ຈາກນາງງາມສູ່ຜູ້ເຈົ້າຂອງຄ້າຍ ເປີດໃຈ ເຄທີ້ ປາລະມີ ວຽງໃໝ່ ບົດບາດໃໝ່ກັບ Rizz Modeling

ແບ່ງປັນ

ຈາກນາງງາມສູ່ຜູ້ເຈົ້າຂອງຄ້າຍ ເປີດໃຈ ເຄທີ້ ປາລະມີ ວຽງໃໝ່ ບົດບາດໃໝ່ກັບ Rizz Modeling

ໂດຍ: Tonmai Phoutthasack Tonmai Phoutthasack
16 June 2026 8
AI Summarized

Key Takeaways:

  • ເຄທີ້ ປາລະມີ ວຽງໃໝ່, ອະດີດເຈົ້າຂອງມົງກຸດ Miss Earth Laos 2025, ໄດ້ປ່ຽນຈາກການຢູ່ໜ້າເວທີມາສູ່ການເປັນຜູ້ບໍລິຫານຄ້າຍປັ້ນດາວ "Rizz Modeling".
  • ຫຼັງຈາກໄດ້ຮັບຕຳແໜ່ງ, ຊີວິດຂອງເຄທີ້ປ່ຽນແປງຢ່າງຫຼວງຫຼາຍ, ເຮັດໃຫ້ມີຄວາມໝັ້ນໃຈ ແລະ ມຸມມອງການໃຊ້ຊີວິດທີ່ກວ້າງຂຶ້ນ.
  • ຄວາມສຸກຂອງເຄທີ້ໃນຕອນນີ້ຄືການໄດ້ເຫັນນ້ອງໆໃນຄ້າຍ Rizz Modeling ໄດ້ສ່ອງແສງ ແລະ ປະສົບຄວາມສຳເລັດ, ເຊິ່ງເປັນຄວາມຮູ້ສຶກທີ່ມີຄຸນຄ່າ.
  • Rizz Modeling ບໍ່ໄດ້ສອນແຕ່ການເດີນແບບ, ແຕ່ເນັ້ນການພັດທະນາຄົບວົງຈອນ ລວມເຖິງບຸກຄະລິກກະພາບ, ການສະແດງ ແລະ ການກຽມຄວາມພ້ອມສູ່ວົງການ.
  • ເປົ້າໝາຍຂອງ Rizz Modeling ຄືການສ້າງບຸກຄະລາກອນລຸ້ນໃໝ່ທີ່ມີຄຸນນະພາບ, ມີຄວາມໝັ້ນໃຈ, ບຸກຄະລິກກະພາບ ແລະ ຄວາມເປັນມືອາຊີບ ເພື່ອຍົກລະດັບມາດຕະຖານໃຫ້ວົງການແຟຊັ່ນ ແລະ ນາງງາມ.

ຖ້າເວົ້າເຖິງຊື່ຂອງ ເຄທີ້ ປາລະມີ ວຽງໃໝ່ ຫຼາຍຄົນຄົງຈະຄຸ້ນໜ້າຄຸ້ນຕາກັນດີໃນຖານະເຈົ້າຂອງມົງກຸດ Miss Earth Laos 2025 ທີ່ເຄີຍສ້າງຄວາມພາກພູມໃຈ ແລະ ສ້າງຕຳນານຄວາມງາມເທິງເວທີລະດັບປະເທດມາແລ້ວ. ແຕ່ມື້ນີ້ ສາວເກັ່ງຄົນນີ້ໄດ້ກ້າວອອກຈາກກອບເດີມໆ ແລ້ວຜັນຕົວມາລຸຍວຽກເບື້ອງຫຼັງແບບເຕັມຕົວ ໃນຖານະຜູ້ບໍລິຫານຄ້າຍປັ້ນດາວໜ້າໃໝ່ໄຟແຮງຢ່າງ “Rizz Modeling”. ມ່ວນຈະພາທຸກຄົນມາເຈາະເລິກເຖິງຈຸດປ່ຽນ, ຄວາມຮູ້ສຶກ ແລະ ເປົ້າໝາຍທີ່ຍິ່ງໃຫຍ່ຂອງຜູ້ຍິງກັນວ່າເປັນຫຍັງຈຶ່ງຜັນຈາກຄົນທີ່ຢູ່ເບື້ອງໜ້າແລ້ວມາຢູ່ເບື້ອງຫຼັງ!

