Luxury ບໍ່ຈຳເປັນຕ້ອງມາຈາກຕ່າງປະເທດ ເສັ້ນທາງ 13 ປີຂອງ NAREE ກະເປົາແບຣນລາວ ຈາກແບຣນທ້ອງຖິ່ນສູ່ແບຣນຫຼູຫຼາທີ່ທຸກຄົນສາມາດເຂົ້າເຖິງໄດ້

ໃນໂລກແຟຊັນທີ່ເທຣນປ່ຽນຜ່ານໄປທຸກລະດູການ, ຄວາມຕ້ອງການຂອງຜູ້ຄົນໝູນວຽນຢູ່ຕະຫຼອດເວລາ, ແລະ ນິຍາມຂອງຄຳວ່າ ‘ຄວາມຫຼູຫຼາ’ ກໍບໍ່ໄດ້ມີຮູບແບບຕາຍຕົວຄືເກົ່າ ແມ່ນຫຍັງຄືສິ່ງທີ່ເຮັດໃຫ້ແບຣນໜຶ່ງ ສາມາດຢືນຢັດກາງກະແສການປ່ຽນແປງນີ້ ໄດ້ຍາວນານເຖິງ 13 ປີ?
ທຸກມື້ນີ້, ເຮົາບໍ່ໄດ້ເລືອກຊື້ແບຣນພຽງເພາະດີຊາຍ ຫຼື ຄຸນນະພາບພຽງຢ່າງດຽວອີກຕໍ່ໄປ ແຕ່ເຮົາກຳລັງຊອກຫາສິ່ງທີ່ສະທ້ອນ ‘ຕົວຕົນ’ ແລະ ‘ເລື່ອງລາວ’ ທີ່ເຊື່ອມໂຍງກັບເຮົາ. ເມື່ອໂລກປ່ຽນ, ແບຣນກໍຕ້ອງປັບຕົວ. ແຕ່ສິ່ງທີ່ທ້າທາຍທີ່ສຸດ ບໍ່ແມ່ນການແລ່ນຕາມກະແສ, ຫາກແຕ່ຄືຄຳຖາມທີ່ວ່າ: ‘ເຮົາຈະປ່ຽນແປງແນວໃດ ໂດຍບໍ່ສູນເສຍຈິດວິນຍານທີ່ເຮັດໃຫ້ເຮົາເປັນເຮົາ?’ ມັນຄືສິລະປະຂອງການແຍກໃຫ້ອອກວ່າ ສິ່ງໃດທີ່ຄວນປ່ອຍໃຫ້ເຕີບໂຕ ແລະ ສິ່ງໃດທີ່ຕ້ອງຮັກສາໄວ້.
ແລະ ນັ້ນຄືເສັ້ນທາງທີ່ແບຣນແຟຊັນຂອງລາວ ນັ້ນກໍຄື NAREE (ນາຣີ) ໄດ້ຍ່າງຜ່ານມາຕະຫຼອດກວ່າໜຶ່ງທົດສະວັດ. ຈາກຈຸດເລີ່ມຕົ້ນໃນຖານະ Local Brand ຫຼື ແບຣນທ້ອງຖິ່ນ ກ້າວຂ້າມຂີດຈຳກັດສູ່ການເປັນແບຣນຫຼູຫຼາທີ່ທຸກຄົນສາມາດເຂົ້າເຖິງໄດ້ (Accessible Luxury) ທີ່ປັດຈຸບັນໄດ້ກາຍເປັນໜຶ່ງກະເປົາທີ່ຄອງໃຈຂອງຜູ້ສວມໃສ່ໄປແລ້ວ.
ຄຳຖາມໃນມື້ນີ້ ຈຶ່ງບໍ່ແມ່ນພຽງແຕ່ວ່າ NAREE ເຕີບໂຕມາໄດ້ແນວໃດ, ແຕ່ຄືການຄົ້ນຫາຄຳຕອບວ່າ NAREE ເຮັດແນວໃດ ຈຶ່ງສາມາດຍົກລະດັບຕົນເອງຂຶ້ນສູ່ມາດຕະຖານໃໝ່ ໂດຍທີ່ຍັງຄົງນັ່ງຢູ່ໃນຫົວໃຈຂອງຜູ້ບໍລິໂພກໄດ້ຢ່າງສະຫງ່າງາມ ມາດົນນານຂະໜາດນີ້.

ຈຸດເລີ່ມຕົ້ນດ້ວຍຄວາມເສຍດາຍ ສູ່ 13 ປີແຫ່ງການເດີນທາງຂອງ NAREE
NAREE Fashion and Handicraft ກໍ່ຕັ້ງຂຶ້ນໃນປີ 2013 ໂດຍ ກະຕ່າຍ – ມະໂນທິບ ສິຣິປະພັນ ດ້ວຍຄວາມຕັ້ງໃຈໃນຕອນທຳອິດແມ່ນບໍ່ໄດ້ວາງແຜນຈະສ້າງແບຣນໃຫຍ່ໂຕ ແຕ່ເກີດຈາກສອງເຫດຜົນຫຼັກຄື: ການຢາກຫາຊ່ອງທາງຫາລາຍໄດ້ເສີມເພື່ອແບ່ງເບົາພາລະຄອບຄົວ ແລະ ຈາກຄວາມມັກໃນແຕ່ງຕົວແບບ Mix & Match.
ຢ້ອນຄືນໄປໃນຊ່ວງເວລານັ້ນ, ເມື່ອຮອດຍາມທີ່ມີງານດອງ ຫຼື ງານປະເພນີສຳຄັນ ແມ່ຍິງລາວເກືອບທຸກຄົນມັກຈະນຸ່ງສິ້ນ ຫຼື ສວມຊຸດລາວຢ່າງງົດງາມ. ແຕ່ສິ່ງໜຶ່ງທີ່ກາຍເປັນບັນຫາຄລາສສິກຂອງໃຜຫຼາຍຄົນ ຄືການຊອກຫາ “ກະເປົາທີ່ເຂົ້າກັນກັບຊຸດໄດ້ຢ່າງລົງໂຕ”.
ໃນຍຸກນັ້ນ ກະເປົາຜ້າລາວທີ່ມີໃນຕະຫຼາດມັກຈະເປັນງານຫັດຖະກຳດັ່ງເດີມ ເຊັ່ນ: ກະເປົາຫວາຍ ຫຼື ກະເປົາຜ້າທົ່ວໄປ ເຊິ່ງໃຫ້ອາລົມທີ່ເປັນງານຫັດຖະກຳເກີນໄປ ຫຼື ຖ້າເປັນດີຊາຍທີ່ໂມເດິນ ກໍມັກຈະເປັນສິນຄ້ານຳເຂົ້າຈາກຕ່າງປະເທດ. ຄຳຖາມຄື: “ເປັນຫຍັງຈະບໍ່ມີກະເປົາທີ່ໃສ່ກັບສິ້ນແລ້ວ ໃຫ້ລຸກທີ່ຮຽບງ່າຍ ແຕ່ເບິ່ງແພງ (Effortless Luxury), ມີຄວາມມິນິມໍ ແລະ ໂມເດິນໄປພ້ອມກັນ?”
