ຂາຍດີແຕ່ບໍ່ເຫຼືອກຳໄລ-ຮັກສາຄົນໃຫ້ຢູ່ນຳບໍ່ໄດ້-ແບຣນບໍ່ຕິດຕະຫຼາດ: 3 ບັນຫາທີ່ Lao Foodie Forum ພາ 300 ຜູ້ປະກອບການຮ້ານອາຫານລາວຫາທາງແກ້

Key Takeaways:
- "ຂາຍດີແຕ່ບໍ່ເຫຼືອກຳໄລ, ຮັກສາຄົນໃຫ້ຢູ່ກັບຮ້ານ ແລະ ມີບໍລິການທີ່ດີ ແລະ ການເຮັດໃຫ້ແບຣນເປັນທີ່ຮັກ” ເປັນປະເດັນຫຼັກໃນງານ "Q POS presents The Lao Foodie Forum - ບໍລິຫານການກິນ".
- ບັນຫາທີ່ຜູ້ປະກອບການຮ້ານອາຫານ-ຄາເຟ່-ເຄື່ອງດື່ມລາວກຳລັງປະເຊີນມີຫຼາຍຮ້ານ, ສ່ວນໜຶ່ງມາຈາກຕົ້ນທຶນສູງ, ພຶດຕິກຳຜູ້ບໍລິໂພກປ່ຽນໄປ, ແລະ ການແຂ່ງຂັນທີ່ດຸເດືອດ.
- ອຸປະສັກທີ່ແທ້ຈິງຂອງອຸດສາຫະກຳອາຫານລາວ ບໍ່ແມ່ນການຂາດຄວາມກ້າ ຫຼື ທຶນຮອນ, ແຕ່ຄືການຂາດຊ່ອງທາງໃນການສົ່ງຕໍ່ຄວາມຮູ້ ແລະ ປະສົບການລະຫວ່າງກັນ.
- ບັນຫາຫຼັກ 3 ຢ່າງທີ່ພົບໃນຮ້ານອາຫານລາວຄື: ຂາຍດີແຕ່ບໍ່ມີກຳໄລ (ບໍ່ຄິດຕົ້ນທຶນເມນູ), ຮັກສາພະນັກງານຍາກ, ແລະ ການສ້າງແບຣນໃຫ້ເປັນທີ່ຮັກ.
- ງານໄດ້ແບ່ງເນື້ອຫາເປັນ 3 ດ້ານຫຼັກ: ການເງິນ (ຄິດຕົ້ນທຶນເມນູ), ການບໍລິຫານຄົນ (ເນັ້ນພະນັກງານມີສ່ວນຮ່ວມ, ໃຊ້ຂໍ້ມູນລູກຄ້າ), ແລະ ການປັ້ນແບຣນ (ເລື່ອງລາວທີ່ຈິງໃຈ).
“ຂາຍດີແຕ່ບໍ່ເຫຼືອກຳໄລ, ຮັກສາຄົນໃຫ້ຢູ່ກັບຮ້ານ ແລະ ມີບໍລິການທີ່ດີ ແລະ ການເຮັດໃຫ້ແບຣນເປັນທີ່ຮັກ” ຄືປະເດັນທີ່ຖືກເວົ້າເຖິງຊ້ຳໆ ໃນຫຼາຍໂຕະສົນທະນາ ຂອງງານ “Q POS presents The Lao Foodie Forum – ບໍລິຫານການກິນ” ງານສຳມະນາຄວາມຮູ້ ແລະ Workshop ສຳລັບຜູ້ປະກອບການສາຍອາຫານ-ຄາເຟ່-ເຄື່ອງດື່ມລາວ ຈັດຂຶ້ນວັນທີ 5-6 ກັນຍາ 2026 ທີ່ໂຮງແຮມ ອາມາຣີ ວຽງຈັນ ໂດຍ Muan (ໃນເຄືອ ບໍລິສັດ ບິສຈີຕອລ ຈຳກັດ) ຮ່ວມກັບ Gubi (ເຈົ້າຂອງເພຈຣີວິວອາຫານ “ທ້ອງແຕກ THONG TAEK”).
