ຮູ້ຈັກ ເດິມ່ວນສະເຕຈ (THE MUANSTAGE) ຄຣີເອທີບແພລດຟອມ ທີ່ຈະພາສິລະປິນອິນດີ້ລາວເຊື່ອມຕໍ່ກັບຜູ້ທີ່ມັກຟັງເພງແທ້ໆ

AI Summarized:
ເດິມ່ວນສະເຕຈ ເປັນຄຣີເອທີບແພລດຟອມ ທີ່ຮ່ວມມືກັບສິລະປິນອິນດີ້ລາວ ເພື່ອອອກແບບປະສົບການຄອນເສີດ ທີ່ເຊື່ອມຕໍ່ສິລະປິນກັບຜູ້ຟັງຢ່າງແທ້ຈິງ. ແພລດຟອມນີ້ຊ່ວຍພັດທະນາເນື້ອຫາ, ອອກແບບທັດສະນະສິລປ໌, ວາງແຜນການຕະຫຼາດ ແລະ ສ້າງປະສົບການໃນງານ ໂດຍມຸ່ງເນັ້ນທີ່ຄຸນນະພາບ ແລະ ຄວາມຮູ້ສຶກຂອງຜູ້ຟັງເປັນຫຼັກ.
ການຮ່ວມມືຄັ້ງທຳອິດກັບສິລະປິນອິນດີ້ລາວກຳລັງຈະເກີດຂຶ້ນໃນປາຍເດືອນພະຈິກ 2026. ໂປຣເຈັກນີ້ຖືກວາງແຜນຢ່າງລະອຽດ ໃນທຸກຂັ້ນຕອນ ເພື່ອໃຫ້ຜູ້ຟັງໄດ້ສຳຜັດກັບດົນຕີ ແລະ ເລື່ອງລາວຂອງສິລະປິນຢ່າງໃກ້ຊິດ ຕາມຄອນເຊັບດົນຕີທີ່ຖືກອອກແບບໃຫ້ສຳຜັດໄດ້.
ເຄີຍບໍ່ ໄປຄອນເສີດແລ້ວເມືອເຮືອນໄປພ້ອມກັບຄວາມຮູ້ສຶກວ່າ… ມັນຂາດຫຍັງບາງຢ່າງໄປ? ບໍ່ແມ່ນວ່າເຄື່ອງສຽງບໍ່ດີ ຫຼື ສະຖານທີ່ບໍ່ຕອບໂຈດໃດ ແຕ່ມັນຄືຄວາມຮູ້ສຶກທີ່ວ່າ ງານນັ້ນຄື “ງານຄອນເສີດ” ທົ່ວໄປຊື່ໆ ບໍ່ແມ່ນປະສົບການທີ່ຖືກອອກແບບມາເພື່ອຄົນຟັງເພງແທ້ໆ.
ຄວາມຮູ້ສຶກນີ້ ບໍ່ແມ່ນສິ່ງທີ່ພວກເຮົາຄິດຂຶ້ນມາເອງ. ຕະຫຼອດເວລາຫຼາຍປີທີ່ຜ່ານມາທີ່ Muan ໄດ້ສ້າງຄອນເທັນເພື່ອເລົ່າເລື່ອງສິລະປິນ ລວມທັງອັບເດດຄວາມເປັນໄປຂອງວົງການເພງລາວມາໂດຍຕະຫຼອດ, ພວກເຮົາໄດ້ເຫັນ (ແລະ ຮັບຮູ້ໄດ້ໃນຖານະຄົນຟັງເພງລາວຄົນໜຶ່ງ) ວ່າ ມີສິລະປິນເກັ່ງໆ ໂດຍສະເພາະສິລະປິນອິດສະລະ ຫຼື ອິນດີ້ ຫຼາຍຄົນ ທີ່ມີເລື່ອງຢາກເລົ່າ, ມີໂລກສ່ວນຕົວທີ່ໜ້າສົນໃຈ, ມີຜົນງານທີ່ດີຫຼາຍ ແຕ່ຍັງບໍ່ມີ “ເວທີ” ທີ່ຖືກອອກແບບມາໃຫ້ເຂົາເຈົ້າໄດ້ເຊື່ອມຕໍ່ກັບຄົນຟັງເພງຂອງໂຕເອງແທ້ໆ.