ຄວາມຕ້ອງການທີ່ຫາຊື້ຢູ່ໃສບໍ່ໄດ້ນັ້ນເອງ ຈຶ່ງກາຍເປັນປະກາຍໄອເດຍທຳອິດທີ່ເຮັດໃຫ້ ກະຕ່າຍ ຢາກລອງອອກແບບກະເປົາຖື (Clutch) ຜ້າໄໝມ້ອນ ເພື່ອຕອບໂຈດການໃຊ້ງານຂອງຕົນເອງ.
ຫຼັງຈາກໄດ້ໄອເດຍ ແຕ່ດ້ວຍຄວາມທີ່ຍັງເປັນໄວໜຸ່ມ ແລະ ບໍ່ມີຄອນເນັກຊັນໃນວົງການຕັດຫຍິບເລີຍ, ການຊອກຫາຊ່າງຫຍິບກະເປົາຈຶ່ງບໍ່ແມ່ນເລື່ອງງ່າຍ. ແຕ່ແລ້ວ “ຄວາມໂຊກດີ” ກໍເກີດຂຶ້ນ ເມື່ອແມ່ຂອງ ກະຕ່າຍ ໄດ້ໄປພົບກັບໝູ່ຂອງລາວທີ່ເພິ່ນຮັບຫຍິບກະເປົາ ຢູ່ງານບຸນ.

ໂດຍບໍ່ລໍຊ້າ, ກະຕ່າຍ ໄດ້ລອງແຕ້ມແບບກະເປົາ Clutch ຊົງຮຽບງ່າຍ ທີ່ເຂົ້າໃຈງ່າຍ ເພື່ອໃຫ້ຊ່າງໄດ້ລອງຫຍິບເບິ່ງ ເຖິງວ່າໃນໃຈຈະມີຄວາມກັງວົນ ເພາະຊ່າງເປັນຜູ້ອາວຸໂສ ຢ້ານວ່າເພິ່ນຈະບໍ່ເຂົ້າໃຈໄອເດຍຄວາມໂມເດິ້ນທີ່ຢາກໄດ້.
ດ້ວຍຄວາມທີ່ເຫັນ “ເສດຜ້າໄໝມ້ອນ” ແລະ ເສດຜ້າລາຍລາວທີ່ເຫຼືອຈາກຕັດເສື້ອຕັດສິ້ນ ເຊິ່ງປົກກະຕິຈະຖືກຖິ້ມໄປ ດ້ວຍຄວາມເສຍດາຍຄຸນຄ່າຂອງຜ້າໄໝລາວ ເອື້ອຍກະຕ່າຍຈຶ່ງເກັບເອົາເສດຜ້າເຫຼົ່ານັ້ນມາຕົກແຕ່ງເປັນຂອບ ແລະ ອົງປະກອບຂອງກະເປົາ.
ຜົນງານທຳອິດທີ່ອອກມາຄື “Clutch ຜ້າໄໝມ້ອນ” ທີ່ປະສົມປະສານຄວາມຮຽບງ່າຍ, ໂມເດິນ ແລະ ຄຸນຄ່າມໍລະດົກຜ້າໄໝລາວ ຜ່ານແນວຄິດ Recycle / Sustainable Craft. ເມື່ອໄດ້ເຫັນຜົນງານຕົວຈິງ ມັນຄືຄວາມຖືກໃຈ ແລະ ຄວາມພູມໃຈຢ່າງບອກບໍ່ຖືກ.
ຈາກ Clutch ໜ່ວຍທຳອິດທີ່ເຮັດໃຊ້ເອງ ກະຕ່າຍ ໄດ້ຕັດສິນໃຈບອກໃຫ້ຊ່າງລອງຜະລິດເພີ່ມອີກ 5 ໜ່ວຍ ເພື່ອນຳໄປຝາກຂາຍຢູ່ຕະຫຼາດ ແລະ ນັ້ນເອງຄື ບາດກ້າວທຳອິດທີ່ເປັນຈຸດກຳເນີດຂອງແບຣນ NAREE.

ຈຸດປ່ຽນສຳຄັນທີ່ຫຼໍ່ຫຼອມໃຫ້ແບຣນ NAREE ເຕີບໃຫຍ່ຕະຫຼອດ 13 ປີທີ່ຜ່ານມາ
ເສັ້ນທາງຂອງແບຣນໜຶ່ງທີ່ຢືນຢູ່ມາໄດ້ເຖິງ 13 ປີ ແມ່ນການຮຽນຮູ້, ປັບຕົວ ແລະ ກ້າວຜ່ານ 4 ເຫດການສຳຄັນທີ່ປ່ຽນຊີວິດຂອງຜູ້ກໍ່ຕັ້ງ ແລະ ທິດທາງຂອງແບຣນໄປຕະຫຼອດການ:
1. ຍອດຂາຍ 0 ໜ່ວຍສູ່ການແຈ້ງເກີດໃນຊື່ “ນາຣາ”
ຫຼັງຈາກຜະລິດກະເປົາ Clutch 5 ໜ່ວຍທຳອິດອອກມາ ການຝາກຂາຍຄັ້ງທຳອິດຢູ່ຕະຫຼາດປາກົດວ່າ “ຂາຍບໍ່ໄດ້ເລີຍຈັກໜ່ວຍ” ຈົນຕ້ອງໄດ້ເກັບກະເປົາທັງໝົດກັບຄືນມາ. ແຕ່ນັ້ນກໍກາຍເປັນບົດຮຽນທຳອິດຂອງ ກະຕ່າຍ ເມື່ອໝູ່ເພື່ອນທີ່ມີປະສົບການຂາຍເຄື່ອງໄດ້ເຂົ້າມາໃຫ້ຄຳແນະນຳສຳຄັນ:
ຄືບໍ່ລອງປ່ຽນບ່ອນຂາຍຈາກຕະຫຼາດ ໄປຝາກຂາຍຢູ່ຮ້ານກິບຊອບ ຫຼື ຮ້ານຫັດຖະກຳແທນ? ເພາະຮ້ານເຫຼົ່ານັ້ນມີກຸ່ມລູກຄ້າທີ່ກົງ ແລະ ມີກຳລັງຊື້ຫຼາຍກວ່າ ແລະ ຄືບໍ່ຕັ້ງຊື່ໃຫ້ສິນຄ້າ ເພື່ອໃຫ້ມັນມີຄວາມໜ້າສົນໃຈ ແລະ ໜ້າຈື່ຈຳ?”
