ເລື່ອງລາວແຟຊັນ, national costume, red carpet, runway, styling guide, trend commentary.
ເຄີຍສັງເກດບໍວ່າ ເປັນຫຍັງເສື້ອຜ້າຊົງເກົ່າໆ, ລວດລາຍສີສັນສົດໃສ ຫຼື ໄອເທັມທີ່ເບິ່ງຄືຫຼຸດອອກມາຈາກຕູ້ເສື້ອຜ້າຂອງພໍ່ແມ່ ຈຶ່ງກັບມາເປັນເທຣນທີ່ GEN Z ນິຍົມນຳມາໃສ່ກັນອີກຄັ້ງ? ນີ້ຄືສະເໜ່ຂອງ Retro Fashion (ແຟຊັນເຣໂທ) ສະໄຕລ໌ການແຕ່ງຕົວທີ່ພາເຮົາຍ້ອນກັບໄປສຳຜັດກັບກິ່ນອາຍຂອງວັນວານ ຜ່ານເສື້ອຜ້າທີ່ໄດ້ຮັບແຮງບັນດານໃຈຈາກຍຸກ 50s, 60s, 70s, 80s ໄປຈົນເຖິງ 90s ແຕ່ຖືກນຳມາຕີຄວາມ ແລະ...
ອີກໜຶ່ງໂມເມັນທີ່ກາຍເປັນກະແສຕ້ອນຮັບເທດສະການທ້າຍປີ! ເມື່ອ Gucci ເປີດຕົວວິດີໂອແຄມເປນ Gucci Gift 2026 ພ້ອມດຶງເອົາຕົວແມ່ແຫ່ງວົງການຄື Mariah Carey ສິລະປິນລະດັບຕຳນານ ເຈົ້າຂອງສາຍາ Queen of Christmas ມາຮ່ວມສ້າງສີສັນໃນບັນຍາກາດແຫ່ງການສະຫຼອງ ໂດຍໄດ້ Harmony Korine ມາຮັບໜ້າທີ່ກຳກັບ ຖ່າຍທອດເລື່ອງລາວສຸດພິເສດທີ່ປະສົມປະສານລະຫວ່າງແຟຊັນ ຄວາມມ່ວນ ແລະ...
ເຄີຍບໍ່? ພຽງແຕ່ອອກຈາກບ້ານບໍ່ຮອດໜຶ່ງຊົ່ວໂມງ ກໍເລີ່ມຮູ້ສຶກຮ້ອນ ເຫື່ອອອກ ຕົວໜຽວ ຈົນເສື້ອຜ້າທີ່ໃສ່ກາຍເປັນສິ່ງທີ່ເຮັດໃຫ້ຮູ້ສຶກອຶດອັດຕະຫຼອດມື້ ໂດຍສະເພາະໃນມື້ທີ່ອາກາດຮ້ອນຈັດ ການເລືອກເສື້ອຜ້າຈຶ່ງບໍ່ໄດ້ຂຶ້ນກັບພຽງແຕ່ຮູບແບບ ຫຼື ຄວາມສວຍງາມເທົ່ານັ້ນ ແຕ່ເນື້ອຜ້າກໍເປັນອີກໜຶ່ງປັດໄຈສຳຄັນທີ່ບໍ່ຄວນມອງຂ້າມ ເພາະຜ້າແຕ່ລະຊະນິດມີຄຸນສົມບັດແຕກຕ່າງກັນ ທັງການລະບາຍອາກາດ ການດູດຊັບຄວາມຊຸ່ມ ແລະ ສຳຜັດເມື່ອສວມໃສ່ກັບຜິວໜັງ ມື້ນີ້ມ່ວນຈຶ່ງຮວບຮວມ 8 ຊະນິດຜ້າທີ່ຂຶ້ນຊື່ເລື່ອງຄວາມເຢັນສະບາຍ ໃສ່ແລ້ວບໍ່ອຶດອັດ ເໝາະສຳລັບຜູ້ທີ່ຕ້ອງໃຊ້ຊີວິດທ່າມກາງອາກາດຮ້ອນ ຈະມີຜ້າຊະນິດໃດໜ້າສົນໃຈແດ່ ໄປເບິ່ງກັນເລີຍ!...
ກ່ອນທີ່ສີມ່ວງຈະກາຍເປັນໜຶ່ງໃນບັນດາສີທີ່ພວກເຮົາພົບເຫັນໄດ້ທົ່ວໄປໃນໂລກແຟຊັນ ຮູ້ຫຼືບໍ່ວ່າ ໃນອະດີດສີນີ້ເຄີຍເປັນສັນຍະລັກແຫ່ງອຳນາດ ແລະສິດພິເສດຂອງຊົນຊັ້ນສູງ ຈົນເຖິງຂັ້ນມີກົດໝາຍກຳນົດວ່າຜູ້ໃດມີສິດສວມໃສ່ ນອກຈາກນັ້ນ ສີມ່ວງຍັງມີມູນຄ່າສູງຫຼາຍ ເນື່ອງຈາກຂະບວນການຜະລິດທີ່ຊັບຊ້ອນ ແລະວັດຖຸດິບທີ່ຫາໄດ້ຍາກ ຈົນໄດ້ຮັບການຂະໜານນາມວ່າເປັນສີທີ່ມີຄ່າບໍ່ຕ່າງຈາກຄຳ ຈຸດເລີ່ມຕົ້ນຂອງສີມ່ວງອັນລ້ຳຄ່າ ຫາກຍ້ອນກັບໄປໃນຍຸກບູຮານ ສີມ່ວງທີ່ມີຊື່ສຽງຫຼາຍທີ່ສຸດຄື “Tyrian Purple” ຫຼື ສີມ່ວງໄທຣຽນ ເຊິ່ງມີຕົ້ນກຳເນີດຈາກຊາວຟີນີເຊຍ (Phoenician) ແຫ່ງເມືອງໄທຣ໌ (Tyre) ບໍລິເວນຊາຍຝັ່ງທະເລເມດິເຕີເຣນຽນ ໂດຍສີມ່ວງສະເພາະເສດນີ້ບໍ່ໄດ້ເກີດຈາກການປະສົມສີທົ່ວໄປ...