ໃນງານນີ້ ມີຜູ້ປະກອບການເຂົ້າຮ່ວມຫຼາຍກວ່າ 300 ທ່ານ ເຊິ່ງສະທ້ອນວ່າ ບັນຫາເຫຼົ່ານີ້ບໍ່ໄດ້ເກີດຂຶ້ນກັບຮ້ານໃດຮ້ານໜຶ່ງ ແຕ່ເປັນສິ່ງທີ່ຜູ້ປະກອບການຮ້ານອາຫານ-ຄາເຟ່-ເຄື່ອງດື່ມລາວທົ່ວປະເທດກຳລັງປະເຊີນຮ່ວມກັນ ໂດຍສ່ວນໜຶ່ງກໍ່ມາຈາກກັບມໍລະສຸມຄວາມທ້າທາຍຮອບດ້ານ ບໍ່ວ່າຈະເປັນຕົ້ນທຶນທີ່ສູງຂຶ້ນ, ພຶດຕິກຳຜູ້ບໍລິໂພກທີ່ປ່ຽນໄປ ໄປຈົນເຖິງການແຂ່ງຂັນທີ່ດຸເດືອດ.
“ບໍ່ແມ່ນວ່າເຮົາຂາດຄວາມກ້າ ຫຼື ທຶນຮອນ ແຕ່ມັນຄືການຂາດຊ່ອງທາງໃນການສົ່ງຕໍ່ຄວາມຮູ້ ແລະ ປະສົບການລະຫວ່າງກັນ. “

ທ່ານ ມັງກອນເພັດ ໄຊຍະສານ, CEO ຂອງ Muan ແລະ ຜູ້ຮ່ວມກໍ່ຕັ້ງ Bizgital & LOCA ໃຫ້ຄວາມເຫັນວ່າ ອຸດສາຫະກຳອາຫານລາວມີພື້ນຖານດ້ານວັດທະນະທຳການກິນທີ່ອຸດົມສົມບູນ ແລະ ຍັງມີໂອກາດເຕີບໂຕໄດ້ອີກຫຼາຍ ແຕ່ອຸປະສັກທີ່ແທ້ຈິງບໍ່ແມ່ນວ່າເຮົາຂາດຄວາມກ້າ ຫຼື ທຶນຮອນ ແຕ່ມັນຄືການຂາດຊ່ອງທາງໃນການສົ່ງຕໍ່ຄວາມຮູ້ ແລະ ປະສົບການລະຫວ່າງກັນ.

ດ້ານ ທ່ານ ນາງ ພາວິນາ ເດດວົງສາ, CEO ຂອງ Gubi ເຈົ້າຂອງເພຈຣີວິວອາຫານ ທ້ອງແຕກ ເສີມວ່າ ບັນຫາທີ່ຊຸມຊົນຜູ້ປະກອບການຮ້ານອາຫານລາວກຳລັງພົບພໍ້ ມີ 3 ຢ່າງທີ່ຊ້ຳກັນເກືອບທຸກຮ້ານເຊັ່ນ: ຂາຍດີແຕ່ບໍ່ເຫຼືອກຳໄລ, ຮັກສາພະນັກງານໃຫ້ຢູ່ດົນ ແລະ ບໍລິການດີ ແລະ ການປັ້ນແບຣນໃຫ້ເປັນທີ່ຮັກຂອງລູກຄ້າ. ນີ້ຈຶ່ງເປັນທີ່ມາຂອງແນວຄິດສ້າງ “ຊຸມຊົນ” ໃຫ້ຜູ້ປະກອບການໄດ້ແລກປ່ຽນປະສົບການກັນໂດຍກົງ ແທນທີ່ຈະຕ່າງຄົນຕ່າງລອງຜິດລອງຖືກຢູ່ຄົນດຽວ.

