ເຊົາເປັນ “ຄົນແພ້” ໃນເກມຄວາມຮັກ ຮູ້ຈັກວິທີດຶງໂຕເອງອອກມາ ເມື່ອຄວາມຈິງໃຈຖືກເບິ່ງເປັນເລື່ອງຫຼິ້ນ

ແບ່ງປັນ

ເຊົາເປັນ “ຄົນແພ້” ໃນເກມຄວາມຮັກ ຮູ້ຈັກວິທີດຶງໂຕເອງອອກມາ ເມື່ອຄວາມຈິງໃຈຖືກເບິ່ງເປັນເລື່ອງຫຼິ້ນ

17 August 2026 11
AI Summarized

Key Takeaways:

  • ການຫຼິ້ນເກມໃນຄວາມສຳພັນບໍ່ໄດ້ດີ ແລະ ບໍ່ໄດ້ຊ່ວຍສ້າງຄວາມຮັກທີ່ຈິງໃຈ ຫຼື ຄວາມອົບອຸ່ນ.
  • ການຫຼິ້ນເກມ (ຕອບແຊັດຊ້າ, ເຮັດເປັນບໍ່ສົນໃຈ, ຄວບຄຸມອາລົມ) ເກີດຈາກຄວາມຢ້ານ ແລະ ຄວາມບໍ່ໝັ້ນໃຈໃນໂຕເອງ, ຢ້ານຄວາມຜິດຫວັງ ແລະ ຢ້ານການເປັນຝ່າຍທີ່ຮັກຫຼາຍກວ່າ.
  • ໃນຄວາມສຳພັນທີ່ດີ ບໍ່ຄວນມີຄົນຊະນະ ຫຼື ຄົນແພ້. ການຈິງໃຈ, ເປີດເຜີຍ ແລະ ບໍ່ຫຼິ້ນເກມ ຄືຄວາມກ້າຫານ.
  • ການຫຼິ້ນເກມໃນຄວາມສຳພັນສ້າງໄດ້ແຕ່ຄວາມຕື່ນເຕັ້ນໃນໄລຍະທຳອິດ, ແຕ່ສຸດທ້າຍມີແຕ່ສ້າງຄວາມອຶດອັດ, ຄວາມບໍ່ໄວ້ວາງໃຈ ແລະ ທຳຮ້າຍສຸຂະພາບຈິດ.
  • ວິທີອອກຈາກຄວາມສຳພັນທີ່ອີກຝ່າຍມັກຫຼິ້ນເກມ: ຍອມຮັບຄວາມຈິງ, ໃຊ້ກົດ No Contact, ຕັ້ງຂອບເຂດໃຫ້ໂຕເອງ, ດຶງຄວາມສົນໃຈກັບຄືນມາຫາໂຕເອງ ແລະ ຍອມຮັບຄວາມເຈັບປວດ.

ເຄີຍຮູ້ສຶກບໍ່ວ່າ ເວລາທີ່ເຮົາຮູ້ສຶກວ່າກຳລັງຈິງໃຈກັບຄວາມຮັກຫຼາຍປານໃດ ແຕ່ສຸດທ້າຍກໍກາຍເປັນຝ່າຍທີ່ເຈັບ ແລະ ຮູ້ສຶກແພ້ ຢູ່ເລື້ອຍໆ? ຫຼາຍຄົນທີ່ເຈິແບບນີ້ກໍຄົງເມື່ອຍໃຈ ເພາະຄວາມສຳພັນທີ່ດີມັນຄວນຈະເປັນພື້ນທີ່ປອດໄພທີ່ຊ່ວຍເຫຼືອສະໜັບສະໜຸນກັນ ບໍ່ແມ່ນເວທີແຂ່ງຂັນທີ່ຕ້ອງມາຄອຍເອົາຊະນະກັນຕະຫຼອດເວລາແມ່ນບໍ່ທຸກຄົນ?

Muan RelationTips ເອງກໍເຄີຍສົງໄສຄືກັນວ່າ ການຫຼິ້ນເກມໃນຄວາມສຳພັນມັນຈະດີແທ້ບໍ. ເມື່ອໄດ້ເຫັນ ແລະ ໄດ້ໄປລອງລົມກັບຄົນທີ່ມັກຫຼິ້ນເກມຄວາມຮັກ ເຊິ່ງຄຳຕອບທີ່ໄດ້ກັບກາຍເປັນວ່າ ມັນບໍ່ໄດ້ດີເລີຍ ແລະ Red flag ສຸດໆ ພ້ອມທັງບໍ່ໄດ້ຊ່ວຍສ້າງຄວາມຮັກທີ່ຈິງໃຈ ຫຼື ຄວາມອົບອຸ່ນໃຫ້ໃຜໄດ້ເລີຍ.

