ບົດສຳພາດ / profile / behind the scenes: ນາງງາມ, ນາງແບບ, designer, makeup artist, stylist, mentor ແລະ ບຸກຄົນເບື້ອງຫຼັງ.
ເວທີ Miss Ethnic Laos ບໍ່ພຽງແຕ່ຊອກຫາຜູ້ຍິງທີ່ສວຍງາມ ແຕ່ແມ່ນການຄົ້ນຫາຜູ້ທີ່ເຕັມປ່ຽມໄປດ້ວຍຄວາມຮັກ ແລະ ຄວາມພາກພູມໃຈໃນຄວາມເປັນຊົນເຜົ່າຂອງຕົນ. ມື້ນີ້ ມ່ວນຈະພາທຸກຄົນໄປສຳຜັດກັບເລື່ອງລາວ ແລະ ຕົວຕົນຂອງ “ຫຼ້າ ວັນລະທາ” ຫຼື MEL 02 ຕົວແທນຊົນເຜົ່າພູນ້ອຍ ມາຈາກແຂວງຫຼວງນໍ້າທາ ທີ່ມາພ້ອມກັບຄວາມຈິງໃຈ, ຄວາມອ່ອນນ້ອມຖ່ອມຕົນ ແລະ ຫົວໃຈທີ່ຢາກຈະນຳສະເໜີວັດທະນະທຳອັນລ້ຳຄ່າຂອງຊົນເຜົ່າພູນ້ອຍໃຫ້ໂລກໄດ້ຮັບຮູ້....
ເມື່ອເວົ້າເຖິງເວທີປະກວດນາງງາມ ຫຼາຍຄົນອາດຈະຄິດເຖິງຄວາມສວຍງາມພາຍນອກ ແຕ່ສຳລັບເວທີ Miss Ethnic Laos ມັນຄືການປະກວດຂອງຄວາມງາມທີ່ມາພ້ອມກັບ “ຮາກເຫງົ້າ” ແລະ “ຄວາມພາກພູມໃຈ” ໃນຄວາມແຕກຕ່າງຂອງບັນດາຊົນເຜົ່າຕ່າງໆ. ມື້ນີ້ມ່ວນຈະພາທຸກຄົນໄປເຮັດຄວາມຮູ້ຈັກກັບໜຶ່ງໃນສາວງາມທີ່ໜ້າຈັບຕາມອງ “ອາໝິງ ໄຊຍະສາວ” ຫຼື MEL 01 ຕົວແທນຈາກ ຊົນເຜົ່າໄຕແຖງ ສາວນ້ອຍໄວ 20 ປີ ທີ່ເຕັມໄປດ້ວຍໄຟຂອງການຮຽນຮູ້...
ໃນໂລກຂອງແຟຊັ່ນລະດັບແຖວໜ້າທີ່ມີການແຂ່ງຂັນສູງ ແລະ ມາດຕະຖານຄວາມງາມມັກຈະຖືກກຳນົດດ້ວຍກອບເດີມໆ, ການປະກົດຕົວຂອງ Anok Yai ຫຼື ອານົກ ໄຍ ບໍ່ໄດ້ເປັນພຽງແຕ່ການແຈ້ງເກີດຂອງນາງແບບໜ້າໃໝ່ເທົ່ານັ້ນ ແຕ່ເປັນການສ້າງແຮງສັ່ນສະເທືອນໃນລະດັບໂລກ. ນາງແບບສາວຊາວອາເມຣິກັນເຊື້ອສາຍຊູດານໃຕ້ຄົນນີ້ໄດ້ໃຊ້ເອກະລັກທີ່ໂດດເດັ່ນ, ຊົງພະລັງ ແລະ ຕົວຕົນທີ່ແທ້ຈິງຂອງນາງ ມາພິກໂສມໜ້າປະຫວັດສາດ ແລະ ກາຍເປັນໜຶ່ງໃນໄອຄອນທີ່ແບຣນຫຼູຫຼາ ຫຼື Luxury brands ທົ່ວໂລກຕ່າງກໍຍາດຕົວ. Anok...
ຫຼາຍຄັ້ງທີ່ຄົນເຮົາມັກຈະຕິດຢູ່ໃນ “ກອບ” ຫຼື ເຊຟໂຊນ ຂອງຕົນເອງ ຈົນຫຼົງລືມໄປວ່າ ເຮົາອາດຈະມີຄວາມສາມາດທີ່ຍິ່ງໃຫຍ່ເຊື່ອງຢູ່ທາງໃນ. ເຊັ່ນດຽວກັນກັບ “ໂບ້ – ພູມີພົນ ລັດຕະນະກອນ” ຊາຍໜຸ່ມໄວ 21 ປີ ຈາກນະຄອນຫຼວງວຽງຈັນ ຜູ້ທີ່ປີນີ້ໄດ້ຮັບຄວາມໄວ້ວາງໃຈໃຫ້ເປັນຕົວແທນ ແຂວງສາລະວັນ ເພື່ອເຂົ້າຮ່ວມຊິງມົງໃນເວທີ Mister Universe Laos. ຈາກນັກສຶກສາສາຍການເງິນ...
