ແຟນມັກມິດເວລາຜິດກັນ ໃຊ້ຄວາມງຽບທຳຮ້າຍຄວາມຮູ້ສຶກ ລວມ 5 ວິທີຮັບມືກັບແຟນຂີ້ຄຽດ

ແບ່ງປັນ

ແຟນມັກມິດເວລາຜິດກັນ ໃຊ້ຄວາມງຽບທຳຮ້າຍຄວາມຮູ້ສຶກ ລວມ 5 ວິທີຮັບມືກັບແຟນຂີ້ຄຽດ

17 November 2026● 15

ບາງເທື່ອ ສິ່ງທີ່ເຮັດໃຫ້ເຮົາເຈັບບໍ່ແມ່ນການຜິດກັນ ແຕ່ແມ່ນການທີ່ຄົນຮັກເລືອກຈະມິດງຽບໃສ່ ປ່ອຍໃຫ້ເຮົາຄິດຫຼາຍຢູ່ຄົນດຽວ ເຊິ່ງເວລາມີບັນຫາກັບແຟນ ບາງຄົນຢາກລົມກັນໃຫ້ຈົບ ເພາະຢາກຮູ້ວ່າເລື່ອງທີ່ເກີດຂຶ້ນຈະລົງເອີຍແນວໃດ. ແຕ່ລາວກັບເລືອກທີ່ຈະງຽບ ຖາມຫຍັງກໍບໍ່ຕອບ ຈົນເຮົາຕ້ອງນັ່ງຄິດເອງວ່າ ລາວຍັງຄຽດຢູ່ບໍ, ເບື່ອເຮົາແລ້ວຫວາ ຫຼື ບໍ່ຢາກຄົບກັນຕໍ່ແລ້ວ.

ຈາກບັນຫາທີ່ແກ້ໄຂໄດ້ດ້ວຍການລົມກັນ ກັບກາຍເປັນເລື່ອງໃຫຍ່ຂຶ້ນ ເພາະຄົນໜຶ່ງຢາກໄດ້ຄຳຕອບ ສ່ວນອີກຄົນບໍ່ຍອມເວົ້າ. ແຕ່ຄວາມງຽບບໍ່ໄດ້ໝາຍຄວາມວ່າລາວບໍ່ຮັກເຮົາສະເໝີໄປ. ບາງຄົນອາດຕ້ອງການເວລາສະຫງົບອາລົມ ເພາະຍັງບໍ່ພ້ອມຈະເວົ້າ ຫຼື ຢ້ານວ່າການຖຽງກັນຈະເຮັດໃຫ້ເລື່ອງຮ້າຍແຮງຂຶ້ນ.

ແຕ່ຖ້າຄວາມງຽບພັດເປັນທາງອອກ ແລະ ຖືກໃຊ້ຊ້ຳໆເພື່ອລົງໂທດ, ກົດດັນ ຫຼື ເຮັດໃຫ້ເຮົາຮູ້ສຶກຜິດຈົນຕ້ອງຍອມຕາມນ້ຳຕະຫຼອດ ເຊິ່ງພຶດຕິກຳນີ້ແມ່ນເຂົ້າຂ່າຍ Silent Treatment ຫຼື ການໃຊ້ຄວາມງຽບເປັນເຄື່ອງມືຕອບໂຕ້ ແລະ ລົງໂທດ.

ດັ່ງນັ້ນ, ການແຍກໃຫ້ອອກວ່າແຟນເຮົາພຽງແຕ່ຕ້ອງການເວລາ ຫຼື ກຳລັງໃຊ້ຄວາມງຽບເພື່ອລົງໂທດເຮົາ ຈຶ່ງເປັນສິ່ງສຳຄັນ. ມື້ນີ້ຈຶ່ງຢາກຊວນໃຫ້ທຸກຄົນລອງມາເບິ່ງນຳກັນເຖິງ 5 ວິທີຮັບມື ເມື່ອຄົນທີ່ເຮົາຮັກເລືອກທີ່ຈະງຽບໃສ່ເຮົາ.

ຢ່າຟ້າວຕີຄວາມຄວາມງຽບວ່າເຂົາບໍ່ຮັກເຮົາ

ເມື່ອຄົນທີ່ເຮົາຮັກມິດງຽບໃສ່ ມັນກໍຍາກທີ່ຈະບໍ່ຄິດຫຼາຍ. ແຕ່ຢ່າຟ້າວເອົາຄວາມງຽບມາເປັນຄຳຕອບວ່າລາວບໍ່ຮັກເຮົາແລ້ວ. ບາງຄົນອາດກຳລັງຄຽດ, ສັບສົນ ຫຼື ຕ້ອງການເວລາຈັດການກັບອາລົມຂອງຕົນເອງກ່ອນ.