ອ່ານຕື່ມ:  ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ "ເສຍໃຈ (ໃຈເສຍໄປ)" ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ຖ້າຖາມວ່າຍ້ອນຫຍັງຄົນເຮົາເຖິງມັກຫຼິ້ນເກມ ມັນມີຫຍັງທີ່ເຊື່ອງໃນຄວາມຮູ້ສຶກການຢາກເອົາຊະນະ ເຊິ່ງຄວາມຈິງແລ້ວ ການຫຼິ້ນເກມບໍ່ວ່າຈະເປັນການຕອບແຊັດຊ້າ, ເຮັດເປັນບໍ່ສົນໃຈ ຫຼື ຄວບຄຸມອາລົມອີກຝ່າຍມັນເລີ່ມມາຈາກຄວາມຢ້ານ ແລະ ຄວາມບໍ່ໝັ້ນໃຈໃນໂຕເອງ.

ເພາະໃນໃຈເລິກໆ ແມ່ນພວກເຂົາຢ້ານຄວາມຜິດຫວັງ ແລະ ຢ້ານການເປັນຝ່າຍທີ່ຮັກຫຼາຍກວ່າ ເລີຍໃຊ້ “ເກມ” ເປັນເກາະປ້ອງກັນໂຕເອງ ເພື່ອໃຫ້ຢູ່ເໜືອກວ່າ ແລະ ບໍ່ຕ້ອງເປີດເຜີຍຄວາມອ່ອນແອໃຫ້ໃຜເຫັນ.

ແຕ່ຮູ້ບໍວ່າ ການທີ່ເຮົາບໍ່ເອົາຊະນະ ມັນບໍ່ໄດ້ແປວ່າເຮົາ “ແພ້”. ໃນຄວາມສຳພັນທີ່ດີມັນບໍ່ຄວນມີຄົນຊະນະ ຫຼື ຄົນແພ້ຕັ້ງແຕ່ທຳອິດຢູ່ແລ້ວ. ການທີ່ເຈົ້າຈິງໃຈ, ເປີດເຜີຍ ແລະ ບໍ່ຫຼິ້ນເກມ ມັນຄືຄວາມກ້າຫານທີ່ສຸດ. ຖ້າຄວາມສຳພັນນັ້ນໄປຕໍ່ບໍ່ໄດ້ ມັນບໍ່ໄດ້ໝາຍຄວາມວ່າເຈົ້າແພ້ ແຕ່ໝາຍຄວາມວ່າອີກຝ່າຍຍັງບໍ່ມີວຸທິພາວະພໍທີ່ຈະຮັບເອົາຄວາມຈິງໃຈຂອງເຈົ້າໄດ້ເທົ່ານັ້ນ.

ເກມອາດຈະໃຫ້ຄວາມຕື່ນເຕັ້ນໄດ້ໃນຊ່ວງທຳອິດ ຍ້ອນສະໝອງຈະຫຼັ່ງສານເຄມີຕອນເຮົາກຳລັງລຸ້ນ ແຕ່ມັນບໍ່ເຄີຍໃຫ້ “ຄວາມສະຫງົບ” ໃນໄລຍະຍາວ. ສຸດທ້າຍມັນມີແຕ່ຈະສ້າງຄວາມອຶດອັດ, ຄວາມບໍ່ໄວ້ວາງໃຈ ແລະ ທຳຮ້າຍສຸຂະພາບຈິດຂອງທັງສອງຝ່າຍ.

ການຖອຍອອກຈາກຄວາມສຳພັນທີ່ອີກຝ່າຍມັກຫຼິ້ນເກມ ບໍ່ແມ່ນເລື່ອງງ່າຍ ເພາະເກມຄວາມຮັກມັກເຮັດໃຫ້ເຮົາຕິດຢູ່ໃນວົງວົນ (Loop) ຂອງຄວາມຫວັງ, ຄວາມສັບສົນ ແລະ ຄວາມຮັກໆແຫ້ງໆ. ແຕ່ຖ້າເຈົ້າຕັດສິນໃຈໄດ້ແລ້ວວ່າຢາກກັບມາດູແລສຸຂະພາບຈິດຂອງໂຕເອງ Muan RelationTips ເລີຍນຳວິທີຖອຍອອກມາໃຫ້ກັບຄົນທີ່ຢາກປ່ຽນແປງໂຕເອງ

