ທຳຄວາມຮູ້ຈັກ “ນິຕ້າ” ຜູ້ດຳເນີນລາຍການ ຟັງຈິດຟັງໃຈ: ຈາກຄຳວ່າ “ຜີບ້າ” ສູ່ການຄົ້ນຄວ້າເລື່ອງສຸຂະພາບຈິດ

ອີກບໍ່ເທົ່າໃດມື້ ພອດແຄສ ຟັງຈິດຟັງໃຈ ຂອງ ມ່ວນ x ກຳລັງໃຈ ຈະເລີ່ມອອກອາກາດຕອນທຳອິດ ໃນວັນພຸດທີ 21 ຕຸລາ 2026 ນີ້. ໃນແຕ່ລະຕອນ ທຸກຄົນຈະໄດ້ພົບກັບແຂກຮັບເຊີນທີ່ເຮັດວຽກດ້ານສຸຂະພາບຈິດຢູ່ລາວ. ແຕ່ກ່ອນຈະໄປຮູ້ຈັກແຂກຮັບເຊີນ, ທີມມ່ວນຢາກພາທຸກຄົນມາຮູ້ຈັກຄົນທີ່ນັ່ງຖາມຄຳຖາມ, ຊວນລົມ ແລະ ຮັບຟັງເລື່ອງລາວທັງໝົດນີ້ກ່ອນ ນັ້ນກໍຄື ນິຕ້າ – ວານິສາ ແສນສະຖິດ.
ໃນບົດຄວາມນີ້ເຮົາຈະພາໄປເບິ່ງກັນວ່າ ນິຕ້າ ເລີ່ມສົນໃຈເລື່ອງສຸຂະພາບຈິດມາຈາກໃສ, ຕອນນີ້ລາວກຳລັງເຮັດຫຍັງຢູ່ ແລະ ລາວຢາກເຫັນການລົມເລື່ອງສຸຂະພາບໃຈຢູ່ລາວເປັນແບບໃດ.
ທຸກຢ່າງເລີ່ມຈາກຄຳວ່າ “ຜີບ້າ”
ຫຼາຍຄົນຄົງເຄີຍໄດ້ຍິນຄຳວ່າ “ຜີບ້າ” ມາຕັ້ງແຕ່ນ້ອຍ, ນິຕ້າ ກໍຄືກັນ. ແຕ່ແທນທີ່ຈະຟັງຜ່ານໆ ລາວເລີ່ມສົງໄສວ່າ ເປັນຫຍັງຄົນຜູ້ໜຶ່ງຈຶ່ງຖືກເອີ້ນແບບນັ້ນ.
ຄຳຖາມນັ້ນພາໃຫ້ລາວຄ່ອຍໆສຶກສາມາເລື້ອຍໆ ແລະ ກໍຮູ້ວ່າມັນກ່ຽວຂ້ອງກັບບັນຫາສຸຂະພາບຈິດທີ່ຍັງບໍ່ທັນຖືກເຂົ້າໃຈຢ່າງເລີກເຊິ່ງໃນສັງຄົມບ້ານເຮົາ. ຍິ່ງຮຽນຮູ້ ລາວຍິ່ງຢາກເຂົ້າໃຈຄົນທີ່ກຳລັງພົບບັນຫາທາງໃຈ ແລະ ຢາກເປັນສ່ວນໜຶ່ງທີ່ຊ່ວຍຊຸກຍູ້ວຽກງານດ້ານສຸຂະພາບຈິດໃນລາວ.
ຄວາມສົງໄສຕັ້ງແຕ່ຍັງນ້ອຍນັ້ນ ພາ ນິຕ້າ ມາໄກກວ່າທີ່ຫຼາຍຄົນຄິດ.
ຕອນນີ້ລາວເປັນນັກຮຽນທຶນປະລິນຍາເອກ ຢູ່ອັງກິດ
ປັດຈຸບັນ ນິຕ້າ ເປັນນັກຮຽນທຶນປະລິນຍາເອກຢູ່ປະເທດອັງກິດ. ລາວຄົ້ນຄວ້າເລື່ອງ ສຸຂະພາບຈິດ ໃນສະພາບທີ່ດິນຟ້າອາກາດກຳລັງປ່ຽນແປງ.
ຫົວຂໍ້ນີ້ອາດຟັງຄືໄກຕົວ, ແຕ່ຄວາມຈິງແລ້ວມັນໃກ້ຕົວເຮົາກວ່າທີ່ຄິດ.