ຄຳແນະນຳນັ້ນເຮັດໃຫ້ເກີດການປ່ຽນແປງຄັ້ງທຳອິດ ປ່ຽນຮ້ານຝາກຂາຍ ແລະ ຕັ້ງຊື່ແບຣນວ່າ “ນາຣາ” (NARA) ເຊິ່ງນຳມາຈາກຊື່ຂອງນ້ອງສາວ. ຜົນປາກົດວ່າພຽງ 2–3 ເດືອນ ຍອດຂາຍກໍເລີ່ມໄຫຼເຂົ້າມາ ຈົນສາມາດເຮັດຄໍເລັກຊັນທີ 2 ໄດ້. ແຕ່ຫຼັງຈາກນັ້ນ ທຸລະກິດກໍຕ້ອງໄດ້ຢຸດພັກໄປ 1 ປີເຕັມ ເພາະໂຕຂອງ ກະຕ່າຍ ເອງຕ້ອງເຂົ້າໄປເຮັດວຽກປະຈຳຢູ່ທະນາຄານ ເຊິ່ງຕາລາງວຽກແໜ້ນຈົນບໍ່ມີເວລາເບິ່ງແຍງແບຣນ.

2. ໂອກາດທີ່ເຂົ້າມາແບບບໍ່ທັນຕັ້ງຕົວ
ຫຼັງຈາກຢຸດແບຣນໄປ 1 ປີ, ໂອກາດຄັ້ງໃຫຍ່ກໍມາເຖິງເມື່ອໄດ້ເຫັນປະກາດໃນໜັງສືພິມກ່ຽວກັບ “ການແຂ່ງຂັນແຜນທຸລະກິດດີເດັ່ນສຳຫຼັບໄວໜຸ່ມ 2012–2013” ຂອງທະນາຄານໂລກ (World Bank). ເອື້ອຍກະຕ່າຍຈຶ່ງນຳເອົາໄອເດຍການເຮັດກະເປົາຝາກຂາຍມາຂຽນເປັນແຜນທຸລະກິດຢ່າງເປັນລະບົບ.
ໃນຂັ້ນຕອນນີ້ເອງ ໄດ້ມີການປ່ຽນຊື່ແບຣນອີກຄັ້ງຈາກ “ນາຣາ” ມາເປັນ “ນາຣີ” (NAREE) ເພື່ອໃຫ້ສອດຄ່ອງກັບກຸ່ມເປົ້າໝາຍແມ່ຍິງ, ພາບລັກ ແລະ ອຸດົມການຂອງທຸລະກິດ. ຈາກຜູ້ສະໝັກກວ່າ 100 ທຸລະກິດ, NAREE ຜ່ານເຂົ້າຮອບ 30 ທີມ ແລະ ໄດ້ຮັບການເຝິກອົບຮົມຢ່າງເຂັ້ມຂຸ້ນ ແລະ ມີເວລາພຽງ 4 ເດືອນເພື່ອສ້າງສິນຄ້າຕົວຈິງ.
ໃນຮອບ Final ໃນເດືອນ 2 ປີ 2013, NAREE ສາມາດຄວ້າລາງວັນ ຊະນະເລີດ 1 ໃນ 10 ແຜນທຸລະກິດດີເດັ່ນ ພ້ອມເງິນທຶນກ້ອນທຳອິດ 5,000 ໂດລາສະຫະລັດ. ນີ້ຄືຈຸດທີ່ສຳຄັນທີ່ສຸດ ເພາະເປັນເງິນທຶນທີ່ນຳມາຈົດທະບຽນວິສາຫະກິດ ແລະ ເລີ່ມຕົ້ນສ້າງແບຣນ NAREE ຢ່າງເປັນທາງການ.
3. ຄຳຖາມປ່ຽນຊີວິດ: “ຖ້າເຮົາບໍ່ເຮັດ ແລ້ວໃຜຈະເຮັດ?”
ເມື່ອ NAREE ເລີ່ມມີລູກຄ້າ ແລະ ເຕີບໂຕຂຶ້ນເລື້ອຍໆ ການທີ່ ກະຕ່າຍ ຕ້ອງເຮັດວຽກປະຈຳຢູ່ທະນາຄານຄວບຄູ່ໄປກັບການບໍລິຫານແບຣນ ຈຶ່ງກາຍເປັນຄວາມທ້າທາຍໃຫຍ່ໃນການຈັດແບ່ງເວລາ. ຈົນເຖິງທ້າຍປີ 2014 ກະຕ່າຍໄດ້ຕັ້ງຄຳຖາມທີ່ສຳຄັນກັບຕົນເອງວ່າ:
ຖ້າເຮົາບໍ່ເລືອກທີ່ຈະເຮັດ NAREE ຕໍ່ ແລ້ວໄປໂຟກັສກັບວຽກປະຈຳຢູ່ທະນາຄານ ແລ້ວແມ່ນໃຜທີ່ຈະເປັນຄົນມາເຮັດ NAREE?”
ຄຳຕອບທີ່ຊັດເຈນໃນຫົວໃຈ ເຮັດໃຫ້ ກະຕ່າຍ ຕັດສິນໃຈ ກ້າວອອກຈາກພື້ນທີ່ປອດໄພຂອງໂຕເອງ ໂດຍການລາອອກຈາກວຽກທະນາຄານ ເພື່ອມາລຸຍ ແລະ ທຸ່ມເທໃຫ້ກັບ NAREE ແບບເຕັມ 100% ຈົນຮອດປັດຈຸບັນ.
4. ການ Rebrand ແລະ ຕົວຕົນທີ່ແທ້ຈິງ ຂອງ NAREE
ໃນທ້າຍປີ 2022, ຫຼັງຈາກດຳເນີນງານມາຫຼາຍປີ ຜູ້ກໍ່ຕັ້ງເລີ່ມຕັ້ງຄຳຖາມກັບພາບລັກຂອງແບຣນ ແລະ ພົບວ່າທີ່ຜ່ານມາ NAREE ມີຕົວຕົນ ແລະ ຄວາມມັກສ່ວນຕົວຂອງຜູ້ສ້າງຢູ່ຫຼາຍເກີນໄປ. ການ Rebrand ຫຼື ການປັບປຸງແບຣນຄັ້ງໃຫຍ່ ຈຶ່ງເກີດຂຶ້ນ ເພື່ອປົດລັອກໃຫ້ NAREE ມີ “ຕົວຕົນເປັນຂອງຕົນເອງ” ຕົວຕົນທີ່ຫຼໍ່ຫຼອມຈາກຄວາມຕ້ອງການຂອງລູກຄ້າ, ສະພາບແວດລ້ອມ ແລະ ການເຕີບໂຕຂອງແຟຊັ່ນຍຸກໃໝ່.
ການ Rebrand ຄັ້ງນີ້ມີການປັບປ່ຽນເຖິງ 70–80%:
- ປັບໂທນສີ, ຄອນເຊັບ, ອຸດົມການ ແລະ ກຸ່ມເປົ້າໝາຍໃຫ້ຊັດເຈນ.
- ເປີດຕົວ Monogram ແລະ Logo ພາບລັກໃໝ່ ຂອງແບຣນ.
- ຍ້າຍສະຖານທີ່ເປີດຮ້ານໃໝ່ໃນປີ 2023 ເພື່ອມອບປະສົບການທີ່ດີກວ່າໃຫ້ລູກຄ້າ.
