ສຳລັບຄົນໂສດທີ່ຜ່ານລະດູໜາວມາຫຼາຍປີ ບາງທີສິ່ງທີ່ຢາກໄດ້ກໍບໍ່ແມ່ນຜ້າຫົ່ມຜືນໃຫຍ່ ແຕ່ແມ່ນອ້ອມກອດອຸ່ນໆຈາກໃຜຈັກຄົນ ເຊິ່ງມັນກໍບໍ່ແມ່ນຈະມີໄດ້ດັ່ງໃຈຄິດ ເຊິ່ງກໍບໍ່ຕ່າງຈາກຄວາມຮູ້ສຶກທີ່ຄົນຟັງໄດ້ຮັບຈາກເພງ ມີຄົນໃຫ້ກອດລະບໍ ຈາກ HEO-VVK ft GX2 ທີ່ໄດ້ເລົ່າເຖິງຄົນໂສດທີ່ຢາກມີຮັກ.
ເພງເລົ່າເຖິງຊາຍໜຸ່ມຄົນໜຶ່ງ ທີ່ຕ້ອງຜ່ານລະດູໜາວແຕ່ລະປີໄປຄົນດຽວ, ບໍ່ມີຄົນໃຫ້ຈັບມື ຫຼື ກອດໃນມື້ທີ່ອາກາດເຢັນ. ຄືນໜຶ່ງ, ລາວຈຶ່ງນັ່ງເບິ່ງດາວຕົກ ພ້ອມອະທິຖານຂໍໃຫ້ຟ້າສົ່ງໃຜຈັກຄົນມາໃຫ້ຮັກ ເພື່ອຈະໄດ້ຮູ້ວ່າການມີຄົນຢູ່ຂ້າງໆໃນລະດູໜາວນັ້ນອົບອຸ່ນສໍ່າໃດ.
ເໝືອນຄຳອະທິຖານຈະເລີ່ມເປັນຈິງ ເມື່ອລາວໄດ້ພົບກັບຍິງສາວຄົນໜຶ່ງ, ພຽງແຕ່ເຫັນໜ້າຫົວໃຈທີ່ສະຫງົບມາຕະຫຼອດກໍເລີ່ມເຕັ້ນບໍ່ເປັນຈັງຫວະ. ຈາກມື້ທີ່ບໍ່ມີໃຜໃຫ້ຄິດຮອດ ກໍກາຍເປັນມື້ທີ່ມີຄົນໜຶ່ງວົນວຽນຢູ່ໃນຄວາມຄິດ ຈົນຕ້ອງເກັບເອົາຮອຍຍິ້ມຂອງສາວຄົນນັ້ນໄປນອນຝັນ.
ສຳລັບລາວ, ສາວຄົນນັ້ນງາມຄືກັບນາງເອກໃນລະຄອນ ເພາະທຸກຄັ້ງທີ່ຜູ້ສາວເຂົ້າມາໃກ້ ລາວກໍທັງເຂີນອາຍ ແລະ ຕື່ນເຕັ້ນຈົນເກັບອາການບໍ່ຢູ່. ຄວາມສຸກຂອງຄົນແອບມັກກໍຄົງເປັນແບບນີ້ແຫຼະ ພຽງໄດ້ເຫັນໜ້າກໍຍິ້ມໄດ້ ແລະ ກ່ອນນອນກໍຍັງມີຄົນໃຫ້ຄິດຮອດກໍດີໃຈແລ້ວ.
ຈາກຄົນທີ່ອະທິຖານຂໍຄວາມຮັກ ມື້ນີ້ລາວກັບມີຄົນຢູ່ໃນໃຈ ແຕ່ຈະບອກຄວາມຮູ້ສຶກອອກໄປແນວໃດດີ ເມື່ອຄວາມກ້າຍັງມີບໍ່ຫຼາຍລາວຈຶ່ງເລືອກຖາມອ້ອມໆວ່າ “ອາກາດມັນໜາວຜູ້ສາວມີຄົນໃຫ້ກອດລະບໍ” ແທນ.
ຟັງເບິ່ງຄືຄຳຖາມທຳມະດາ ແຕ່ສຳລັບຄົນແອບຮັກມັນອາດເປັນວິທີລອງຖາມເພື່ອເບິ່ງວ່າຫົວໃຈຂອງອີກຝ່າຍຍັງມີບ່ອນວ່າງບໍ່. ເພາະສິ່ງທີ່ລາວຢາກຮູ້ບໍ່ແມ່ນພຽງວ່ານາງມີຄົນໃຫ້ກອດແລ້ວຫຼືຍັງ ແຕ່ຍັງຢາກຮູ້ອີກວ່າ ລາວຈະມີໂອກາດເປັນຄົນຄົນນັ້ນໄດ້ບໍ່.
ຖ້າມື້ໜຶ່ງໄດ້ຮັກກັນ ລາວກໍພ້ອມຈະມອບຈັກກະວານທັງໝົດໃນຫົວໃຈໃຫ້ນາງນັ້ນເອງ. ສຸດທ້າຍ, ເສັ້ນເລື່ອງຂອງເພງ “ມີຄົນໃຫ້ກອດລະບໍ” ຈຶ່ງບໍ່ໄດ້ມີພຽງຄວາມເຫງົາຂອງຄົນໂສດ ຫຼື ຄວາມຫວານຂອງການແອບຮັກ ແຕ່ຍັງເລົ່າເຖິງຄວາມກ້ານ້ອຍໆຂອງຄົນທີ່ຢາກມີໃຜສັກຄົນ.