ຍອມຮັບຄວາມຈິງ ແລະ ເຊົາຫາເຫດຜົນໃຫ້ເຂົາ

ສິ່ງທີ່ເຮັດໃຫ້ເຮົາອອກມາບໍ່ໄດ້ ມັກຈະມາຈາກຄວາມຫວັງຄືວ່າ “ຖ້າເຮົາອົດທົນອີກໜ້ອຍໜຶ່ງ ເຂົາອາດຈະປ່ຽນ” ຫຼື “ເຂົາໄປໃສບໍ່ລອດ ເພາະເຮົາດີກັບເຂົາ ບໍ່ມີໃຜດີເທົ່າເຮົາແລ້ວ”. ໃຫ້ຍອມຮັບຄວາມຈິງຕົງໆວ່າ ການຫຼິ້ນເກມ (ຕອບຊ້າ, ເຮັດເປັນບໍ່ສົນໃຈ, ດຶງ-ຍືດ ຫຼື ຕົວະ) ຄື ພຶດຕິກຳທີ່ເຂົາເລືອກເຮັດ ບໍ່ແມ່ນຄວາມບັງເອີນ ເພາະຄົນທີ່ຮັກ ແລະ ເຄົາລົບເຮົາ ຈະບໍ່ໃຊ້ຄວາມຮູ້ສຶກຂອງເຮົາຫຼິ້ນເປັນເກມເດັດຂາດ.

ອ່ານຕື່ມ:  ເມື່ອເຈົ້າເປັນນັກຊ໊ອບປິ້ງຕົວຍົງ "ເພາະຂອງມັນຕ້ອງມີ" ຢາກຢຸດຊື້ຄວນເຮັດແນວໃດດີ?

ໃຊ້ກົດ No Contact (ຕັດການຕິດຕໍ່)

ເກມຄວາມສຳພັນຈະເຮັດວຽກໄດ້ ກໍຕໍ່ເມື່ອມີຜູ້ຫຼິ້ນ 2 ຄົນ ຖ້າເຈົ້າຢຸດຫຼິ້ນເກມມັນກໍຈົບ. ເຈົ້າຕ້ອງຢຸດເປັນຝ່າຍຕິດຕາມ, ບໍ່ສົ່ງແຊັດໄປກ່ອນ, ບໍ່ຕ້ອງຖາມຫາຄຳອະທິບາຍ ເພາະຄົນທີ່ມັກຫຼິ້ນເກມຈະໃຊ້ໂອກາດນີ້ໃນການ “ປັ່ນອາລົມ” ໃຫ້ເຈົ້າສັບສົນຕື່ມ.

ບໍ່ຄອຍຖ້າ, ປິດການແຈ້ງເຕືອນ ຫຼື Unfollow ຖ້າມັນເຮັດໃຫ້ເຈົ້າຕ້ອງຄອຍເຊັກໂທລະສັບຕະຫຼອດເວລາ ຈົນວິຕົກກັງວົນ ຈິດໃຈບໍ່ສະຫງົບເຮັດໃຫ້ວຽກ ຫຼື ຄວາມສຳພັນກັບຄົນອ້ອມຂ້າງມີບັນຫາ.

ຕອບສັ້ນໆ ແລະ ເຢັນຊາ (ຖ້າຈຳເປັນຕ້ອງເຈິ) ຖ້າຕ້ອງເຈິກັນ ຫຼື ເລື່ອງທີ່ຫຼີກລ້ຽງບໍ່ໄດ້ ໃຫ້ຕອບສະເພາະເລື່ອງທີ່ຈຳເປັນ, ບໍ່ຕ້ອງໃສ່ອາລົມ ແລະ ເຮັດຄືເຂົາເປັນອາກາດທາດ.

ຕັ້ງຂອບເຂດ (Set Boundaries) ໃຫ້ໂຕເອງ ບໍ່ແມ່ນຕັ້ງໃຫ້ເຂົາ

ການຕັ້ງຂອບເຂດ ບໍ່ແມ່ນການໄປບອກເຂົາວ່າ “ເຈົ້າຫ້າມເຮັດແບບນີ້ເດີ” ແຕ່ເປັນການບອກໂຕເອງວ່າ “ຖ້າເຂົາເຮັດແບບນີ້ ເຮົາຈະບໍ່ຢູ່ຕໍ່ເດັດຂາດ”.