ພາຍໃນມື້ງານສຳມະນາຄວາມຮູ້, ນອກຈາກການເຈາະເລິກເທຣນປີ 2026-2027 ໂດຍ ທ່ານ ຕໍ່ – ທະນະພົງ ວົງຊິນສີ (Torpenguin) ຜູ້ກໍ່ຕັ້ງ Penguin X ຈາກໄທແລ້ວ ງານໄດ້ແບ່ງເນື້ອຫາເປັນ 3 ເສົາຫຼັກໃຫ້ຜູ້ປະກອບການນຳໄປປັບໃຊ້ໄດ້ທັນທີ ເຊັ່ນ:
- ດ້ານການເງິນ ແລະ ຂໍ້ມູນຫຼັງບ້ານ: ຫົວຂໍ້ “The Numbers behind Menu” ໂດຍ ທ່ານ ເອກະລັກ ຕັນຕິສິຣິນ (Q POS) ແລະ ນາງ ຈະເລີນຣັດ ດຳລົງກຸນ (Senglao Group) ຊີ້ໃຫ້ເຫັນວ່າ ຮ້ານທີ່ “ຂາຍດີແຕ່ບໍ່ມີກຳໄລ” ມັກແມ່ນຮ້ານທີ່ບໍ່ເຄີຍຄິດຕົ້ນທຶນແທ້ຈິງຂອງແຕ່ລະເມນູ.
- ດ້ານການບໍລິຫານຄົນ: ຫົວຂໍ້ “People First, Customer Forever” ໂດຍ ນາງ ພິລາປະຈິດ ປະຈິດທຳ (Inthira Group) ແລະ ນາງ ດາລາພອນ ພົນເສນາ (ຄົວລາວ) ເນັ້ນຫຼັກຄິດວ່າ ພະນັກງານທີ່ຮູ້ສຶກເປັນສ່ວນໜຶ່ງຂອງຮ້ານ ຄືຄົນທີ່ຈະສົ່ງມອບປະສົບການທີ່ດີໃຫ້ລູກຄ້າຕໍ່ໄດ້ແທ້. ລວມເຖິງຫົວຂໍ້ “Customer Insights Uncover Growth” ໂດຍ ທ່ານ ນາງ ສົມຫຍິງ ຈັນທະວົງ (The Koki), ທ່ານ ພອນປະສົງ ທິບພະຂີນແກ້ວ (Chocola.Bar) ທີ່ບອກເຖິງຄວາມສຳຄັນໃນການນຳເອົາຂໍ້ມູນຈາກລູກຄ້າມາປັບປຸງສິນຄ້າ ແລະ ການບໍລິການໃຫ້ຕອບໂຈດຄວາມຕ້ອງການຂອງເຂົາເຈົ້າ.
- ດ້ານການປັ້ນແບຣນ: ຫົວຂໍ້ “The Art of Branding” ໂດຍ ນາງ ກຸຫຼາບ ແສງພະຈັນ (ຂະໜົມລາວ), ນາງ ອະໂນະຍາ ກອນນິວົງ (ກຸ້ງແຊ່ນ້ຳປາ by Elena) ແລະ ນາງ ນຸດລືດີ ສິລິສັກ (HugChá) ຊີ້ໃຫ້ເຫັນວ່າແບຣນທ້ອງຖິ່ນທີ່ຕິດຕະຫຼາດ ບໍ່ຈຳເປັນຕ້ອງໃຊ້ງົບການຕະຫຼາດສູງ ແຕ່ຕ້ອງມີເລື່ອງລາວທີ່ຈິງໃຈ ແລະ ຊັດເຈນ.




ນອກຈາກນັ້ນ ໃນງານຍັງມີພື້ນທີ່ Free Zone ໃຫ້ Q&A ໂດຍກົງກັບຜູ້ຊ່ຽວຊານຈາກ FINA, iCare Services, Muan, M Design, Startnovation ແລະ ກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, DOSMEP ກະຊວງອຸດສາຫະກຳ ແລະ ການຄ້າ.
ໃນມື້ທີ 2 ງານໄດ້ຕໍ່ຍອດເປັນ Workshop ທີ່ເຂັ້ມຂຸ້ນ 3 ຫົວຂໍ້ ປະກອບດ້ວຍ: ການປ່ຽນເລື່ອງລາວທຳມະດາເປັນແບຣນດິງດ້ວຍງົບນ້ອຍ (ໂດຍ ທ່ານ ມັງກອນເພັດ ໄຊຍະສານ ຈາກ Muan), ການໃຊ້ AI ວິເຄາະຂໍ້ມູນຮ້ານໃຫ້ກາຍເປັນເຄື່ອງມືເພີ່ມຍອດຂາຍ (ໂດຍ ປອ. ສະຫວາດ ໄຊປະດິດ, Laligence), ແລະ ການສ້າງທີມງານໃຫ້ແຂງແຮງ (ໂດຍ ທ່ານ ປະທານ ພິທັກພົນ, Senglao Group).