ແຕ່ການເຂົ້າໃຈລາວກໍບໍ່ໄດ້ໝາຍຄວາມວ່າເຮົາຕ້ອງມອງຂ້າມຄວາມຮູ້ສຶກຂອງຕົນເອງ. ລອງສັງເກດວ່າ ຫຼັງຈາກໃຈເຢັນລົງແລ້ວ ລາວພ້ອມກັບມາລົມ, ຮັບຟັງ ແລະ ແກ້ໄຂບັນຫານຳກັນຫຼືບໍ່. ເພາະສິ່ງສຳຄັນບໍ່ແມ່ນການຄາດເດົາວ່າລາວຄິດຫຍັງ ແຕ່ແມ່ນການເບິ່ງວ່າລາວພ້ອມຈະຮ່ວມກັນແກ້ໄຂບັນຫານຳກັນຫຼືບໍ່.

ໃຫ້ເວລາກັນ ແຕ່ຄວນຕົກລົງວ່າຈະກັບມາລົມກັນເມື່ອໃດ

ຖ້າລາວຍັງມີອາລົມຄ້າງຢູ່ ການຖາມຊ້ຳໆວ່າ “ເປັນຫຍັງ?” ຫຼື “ຈະເອົາແນວໃດ?” ບໍ່ໄດ້ຊ່ວຍໃຫ້ສະຖານະການດີຂຶ້ນ. ບາງເທື່ອການຖອຍອອກມາກ່ອນ ແລະ ໃຫ້ລາວມີເວລາສະຫງົບອາລົມ ກໍເປັນທາງເລືອກທີ່ດີ.

ອ່ານຕື່ມ:  ຢ່າເບິ່ງຂ້າມຜົນຈາກຄວາມເຄັ່ງຄຽດກົດດັນ ລອງ 5 ວິທີດູແລຕົວເອງທັງຮ່າງກາຍ ແລະ ຈິດໃຈ

ແຕ່ການໃຫ້ເວລາບໍ່ຄວນໝາຍເຖິງການປ່ອຍໃຫ້ບັນຫາຄ້າງຄາໂດຍບໍ່ມີກຳນົດ, ລອງຕົກລົງກັນວ່າຈະພັກກ່ອນ ແລ້ວກັບມາລົມກັນອີກເມື່ອໃດ. ການຮູ້ວ່າຕ້ອງລໍຖ້າຮອດຕອນໃດ ຍ່ອມດີກວ່າການຕ້ອງນັ່ງຄິດຢູ່ຄົນດຽວວ່າ ແຟນຈະກັບມາເວົ້ານຳອີກບໍ່.

ບອກຄວາມຮູ້ສຶກຂອງຕົນເອງ ແທນການກ່າວຫາ

ເວລາເຫັນລາວມິດງຽບ ເຮົາອາດຫຼຸດປາກເວົ້າວ່າ “ເຈົ້າເປັນແບບນີ້ຕະຫຼອດ” ຫຼື “ຈະມິດງຽບຫາຫຍັງ?” ເພາະທັງເສຍໃຈ ແລະ ຫງຸດຫງິດ. ແຕ່ຄຳເວົ້າແບບນີ້ອາດເຮັດໃຫ້ລາວຍິ່ງປິດຕົວ ແລະ ບໍ່ຢາກສື່ສານ.

ລອງປ່ຽນມາເວົ້າກົງໆວ່າ “ເວລາເຈົ້າມິດງຽບໄປ ຂ້ອຍຄິດຫຼາຍເດີ, ຂ້ອຍບໍ່ໄດ້ຢາກບັງຄັບໃຫ້ເຈົ້າເວົ້າຕອນນີ້ ແຕ່ຢາກໃຫ້ເຮົາຫາເວລາກັບມາລົມ ແລະ ແກ້ໄຂເລື່ອງນີ້ນຳກັນ”. ການບອກຄວາມຮູ້ສຶກແບບນີ້ຊ່ວຍໃຫ້ລາວເຂົ້າໃຈວ່າ ພຶດຕິກຳຂອງລາວສົ່ງຜົນຕໍ່ເຮົາແນວໃດ ໂດຍບໍ່ຈຳເປັນຕ້ອງເລີ່ມຕົ້ນດ້ວຍການຖຽງກັນ.

ສ້າງຂໍ້ຕົກລົງຮ່ວມກັນ ກ່ອນຈະເກີດບັນຫາຄັ້ງຕໍ່ໄປ

ຢ່າລໍຖ້າໃຫ້ເກີດບັນຫາກ່ອນຈຶ່ງຄ່ອຍຫາວິທີຮັບມື ເພາະໃນຕອນທີ່ຕ່າງຄົນຕ່າງມີອາລົມ ການເວົ້າກັນດີໆກໍອາດເປັນເລື່ອງຍາກ. ລອງຫາເວລາທີ່ທັງສອງຄົນສະບາຍໃຈ ແລ້ວຄ່ອຍລົມກັນວ່າ ເວລາມີບັນຫາແຕ່ລະຄົນຕ້ອງການໃຫ້ອີກຝ່າຍຮັບມືແນວໃດ.

