. ທີມມ່ວນບອກໄວ້ກ່ອນເລີຍວ່າ ສາກນີ້ແຫຼະຄືກະແຈດອກສຸດທ້າຍທີ່ຈະເຮັດໃຫ້ເຮົາເຂົ້າໃຈເລື່ອງລາວທັງໝົດ.

ປິດສະໜາທີ 1: ເປັນຫຍັງສອງສາວຈຶ່ງແຕ່ງໂຕຄືກັນ?

ຕະຫຼອດ MV, ເທເລີ ກັບ ດາໂກຕ້າ ແຕ່ງໂຕຄ້າຍກັນຊ້ຳແລ້ວຊ້ຳອີກ. ທັງສອງຄືກັບຜູ້ຍິງຄົນດຽວກັນ ທີ່ຢືນຢູ່ໃນບົດດຽວກັນຂອງປຶ້ມຄົນລະເຫຼັ້ມ.

ເບິ່ງຮອບທຳອິດ ອາດຄິດວ່າເປັນພຽງແຕ່ Styling ໃຫ້ພາບງາມ ຫຼື ບອກວ່າສອງຄົນສະໜິດກັນ. ແຕ່ເມື່ອເລື່ອງລາວດຳເນີນໄປ ຈະເຫັນວ່າມັນບໍ່ໄດ້ພຽງແຕ່ງາມລ້າໆ, ມັນເປັນຕາຢ້ານ. ດາໂກຕ້າກຳລັງເຈີຮູບແບບຄວາມສຳພັນແບບດຽວກັບທີ່ ເທເລີ ເຄີຍເຈີ ນັ້ນກໍຄື ຫວານໃນຕອນຕົ້ນ, ແລ້ວຄ່ອຍໆຖືກເຮັດໃຫ້ສັບສົນ ແລະ ຄວາມໝັ້ນຄົງທາງໃຈຫາຍໄປເທື່ອລະເລັກລະໜ້ອຍ.

ເທເລີ ຈຶ່ງບໍ່ໄດ້ມາໃນຖານະຄູ່ແຂ່ງຫົວໃຈ. ນາງເປັນພະຍານທີ່ຄອຍເບິ່ງວົງຈອນເກົ່າທີ່ກຳລັງໝູນວຽນກັບມາອີກຮອບ ຄືຄົນທີ່ຮູ້ຕອນຈົບຂອງໜັງຢູ່ແລ້ວ.

ປິດສະໜາທີ 2: ປະໂຫຍກດຽວໃນລົດ ທີ່ບອກທຸກຢ່າງ

ຄໍລິນ ບໍ່ໄດ້ຖືກປູມາເປັນຕົວຮ້າຍແບບໂຈ່ງແຈ້ງ. ລາວມີສະເໜ່, ໂຣແມນຕິກ ແລະ ມີອໍຣ່າແບບ “ຂ້ອຍບໍ່ຄືຄົນອື່ນ”. ແຕ່ບໍ່ດົນຮອຍແຕກແຫງກໍເລີ່ມໂຜ່. ຢູ່ງານລ້ຽງໃນຫ້ອງຈັດລ້ຽງສຸດຫຼູຫຼາ, ສາຍຕາລາວໄປຈັບຢູ່ທີ່ຜູ້ຍິງຄົນອື່ນ ແລະ ດາໂກຕ້າ ກໍເລີ່ມບໍ່ໂອເຄ.

ເລື່ອງບານປາຍໄປເປັນການຜິດຖຽງກັນໃນລົດ. ຊ່ວງນີ້ດົນຕີຢຸດລົງ ແລະ ປ່ອຍໃຫ້ບົດເວົ້າເຮັດໜ້າທີ່ແທນ. ຄໍລິນ ບອກ ດາໂກຕ້າ ວ່າ ລາວຄິດວ່ານາງຈະບໍ່ຄືກັນກັບ “ລາວ” (ໝາຍເຖິງຜູ້ຍິງຄົນກ່ອນ).