ສິ່ງທີ່ເຮັດໃຫ້ງານນີ້ແຕກຕ່າງຈາກສຳມະນາທົ່ວໄປ ບໍ່ແມ່ນຫົວຂໍ້ ຫຼື ວິທະຍາກອນ ແຕ່ແມ່ນຄວາມພະຍາຍາມສ້າງຊຸມຊົນ ຜູ້ປະກອບການຮ້ານອາຫານລາວ ໃນຕະຫຼາດທີ່ຕົ້ນທຶນຍັງເປັນຄວາມກົດດັນຕໍ່ເນື່ອງ ລວມເຖິງການຂາດພື້ນທີ່ໃນການສົ່ງຕໍ່ຄວາມຮູ້, ການມີພື້ນທີ່ໃຫ້ຜູ້ປະກອບການແລກປ່ຽນປະສົບການ ແລະ ຮຽນຮູ້ຈາກກັນ ອາດເປັນປັດໄຈໜຶ່ງທີ່ຕັດສິນວ່າຮ້ານໃດຈະຢູ່ລອດ ແລະ ຮ້ານໃດຈະຄ່ອຍໆຫາຍໄປ.
ຄວາມສຳເລັດຂອງງານ ແລະ ການເກີດຂຶ້ນຂອງພື້ນທີ່ນີ້ ຍັງໄດ້ຮັບແຮງສະໜັບໜູນຈາກຫຼາຍພາກສ່ວນທີ່ເຫັນຄວາມສຳຄັນຂອງການສ້າງຊຸມຊົນຜູ້ປະກອບການ F&B ລາວຮ່ວມກັນ ນຳໂດຍ QPOS ລະບົບຈັດການຮ້ານອັນດັບໜຶ່ງ ໃນຖານະ Title Sponsor, ພ້ອມການຊຸກຍູ້ຈາກ ກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກຳ ແລະ ການຄ້າ ທີ່ເຫັນວ່ານີ້ຄືກົນໄກໜຶ່ງໃນການຍົກລະດັບ SME ສາຍອາຫານຂອງລາວ. ນອກຈາກນີ້ Fina ແລະ Beerlao Green ໃນຖານະ Silver Sponsors, Ten Years Production Laos ບໍລິການໃຫ້ເຊົ່າລະບົບສຽງ ແສງສີ ເວທີ ໂຄງທຮັດສ, ພ້ອມທັງ iCare Services & ITech, @FREEDOM’s clothing, LocaLaos, HAL Express ຮຸ່ງອາລຸນ ຂົນສົ່ງດ່ວນ ແລະ Coolkit Branding Partner, tickget.la, Bizgital ແລະ Gubi ຕະຫຼອດຮອດ Amari Vientiane ແລະ ກຸ່ມບໍລິສັດ ຕັງຈະເລີນ ຈຳກັດຜູ້ດຽວ ຜູ້ສະໜັບສະໜູນສະຖານທີ່ ລ້ວນແຕ່ເປັນສ່ວນສຳຄັນທີ່ຊ່ວຍໃຫ້ຜູ້ປະກອບການຮ້ານອາຫານ-ຄາເຟ່-ເຄື່ອງດື່ມລາວກວ່າ 300 ທ່ານ ມີພື້ນທີ່ໄດ້ພົບປະ, ແລກປ່ຽນ ແລະ ຮຽນຮູ້ຈາກກັນ ແລະ ກັນຢ່າງແທ້ຈິງ.
ຜູ້ປະກອບການ ແລະ ຜູ້ສົນໃຈ ສາມາດຕິດຕາມກິດຈະກຳຕໍ່ໄປໄດ້ທີ່ Facebook Page: Muan Specialty ແລະ ທ້ອງແຕກ” THONG TAEK “


