ຖ້າເຂົາຫາຍໄປແລ້ວກັບມາ ເຮັດຄືບໍ່ມີຫຍັງເກີດຂຶ້ນ ຢ່າຟ້າວຕອບ ແລະ ເຮັດໃຫ້ເຂົາກັບໄປຢູ່ໃນຈຸດທີ່ເລີ່ມຕົ້ນຄວາມສຳພັນ. ຖ້າເຂົາເຮັດໃຫ້ເຮົາຮູ້ສຶກວ່າເປັນ “ໂຕເລືອກ” ໃຫ້ຮີບເລືອກຍ່າງອອກມາເອງ.

ດຶງຄວາມສົນໃຈ ກັບມາຫາໂຕເອງ (Focus on Yourself)

ຄົນທີ່ຫຼິ້ນເກມມັກຈະດຶງ “ພະລັງງານ ແລະ ເວລາ” ຂອງເຮົາໄປເກືອບທັງໝົດ. ເມື່ອຖອຍອອກມາເຮົາຈະຮູ້ສຶກຫວ່າງ ແລະ ອາດຈະຢາກກັບໄປຫາເຂົາໃຫ້ໃຊ້ເວລານີ້ ອອກໄປເຮັດກິດຈະກຳທີ່ໂຕເອງມັກ ຫຼື ວຽກທີ່ເຄີຍຂ້າມໄປ.

ອອກໄປຫາໝູ່ຄູ່ ຫຼື ຄອບຄົວທີ່ໃຫ້ຄວາມອົບອຸ່ນ ແລະ ຄວາມສະຫງົບ ພ້ອມເຕືອນໂຕເອງສະເໝີວ່າ ເຮົາຕ້ອງການ ຄວາມຮັກທີ່ສະຫງົບ ບໍ່ແມ່ນຄວາມຮັກທີ່ຕື່ນເຕັ້ນແຕ່ເຕັມไปດ້ວຍຄວາມກັງວົນ.

ຍອມຮັບຄວາມເຈັບປວດໃນເວລາທີ່ບໍ່ມີເຂົາ

ການຖອຍອອກມາອາດຈະເຮັດໃຫ້ເຈົ້າຮູ້ສຶກເຈັບ, ເຫງົາ ຫຼື ເສຍດາຍເວລາ. ປ່ອຍໃຫ້ໂຕເອງຮູ້ສຶກເຈັບໄດ້ ເພາະມັນເປັນເລື່ອງປົກກະຕິຂອງການສູນເສຍ ແຕ່ຢ່າໃຫ້ຄວາມເຫງົາມານຳທາງໃຫ້ເຈົ້າກັບໄປຢູ່ໃນເກມເດີມໆ.

ອ່ານຕື່ມ:  ສ້າງສະເໜ່ດ້ວຍ The Listening Theory ພ້ອມສະໜັບສະໜຸນຄູ່ສົນທະນາດ້ວຍຄວາມຮອຍຍິ້ມ ແລະ ຄວາມເຂົ້າໃຈ

Muan RelationTips ຢາກບອກທຸກຄົນວ່າ ຢ່າປ່ຽນໂຕເອງໄປຫຼິ້ນເກມກັບໃຜພຽງເພື່ອໃຫ້ໂຕເອງ “ຊະນະ” ເພາະຄວາມຈິງໃຈຂອງເຈົ້າເປັນຄຸນສົມບັດທີ່ມີຄ່າຫຼາຍ.

ສິ່ງທີ່ຕ້ອງເຮັດ ບໍ່ແມ່ນການຮຽນຮູ້ວິທີຫຼິ້ນເກມ ແຕ່ແມ່ນການຕັ້ງຂອບເຂດໃຫ້ໂຕເອງ, ເມື່ອໃດທີ່ຮູ້ສຶກວ່າອີກຝ່າຍກຳລັງຫຼິ້ນເກມ ບໍ່ຊັດເຈນ ຫຼື ເຮັດໃຫ້ເຈົ້າຮູ້ສຶກເປັນຝ່າຍແພ້ຢູ່ເລື້ອຍໆ ໃຫ້ກ້າທີ່ຈະຖອຍອອກມາ, ການຖອຍອອກຈາກເກມທີ່ເຮົາບໍ່ໄດ້ຢາກຫຼິ້ນ ນັ້ນແຫຼະຄື ຜູ້ຊະນະ ທີ່ແທ້ຈິງສຳລັບໂຕເຈົ້າເອງ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.