ນັ້ນລະຄືຈຸດເລີ່ມຕົ້ນຂອງ ເດິມ່ວນສະເຕຈ (THE MUANSTAGE).
ມ່ວນສະເຕຈແມ່ນຫຍັງ (ແລະ ບໍ່ແມ່ນຫຍັງ)?
ບອກກ່ອນເລີຍວ່າ ເດິມ່ວນສະເຕຈ ບໍ່ແມ່ນອໍແກໄນເຊີຈັດງານຄອນເສີດ. ຖ້າຄິດວ່າເຮົາເປັນແບບນັ້ນ ແມ່ນເຂົ້າໃຈຜິດແລ້ວ.
ພວກເຮົາຈະບໍ່ເຮັດວຽກແບບ ສິລະປິນມາຫາເຮົາ ແລ້ວບອກວ່າຢາກໄດ້ເວທີແບບໃດ, ຈັດວັນທີໃດ ແລ້ວເຮົາກໍ່ຈັດການໃຫ້ຄົບ, ຈົບແລ້ວກໍ່ແຍກທາງກັນ. ແຕ່ ເດິມ່ວນສະເຕຈ ເຮັດວຽກເປັນ ຄຣີເອທີບແພລດຟອມ ທີ່ເຂົ້າໄປນັ່ງຄິດຮ່ວມກັບສິລະປິນອິນດີ້ ຕັ້ງແຕ່ຄຳຖາມພື້ນຖານທີ່ສຸດ: “ໂຕເຈົ້າຢາກໃຫ້ຄົນຟັງເພງຂອງເຈົ້າ ຮູ້ສຶກແນວໃດ?”

ຈາກຄຳຖາມນັ້ນ, ວຽກຂອງ ເດິມ່ວນສະເຕຈ ຈຶ່ງກາຍເປັນການເຮັດວຽກຮ່ວມກັນຢ່າງລະອຽດໃນຫຼາຍພາກສ່ວນ ເຊັ່ນ:
- ວຽກຄຣີເອທີບ ແລະ ວາງແຜນການເລົ່າເລື່ອງ ທີ່ຈະຊ່ວຍສິລະປິນຫາວິທີເລົ່າເລື່ອງຂອງໂຕເອງ ຫຼື ເລື່ອງຂອງເພງ ທີ່ເຮັດໃຫ້ຜູ້ຟັງຮູ້ວ່າເຂົາເຈົ້າແມ່ນໃຜ, ມີແນວເພງແບບໃດ ລວມເຖິງທີ່ໄປທີ່ມາຂອງຜົນງານ ເພື່ອເຮັດໃຫ້ຜູ້ຟັງຮູ້ຈັກເຂົາເຈົ້າເລິກຂຶ້ນ ຫຼາຍກວ່າພຽງແຕ່ໄດ້ຟັງເພງ. ນີ້ເປັນໜຶ່ງໃນສິ່ງທີ່ສຳຄັນທີ່ຈະສ້າງການເຊື່ອມຕໍ່ລະຫວ່າງສິລະປິນກັບຜູ້ຟັງທີ່ແໜ້ນແຟ້ນຂຶ້ນ.