ອ່ານຕື່ມ:  ຢາກມີຮັກດີໆຢ່າເຮັດໂຕ Red Flag! ຟັງ Gentlemen ຈາກ Twoma x Gemi9pk

ເຄທີ້ເລົ່າໃຫ້ຟັງວ່າ ຫຼັງຈາກວິນາທີທີ່ໄດ້ຮັບມົງກຸດໃນມື້ນັ້ນ ຊີວິດກໍພິກໂສມໄປຫຼາຍ, ໄດ້ຮັບໂອກາດໃໝ່ໆ, ໄດ້ພົບປະຜູ້ຄົນຫຼາກຫຼາຍວົງການ ແລະ ທີ່ສຳຄັນຄືໄດ້ຮຽນຮູ້ທີ່ຈະຮັບຜິດຊອບໜ້າທີ່ທີ່ໃຫຍ່ຂຶ້ນ. ສິ່ງທີ່ປ່ຽນແປງເຫັນໄດ້ແຈ້ງທີ່ສຸດຄື “ຄວາມໝັ້ນໃຈ ແລະ ມຸມມອງການໃຊ້ຊີວິດ” ທີ່ເຮັດໃຫ້ເຄທີ້ເຕີບໂຕຂຶ້ນ ທັງໃນຖານະຜູ້ຍິງຄົນໜຶ່ງ ແລະ ໃນຖານະຕົວແທນຂອງປະເທດ.

ແຕ່ສິ່ງທີ່ເຊີໄພຣສທີ່ສຸດຄື ການຕັດສິນໃຈມາເຮັດວຽກເບື້ອງຫຼັງ. ຈາກທີ່ເຄີຍຍ່າງສັບໆ ໂດດເດັ່ນຢູ່ໜ້າແສງໄຟ ຕອນນີ້ເຄທີ້ເລືອກທີ່ຈະມາເປັນນັກປັ້ນດາວ. ຖ້າຖາມວ່າຄວາມຮູ້ສຶກຕ່າງກັນບໍ? ເຄທີ້ບອກເລີຍວ່າຕ່າງ! ເມື່ອກ່ອນທີ່ມີໜ້າທີ່ແຕ່ໂຟກັສເຮັດໃຫ້ຕົນເອງເປັ່ງປະກາຍທີ່ສຸດ ແຕ່ດຽວນີ້ ຄວາມສຸກຂອງນາງຄືການໄດ້ເຫັນນ້ອງໆໃນຄ້າຍໃນສັງກັດໄດ້ສາຍແສງແທນ, ມັນເປັນຄວາມຮູ້ສຶກທີ່ອິ່ມໃຈ ແລະ ມີຄຸນຄ່າທີ່ສຸດ ທີ່ໄດ້ເປັນສ່ວນໜຶ່ງໃນການຍູ້ດັນ, ຊັບພອດ ແລະ ເຫັນຄົນລຸ້ນໃໝ່ຍ່າງໄປຮອດຝັ່ງຝັນ.

ຖ້າຖາມຈຸດເລີ່ມຕົ້ນຂອງ Rizz Modeling ກໍບໍ່ໄດ້ມາຈາກໃສໄກ ແຕ່ມາຈາກ passion ລ້ວນໆ, ເຄທີ້ໄດ້ບອກວ່າ ຕັ້ງໃຈທີ່ຢາກຈະເອົາປະສົບການທັງໝົດທີ່ສະສົມມາໃນວົງການນາງງາມ, ນາງແບບ ແລະ ການເປັນອິນຟລູເອນເຊີ ມາສົ່ງຕໍ່ໃຫ້ກັບຄົນລຸ້ນໃໝ່.

ມ່ວນໄດ້ຖາມວ່າເປັນຫຍັງຕ້ອງຊື່ວ່າ “RIZZ”? ເຄທີ້ກໍບອກວ່າ ຄຳນີ້ເປັນຄຳສັບສະແລງທີ່ກຳລັງຮິດ ເຊິ່ງໝາຍເຖິງ “ສະເໜ່ ແລະ ຄວາມໝັ້ນໃຈ”. ເຮັດໃຫ້ຄຳນີ້ມີຄວາມໝາຍ ແລະ ເປັນແກນຫຼັກທີ່ເຄທີ້ຢາກປູກຝັງໃຫ້ເກີດຂຶ້ນໃນຕົວຂອງທຸກຄົນທີ່ກ້າວເຂົ້າມາໃນຄ້າຍນີ້.

