ນ້ຳໜຶ່ງ ມະນີຈັນ ສຸນັນທະວົງ ຄວາມທ້າທາຍໃໝ່ຈາກເວທີນາງງາມສູ່ສາຍນາງແບບໃນ FACE of LAOS

ແບ່ງປັນ

ນ້ຳໜຶ່ງ ມະນີຈັນ ສຸນັນທະວົງ ຄວາມທ້າທາຍໃໝ່ຈາກເວທີນາງງາມສູ່ສາຍນາງແບບໃນ FACE of LAOS

ໂດຍ: Tonmai Phoutthasack Tonmai Phoutthasack
31 August 2026 8
AI Summarized

Key Takeaways:

  • ນ້ຳໜຶ່ງ - ມະນີຈັນ ສຸນັນທະວົງ (FOL 15) ເຂົ້າຮ່ວມເວທີ Face of Laos 2026 ດ້ວຍຄວາມມຸ່ງໝັ້ນທີ່ຈະທ້າທາຍຂີດຈຳກັດຂອງຕົນເອງອີກຄັ້ງ.
  • ນອກຈາກການເປັນນາງແບບ, ນ້ຳໜຶ່ງຍັງເຮັດວຽກຢູ່ Laoskyway ແລະ ເປີດເຜີຍວ່າຕົນເອງເປັນຄົນນິ້ງ, ບໍ່ຄ່ອຍເວົ້າ ແລະ ຂີ້ອາຍ, ແຕ່ກໍມີວິທີຮັບມືກັບຄວາມອາຍດ້ວຍການເຮັດໜ້ານິ້ງ.
  • ນ້ຳໜຶ່ງມີປະສົບການໃນວົງການປະກວດຫຼາຍ, ລວມມີການເຂົ້າຮອບ Top 20 Miss Universe Laos 2022, The Wow Laos ຊີຊັ່ນ 2, ແລະ ໄດ້ຕຳແໜ່ງ Miss Earth Fire Laos 2024.
  • ເຖິງຈະມີຕຳແໜ່ງແລ້ວ, ນາງກໍເລືອກທີ່ຈະກັບມາເລີ່ມຕົ້ນໃໝ່ໃນ Face of Laos 2026 ໂດຍມີແຮງບັນດານໃຈຈາກຕົວເອງ, ກ້າທີ່ຈະລອງ ແລະ ກ້າທີ່ຈະລົ້ມເຫຼວ.
  • ເປົ້າໝາຍສູງສຸດຂອງນ້ຳໜຶ່ງຄືການເຜີຍແຜ່ວັດທະນະທຳລາວສູ່ສາກົນ, ເປັນແຮງບັນດານໃຈໃຫ້ຄົນລຸ້ນໃໝ່ກ້າເຮັດຕາມຄວາມຝັນ, ແລະ ຢາກໃຫ້ຄົນຈົດຈຳວ່າເຄີຍເປັນຕົວແທນປະເທດລາວໄປສ້າງຊື່ສຽງໃນລະດັບສາກົນ.

ຂ້ອຍບໍ່ຢາກຄິດຍ້ອນກັບມາວ່າ ເປັນຫຍັງເຮົາຄືບໍ່ລອງ? ເປັນຫຍັງເຮົາຄືບໍ່ລົງມືເຮັດ? ທັງໆທີ່ເຮົາຍັງມີໂອກາດ ເຮົາຈະມານັ່ງເສຍໃຈພາຍຫຼັງບໍ່ໄດ້

ນີ້ຄືທັດສະນະຄະຕິອັນເດັດດ່ຽວຂອງ ນ້ຳໜຶ່ງ – ມະນີຈັນ ສຸນັນທະວົງ ຫຼື FOL 15 ສາວງາມໄວ 23 ປີ ຈາກເມືອງບໍລິຄັນ ແຂວງບໍລິຄຳໄຊ. ຫຼາຍຄົນອາດຈະຄຸ້ນໜ້າຄຸ້ນຕານາງມາແລ້ວຈາກຫຼາກຫຼາຍເວທີໃຫຍ່ລະດັບປະເທດ, ແຕ່ການກັບມາຢືນເທິງເວທີ Face of Laos 2026 ໃນຄັ້ງນີ້ ນາງບໍ່ໄດ້ມາເພາະໂຊກຊ່ວຍ ແຕ່ມາພ້ອມກັບຄວາມມຸ່ງໝັ້ນທີ່ຢາກຈະທ້າທາຍຂີດຈຳກັດຂອງຕົນເອງອີກຄັ້ງ.