ພາບລັກພາຍນອກທີ່ເບິ່ງຄືງຽບໆ ນິ້ງໆ ແຕ່ໃຜຈະຮູ້ວ່າພາຍໃຕ້ຄວາມນິ້ງນັ້ນ ພັດເຕັມໄປດ້ວຍພະລັງງານບວກທີ່ເຫຼືອລົ້ນ! ມື້ນີ້ເຮົາຈະພາທຸກຄົນໄປທຳຄວາມຮູ້ຈັກກັບໜຸ່ມຫຼໍ່ອະນາຄົດໄກ “ເຈມ – ວິລະວົງ ຄຳພູວົງ” ໄວ 26 ປີ ຕົວແທນຈາກ ເມືອງຈັນທະບູລີ ທີ່ຫາກໍຮຽນຈົບໝາດໆຈາກ ຄະນະສະຖາປັດຕະຍະກຳສາດ ມະຫາວິທະຍາໄລ Hanoi University of Civil Engineering (ປະເທດຫວຽດນາມ)....
ຫາກເວົ້າເຖິງດິນແດນເໜືອສຸດຂອງປະເທດລາວ ຫຼາຍຄົນຄົງນຶກເຖິງທຳມະຊາດທີ່ງົດງາມ ແລະ ອາກາດທີ່ໜາວເຢັນ. ແຕ່ສຳລັບເວທີ Mister Universe Laos ປີນີ້ ດິນແດນແຫ່ງນັ້ນໄດ້ສົ່ງຕົວແທນຊາຍໜຸ່ມທີ່ເຕັມໄປດ້ວຍຄວາມອົບອຸ່ນ, ຄວາມເຂັ້ມແຂງ ແລະ ວິໄສທັດທີ່ເລິກເຊິ່ງເຂົ້າຮ່ວມຊິງໄຊ. ເຮົາກຳລັງເວົ້າເຖິງ “ທອງ – ທອງວັນ ແດງວິລະເສນ” ຊາຍໜຸ່ມໄວ 24 ປີ ຕົວແທນຈາກ ແຂວງຜົ້ງສາລີ...
ຖ້າເວົ້າເຖິງເດັກໜຸ່ມໃນໄວ 18 ປີ ຫຼາຍຄົນອາດຈະນຶກເຖິງຊ່ວງເວລາແຫ່ງການຄົ້ນຫາຕົວເອງ ແລະ ການໃຊ້ຊີວິດໄວລຸ້ນໃຫ້ເຕັມທີ່. ແຕ່ສຳລັບ “ດີ່ດີ້ – ລັດທະພົນ ສີລິຈັນໂທ” ໜຸ່ມນ້ອຍຈາກນະຄອນຫຼວງວຽງຈັນ ຜູ້ທີ່ໄດ້ຮັບໂອກາດເປັນຕົວແທນ ແຂວງອຸດົມໄຊ ໃນເວທີ Mister Universe Laos ປີນີ້ ລາວກັບມີເລື່ອງລາວຊີວິດທີ່ເຕັມໄປດ້ວຍປະສົບການທີ່ໜ້າທຶ່ງ ທັງການເປັນນັກດົນຕີລະດັບຊາດ ແລະ ການເປັນຈິດອາສາຊ່ວຍເຫຼືອສັງຄົມ....
ຖ້າຈະຖາມຫາຜູ້ຊາຍທີ່ຢູ່ໃກ້ແລ້ວມີແຕ່ສຽງຫົວ ແລະ ຄວາມສະບາຍໃຈ ເຊື່ອແນ່ວ່າ “ອານຸ ອານຸລັກ ພັນທະວົງ” ຊາຍໜຸ່ມໄວ 24 ປີ ຈາກເມືອງມໍລະດົກໂລກ ຫຼວງພະບາງ ຄົນນີ້ ຈະຕ້ອງເປັນໜຶ່ງໃນນັ້ນຢ່າງແນ່ນອນ. ປີນີ້ ລາວໄດ້ຮັບໂອກາດຄັ້ງສຳຄັນ ໃນການກ້າວຂຶ້ນມາເປັນຕົວແທນໃຫ້ກັບ “ແຂວງບໍ່ແກ້ວ” ເພື່ອຮ່ວມຊິງໄຊໃນເວທີ Mister Universe Laos. ພາຍໃຕ້ບົດບາດພະນັກງານບໍລິສັດເອກະຊົນໃນນະຄອນຫຼວງວຽງຈັນ,...
ພວກເຮົາໃຊ້ຄຸກກີ້ເພື່ອປັບປຸງປະສົບການ ແລະ ນຳສະເໜີເນື້ອຫາທີ່ຖືກໃຈທ່ານ.