ບາງຄົນຕ້ອງການເວລາຢູ່ຄົນດຽວ ບາງຄົນຢາກລົມກັນທັນທີ ຫຼື ບາງຄົນຕ້ອງການເວລາຄິດກ່ອນຈະອະທິບາຍຄວາມຮູ້ສຶກໄດ້. ຄົນເຮົາບໍ່ຈຳເປັນຕ້ອງຄິດຄືກັນທຸກຢ່າງ ແຕ່ຄວນຕົກລົງກັນໃຫ້ໄດ້ວ່າ ຖ້າຝ່າຍໜຶ່ງຕ້ອງການພັກ ກໍຄວນບອກກັນດີໆ ແລະ ບອກເວລາທີ່ຈະກັບມາລົມກັນ.

ເພາະການຂໍເວລາພັກບໍ່ແມ່ນເລື່ອງຜິດ ແຕ່ການຫາຍມິດໄປໂດຍບໍ່ບອກຫຍັງເລີຍ ອາດປ່ອຍໃຫ້ເຮົາຕ້ອງຮັບມືກັບຄວາມກັງວົນຢູ່ຝ່າຍດຽວ.

ສັງເກດພຶດຕິກຳ ແລະ ຢ່າລືມຄວາມຮູ້ສຶກຂອງຕົນເອງ

ສິ່ງສຳຄັນບໍ່ແມ່ນວ່າລາວໃຊ້ເວລາສະຫງົບອາລົມດົນປານໃດ ແຕ່ແມ່ນຫຼັງຈາກນັ້ນລາວພ້ອມຈະກັບມາລົມ, ຮັບຟັງ ແລະ ຫາທາງແກ້ໄຂບັນຫານຳກັນຫຼືບໍ່. ເພາະການຂໍເວລາພັກກັບການໃຊ້ຄວາມງຽບເພື່ອລົງໂທດເຮົາແມ່ນສອງຢ່າງທີ່ບໍ່ຄືກັນ.

ຖ້າທຸກຄັ້ງທີ່ຜິດກັນ ເຮົາຕ້ອງເປັນຝ່າຍງໍ້, ຂໍໂທດ ຫຼື ຍອມທຸກຢ່າງພຽງເພື່ອໃຫ້ລາວກັບມາເວົ້ານຳ ລອງຖາມຕົວເອງວ່າ ເຮົາກຳລັງແກ້ໄຂບັນຫານຳກັນ ຫຼື ກຳລັງພະຍາຍາມຮັກສາຄວາມສຳພັນນີ້ຢູ່ຝ່າຍດຽວ. 

ການຮັກໃຜຄົນໜຶ່ງອາດໝາຍເຖິງການຍອມປັບຕົວ, ໃຫ້ເວລາ ແລະ ພະຍາຍາມເຂົ້າໃຈກັນ. ແຕ່ເຮົາກໍບໍ່ຄວນລືມວ່າ ຕົນເອງກໍເສຍໃຈເປັນ, ກັງວົນເປັນ ແລະ ຕ້ອງການຄົນຮັບຟັງຄືກັນ. ຄວາມສຳພັນບໍ່ຄວນເປັນສິ່ງທີ່ຄົນໜຶ່ງຕ້ອງປັບຕົວຢູ່ຕະຫຼອດ ສ່ວນອີກຄົນບໍ່ຕ້ອງປ່ຽນຫຍັງເລີຍ.

ຖ້າເຮົາພະຍາຍາມປັບແລ້ວ ແຕ່ບັນຫາຍັງເກີດຊ້ຳໆ ແລະ ລາວບໍ່ຍອມຮ່ວມແກ້ໄຂ ເຮົາກໍມີສິດຖາມຕົວເອງວ່າ ຄວາມສຳພັນນີ້ຍັງມີບ່ອນໃຫ້ເຮົາເວົ້າຄວາມຮູ້ສຶກຂອງຕົນເອງຢູ່ບໍ? ຄວາມສຳພັນທີ່ດີບໍ່ໄດ້ໝາຍຄວາມວ່າທັງສອງຄົນຕ້ອງຄິດຄືກັນ ຫຼື ບໍ່ເຄີຍຜິດກັນເລີຍ.

ອ່ານຕື່ມ:  ເບື່ອ! ບໍ່ຢາກເຮັດແລ້ວແຕ່ມັນຈຳເປັນ 4 ສິ່ງທີ່ຈະຊ່ວຍກະຕຸ້ນໃຫ້ເຮົາເຮັດໃນສິ່ງທີ່ບໍ່ຢາກເຮັດ

ເຖິງຈະມີຄວາມຂັດແຍ້ງ ທັງສອງຄົນກໍຍັງພ້ອມຈະຮັບຟັງ ແລະ ຫາທາງເຂົ້າໃຈກັນ ເພາະຄວາມສຳພັນບໍ່ຄວນເປັນບ່ອນທີ່ຄົນໜຶ່ງຕ້ອງຄອຍຄາດເດົາຄວາມຮູ້ສຶກຂອງອີກຄົນຢູ່ຝ່າຍດຽວ ແຕ່ຄວນເປັນບ່ອນທີ່ທັງສອງຄົນຍັງຢາກຈັບມືກັນແກ້ໄຂບັນຫາ ເຖິງແມ່ນວ່າໃນມື້ນັ້ນຈະບໍ່ເຫັນດີກັນກໍຕາມ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.