ຫົວຂໍ້ນີ້ອາດຟັງຄືໄກຕົວ, ແຕ່ຄວາມຈິງແລ້ວ ມັນໃກ້ຕົວກວ່າທີ່ເຮົາຄິດ. ໃນປີ 2022 ອົງການອະນາໄມໂລກ (WHO) ກ່າວວ່າ ການປ່ຽນແປງດິນຟ້າອາກາດກຳລັງເປັນໄພຕໍ່ສຸຂະພາບຈິດທີ່ເພີ່ມຂຶ້ນ. ຜົນກະທົບມີຕັ້ງແຕ່ຄວາມທຸກໃຈ ໄປຈົນເຖິງຄວາມກັງວົນ, ຊຶມເສົ້າ ແລະ ຄວາມໂສກເສົ້າ.
ສິ່ງທີ່ລາວກຳລັງສຶກສາ ສະແດງໃຫ້ເຫັນວ່າ ສຸຂະພາບຈິດຕິດພັນກັບຊີວິດປະຈຳວັນຂອງເຮົາທຸກດ້ານ, ເຊິ່ງເປັນສິ່ງທີ່ລາວຢາກໃຫ້ທຸກຄົນເຫັນຄືກັນ.

ໂລກທີ່ທຸກຢ່າງໄວ ຍິ່ງຕ້ອງຟັງໃຈຕົວເອງ
ສຳລັບ ນິຕ້າ, ສຸຂະພາບຈິດກໍຄືການດູແລຈິດໃຈຂອງຕົວເອງ. ທຸກມື້ນີ້ເຮົາໄດ້ຮັບຂໍ້ມູນຂ່າວສານຫຼາຍເກີນໄປ, ໂດຍສະເພາະຂ່າວໃນແງ່ລົບ. ເຮົາອາດເກີດຄວາມເຄັ່ງຄຽດໂດຍບໍ່ຮູ້ຕົວ.
ໂລກທີ່ທຸກຢ່າງໄປໄວ ເຮົາອາດຮູ້ສຶກເມື່ອຍ ຮູ້ສຶກຄຽດ ຮູ້ສຶກເຫງົາ ຫຼື ອາດມີພາວະໝົດໄຟ
ຖ້າສຸຂະພາບຈິດບໍ່ດີ ມັນກະທົບເຖິງຮ່າງກາຍ ແລະ ການໃຊ້ຊີວິດໃນແຕ່ລະມື້. ນິຕ້າຈຶ່ງຢາກໃຫ້ທຸກຄົນໝັ່ນສັງເກດຈິດໃຈ ແລະ ຄວາມຮູ້ສຶກຂອງຕົວເອງ ຄືກັບທີ່ເຮົາດູແລຮ່າງກາຍ. ລາວບອກວ່າ ການຟັງພອດແຄສ ຟັງຈິດຟັງໃຈ ກໍເປັນວິທີໜຶ່ງທີ່ອາດສ້າງຄວາມເຂົ້າໃຈນັ້ນໄດ້.
ແຕ່ການດູແລໃຈຕົວເອງເປັນພຽງເຄິ່ງໜຶ່ງ. ອີກເຄິ່ງໜຶ່ງຄື ສັງຄົມອ້ອມຂ້າງພ້ອມທີ່ຈະລົມເລື່ອງນີ້ແລ້ວ ຫຼື ບໍ່?
ລົມເລື່ອງໃຈ ໃຫ້ງ່າຍຄືເລື່ອງເປັນໄຂ້
ສິ່ງທີ່ ນິຕ້າ ຢາກເຫັນຢູ່ລາວ ຄືການລົມເລື່ອງສຸຂະພາບຈິດໄດ້ໂດຍບໍ່ມີມົນທິນ ນັ້ນກໍຄື ການລົມໃນແງ່ບວກ, ລົມແບບເປີດໃຈ ແລະ ເຫັນວ່າການດູແລໃຈເປັນເລື່ອງປົກກະຕິຄືກັບການດູແລກາຍ.
ການໄປຫາໝໍ ຫຼື ຜູ້ຊ່ຽວຊານດ້ານສຸຂະພາບຈິດ ເວລາມີບັນຫາ ກໍຄືການໄປຫາໝໍເວລາເຮົາເປັນໄຂ້
ຄວາມຄິດນີ້ແຫຼະ ຄືຫົວໃຈຂອງ ຟັງຈິດຟັງໃຈ.

ໃນລາຍການ ຟັງຈິດຟັງໃຈ ທຸກຄົນຈະໄດ້ພົບຫຍັງແດ່?