ປະໂຫຍກສັ້ນໆ ແຕ່ຮູ້ສຶກວ່າມັນໜັກຫຼາຍ. ມັນບອກວ່າ ດາໂກຕ້າ ບໍ່ໄດ້ຖືກບົງການໃນປັດຈຸບັນຢ່າງດຽວ ແຕ່ກຳລັງຖືກເອົາໄປປຽບທຽບກັບຜູ້ຍິງຄົນກ່ອນນຳ. ຄວາມໝາຍແຝງກໍຄື ນາງຄວນຈະແຕກຕ່າງ, ແຕ່ໃນສາຍຕາລາວ ນາງກໍບໍ່ໄດ້ຕ່າງ. ນັບແຕ່ນາທີນີ້ ດາໂກຕ້າ ຢືນຢູ່ບ່ອນດຽວກັບທີ່ ເທເລີ ເຄີຍຢືນ ແລະ ວົງຈອນກໍໝູນວຽນຕໍ່ໄປ.

ປິດສະໜາທີ 3: ຂ່າວໜັງສືພິມ ທີ່ປ່ຽນ MV ໃຫ້ກາຍເປັນໜັງສືບສວນ

ຕະຫຼອດເລື່ອງ ເຮົາເຫັນສາກເທເລີກັບໂຄລິນສະຫຼັບໄປມາ ແລະ ຫຼາຍຄົນອາດຄິດວ່າເປັນພຽງແຕ່ການເລົ່າເລື່ອງຍ້ອນອະດີດ (Flashback) ເຖິງຄວາມຮັກຄັ້ງເກົ່າ. ແຕ່ຊ່ວງທ້າຍມີຂ່າວໜັງສືພິມໂຜ່ຂຶ້ນມາ. ພາດຫົວປະມານວ່າ “ທາຍາດມະຫາເສດຖີເສຍຊີວິດຍ້ອນພະຍາດປິດສະໜາ ແລະ ສາມີໄດ້ຮັບມໍລະດົກຫຼາຍພັນລ້ານ”.

ອ່ານຕື່ມ:  ຫຼືວ່າ ອ້າຍມາກ ເປັນ LILIE? ສ່ອງ Playlist ສຸດເດືອດທີ່ Mark Zuckerberg ຈະໃຊ້ໃນງານ Connect 2026

ນັ້ນແຫຼະ ຄືຈຸດທີ່ທຸກສາກກ່ອນໜ້າມືດລົງທັນທີ. ສາກເກົ່າເຫຼົ່ານັ້ນບໍ່ໄດ້ມາອະທິບາຍວ່າເປັນຫຍັງ ເທເລີ ຈຶ່ງຮູ້ຈັກ ຄໍລິນ. ມັນຄືເລື່ອງທີ່ເລົ່າວ່າ ມີຫຍັງເກີດຂຶ້ນກັບນາງກ່ອນໜ້ານີ້. ຄວາມສຳພັນນີ້ບໍ່ໄດ້ຈົບລົງພຽງແຕ່ການເລີກລາ, ແຕ່ຈົບດ້ວຍການເສຍຊີວິດທີ່ໜ້າສົງໄສ ແລະ ເງິນມໍລະດົກກ້ອນໃຫຍ່ທີ່ຜູ້ເປັນສາມີໄດ້ຮັບຈາກ ເທເລີ.

ປິດສະໜາທີ 4: ຫຼຸມສົບໃນສາກເປີດ ແມ່ນຂອງໃຜ?

MV ພາເຮົາກັບໄປປ່າຊ້າບ່ອນທີ່ທຸກຢ່າງເລີ່ມຕົ້ນ. ເທື່ອນີ້ເຮົາຮູ້ແລ້ວວ່າ ຫຼຸມສົບນັ້ນຄືຂອງຕົວລະຄອນ ເທເລີ ນັ້ນເອງ. ປ້າຍຫຼຸມສົບຂຽນວ່າ “Beloved wife and daughter, gone too soon” ເຊິ່ງແປວ່າ ພັນລະຍາ ແລະ ລູກສາວທີ່ເປັນທີ່ຮັກ ຜູ້ຈາກໄປໄວເກີນໄປ.

