ຄົນສ່ວນໃຫຍ່ຕ້ອງພົບເຫດການແບບນີ້ເມື່ອເງິນເດືອນອອກກໍຕັ້ງໃຈຈະທ້ອນເກັບໄວ້, ແຕ່ພໍເຫັນສິ່ງທີ່ຢາກໄດ້ກໍຢາກຊື້ຂຶ້ນມາທັນທີກົດໂອນຈ່າຍ ຫຼື ກົດສັ່ງຊື້ໄປດ້ວຍອາລົມຊົ່ວວູບ.
ພຽງເປັບດຽວເງິນໃນບັນຊີກໍ່ຫາຍໄປກ້ອນໃຫຍ່ປານບັນຊີມ້າ, ເຊິ່ງພຶດຕິກຳແບບນີ້ກໍບໍ່ເຄີຍເຮັດໃຫ້ຫຼາບຈຳຈັກເທື່ອທັງໆທີ່ຊ໊ອດມັນທຸກເດືອນ ແລະ ເອົາເງິນອານາຄົດມາໃຊ້ກ່ອນຕະຫຼອດ.
ມັກຊື້ເຄື່ອງມາແລ້ວກໍບໍ່ໄດ້ໃຊ້ປະໂຫຍດຈົນມາເສຍດາຍເງິນນຳຫຼັງ, ເຮົາລອງຫາວິທີງ່າຍໆທີ່ຊະຊ່ວຍໃຫ້ພຶດຕິກຳນີ້ໃຫ້ດີຂຶ້ນກັນດີກວ່າເພື່ອຢຸດບັນຫາ ”ຂອງມັນຕ້ອງມີ”.
1. ຄິດທົບທວນໃຫ້ດີກ່ອນຊື້
ກ່ອນຈະຊື້ຫຍັງໃຫ້ຄິດດີໆກ່ອນວ່າຈຳເປັນບໍ່ ແລະ ເຮົາຈະໄດ້ໃຊ້ສິ່ງນັ້ນແທ້ໆຫວາ? ຖ້າຢາກໄດ້ແທ້ໆກໍໃຫ້ອົດທົນຈົນຮອດ 30 ມື້, ຖ້າຍັງຢາກໄດ້ຢູ່ກໍຈຶ່ງຕັດສິນໃຈຊື້.
2. ຈົດລາຍຊື່ເຄື່ອງທີ່ຈຳເປັນ
ໃຫ້ຈົດລາຍການທີ່ຈຳເປັນກ່ອນທີ່ຈະເຂົ້າຫ້າງ ຫຼື ລົງຕະຫຼາດ, ຕ້ອງເຮັດໃຈແຂງເດັດຂາດເພື່ອຈະບໍ່ຊື້ສິ່ງທີ່ນອກເໜືອຈາກລາຍການທີ່ມີ.
3. ຂໍຄວາມຊ່ວຍເຫຼືອຈາກໝູ່ເພື່ອນ
ໃຫ້ໝູ່ທີ່ໄວ້ໃຈມາຫ້າມ ຫຼື ເຕືອນເພື່ອດືງສະຕິເວລາເກີດອາການໃຈຮ້ອນຢາກໄດ້ເຄື່ອງ ຫຼື ການຊ໊ອບປິ້ງເກີນງົບທີ່ມີຢູ່
4. ເຮັດບັນຊີລາຍຮັບ-ລາຍຈ່າຍ
ການເຮັດບັນຊີປະຈຳວັນ, ປະຈຳອາທິດ ຫຼື ປະຈຳເດືອນເພື່ອຮັບຮູ້ຍອດລາຍຮັບກະແສເງິນສົດທີ່ເຮົາໄດ້ເພື່ອຕັ້ງງົບຄ່າໃຊ້ຈ່າຍ ແລະ ການຊ໊ອບປິ້ງທີ່ພໍດີໄດ້. ກ່ອນຈະຊື້ຫຍັງກໍໃຫ້ໃຈເຢັນໆກ່ອນຢ່າຟ້າວໃຈຮ້ອນໃຊ້ອາລົມເພາະຖ້າຊ໊ອດມາແລ້ວມັນບໍ່ເປັນຜົນດີຕໍ່ຕົວເຮົາເລີຍ.
ໂດຍ: ທີມບັນນາທິການ Muan