ເຄທີ້ຍັງບອກວ່າຢູ່ Rizz Modeling ບໍ່ໄດ້ສອນແຕ່ການເດີນແບບ ແຕ່ເປັນບ່ອນຮຽນຮູ້ແບບຄົບວົງຈອນ ທີ່ເນັ້ນຕັ້ງແຕ່ການພັດທະນາບຸກຄະລິກກະພາບ, ທັກສະການເດີນແບບ, ການສະແດງ ຈົນໄປຮອດການກຽມຄວາມພ້ອມທຸກມິຕິ ເພື່ອໃຫ້ລຸຍວຽກໃນວົງການບັນເທີງ ແລະ ເວທີການປະກວດຕ່າງໆໄດ້ຢ່າງມີຄຸນະພາບທີ່ສຸດ.

ເພາະເຮົາເຄຍເຈັບມາກ່ອນ ເຮົາຈຶ່ງເຂົ້າໃຈ ແລະ ຢາກເຮັດດີຂຶ້ນກວ່າທີ່ເຮົາເຄີຍຜ່ານມາ

ຍ້ອນເຄີຍຜ່ານຈຸດທີ່ເຄັ່ງຄຽດ, ຄວາມກົດດັນ, ຄວາມຄາດຫວັງ ແລະ ຄວາມບໍ່ໝັ້ນໃຈມາກ່ອນ ໃນຖານະທີ່ເປັນນາງງາມ ເຄທີ້ຈຶ່ງເຂົ້າໃຈຫົວອົກນ້ອງໆດີທີ່ສຸດ. ປະສົບການເຫຼົ່ານີ້ເຮັດໃຫ້ເຄທີ້ກາຍເປັນຜູ້ບໍລິຫານທີ່ມີຄວາມເຫັນອົກເຫັນໃຈ, ກົດເຫຼັກທີ່ເຄທີ້ບອກຕົນເອງສະເໝີ ແລະ ຈະບໍ່ມີມື້ເຮັດກັບນ້ອງໆເດັດຂາດກໍຄື “ການກົດດັນ ແລະ ການເອົານ້ອງໆ ໄປປຽບທຽບກັບຄົນອື່ນ”.

ອ່ານຕື່ມ:  ເປີດໃຈ ຊານົນ ມະນີຜົນ ເຜີຍການໄປ The Face Men ເປັນຫຼາຍກວ່າການໄປປະກວດ

ເຄທີ້ເຊື່ອວ່າທຸກຄົນມີຈຸດເດັ່ນໃນແບບຂອງຕົນເອງ ໜ້າທີ່ຂອງນາງຄືການຊ່ວຍດຶງເອົາສັກກະຍະພາບ ຫຼື Potential ທີ່ດີທີ່ສຸດຂອງແຕ່ລະຄົນອອກມາໃຫ້ສັງຄົມ ກໍຄືໂລກນີ້ໄດ້ເຫັນ.

ແນ່ນອນວ່າການມາເປັນຜູ້ບໍລິຫານກໍຕ້ອງໄດ້ຮັບມືກັບຄົນຮ້ອຍພໍ່ພັນແມ່, ຄວາມທ້າທາຍອັນດັບໜຶ່ງຕັ້ງແຕ່ເປີດຄ້າຍມາ ຄືການຕ້ອງເບິ່ງແຍງຄົນທີ່ມີຄວາມຝັນ, ເປົ້າໝາຍ, ຈຸດແຂງ ແລະ ຈຸດອ່ອນທີ່ແຕກຕ່າງກັນ. ເຄທີ້ຕ້ອງໃຊ້ທັງສິລະປະ ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງ ເພື່ອຫາວິທີເຈຍລະໄນເພັດແຕ່ລະເມັດໃຫ້ເປັ່ງປະກາຍໃນແບບຂອງມັນເອງ.