ອ່ານຕື່ມ:  ຕ໋ອດ ລີນ້າ ເຜີຍມຸມມອງຊີວິດ ສູ່ການເປັນແຮງບັນດານໃຈໃນວົງການແຟຊັ່ນລາວ

ມື້ນີ້ ມ່ວນຈະພາໄປທຳຄວາມຮູ້ຈັກກັບຕົວຕົນອີກມຸມໜຶ່ງຂອງສາວຄົນນີ້ ທີ່ຮັບຮອງວ່າຖ້າໄດ້ຮູ້ຈັກແລ້ວ ຈະຕ້ອງຫຼົງຮັກໃນຄວາມເປັນທຳມະຊາດຂອງນາງແນ່ນອນ.

ນອກເໜືອຈາກການຍ່າງສັບໃນຣັນເວ ໃນມື້ທຳມະດາ ນ້ຳໜຶ່ງ ຄືພະນັກງານສາວທີ່ເຮັດວຽກຢູ່ Laoskyway. ເມື່ອຖາມເຖິງນິດໄສສ່ວນຕົວ ນາງຍອມຮັບພ້ອມຮອຍຍິ້ມວ່າ ຕົນເອງເປັນຄົນນິ້ງໆ, ບໍ່ຄ່ອຍເວົ້າຫຼາຍ ແລະ ທີ່ສຳຄັນຄື “ຂີ້ອາຍ”. ແຕ່ນາງກໍມີວິທີຮັບມືກັບຄວາມອາຍໃນແບບສະບັບຂອງຕົນເອງ ນັ້ນກໍຄືການຕີໜ້ານິ້ງ ເຮັດຄືຊິວໆ ເພື່ອປົກປິດຄວາມຕື່ນເຕັ້ນໄວ້ທາງໃນ.

ແຕ່ໃຜຈະຮູ້ວ່າ ພາຍໃຕ້ຄວາມນິ້ງນັ້ນ ນ້ຳໜຶ່ງ ຍັງມີມຸມ “ບ້າໆບ໋ອງໆ” ຕາມສະຕາຍຂອງຕົນເອງ ເຊິ່ງມັກຈະເຜີຍອອກມາເມື່ອໄດ້ຢູ່ກັບສິ່ງທີ່ຮັກ ໂດຍສະເພາະ “ສຽງເພງ” ເຊິ່ງເປັນສິ່ງທີ່ນາງມັກເຮັດທີ່ສຸດເວລາຢູ່ຄົນດຽວ ເພາະດົນຕີຊ່ວຍຮຽກຄືນຄວາມສຸກ ແລະ ພະລັງງານບວກໃຫ້ກັບນາງສະເໝີ.

ຖ້າເວົ້າເຖິງປະສົບການໃນວົງການ ນ້ຳໜຶ່ງ ຖືວ່າເປັນໜຶ່ງໃນຜູ້ເຂົ້າປະກວດທີ່ໂປຣໄຟລ໌ບໍ່ທຳມະດາ. ນາງເຄີຍຜ່ານເວທີໃຫຍ່ມາແລ້ວ ທັງການເຂົ້າຮອບ Top 20 Miss Universe Laos 2022, ເປັນຜູ້ເຂົ້າແຂ່ງຂັນໃນ The Wow Laos ຊີຊັ່ນ 2 ແລະ ຫຼ້າສຸດກັບການຄວ້າຕຳແໜ່ງ Miss Earth Fire Laos 2024.

ການໄດ້ຕຳແໜ່ງ Miss Earth Fire Laos 2024 ເຖິງມັນຈະບໍ່ແມ່ນທີ່ 1 ແຕ່ໜຶ່ງກໍພູມໃຈຫຼາຍ. ມັນຮູ້ສຶກວ່າເປັນສິ່ງທີ່ທ້າທາຍ ແລະ ເຮົາກໍເຮັດມັນສຳເລັດ ຈົນເຮັດໃຫ້ເຮົາປ່ຽນມຸມມອງຫຼາຍໆຢ່າງ ແລະ ກັບມາພັດທະນາຕົນເອງໃຫ້ດີຂຶ້ນ

ເມື່ອມີຕຳແໜ່ງກາລັນຕີຢູ່ແລ້ວ ເປັນຫຍັງຈຶ່ງເລືອກທີ່ຈະກັບມາເລີ່ມຕົ້ນໃໝ່ໃນຖານະຜູ້ເຂົ້າແຂ່ງຂັນ Face of Laos? ຄຳຕອບຂອງນ້ຳໜຶ່ງນັ້ນງ່າຍໆ ແຕ່ຊົງພະລັງ: “ແຮງບັນດານໃຈຂອງໜຶ່ງ ກໍຄືຕົວໜຶ່ງເອງ”