ສະຫຼຸບກໍຄື ຜູ້ຍິງທີ່ຢູ່ຂ້າງ ດາໂກຕ້າ ມາຕະຫຼອດເລື່ອງ… ແມ່ນ ຜີ.

ສາກເປີດທີ່ເບິ່ງຄືລຶກລັບ ກາຍເປັນສາກທີ່ເຈັບທີ່ສຸດ. ດາໂກຕ້າ ກຳລັງຢືນຢູ່ຂ້າງຫຼຸມສົບຂອງຜູ້ຍິງ ທີ່ນາງກຳລັງໃຊ້ຊີວິດຊ້ຳຮອຍໂດຍບໍ່ຮູ້ໂຕ. ສ່ວນເທເລີຢືນຢູ່ໃນຊຸດດຽວກັນ ເພາະທັງສອງກຳລັງຢູ່ໃນເລື່ອງດຽວກັນ. ການທີ່ນາງບໍ່ໄດ້ມີຕົວຕົນຢູ່ທີ່ນັ້ນແທ້ ແຕ່ຍັງຄອຍເຝົ້າເບິ່ງ ແລະ ຢາກເຕືອນ, ຍິ່ງເຮັດໃຫ້ MV ນີ້ເສົ້າຂຶ້ນອີກຫຼາຍເທົ່າ.

ປິດສະໜາທີ 5: RUN ຄຳດຽວທີ່ບໍ່ຕ້ອງແປ

ທັງເລື່ອງເຕັມໄປດ້ວຍສັນຍາລັກ, ແຕ່ຄຳເຕືອນສຸດທ້າຍຊໍ້າພັດກົງໄປກົງມາທີ່ສຸດ ນັ້ນກໍຄື ຄຳວ່າ “RUN” (ໜີໄປ) ທີ່ຂຽນດ້ວຍເລືອດ.

ບໍ່ມີຄຳປຽບທຽບ ແລະ ບໍ່ມີປິດສະໜາ. ມີແຕ່ຄຳວ່າ “ໜີໄປ” ຈາກຜູ້ຍິງຄົນໜຶ່ງເຖິງຜູ້ຍິງອີກຄົນໜຶ່ງ. ຫຼັງຈາກເບິ່ງດາໂກຕ້າຄ່ອຍໆຖືກດຶງເຂົ້າໄປໃນຮູບແບບດຽວກັນມາໝົດເລື່ອງ, ຄຳນີ້ຈຶ່ງກະທົບໃຈແຮງກວ່າທຸກສາກ. ເທເລີ ຮູ້ດີທີ່ສຸດວ່າ ຖ້າ ດາໂກຕ້າ ຢູ່ຕໍ່ ຕອນຈົບຈະເປັນແນວໃດ.

ຈຸດຫັກມຸມສຸດທ້າຍ: ເມື່ອຊື່ເພງກາຍເປັນເລື່ອງຈິງ

ຊ່ວງທ້າຍ MV ເຜີຍວ່າ ຄໍລິນ ກຳລັງວາງຢາພິດ ດາໂກຕ້າ ຢ່າງຊ້າໆ ດ້ວຍວິທີດຽວກັບທີ່ລາວເຄີຍເຮັດກັບ ເທເລີ.

ນີ້ຄືຈຸດທີ່ຊື່ Patient Zero ຫຼື “ເຫຍື່ອລາຍທຳອິດ” ມີຄວາມໝາຍຄົບທຸກຊັ້ນ. ເທເລີ ຄືຄົນທຳອິດທີ່ຮັບ ພິດ ຈາກຜູ້ຊາຍຄົນນີ້. ດາໂກຕ້າ ຄືລາຍຕໍ່ໄປ ທີ່ກຳລັງຖືກແພ່ເຊື້ອຮ້າຍແບບດຽວກັນ. ຄວາມສຳພັນທີ່ເປັນພິດໃນເລື່ອງນີ້ ຈຶ່ງເປັນພິດແທ້ໆ ທັງໃນທາງໃຈ ແລະ ທາງກາຍ.