ຖ້າຖາມວ່າຄົນແບບໃດທີ່ເຫັນແລ້ວຮູ້ເລີຍວ່ານີ້ແຫຼະ ເດັກ Rizz Modeling? ເຄທີ້ບອກວ່າ:

  • ບໍ່ຈຳເປັນຕ້ອງງາມເລີດ ຫຼື ຫຼໍ່ປານເທບພະບຸດ! ຂໍພຽງແຕ່ມີ “ຄວາມໝັ້ນໃຈ ແລະ ຄວາມເປັນໂຕຂອງໂຕເອງ” ເປັນອາວຸດຫຼັກ.
  • ມີນິໄສທີ່ດີ, ເປັນຕາຮັກ, ເຂົ້າກັບຄົນງ່າຍ.
  • ກ້າທີ່ຈະຮຽນຮູ້ ແລະ ພັດທະນາຕົນເອງຢູ່ຕະຫຼອດເວລາ.
  • ມີພະລັງງານບວກ ແລະ ກ້າທີ່ຈະເຕີບໂຕ.

ຖ້າປຽບຄ້າຍ Rizz Modeling ເປັນຄົນໆໜຶ່ງ ກໍຄົງຈະເປັນຄົນທີ່ເບິ່ງລວມໆ ແລ້ວມີສະເໜ່, ທັນສະໄໝ, ເປັນມິດເຂົ້າເຖິງງ່າຍ ແຕ່ພໍຮອດເວລາເຮັດວຽກກໍມີຄວາມເປັນມືອາຊີບສູງສຸດ. ບໍ່ແມ່ນຄົນທີ່ຈອບແຕ່ຈະຟາດຟັນຄົນອື່ນ ແຕ່ເປັນໝູ່ເປັນເພື່ອນທີ່ພ້ອມຈະຊັບພອດ ແລະ ຈູງມືຄົນອ້ອມຂ້າງໃຫ້ເຕີບໂຕ ແລະ ປັງໄປພ້ອມໆກັນ.

ສຳລັບເປົ້າໝາຍຂອງ Rizz Modeling, ເຄທີ້ມອງຂ້າມຊັອດໄປໄກກວ່ານັ້ນ. ນາງບໍ່ໄດ້ຫວັງພຽງແຕ່ຈະສ້າງຄົນທີ່ເດີນແບບເກັ່ງໆ ແຕ່ຄືການ “ສ້າງບຸກຄະລາກອນລຸ້ນໃໝ່ທີ່ມີຄຸນນະພາບ” ໃຫ້ກັບວົງການແຟຊັ່ນ ແລະ ນາງງາມ-ຊາຍງາມລາວ. ເດັກຄ້າຍ Rizz ຕ້ອງຄົບເຄື່ອງ! ມີທັງຄວາມໝັ້ນໃຈ, ບຸກຄະລິກກະພາບທີ່ສະຫງ່າງາມ ແລະ ຄວາມເປັນມືອາຊີບ ເພື່ອຍົກລະດັບມາດຕະຖານໃຫ້ສາມາດໄປແຂ່ງຂັນ ແລະ ສ້າງຊື່ສຽງໄດ້ທັງໃນລະດັບປະເທດ ແລະ ລະດັບນານາຊາດໄດ້.

ອ່ານມາຮອດນີ້ແລ້ວ ໃຜທີ່ມີຄວາມຝັນ ຢາກກ້າວເຂົ້າສູ່ວົງການບັນເທີງ, ຢາກເປັນນາງແບບ/ນາຍແບບ, ຫຼື ແຄ່ຢາກພັດທະນາບຸກຄະລິກກະພາບໃຫ້ປັງຂຶ້ນກວ່າເກົ່າ ບອກເລີຍວ່າ Rizz Modeling ເປັນອີກໜຶ່ງຄ້າຍທີ່ຕອບໂຈດສຸດໆ!

ອ່ານຕື່ມ:  ແບ້ງ - Herrizond. ພາເພງລາວຕິດ 1 ໃນ 100 ໄດ້ຈັດສະແດງໃນງານ Song Market ຢູ່ປະເທດໄທ

ຂໍຝາກທຸກຄົນຊ່ວຍເປັນກຳລັງໃຈໃຫ້ກັບບົດບາດໃໝ່ຂອງສາວ ເຄທີ້ ປາລະມີ ແລະ ຝາກຕິດຕາມ, ຊັບພອດນ້ອງໆ ດາວຮຸ່ງດວງໃໝ່ຈາກຄ້າຍ Rizz Modeling ແດ່ເດີ້! ສາມາດເຂົ້າໄປຕິດຕາມຄວາມເຄື່ອນໄຫວ ແລະ ຜົນງານປັງໆ ໄດ້ທີ່ຊ່ອງທາງລຸ່ມນີ້ເລີຍ

Facebook: Rizz modeling

TikTok: Rizz modeling

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.