- ແຕ່ສິ່ງໜຶ່ງທີ່ “ບໍ່ເຄີຍປ່ຽນ” ເລີຍ ຄືຊື່ “NAREE” ແລະ ຫົວໃຈຂອງແບຣນ.

ຫຼາຍຄົນມັກຈະເຂົ້າໃຈວ່າ NAREE ເປັນແບຣນທີ່ພະຍາຍາມຍົກລະດັບຈາກ Local ສູ່ High-End ແຕ່ໃນຄວາມເປັນຈິງແລ້ວ ທາງແບຣນບໍ່ເຄີຍວາງໂຕເອງໄວ້ແບບນັ້ນເລີຍ.
NAREE ນິຍາມໂຕເອງວ່າເປັນ “Modern Accessible Luxury” ຫຼື ຄວາມຫຼູຫຼາທີ່ທັນສະໄໝ ໃນລາຄາທີ່ທຸກຄົນຈັບຕ້ອງໄດ້ ຄືແບຣນທ້ອງຖິ່ນທີ່ບໍ່ເຄີຍຢຸດພັດທະນາ ແລະ ເຕີບໃຫຍ່ໄປຕາມຍຸກຕາມເວລາ.
ຈາກ “NAREE MADE IN LAOS” ສູ່ “NAREE LAO BRAND”
ຈຸດເລີ່ມຕົ້ນຂອງ NAREE ຄືແບຣນຫັດຖະກຳທີ່ຜະລິດໃນລາວ 100% ແຕ່ເມື່ອ NAREE ເຕີບໃຫຍ່ຂຶ້ນ ເຮົາໄດ້ປ່ຽນຜ່ານມາເປັນ “NAREE LAO BRAND” ເພາະເລີ່ມນຳໃຊ້ ແລະ ນຳເຂົ້າວັດຖຸດິບຈາກຕ່າງປະເທດ, ພ້ອມທັງເຮັດວຽກຮ່ວມກັບ Supplier ທີ່ມີຄວາມຊ່ຽວຊານສະເພາະດ້ານ ເພື່ອຍົກລະດັບຄຸນນະພາບສິນຄ້າໃຫ້ໄດ້ມາດຕະຖານສູງສຸດ.
ຈຸດຢືນທີ່ຊັດເຈນຂອງ NAREE ຄືການສ້າງສິນຄ້າເພື່ອໃຫ້ຜູ້ຍິງ “ງົດງາມ ແລະ ໝັ້ນໃຈ” ທຸກຄັ້ງທີ່ໄດ້ໃຊ້. NAREE ສ້າງຄວາມແຕກຕ່າງ ແລະ ໂດດເດັ່ນດ້ວຍການປະສົມປະສານວັດຖຸດິບທີ່ຫຼາກຫຼາຍ ບໍ່ວ່າຈະເປັນ ຜ້າໄໝ, ຜ້າຝ້າຍ, ຜ້າໃຍກ້ວຍ ຕະຫຼອດຮອດ ໜັງ ແລະ ວັດຖຸດິບນຳເຂົ້າເກຣດພຣີມຽມ ເພື່ອໃຫ້ລູກຄ້າໄດ້ມີທາງເລືອກທີ່ຕອບໂຈດໄລຟ໌ສະໄຕລ໌ຫຼາຍທີ່ສຸດ.
“ມັນບໍ່ໄດ້ແມ່ນການຕັດສິນໃຈຄັ້ງໃຫຍ່ທີ່ຈະປ່ຽນແປງຕົວຕົນ ແຕ່ມັນຄື ‘ການປັບໂຕ’ ຂອງແບຣນ ເພື່ອໃຫ້ສາມາດເຕີບໂຕ, ທັນສະໄໝ ແລະ ຢູ່ຄູ່ກັບລູກຄ້າ ແລະ ສັງຄົມໄດ້ຢ່າງຍືນຍົງ.”

ບາດກ້າວການເຕີບໂຕຂອງ NAREE ຈາກແບຣນຫັດຖະກຳທ້ອງຖິ່ນ ສູ່ແບຣນແຟຊັນຮ່ວມສະໄໝ
ຕະຫຼອດໄລຍະເວລາຂອງການເດີນທາງ, NAREE ບໍ່ເຄີຍຢຸດທີ່ຈະຮຽນຮູ້ ແລະ ພັດທະນາຕົນເອງ. ຈາກມື້ທຳອິດຈົນເຖິງມື້ນີ້, ວິວັດທະນາການຂອງແບຣນໄດ້ເກີດຂຶ້ນໃນຫຼາຍມິຕິ ເຊິ່ງລ້ວນແຕ່ເປັນບາດກ້າວສຳຄັນທີ່ຫຼໍ່ຫຼອມໃຫ້ NAREE ກາຍເປັນແບຣນທີ່ເຂັ້ມແຂງ, ມີຈຸດຢືນທີ່ຊັດເຈນ ແລະ ກ້າວເຂົ້າໄປຢູ່ໃນໃຈຂອງລູກຄ້າຍຸກໃໝ່ໄດ້ຢ່າງພາກພູມໃຈ. ນີ້ຄື 3 ການປ່ຽນແປງສຳຄັນທີ່ເປັນຈຸດປ່ຽນໃຫ້ກັບການເຕີບໂຕຂອງ NAREE:
1. ວິວັດທະນາການດ້ານສິນຄ້າ ແລະ ຄຸນນະພາບ: ເມື່ອພູມປັນຍາທ້ອງຖິ່ນ ຜະສານກັບມາດຕະຖານສາກົນ ໃນຍຸກເລີ່ມຕົ້ນ, ຈຸດຢືນຂອງ NAREE ແມ່ນການເປັນແບຣນຫັດຖະກຳທີ່ນຳໃຊ້ສະເພາະຜ້າໄໝມ້ອນ ແລະ ຜ້າຝ້າຍ ໂດຍມີຖານການຜະລິດຢູ່ໃນລາວ 100%. ແຕ່ເມື່ອແບຣນເຕີບໂຕຂຶ້ນ ພ້ອມກັບເປົ້າໝາຍທີ່ຢາກຍົກລະດັບໃຫ້ທຽບເທົ່າສາກົນ ທາງແບຣນຈຶ່ງຕ້ອງໄດ້ກັບມາທົບທວນເລື່ອງຄຸນນະພາບສິນຄ້າ ແລະ ຕິດຕາມເທຣນແຟຊັ່ນລະດັບໂລກຢ່າງຈິງຈັງ.