ເຄີຍສັງເກດບໍ່ວ່າ ເສື້ອຜ້າຊຸດດຽວກັນ ເມື່ອຢູ່ເທິງຣັນເວ (Runway) ກັບ ເວລາທີ່ດາລານຳມາໃສ່ເດີນພົມແດງ (Red Carpet) ກັບເບິ່ງອອກມາຕ່າງກັນ? ບາງຊຸດເບິ່ງແປກຕາເມື່ອຢູ່ເທິງຣັນເວ ແຕ່ກັບສວຍງາມ ຫຼູຫຼາ ຫຼື ເຊັກຊີ່ຂຶ້ນເມື່ອຢູ່ເທິງຕົວດາລາ. ຄວາມແຕກຕ່າງນີ້ບໍ່ໄດ້ເກີດຈາກຮູບຮ່າງຂອງຜູ້ສວມໃສ່ພຽງຢ່າງດຽວ ແຕ່ຍັງຂຶ້ນຢູ່ກັບຈຸດປະສົງຂອງງານ, ການແຕ່ງຕົວ ແລະ ວິທີທີ່ແຕ່ລະຄົນນຳສະເໜີເສື້ອຜ້າ. 1. ຣັນເວ ແລະ ພົມແດງ...
ສະຫຼອງ 13 ປີ NAREE ແບຣນກະເປົາລາວປະກາດທິດທາງໃໝ່ ເປີດໂຕ MAISONAREE ແຟຊັນຈາກເສັ້ນໄຍກ້ວຍ ແລະ ຜ້າທໍລາວ ພ້ອມກ້າວສູ່ສາກົນ.
ໃນໂລກແຟຊັນທີ່ເທຣນປ່ຽນຜ່ານໄປທຸກລະດູການ, ຄວາມຕ້ອງການຂອງຜູ້ຄົນໝູນວຽນຢູ່ຕະຫຼອດເວລາ, ແລະ ນິຍາມຂອງຄຳວ່າ ‘ຄວາມຫຼູຫຼາ’ ກໍບໍ່ໄດ້ມີຮູບແບບຕາຍຕົວຄືເກົ່າ ແມ່ນຫຍັງຄືສິ່ງທີ່ເຮັດໃຫ້ແບຣນໜຶ່ງ ສາມາດຢືນຢັດກາງກະແສການປ່ຽນແປງນີ້ ໄດ້ຍາວນານເຖິງ 13 ປີ? ທຸກມື້ນີ້, ເຮົາບໍ່ໄດ້ເລືອກຊື້ແບຣນພຽງເພາະດີຊາຍ ຫຼື ຄຸນນະພາບພຽງຢ່າງດຽວອີກຕໍ່ໄປ ແຕ່ເຮົາກຳລັງຊອກຫາສິ່ງທີ່ສະທ້ອນ ‘ຕົວຕົນ’ ແລະ ‘ເລື່ອງລາວ’ ທີ່ເຊື່ອມໂຍງກັບເຮົາ. ເມື່ອໂລກປ່ຽນ, ແບຣນກໍຕ້ອງປັບຕົວ. ແຕ່ສິ່ງທີ່ທ້າທາຍທີ່ສຸດ...
“Got this timepiece from Geneva.” ແນ່ນອນເພງຂອງຕົວແມ່ຂຶ້ນຊື່ວ່າ LISA ກໍຕ້ອງມີທ່ອນເນື້ອເພງສຸດປັງທີ່ເວົ້າເຖິງເລື່ອງຂອງແຟຊັ່ນກໍຄື Geneva ແຕ່ເປັນຫຍັງ LISA ຄືບໍ່ເລືອກຮ້ອງຊື່ແບຣນດັງໆໄປເລີຍ ຫຼື ຍົກຊື່ເມືອງແຟຊັ່ນຄື Paris, Milan ຫຼື New York. ແຕ່ເປັນຫຍັງຈຶ່ງເລືອກໃຊ້ຄຳວ່າ “Geneva” (ເຈນີວາ)? ບອກເລີຍວ່າຄຳນີ້ບໍ່ໄດ້ມາຫຼິ້ນໆ...
ພວກເຮົາໃຊ້ຄຸກກີ້ເພື່ອປັບປຸງປະສົບການ ແລະ ນຳສະເໜີເນື້ອຫາທີ່ຖືກໃຈທ່ານ.