ສິ່ງທີ່ທີມມ່ວນຊື່ນຊົມທີ່ສຸດຄື ຄວາມສະຫຍອງຂອງ MV ນີ້ບໍ່ໄດ້ໂຜ່ມາແບບບໍ່ມີທີ່ໄປທີ່ມາ. ທຸກອົງປະກອບມີເຫດຜົນ ແລະ ມີຄວາມໝາຍແຝງ. ເທເລີ ວາງສິ່ງເໜືອທຳມະຊາດໄວ້ຕໍ່ໜ້າເຮົາມາຕັ້ງແຕ່ຕົ້ນ ພຽງແຕ່ເຮົາບໍ່ທັນສັງເກດ. ສາກສຸດທ້າຍຈຶ່ງກະທົບໃຈແຮງຂຶ້ນອີກ.

ອ່ານຕື່ມ:  ສ່ອງ 5 ລາຍລະອຽດໜ້າສົນໃຈ ໃນງານແຕ່ງງານລະດັບໂລກຂອງ Taylor Swift ແລະ Travis Kelce

ເພື່ອນຍິງພະລັງຍິງ ເພາະຜູ້ຍິງຄົນກ່ອນບໍ່ແມ່ນຄູ່ແຂ່ງ

MV ບໍ່ໄດ້ເລົ່າເລື່ອງ “ແຟນເກົ່າ vs ແຟນໃໝ່” ແບບທີ່ເຮົາເຫັນຈົນເບື່ອ. ບໍ່ມີການຈິກກັດ, ບໍ່ມີການແຂ່ງວ່າໃຜດີກວ່າ ແລະ ບໍ່ມີການຍາດຊີງຜູ້ຊາຍ. ມີແຕ່ຄວາມຮູ້ສຶກຢາກປົກປ້ອງ ຂອງຜູ້ຍິງຄົນໜຶ່ງທີ່ບໍ່ຢາກໃຫ້ອີກຄົນເຈັບຄືກັບໂຕເອງ.

ເທເລີ ປ່ຽນຕອນຈົບຂອງໂຕເອງບໍ່ໄດ້ແລ້ວ. ແຕ່ຢ່າງໜ້ອຍ ນາງກໍບໍ່ຢາກໃຫ້ມັນເກີດຊ້ຳກັບໃຜອີກ. MV ຈຶ່ງຄືການສົ່ງຕໍ່ຄຳເຕືອນຈາກຜູ້ຍິງຫາຜູ້ຍິງ. ນີ້ແຫຼະ ພະລັງຍິງໃນແບບທີ່ງຽບ ແຕ່ໜັກແໜ້ນທີ່ສຸດ.

ສັນຍານເຕືອນ ທີ່ MV ເຊື່ອງໄວ້ໃຫ້ເຮົາ

ເລື່ອງໃນ MV ອາດເກີນຈິງແບບໜັງສະຫຍອງຂວັນ. ແຕ່ຫຼາຍຢ່າງກໍໃກ້ຕົວກວ່າທີ່ຄິດ:

  • ຫວານເກີນຈິງໃນຕອນຕົ້ນ ຈົນຮູ້ສຶກວ່າ “ຄົນນີ້ບໍ່ຄືໃຜ”
  • ຖືກເອົາໄປປຽບທຽບກັບຄົນເກົ່າ ຈົນຮູ້ສຶກວ່າໂຕເອງບໍ່ດີພໍ
  • ທຸກຢ່າງໝູນອ້ອມອີກຝ່າຍ ຈົນເຮົາເລີ່ມບໍ່ແນ່ໃຈໃນຄວາມຮູ້ສຶກຂອງໂຕເອງ
  • ຄົນອ້ອມຂ້າງເຫັນສັນຍານກ່ອນເຮົາ ແຕ່ເຮົາເລືອກບໍ່ຟັງ