ຜ່ານການເຮັດ R&D (ວິໄຈ ແລະ ພັດທະນາ) ວັດຖຸດິບ, ທາງແບຣນໄດ້ພົບຄວາມຈິງທີ່ວ່າ ການນຳໃຊ້ທຸກຢ່າງພາຍໃນປະເທດອາດບໍ່ສາມາດຕອບໂຈດຄຸນນະພາບສູງສຸດໃນບາງຈຸດໄດ້. NAREE ຈຶ່ງເລືອກທີ່ຈະຮັກສາ “ຫົວໃຈ” ຂອງແບຣນໄວ້ ນັ້ນຄືພູມປັນຍາການຕ່ຳຜ້າ, ການຈົກລາຍທີ່ເປັນເອກະລັກຂອງລາວ ແລ້ວນຳເຂົ້າ Supplier ຈາກຕ່າງປະເທດທີ່ມີຄວາມຊ່ຽວຊານສະເພາະດ້ານ ເຂົ້າມາຊ່ວຍໃນຂັ້ນຕອນການຜະລິດກະເປົາທີ່ມີຄວາມຊັບຊ້ອນ ແລະ ຕ້ອງການວັດຖຸດິບພິເສດ.
ການປັບຕົວຄັ້ງນີ້ ປ່ຽນຈຸດຢືນຂອງ NAREE ຈາກ “ແບຣນຫັດຖະກຳເພື່ອໄປງານດອງ ຫຼື ງານສຳຄັນ” ໃຫ້ກາຍເປັນ “ແບຣນສິນຄ້າແຟຊັນ” ທີ່ມີການອອກແບບຫຼາກຫຼາຍ, ທັນສະໄໝ ແລະ ສາມາດນຳໃຊ້ໄດ້ຈິງໃນຊີວິດປະຈຳວັນ (Everyday Lifestyle) ຂອງຄົນຍຸກນີ້.

2. ການປ່ຽນແປງຂອງກຸ່ມລູກຄ້າ: ຈາກ Niche Market (ຕະຫຼາດສະເພາະກຸ່ມ) ສู่ Mass Market (ຕະຫຼາດທີ່ກວ້າງຂຶ້ນ) ການຍົກລະດັບຄຸນນະພາບ ແລະ ການອອກແບບ ໄດ້ນຳໄປສູ່ການປ່ຽນແປງທີ່ໜ້າສົນໃຈໃນກຸ່ມລູກຄ້າ. ໃນອະດີດ, NAREE ອາດເປັນທີ່ຮູ້ຈັກພຽງແຕ່ໃນກຸ່ມລູກຄ້າສະເພາະກຸ່ມ (Niche Market) ທີ່ບອກຕໍ່ກັນປາກຕໍ່ປາກ ຫຼື ຮູ້ຈັກຜ່ານໝູ່ເພື່ອນ. ແຕ່ເມື່ອສິນຄ້າມີຄວາມຫຼາກຫຼາຍ ແລະ ຕອບໂຈດຫຼາຍຂຶ້ນ, ຖານລູກຄ້າຂອງ NAREE ກໍໄດ້ຂະຫຍາຍກວ້າງອອກໄປສູ່ລະດັບ Mass ຫຼາຍຂຶ້ນ.
ສິ່ງທີ່ໜ້າພູມໃຈທີ່ສຸດໃນການປ່ຽນແປງນີ້ຄື “ພຶດຕິກຳການຮັບຮູ້ຂອງລູກຄ້າ”. ແຕ່ກ່ອນ, ລູກຄ້າເຂົ້າມາຊື້ເພາະຮູ້ວ່າເປັນ “ແບຣນລາວ” ແລ້ວຈຶ່ງມາເລືອກເບິ່ງສິນຄ້າ. ແຕ່ໃນປັດຈຸບັນ, ລູກຄ້າຫຼາຍຄົນຫຼົງຮັກ NAREE ຈາກ “ການອອກແບບ ແລະ ຄວາມງາມຂອງສິນຄ້າ” ກ່ອນ ເປັນອັນດັບທຳອິດ ແລ້ວຈຶ່ງມາຮູ້ຕາມຫຼັງດ້ວຍຄວາມປະທັບໃຈວ່າ ນີ້ຄືສິນຄ້າຈາກແບຣນຄົນລາວ.

3. ຈຸດປ່ຽນຄັ້ງສຳຄັນ: ການ Rebrand ໃນປີ 2022 ສູ່ການເປັນ Contemporary Fashion Brand (ແບຣນແຟຊັນຮ່ວມສະໄໝ)
ຖ້າຈະເວົ້າເຖິງບາດກ້າວທີ່ສ້າງແຮງກະເພື່ອມຫຼາຍທີ່ສຸດໃຫ້ກັບແບຣນ ກໍຄືການ Rebrand ຄັ້ງໃຫຍ່ໃນປີ 2022 ແລະ ການຍ້າຍມາເປີດຮ້ານໃໝ່ໃນປີ 2023.
ການ Rebrand ຄັ້ງນີ້ ຄືການປະກາດຈຸດຢືນໃໝ່ທີ່ເຮັດໃຫ້ລູກຄ້າເຫັນພາບ NAREE ເປັນ “ແບຣນແຟຊັ່ນ” ຢ່າງເຕັມຕົວ. ມັນໄດ້ປ່ຽນມຸມມອງຂອງຜູ້ຄົນ ຈາກທີ່ເຄີຍເບິ່ງງານຫັດຖະກຳມາກ່ອນແລ້ວຈຶ່ງເບິ່ງດີໄຊນ໌ ໃຫ້ກາຍເປັນການເບິ່ງເຫັນ “ດີໄຊນ໌ທີ່ໂດດເດັ່ນ” ມາກ່ອນ ແລ້ວຈຶ່ງຊື່ນຊົມໃນກິ່ນອາຍຂອງງານຄຣາຟທີ່ຊ້ອນຢູ່.
ຜົນຮັບຈາກຈຸດປ່ຽນນີ້ ໄດ້ເປີດປະຕູຕ້ອນຮັບກຸ່ມລູກຄ້າໃໝ່ໆຢ່າງຫຼວງຫຼາຍ ບໍ່ວ່າຈະເປັນກຸ່ມໄວລຸ້ນຍຸກໃໝ່, ກຸ່ມຄົນທີ່ຮັກໃນການໃຊ້ກະເປົາໜັງ ແລະ ກຸ່ມທີ່ຫຼົງໄຫຼໃນຄວາມງາມແບບ Contemporary (ຮ່ວມສະໄໝ) ເຊິ່ງເປັນການຜະສານງານຄຣາຟເຂົ້າກັບຄວາມໂມເດິນໄດ້ຢ່າງລົງຕົວ ເຮັດໃຫ້ຊື່ຂອງ NAREE ກາຍເປັນທີ່ຮູ້ຈັກ ແລະ ຍອມຮັບໃນວົງກວ້າງຫຼາຍຂຶ້ນຢ່າງແທ້ຈິງ.

ສິ່ງທີ່ຢຶດໝັ້ນ ແລະ ບໍ່ເຄີຍປ່ຽນຕໍ່ໃຫ້ຈະຜ່ານມາ 13 ປີແລ້ວ
ເຖິງແມ່ນວ່າຕະຫຼອດໄລຍະເວລາ 13 ປີ NAREE ຈະມີການປ່ຽນແປງ, ເຕີບໃຫຍ່ ແລະ ປັບຕົວໄປຕາມຍຸກສະໄໝຫຼາຍພຽງໃດກໍຕາມ, ແຕ່ສິ່ງໜຶ່ງທີ່ NAREE ຍຶດໝັ້ນ ແລະ ບໍ່ເຄີຍປ່ຽນແປງໄປເລີຍກໍຄື “Brand DNA” ຫຼື ແກ່ນແທ້ຂອງແບຣນ.