- ອອກແບບທິດທາງທັດສະນະສິລປ໌ ໂດຍເຮົາຈະຊ່ວຍຄິດວ່າງານຄອນເສີດນີ້ຄວນມີ “ໜ້າຕາ” ແບບໃດ ເລີ່ມຈາກການປ່ຽນໄອເດຍໃຫ້ກາຍເປັນພາບ (Visual) ທີ່ສະທ້ອນຕົວຕົນ ຫຼື ຜົນງານຂອງສິລະປິນຄົນນັ້ນອອກມາ ເຊັ່ນ: Key Visual, Proposal (ເພື່ອສະເໜີຂໍສະປອນເຊີ) ລວມເຖິງການອອກແບບອົງປະກອບຕ່າງໆຂອງງານ ເຊັ່ນ: ບັດຄອນເສີດ, ສາຍແຂນ ແລະ ອື່ນໆ
- ວາງແຜນການຕະຫຼາດ ໂດຍຊ່ວຍໃຫ້ເລື່ອງທີ່ຢາກເລົ່າ ໄປເຖິງຄົນຟັງທີ່ແທ້ຈິງ ຜ່ານຫຼາກຫຼາຍຮູບແບບຂອງເນື້ອຫາທີ່ຈະເຂົ້າເຖິງຜູ້ຟັງຂອງເຂົາເຈົ້າໃນແຕ່ລະຊ່ອງທາງ ໂດຍສະເພາະໃນຊ່ອງທາງຫຼັກຂອງສິລະປິນ ລວມເຖິງຊ່ອງທາງຂອງ Muan ໃນຖານະ Media Partner.
- ຮ່ວມອອກແບບສິນຄ້າ (merch) ເພື່ອໃຫ້ merch ຂອງງານເປັນສ່ວນໜຶ່ງຂອງເລື່ອງທີ່ເລົ່າ ບໍ່ແມ່ນແຕ່ເສື້ອທີ່ມີໂລໂກ້ຂອງສິລະປິນ.
- ຊ່ອງທາງການຈັດຈຳໜ່າຍປີ້ ທີ່ອອກແບບມາໃຫ້ຄົນຟັງຊື້ປີ້ໄດ້ງ່າຍ ສະດວກ ບໍ່ຫຍຸ້ງຍາກ ພ້ອມທັງຊ່ວຍໃຫ້ພວກເຮົາເບິ່ງອອກວ່າຄົນຟັງກຳລັງຕອບຮັບແນວໃດ ເພື່ອປັບການສື່ສານໃຫ້ຕົງກັບຄວາມຮູ້ສຶກຂອງແຕ່ລະຊ່ວງເວລາໄດ້ທັນທ່ວງທີ.
- ອອກແບບປະສົບການຂອງງານ ຕັ້ງແຕ່ກ້າວທຳອິດທີ່ຄົນຟັງເຂົ້າມາໃນສະຖານທີ່ ຈົນຮອດນາທີສຸດທ້າຍທີ່ອອກຈາກງານ ຕໍ່ເນື່ອງໄປຈົນເຖິງຫຼັງຈາກທີ່ເຂົາເຈົ້າກັບບ້ານໄປແລ້ວ.
ເວົ້າງ່າຍໆ ກໍຄື ສິລະປິນເປັນຄົນຄິດວ່າ “ຢາກເລົ່າຫຍັງ” ແລ້ວ ເດິມ່ວນສະເຕຈ ຈະເປັນຄົນຊ່ວຍເຮັດໃຫ້ເລື່ອງນັ້ນກາຍເປັນປະສົບການທີ່ຄົນຟັງສາມາດຢູ່ໃນນັ້ນໄດ້ແທ້ໆ ບໍ່ແມ່ນແຕ່ນັ່ງ ຫຼື ຢືນເບິ່ງຢູ່ຫ່າງໆ.
ເປົ້າໝາຍບໍ່ແມ່ນ “ຄົນຫຼາຍທີ່ສຸດ” ແຕ່ແມ່ນ “ຄົນທີ່ຮັກໃນການຟັງເພງແທ້ໆ”
ໃນມື້ທີ່ທຸກຄົນແຂ່ງກັນວັດຄວາມສຳເລັດຈາກຈຳນວນຄົນເຂົ້າຮ່ວມງານ, ເດິມ່ວນສະເຕຈ ເລືອກເບິ່ງອີກມຸມໜຶ່ງ. ພວກເຮົາເຊື່ອວ່າ ຄອນເສີດທີ່ດີ ບໍ່ຈຳເປັນຕ້ອງມີຄົນເຕັມຈົນລົ້ນທີ່ສຸດ ແຕ່ຕ້ອງມີຄົນທີ່ມາເພື່ອຟັງ ແລະ ສຳຜັດກັບດົນຕີແທ້ໆຫຼາຍທີ່ສຸດ.