ຄວາມສຳພັນທີ່ເປັນພິດເກີດໄດ້ກັບທຸກຄົນ ບໍ່ວ່າເພດໃດ. ຖ້າທຸກຄົນ ຫຼື ຄົນໃກ້ຕົວກຳລັງຮູ້ສຶກແບບນີ້ ບໍ່ຈຳເປັນຕ້ອງລໍໃຫ້ມີໃຜມາຂຽນຄຳວ່າ RUN ໃຫ້ເຫັນ. ລອງລົມກັບຄົນທີ່ໄວ້ໃຈ ຫຼື ຜູ້ຊ່ຽວຊານເບິ່ງ. ບາງເທື່ອ, ຄົນທີ່ເຄີຍຜ່ານມາກ່ອນ ອາດເປັນຄົນທີ່ເຂົ້າໃຈເຮົາທີ່ສຸດ.

ບາງເລື່ອງເພີ່ມເຕີມທີ່ຄວນຮູ້ກ່ຽວກັບ Patient Zero

  • ເທເລີກຳກັບ MV ນີ້ເອງ ແລະ ຮ່ວມງານກັບຕາກ້ອງເຈົ້າຂອງລາງວັນອອສກາ ເອມານູເອວ ລູເບັສກີ.
  • MV ເປີດໂຕຄັ້ງທຳອິດຢູ່ເວທີ MTV VMAs 2026. ເທເລີຍັງໄດ້ຮັບກຽດເປັນຄົນທຳອິດທີ່ໄດ້ລາງວັນ Artist-Director Award.
  • ມີ Cameo ຈາກ ຄາຣາ ເດເລວີນ ນຳ. ລອງຫາເບິ່ງວ່າຢູ່ສາກໃດ.
  • Encore ມີ 4 ເພງ ຄື: Patient Zero, Cleveland!, Pink Clouding ແລະ Babylon.

ສະຫຼຸບ

Patient Zero ເອົາເພງທີ່ເບິ່ງຄືງ່າຍໆ ກ່ຽວກັບຜູ້ຍິງຄົນທຳອິດທີ່ຢາກເຕືອນຄົນຕໍ່ໄປ ມາເລົ່າໃຫ້ກາຍເປັນຝັນຮ້າຍນ້ອຍໆ ທີ່ເຊື່ອງຊ້ອນຄວາມໝາຍໄວ້ທຸກຊັອດ. ຈຸດຫັກມຸມບໍ່ໄດ້ມີແຕ່ວ່າ ຕົວລະຄອນຂອງ ເທເລີ ເສຍຊີວິດແລ້ວ. ນາງຍັງຄອຍເບິ່ງຜູ້ຍິງອີກຄົນເດີນຊ້ຳຮອຍ. ນັ້ນຄືເຫດຜົນທີ່ປ່າຊ້າ, ຊຸດທີ່ໃສ່ຄືກັນ, ຂ່າວໜັງສືພິມ ແລະ ຄຳວ່າ RUN ມີຄວາມໝາຍທັງໝົດ.

ສິ່ງທີ່ຕິດຢູ່ໃນຫົວຫຼັງເບິ່ງຈົບຄື: ບາງເທື່ອ ຄົນທີ່ມາກ່ອນເຮົາ ບໍ່ແມ່ນຄູ່ແຂ່ງ… ແຕ່ຄືສັນຍານເຕືອນ.

ທຸກຄົນໄຂປິດສະໜາເອງໄດ້ຈັກຂໍ້ຕອນທີ່ເບິ່ງຮອບທຳອິດ? ມີຈຸດໃດທີ່ທີມມ່ວນພາດໄປ ມາເລົ່າໃຫ້ຟັງແດ່ໃນຄອມເມັ້ນ.

ເບິ່ງ MV ແລະ ຟັງເພງ Patient Zero ໄດ້ທີ່ YouTube ແລະ Spotify ຂອງ Taylor Swift

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.