ຫົວໃຈສຳຄັນຂອງ NAREE ຖືກຕີຄວາມໝາຍ ແລະ ສື່ສານອອກມາຜ່ານສັນຍະລັກຂອງ “ແມງກະເບື້ອ” (Butterfly) ເຊິ່ງເປັນຕົວແທນຂອງ 5 ຄຸນຄ່າຫຼັກ (Core Values) ທີ່ຢູ່ຄູ່ກັບແບຣນມາຕັ້ງແຕ່ມື້ທຳອິດ:
1. ຄວາມງາມ ພວກເຂົາເຊື່ອສະເໝີວ່າ ຄວາມປະທັບໃຈທຳອິດແມ່ນສິ່ງສຳຄັນ. ບໍ່ວ່າຈະເປັນຕົວສິນຄ້າ, ພາບລັກຂອງແບຣນ, ການຕົກແຕ່ງຮ້ານ ຫຼື ແມ່ນແຕ່ການແຕ່ງຕົວຂອງທີມງານ ທຸກຢ່າງຕ້ອງສະທ້ອນເຖິງຄວາມສວຍງາມເພື່ອດຶງດູດໃຫ້ລູກຄ້າຢາກເຂົ້າມາຮູ້ຈັກ. ແຕ່ຫຼາຍກວ່ານັ້ນຄື “ຄວາມງາມທີ່ສຳຜັດໄດ້” ຫຼັງຈາກທີ່ລູກຄ້າໄດ້ລອງໃຊ້, ໄດ້ຮູ້ຈັກຄຸນນະພາບ ແລະ ລາຄາ ແລ້ວຮັບຮູ້ໄດ້ເຖິງຄວາມງົດງາມທີ່ NAREE ຕັ້ງໃຈສື່ສານອອກໄປຢ່າງແທ້ຈິງ.
2. ຄວາມຫຼາກຫຼາຍ:NAREE ບໍ່ເຄີຍຕີກອບຕົນເອງວ່າຕ້ອງເປັນແບບໃດແບບໜຶ່ງ ຫຼື ຕ້ອງໃຊ້ວັດຖຸດິບພຽງຢ່າງດຽວ. ເຮົາເປັນແບຣນທີ່ເປີດໃຈຮັບຟັງລູກຄ້າ ເພື່ອສ້າງສັນສິນຄ້າ ແລະ ການອອກແບບທີ່ຫຼາກຫຼາຍ. ແມງກະເບື້ອຄືຕົວແທນຂອງຄວາມງາມທີ່ມີຫຼາຍສີສັນ ເຊັ່ນດຽວກັບລູກຄ້າຂອງ NAREE ທີ່ພວກເຮົາເຊື່ອໝັ້ນວ່າ ທຸກຄົນລ້ວນແຕ່ມີຈຸດເດັ່ນ, ມີຄວາມແຕກຕ່າງ ແລະ ມີຄຸນຄ່າທີ່ງົດງາມໃນແບບສະບັບຂອງຕົນເອງ.
3. ອິດສະລະພາບ: ອິດສະລະພາບຂອງແບຣນນີ້ແບ່ງອອກເປັນ 2 ມິຕິ ຄື: ມິຕິທີໜຶ່ງຄື “ອິດສະລະພາບທາງຄວາມຄິດສ້າງສັນ” ຂອງທີມງານທີ່ສາມາດອອກແບບໄດ້ຢ່າງບໍ່ມີຂີດຈຳກັດ. ແລະ ມິຕິທີສອງຄື “ອິດສະລະພາບຂອງລູກຄ້າ” ຜ່ານການບໍລິການ Customize ທີ່ເປີດໂອກາດໃຫ້ລູກຄ້າສາມາດອອກແບບ ແລະ ເລືອກກະເປົາໃນແບບທີ່ຕົນເອງຕ້ອງການໄດ້.
4. ຄວາມຈິງໃຈ ແລະ ຄວາມຊື່ສັດ: ນີ້ຄືສິ່ງທີ່ຝັງເລິກໃນການເຮັດວຽກຂອງພວກເຮົາ ທັງເບື້ອງໜ້າຄືການບໍລິການທີ່ແສນຈິງໃຈ ແລະ ເບື້ອງຫຼັງຄືຄວາມຊື່ສັດໃນການເຮັດວຽກ ເພື່ອຄັດສັນວັດຖຸດິບ ແລະ ຂັ້ນຕອນການຜະລິດທີ່ດີທີ່ສຸດໃຫ້ກັບລູກຄ້າສະເໝີ.
5. ການພັດທະນາຢ່າງຕໍ່ເນື່ອງ: ການຮຽນຮູ້ທີ່ບໍ່ຢຸດຄືສິ່ງທີ່ເຮັດໃຫ້ແບຣນແຂງແຮງ ບໍ່ວ່າຈະເປັນການພັດທະນາຕົວທີມງານ ຫຼື ຜູ້ບໍລິຫານເອງ. ສຳລັບ NAREE, ຄຳຕຳໜິຕິຊົມຂອງລູກຄ້າບໍ່ແມ່ນອຸປະສັກ ແຕ່ເປັນ “ຂອງຂວັນ” ສຳຄັນທີ່ຊຸກຍູ້ໃຫ້ແບຣນເຕີບໃຫຍ່ ແລະ ກ້າວໄປຂ້າງໜ້າໄດ້ຢ່າງໝັ້ນຄົງ.

ການອອກແບບຄວາມຮຽບງ່າຍທີ່ຊ່ອນ “ລາຍລະອຽດ” ແລະ “ເລື່ອງລາວ” ປັດຊະຍາການອອກແບບທີ່ NAREE ຢຶດຖືມາຕະຫຼອດຄື “ການໃສ່ໃຈໃນລາຍລະອຽດ”. ສິນຄ້າຂອງເຮົາມັກຈະມາໃນຮູບແບບທີ່ໂມເດິນ, ຮຽບງ່າຍ ແຕ່ຈະຕ້ອງມີຈຸດ “ວ້າວ” ລີ້ຢູ່ສະເໝີ. ເມື່ອເບິ່ງຈາກໄກໆອາດຈະເຫັນເປັນຄວາມລຽບຫຼູ ແຕ່ເມື່ອໄດ້ສຳຜັດໃກ້ໆ ລູກຄ້າຈະພົບກັບດີເທວທີ່ເຮັດໃຫ້ຕັ້ງຄຳຖາມວ່າ “ໂອ້! ມີລູກຫຼິ້ນແບບນີ້ນຳຫວາ?” ຫຼື “ມັນມີຄວາມໝາຍແບບນີ້ຫວາ?”