ຟັງຈິດຟັງໃຈ ພາຜູ້ຊ່ຽວຊານ ແລະ ຄົນທີ່ເຮັດວຽກດ້ານສຸຂະພາບຈິດຈາກຫຼາຍຂະແໜງ ມາລົມໃຫ້ຟັງແບບເຂົ້າໃຈງ່າຍ. ທັງໝົດມີ 5 ຕອນ, ອອກທຸກ 2 ອາທິດ ໃນວັນພຸດ ເວລາ 19:00 ໂມງ:
- EP1 (21 ຕຸລາ 2026): ເມື່ອນັກຮຽນ ຫຼື ໄວໜຸ່ມມີບັນຫາ ແຕ່ບໍ່ຮູ້ຈະລົມນຳໃຜ, “ໃຜ” ພ້ອມຮັບຟັງພວກເຂົາ? ກັບ ນິກກີ້ – ເກດສະດາ ສ້ອຍສຸວັນ (ຜູ້ໃຫ້ຄຳປຶກສາທາງດ້ານສຸຂະພາບຈິດໃນໂຮງຮຽນ)
- EP2 (4 ພະຈິກ 2026): ພໍ່ແມ່ເຂົ້າໃຈລູກແທ້ບໍ່? ກັບ ດວງໃຈ ປັນຍານຸວົງ (ນັກຂຽນ ແລະ ຜູ້ປົກຄອງ)
- EP3 (18 ພະຈິກ 2026): ມີແຕ່ຄົນທີ່ເປັນ “ບ້າ” ຫວາ ຈຶ່ງໄປຫາຈິດຕະແພດ? ກັບ ດຣ. ຈັນທະຣາວະດີ ຈຸລະມຸນຕີ (ຈິດຕະແພດ)
- EP4 (2 ທັນວາ 2026): ການດູແລຕົວເອງ ແລະ ການຮັບມືກັບພາວະໝົດໄຟ ກັບ ແອນນາ ສຸວັນນະລາດ (ຜູ້ໃຫ້ຄຳປຶກສາທາງດ້ານສຸຂະພາບຈິດ ແລະ ນັກຈິດຕະບຳບັດ ຈາກ ກຳລັງໃຈ)
- EP5 (16 ທັນວາ 2026): ສຽງຂອງໄວໜຸ່ມລາວຍຸກໃໝ່ ກັບເລື່ອງສຸຂະພາບຈິດ ກັບ ບຸນຍົງ ສຸໄລຍະຄຳ (ນັກໂຄສະນາໄວໜຸ່ມດ້ານສຸຂະພາບຈິດ ແລະ ສຸຂະພາບຈະເລີນພັນ)
ບໍ່ວ່າທຸກຄົນຈະເປັນພໍ່ແມ່, ຄູອາຈານ, ນັກຮຽນ, ໄວໜຸ່ມ, ແພດໝໍ ຫຼື ໃຜກໍຕາມ, ນິຕ້າ ເຊື່ອວ່າທຸກຄົນຈະໄດ້ຮັບສິ່ງດີໆກັບໄປແນ່ນອນ.
ຄຳວ່າ “ຜີບ້າ” ທີ່ເຄີຍເຮັດໃຫ້ຄົນໜຶ່ງຖືກຕັດສິນ ກາຍມາເປັນຄຳຖາມທີ່ພາ ນິຕ້າ ມາຮອດທຸກມື້ນີ້. ບາງເທື່ອ ການປ່ຽນແປງກໍເລີ່ມຈາກການຢຸດ ແລ້ວຖາມຕົວເອງວ່າ ເຮົາເຂົ້າໃຈຄົນອື່ນແທ້ແລ້ວບໍ.
ສາມາດຕິດຕາມ ນິຕ້າ – ວານິສາ ແສນສະຖິດ ໄດ້ທີ່ Facebook: Vanisa Senesathith ວານິສາ ແສນສະຖິດ
ຕິດຕາມ ຟັງຈິດຟັງໃຈ ໄດ້ທຸກ 2 ອາທິດ ໃນວັນພຸດ ເວລາ 19:00 ໂມງ ທາງ YouTube ມ່ວນ Muan ແລະ Facebook Muan, Muan RelationTips & Gamlangchai. ມີແຕ່ 5 ຕອນເທົ່ານັ້ນເດີ້. ຖ້າຜົນຕອບຮັບດີ ພວກເຮົາຫວັງວ່າຈະໄດ້ມີເນື້ອຫາແບບນີ້ຕໍ່ໄປອີກເລື້ອຍໆ.