ອັນນີ້ບໍ່ໄດ້ໝາຍຄວາມວ່າ ຕ້ອງເປັນແຟນເພງທີ່ຕິດຕາມສິລະປິນຄົນນັ້ນມາດົນແລ້ວເທົ່ານັ້ນຈິ່ງຈະມາຟັງໄດ້. ບໍ່ວ່າເຈົ້າຈະຕິດຕາມສິລະປິນຄົນນັ້ນມາເປັນປີໆ ຫຼື ຫາກໍ່ຮູ້ຈັກຈາກງານນີ້ເປັນຄັ້ງທຳອິດ, ຖ້າເຈົ້າມາເພາະຢາກຟັງ, ຢາກລອງສຳຜັດແນວເພງໃໝ່ໆ ຫຼື ຢາກລອງປະສົບການທີ່ ເດິມ່ວນສະເຕຈ ວາງໄວ້, ເຈົ້າກໍ່ຄືຄົນນັ້ນທີ່ພວກເຮົາເຮັດສິ່ງນີ້ຂຶ້ນມາໃຫ້.

ນີ້ຈຶ່ງເປັນທີ່ມາຂອງ slogan ຂອງພວກເຮົາ:
Music to Be Experienced. For the Ones who Listen.
ດົນຕີທີ່ຖືກອອກແບບໃຫ້ສຳຜັດໄດ້ ບໍ່ແມ່ນພຽງແຕ່ໄດ້ຍິນລ້າໆ. ບໍ່ວ່າເຈົ້າຈະເປັນຄົນທີ່ຟັງເພງໜຶ່ງເພງແລ້ວຈື່ຄຳຮ້ອງໄດ້ໝົດມາດົນແລ້ວ ຫຼື ເປັນຄົນທີ່ຫາກໍ່ລອງເປີດໃຈຟັງອາລະບຳໜຶ່ງຈົນຈົບໂດຍບໍ່ຂ້າມເພງໃດເລີຍເປັນຄັ້ງທຳອິດ ພວກເຮົາເຮັດສິ່ງນີ້ຂຶ້ນມາເພື່ອເຈົ້ານີ້ລະ.
ການຮ່ວມມື້ຄັ້ງທຳອິດກັບສິລະປິນອິນດີ້ລາວ ກຳລັງຈະເກີດຂຶ້ນ…
ນີ້ບໍ່ແມ່ນພຽງແຕ່ການຄິດຄອນເຊັບໄວ້ລ້າໆເດີ ເພາະການຮ່ວມມືຂອງ ເດິມ່ວນສະເຕຈ ກັບສິລະປິນລາວຄັ້ງທຳອິດກຳລັງຈະເກີດຂຶ້ນໃນ ປາຍເດືອນພະຈິກ 2026 ໂດຍພວກເຮົາໄດ້ນັ່ງເຮັດວຽກນຳກັນມາໄລຍະໜຶ່ງແລ້ວ ເພື່ອຮ່ວມກັນຄິດທຸກລາຍລະອຽດ ຕັ້ງແຕ່ເລື່ອງທີ່ຢາກເລົ່າ ໄປຫາປະສົບການທີ່ຢາກໃຫ້ຄົນຟັງໄດ້ຮັບ.
ແຕ່ຕ້ອງຂໍບອກໄວ້ບ່ອນນີ້ກ່ອນວ່າ… ຊື່ວົງແມ່ນຍັງບໍ່ທັນສາມາດເປີດເຜີຍໄດ້ຕອນນີ້ ແຕ່ຈະຮູ້ກັນໄດ້ໃນໄວໆນີ້ (ແບບໄວແຮງ).
ຕິດຕາມ ເດິມ່ວນສະເຕຈ ໄວ້ໃຫ້ດີ ຖ້າເຈົ້າແມ່ນຄົນໜຶ່ງທີ່ຟັງເພງແທ້ໆ, ນີ້ອາດຈະແມ່ນຄອນເສີດຂອງສິລະປິນລາວທີ່ເຈົ້າລໍຖ້າຢູ່ກໍເປັນໄດ້.