ງານອອກແບບຂອງ NAREE ແບ່ງເປັນ 2 ແນວທາງຄື:
- ເພື່ອການນຳໃຊ້ (Function): ເນັ້ນຄວາມສະດວກສະບາຍ, ທັນສະໄໝ ແລະ ຕອບໂຈດຊີວິດປະຈຳວັນ.
- ເພື່ອເລົ່າເລື່ອງລາວ (Storytelling): ເນັ້ນດີເທວທີ່ໜ້າຄົ້ນຫາ ແລະ ມີຄວາມຊັບຊ້ອນຫຼາຍຂຶ້ນ.
ແຕ່ບໍ່ວ່າຈະເປັນລຸ້ນໃດ ຫຼື ຄໍເລັກຊັ່ນໃດ, ກົດເຫຼັກພຽງຂໍ້ດຽວທີ່ເປັນຫົວໃຈຫຼັກຂອງກະເປົາ NAREE ຄື “ເບິ່ງແລ້ວຕ້ອງງາມ ແລະ ໜ້າສົນໃຈ”.
ງານຝີມືທີ່ມາພ້ອມກັບ “ຄວາມຈິງໃຈ” ຈຸດເດັ່ນໃນດ້ານການຜະລິດຂອງ NAREE ບໍ່ແມ່ນພຽງແຕ່ຄວາມສວຍງາມ ແຕ່ຄືການ QC (Quality Control) ທີ່ລະອຽດອ່ອນໃນທຸກຂັ້ນຕອນກ່ອນຈະສົ່ງເຖິງມືລູກຄ້າ.
ບໍ່ວ່າກະເປົາໜ່ວຍນັ້ນຈະຜະລິດຈາກໂຮງງານ ຫຼື ເປັນງານ Craft ທີ່ຫຍິບດ້ວຍມື ເຊິ່ງມີສະເໜ່ ແລະ ຄວາມລະອຽດທີ່ຕ່າງກັນ, ສິ່ງທີ່ NAREE ເຮັດສະເໝີຄື “ການສື່ສານຢ່າງກົງໄປກົງມາ”. ກ່ອນທີ່ລູກຄ້າຈະຕັດສິນໃຈຊື້ ເຮົາຈະແຈ້ງໃຫ້ຊາບສະເໝີວ່າສິນຄ້າຊິ້ນນີ້ຜະລິດດ້ວຍເຕັກນິກໃດ, ໃຊ້ໜັງ ຫຼື ຜ້າຫຍິບມື.
ການເຮັດແບບນີ້ ບໍ່ພຽງແຕ່ເປັນການສ້າງມູນຄ່າໃຫ້ລູກຄ້າເຫັນເຖິງຈຸດເດັ່ນຂອງແຕ່ລະຊິ້ນງານ ແຕ່ມັນຄືການສະທ້ອນເຖິງ “ຄວາມຈິງໃຈ” ເຊິ່ງເປັນ Brand DNA ທີ່ NAREE ຢຶດຖື ແລະ ຮັກສາໄວ້ມາໂດຍຕະຫຼອດນັ້ນເອງ.

ມຸມມອງຜູ້ກໍ່ຕັ້ງ ຕໍ່ກັບການເດີນທາງມາຕະຫຼອດ 13 ປີຂອງ NAREE
ຫາກຈະເລົ່າເຖິງເສັ້ນທາງ 13 ປີຂອງ NAREE ຜ່ານມຸມມອງຂອງ ກະຕ່າຍ – ມະໂນທິບ ສິຣິປະພັນ ຜູ້ກໍ່ຕັ້ງ (Founder) ແລະ ດີໄຊເນີ ທີ່ຢູ່ຄຽງຂ້າງແບຣນມາຕັ້ງແຕ່ມື້ເລີ່ມຕົ້ນ ມັນຄືການເດີນທາງທີ່ເຕັມປ່ຽມໄປດ້ວຍ “ທຸກລົດຊາດຂອງຊີວິດ”. ຕະຫຼອດ 13 ປີນີ້ ເຕັມໄປດ້ວຍຄວາມສຸກ, ຄວາມກັງວົນ, ຄວາມທ້າທາຍ, ຄວາມກົດດັນ, ຄວາມຜິດຫວັງ ແລະ ຄວາມສົມຫວັງ ທີ່ປະສົມປະສານກັນຢ່າງກົມກືນ.
ນີ້ຄືການຕົກຕະກອນທາງຄວາມຄິດ ແລະ ມຸມມອງທີ່ເລິກເຊິ່ງຂອງຜູ້ສ້າງແບຣນ ທີ່ຢາກຖ່າຍທອດໃຫ້ທຸກຄົນໄດ້ສຳຜັດ:
“ລະຫວ່າງທາງ” ສຳຄັນກວ່າ “ປາຍທາງ” ສະເໝີ ເມື່ອຫຼຽວເບິ່ງເປົ້າໝາຍສູງສຸດທີ່ວາງໄວ້, ເຖິງແມ່ນວ່າມື້ນີ້ NAREE ຈະຍັງເດີນໄປບໍ່ຮອດຈຸດນັ້ນ ແຕ່ຜູ້ກໍ່ຕັ້ງກໍບໍ່ເຄີຍຮູ້ສຶກເສຍໃຈ ຫຼື ຜິດຫວັງ. ເພາະຫາກເຮົາເບິ່ງແບຣນຍິ່ງໃຫຍ່ລະດັບໂລກ ພວກເຂົາລ້ວນແຕ່ໃຊ້ເວລາ 100-200 ປີກວ່າຈະຍ່າງໄປເຖິງຈຸດສູງສຸດ.

ສຳລັບ ກະຕ່າຍ ແລ້ວ, ລາວບອກວ່າ ຕົນເອງປຽບເໝືອນ “ຜູ້ບຸກເບີກ” ທີ່ມາປູພື້ນຖານ ແລະ ສ້າງຮາກຖານທີ່ແຂງແຮງໃຫ້ກັບ NAREE. ຫາກໃນອະນາຄົດ ເຖິງມື້ທີ່ຕົນເອງບໍ່ໄດ້ເປັນຜູ້ບໍລິຫານແລ້ວ ແຕ່ແບຣນຍັງສາມາດສົ່ງຕໍ່ໃຫ້ຄົນລຸ້ນໃໝ່ກ້າວເດີນຕໍ່ໄປໄດ້ ນັ້ນກໍຖືເປັນຄວາມສຳເລັດທີ່ໜ້າພາກພູມໃຈທີ່ສຸດໃນຊີວິດແລ້ວ.