ນາງເປັນຄົນທີ່ກ້າລອງ ແລະ ກ້າທີ່ຈະລົ້ມເຫຼວ. ວິນາທີທີ່ຮູ້ວ່າຜ່ານເຂົ້າຮອບ FOL ນາງບອກວ່າມັນຄືກັບຄວາມຝັນ ເພາະໃນມື້ສຳພາດນັ້ນ ນາງຕື່ນເຕັ້ນຈົນເຮັດຫຍັງບໍ່ຖືກ ແຕ່ເມື່ອໂອກາດມາຮອດມືແລ້ວ ນາງກໍພ້ອມທີ່ຈະສູ້ສຸດໃຈ. ສຳລັບນ້ຳໜຶ່ງແລ້ວ ບຸກຄະລິກ, ທັກສະການຍ່າງແບບທີ່ບໍ່ຄືໃຜ ແລະ ຄວາມມຸ່ງໝັ້ນທີ່ຢາກຈະຄວ້າໄຊຊະນະ ຄືຈຸດແຂງທີ່ຈະເຮັດໃຫ້ນາງໂດດເດັ່ນອອກມາຈາກຜູ້ເຂົ້າແຂ່ງຂັນຄົນອື່ນໆ.

ເຖິງຈະຜ່ານເວທີມາຫຼາຍ ແຕ່ການເຂົ້າມາໃນບ້ານ Face of Laos ກໍຍັງໃຫ້ບົດຮຽນໃໝ່ໆກັບນາງສະເໝີ.

ໄດ້ຮຽນຮູ້ວ່າເຮົາຕ້ອງມີສະຕິ ແລະ ຢ່າປະໝາດເດັດຂາດ ເພາະຄົນລຸ້ນໃໝ່ດຽວນີ້ເກັ່ງຂຶ້ນຫຼາຍ! ເຖິງເຮົາຈະມີປະສົບການ ແຕ່ເຮົາຈະມາຄິດວ່າຕົນເອງເກັ່ງຢູ່ຜູ້ດຽວບໍ່ໄດ້ ເຮົາຕ້ອງຍິ່ງພັດທະນາຕົນເອງໃຫ້ເກັ່ງຂຶ້ນໃນທຸກໆມື້

ນີ້ຄືທັດສະນະຄະຕິຂອງມືອາຊີບ ທີ່ພ້ອມຈະເປີດຮັບ ແລະ ຮຽນຮູ້ຢູ່ຕະຫຼອດເວລາ.

ເປົ້າໝາຍສູງສຸດໃນເສັ້ນທາງນີ້ຂອງນ້ຳໜຶ່ງ ບໍ່ແມ່ນພຽງແຕ່ການເປັນນາງແບບທີ່ມີຊື່ສຽງ, ແຕ່ນາງຢາກໃຊ້ພື້ນທີ່ນີ້ ເຜີຍແຜ່ວັດທະນະທຳລາວໄປສູ່ສາກົນ ແລະ ຢາກເປັນແຮງບັນດານໃຈໃຫ້ເດັກນ້ອຍລຸ້ນໃໝ່ ເຫັນສິ່ງທີ່ນາງເຮັດ ແລ້ວມີຄວາມກ້າທີ່ຈະລົງມືເຮັດຕາມຄວາມຝັນຂອງຕົນເອງ. ຢາກໃຫ້ຄົນຈົດຈຳວ່າ ຄັ້ງໜຶ່ງຜູ້ຍິງທີ່ຊື່ນ້ຳໜຶ່ງ ກໍເຄີຍເປັນຕົວແທນປະເທດລາວໄປສ້າງຊື່ສຽງໃນລະດັບສາກົນ.

ຝາກເຊຍ ແລະ ເປັນກຳລັງໃຈໃນການເດີນທາງຄັ້ງໃໝ່ຂອງນ້ຳໜຶ່ງແດ່ເດີ ເຖິງຈະເກົ່າ ແຕ່ປະສົບການແໜ້ນເດີ ຮັບຮອງວ່າມາໃນລຸກໃໝ່ບໍ່ຊ້ຳແນ່ນອນ… ແລະ ຂໍບອກຄູ່ແຂ່ງເລີຍວ່າ ກຽມໂຕກຽມໃຈໄວ້ແດ່ ເພາະນ້ຳໜຶ່ງບໍ່ໄດ້ມາຫຼິ້ນໆນະຈ๊ะ!

ຮ່ວມສົ່ງກຳລັງໃຈໃຫ້ກັບຜູ້ຍິງທີ່ເຕັມໄປດ້ວຍແພັດຊັ່ນ (Passion) ແລະ ປະສົບການຄົນນີ້ ໃຫ້ໄປເຖິງຝັ່ງຝັນໃນເວທີ Face of Laos ປີນີ້ ໂດຍການກົດໂຫວດ ແລະ ເຊຍ ນ້ຳໜຶ່ງ FOL 15 ໄປນຳກັນ!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.