ຊານົນ Comeback ໃນຮອບເກືອບ 7 ປີ ກັບເພງໃໝ່ ທິກທ໋ອກ Ticktock ພ້ອມສະແດງພາບລັກສຸດເຊັກຊີຈົນແຟນໆເກືອບລືມຫາຍໃຈ

ແບ່ງປັນ

ຊານົນ Comeback ໃນຮອບເກືອບ 7 ປີ ກັບເພງໃໝ່ ທິກທ໋ອກ Ticktock ພ້ອມສະແດງພາບລັກສຸດເຊັກຊີຈົນແຟນໆເກືອບລືມຫາຍໃຈ

28 April 2026 71

Highlights

  • ຊານົນ ກັບມາພ້ອມຜົນງານເພງໃໝ່ “ທິກທ໋ອກ Ticktock” ແລະ ສະເໜ່ສຽງຮ້ອງສຸດເທ່.
  • ເພງມີຄວາມໂດດເດັ່ນດ້ວຍການໃຊ້ພາສາແບບ ລາວ-ອັງກິດ ທີ່ເຮັດໃຫ້ເພງມີຄວາມເປັນສາກົນ ແຕ່ຍັງເຂົ້າເຖິງງ່າຍ.
  • ເນື້ອຫາເພງຖືກຖ່າຍທອດອາລົມການຕົກຂຸມຮັກແບບກະທັນຫັນ ເຖິງຈະຮູ້ວ່າເປັນ Red Flag ແຕ່ກໍພ້ອມຈະສ່ຽງເພື່ອໃຫ້ໄດ້ຄອບຄອງຫົວໃຈ.


ພໍແຕ່ສຽງ Intro ຂຶ້ນກໍຮູ້ເລີຍວ່າເພງນີ້ມັນ Hot! ເຊັກຊີຂັ້ນສຸດຈົນໄຟລຸກ. ງານນີ້ ຊານົນ ຈັດເຕັມແບບບໍ່ເຮັດໃຫ້ຜິດຫວັງກັບການຄຳແບັກທີ່ຈັດໜັກຈັດເຕັມຈົນຄົນຟັງເກືອບລືມຫາຍໃຈໄປກັບອາລົມເພງ “ທິກທ໋ອກ Ticktock”.

ຫຼັງຈາກທີ່ຫາຍໜ້າຫາຍຕາຈາກວົງການເພງໄປເກືອບ 7 ປີ, ຊານົນ ກໍກັບມາປ່ອຍພະລັງໃຫ້ເຮົາເຊົາຄິດຮອດ ກັບສຽງຮ້ອງທີ່ມີສະເໜ່ເປັນເອກະລັກ ແລະ ບອກເລີຍວ່າ ຊານົນໄດ້ອັບເກຣດຄວາມເທ່ຂຶ້ນແບບ 300% ຜ່ານດົນຕີແນວ Lao Modern Pop.

ເພງ “ທິກທ໋ອກ Ticktock” ໃຫ້ອາຍແບບອິນເຕີສຸດໆ ຊານົນ ຍັງໄດ້ສະແດງທັງທັກສະ ການຮ້ອງ-ແຣັບ ແບບໜັກແໜ້ນ ແຕ່ກໍຍັງບໍ່ລືມທີ່ຈະປະສົມປະສານສະເໜ່ການໃຊ້ ພາສາລາວ ແລະ ພາສາອັງກິດ ເຂົ້າກັນໄດ້ແບບນົວໆເຮັດໃຫ້ເຂົ້າເຖິງຜູ້ຟັງໄດ້ງ່າຍ.

ໂຕເພງໄດ້ນຳສະເໜີເລື່ອງລາວຂອງການຕົກຂຸມຄວາມຮັກທີ່ເກີດຂຶ້ນຢ່າງໄວແບບກະທັນຫັນ ຕັ້ງແຕ່ວິນາທີທຳອິດທີ່ໄດ້ສົບຕາກັນ, ໃນເນື້ອຫາເພງຄືການປ່ອຍໃຫ້ເກີດຄວາມຫຼົງໃຫຼໃນຮອຍຍິ້ມ ແລະ ສະເໜ່ຂອງຜູ້ຍິງຄົນໜຶ່ງທີ່ເຮັດໃຫ້ຫົວໃຈລຸກເປັນໄຟ.

ເຖິງຈະຮູ້ວ່າຄວາມສຳພັນນີ້ມັນ Red Flag ຫຼື ມີຄວາມສ່ຽງເບິ່ງອັນຕະລາຍ ແດ່ ແຕ່ໃຈມັນສັ່ງວ່າຕ້ອງຈັດ ພ້ອມກັບຂ້າມເສັ້ນໄປເປັນຄົນຮັກ ແລະ ຈະດູແລໃຫ້ເຕັມທີ່.

ອ່ານຕື່ມ:  ຈາກລາດ້ວຍຄວາມເຂົ້າໃຈ ສຳຜັດໄດ້ໃນເພງ "ພົບກັນ ຜູກພັນ ຈາກລາ" ໂດຍ ກວາງ ດວງລຶໄທ ft ເທ່ ຈຳປາສັກ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.