ທຸກການຕັດສິນໃຈຕະຫຼອດ 13 ປີ ບໍ່ວ່າຈະນຳໄປສູ່ຜົນສຳເລັດ ຫຼື ຂໍ້ຜິດພາດ ລ້ວນແຕ່ເປັນບົດຮຽນໃຫ້ແບຣນໄດ້ເຕີບໂຕ. ຄວາມສຳເລັດບໍ່ຈຳເປັນຕ້ອງຍິ່ງໃຫຍ່ພຽງຂ້າມຄືນ ແຕ່ມັນຄືການ “ສະສົມ” ໄປເທື່ອລະເລັກລະນ້ອຍ ເຊິ່ງທ້າຍທີ່ສຸດແລ້ວ “ປາຍທາງຈະເປັນແນວໃດນັ້ນ ອາດບໍ່ສຳຄັນເທົ່າກັບ ລະຫວ່າງທາງ ທີ່ເຮົາໄດ້ສ້າງມັນມາດ້ວຍຄວາມຮັກ.”
ມື້ນີ້ NAREE ໄດ້ເຕີບໃຫຍ່ ແລະ ມີຊີວິດເປັນຂອງຕົນເອງ. ມັນບໍ່ແມ່ນ NAREE ໃນເວີຊັນຂອງຜູ້ກໍ່ຕັ້ງອີກຕໍ່ໄປ ແຕ່ເປັນ “ເວີຊັນຂອງ NAREE ຢ່າງແທ້ຈິງ” ທີ່ຖືກຫຼໍ່ຫຼອມຈາກສະພາບແວດລ້ອມ, ປະສົບການ, ສຽງຂອງລູກຄ້າ, ເທຣນຂອງໂລກ ແລະ ເປົ້າໝາຍທີ່ໃຫຍ່ຂຶ້ນ.
ເຖິງຈະເຕີບໂຕໄປແບບໃດ, ສິ່ງທີ່ NAREE ເລືອກທີ່ຈະຮັກສາໄວ້ສະເໝີຄື “ຮາກເຫງົ້າ” ນັ້ນຄືພູມປັນຍາ, ຄວາມຄິດສ້າງສັນ ແລະ “ຄວາມເປັນລາວ”. ຄວາມເປັນລາວໃນແບບສະບັບຂອງ NAREE ອາດຈະບໍ່ແມ່ນສິ່ງທີ່ເບິ່ງແລ້ວຮູ້ເລີຍ ແຕ່ມັນຄື “ກິ່ນອາຍ” ທີ່ເຊື່ອງຢ່າງມີສະເໜ່ຢູ່ໃນຕົວແບຣນສະເໝີ ບໍ່ວ່າຈະຜ່ານລວດລາຍເທິງຜືນຜ້າ, ເລື່ອງເລົ່າຂອງຄໍເລັກຊັນ ຫຼື ລາຍລະອຽດຂອງການອອກແບບ. ນີ້ຄືກິ່ນອາຍທີ່ NAREE ຈະບໍ່ຍອມໃຫ້ຈາງຫາຍໄປເດັດຂາດ.

ໃນຍຸກທີ່ຄຳວ່າ Luxury ມີຫຼາກຫຼາຍຮູບແບບ ບໍ່ວ່າຈະເປັນ Quiet Luxury ຫຼື Fashion Luxury, ການວາງຈຸດຢືນທີ່ຊັດເຈນຈຶ່ງເປັນສິ່ງສຳຄັນ. ສຳລັບ NAREE ແລ້ວ, ນິຍາມທີ່ອະທິບາຍຕົວຕົນເຮົາໄດ້ດີທີ່ສຸດຄື “Accessible Luxury” ຄວາມຫຼູຫຼາທີ່ທຸກຄົນສາມາດເຂົ້າເຖິງໄດ້.
ເຮົາເຊື່ອວ່າ “ລາຄາທີ່ແພງຫຼູຫຼາ ບໍ່ແມ່ນຫົວໃຈຫຼັກຂອງຄຳວ່າ Luxury ສະເໝີໄປ”. ແຕ່ຄວາມຫຼູຫຼາທີ່ແທ້ຈິງ ມັນເກີດຈາກຄຸນນະພາບຂອງສິນຄ້າ, ຄວາມໃສ່ໃຈໃນທຸກໆດີເທວ, ການເຮັດວຽກທີ່ປະນີດທັງເບື້ອງໜ້າ ແລະ ເບື້ອງຫຼັງ, ລວມໄປເຖິງ “ການບໍລິການດ້ວຍຄວາມຈິງໃຈ”.
ທີ່ NAREE, ພວກເຂົາມີສິນຄ້າຫຼາກຫຼາຍທີ່ຕອບໂຈດຕັ້ງແຕ່ສິນຄ້າທົ່ວໄປ (Ready-to-wear/use) ຈົນເຖິງງານສັ່ງຕັດພິເສດ (Custom made). ພວກເຂົາໃຫ້ບໍລິການ ແລະ ຕ້ອນຮັບລູກຄ້າທຸກຄົນຢ່າງເທົ່າທຽມ ເພາະເປົ້າໝາຍສູງສຸດຂອງເຮົາຄືການເຮັດໃຫ້ລູກຄ້າທຸກຄົນຮູ້ສຶກປະທັບໃຈ, ມີຄວາມສຸກ ແລະ ສາມາດ “ສຳຜັດກັບຄວາມຫຼູຫຼາ” ໄດ້ຜ່ານສິນຄ້າ ແລະ ການບໍລິການຂອງພວກເຂົາ.
ແລະ ນັ້ນຄືປັດຊະຍາການເຮັດແບຣນ ທີ່ NAREE ຢຶດຖືຢ່າງໜັກແໜ້ນ ແລະ ມອບໃຫ້ລູກຄ້າສະເໝີມາຕະຫຼອດ 13 ປີ.
ຈາກມື້ທີ່ເປັນ Local Brand ຜ່ານການຍົກລະດັບດີຊາຍ, ພັດທະນາຄຸນນະພາບ, ປັບ Positioning ກ້າວເຂົ້າສູ່ຄວາມຫຼູຫຼາຢ່າງເຕັມຕົວ ແຕ່ສຸດທ້າຍ ເຮົາກໍຍັງສາມາດສຳຜັດໄດ້ເຖິງ DNA ເດີມຂອງ NAREE ຢ່າງຊັດເຈນໃນທຸກໆຄໍເລັກຊັ່ນ. 13 ປີ ບໍ່ໄດ້ພິສູດວ່າ NAREE ບໍ່ເຄີຍປ່ຽນແປງ ແຕ່ມັນພິສູດໃຫ້ເຫັນວ່າ NAREE ຮູ້ວ່າ “ຈະປ່ຽນຫຍັງ ເພື່ອກ້າວໄປໜ້າ ແລະ ຈະຮັກສາຫຍັງໄວ້ ເພື່ອບໍ່ໃຫ້ລືມວ່າຕົນເອງແມ່ນໃຜ” ແລ້ວສິ່ງໃດທີ່ເຮັດໃຫ້ແບຣນໜຶ່ງຢູ່ໄດ້ເຖິງ 13 ປີ? ບໍ່ແມ່ນຍ້ອນແບຣນສາມາດຢຸດເວລາໄວ້ໄດ້, ແຕ່ຍ້ອນແບຣນສາມາດ ເຕີບໂຕໄປພ້ອມກັບເວລາ.
