ເຄີຍຖືກຖິ້ມຍ້ອນເຂົາເບິ່ງວ່າ ບໍ່ມີອະນາຄົດບໍ່ ຖ້າເຄີຍເຈິ ລອງຟັງ ຈື່ໄດ້ບໍ່ – SWAGWAZZ

ແບ່ງປັນ

ເຄີຍຖືກຖິ້ມຍ້ອນເຂົາເບິ່ງວ່າ ບໍ່ມີອະນາຄົດບໍ່ ຖ້າເຄີຍເຈິ ລອງຟັງ ຈື່ໄດ້ບໍ່ – SWAGWAZZ

16 June 2026 5
AI Summarized

Key Takeaways:

  • ເພງ "ຈື່ໄດ້ບໍ່" ຂອງ SWAGWAZZ ກ່າວເຖິງຄວາມຮູ້ສຶກເຈັບປວດເມື່ອຖືກປະຖິ້ມເພາະຖືກບອກວ່າ "ເຮົາບໍ່ມີອະນາຄົດ".
  • ເນື້ອເພງໄດ້ເລົ່າເຖິງປະສົບການຂອງບຸກຄົນທີ່ເຄີຍຖືກເບິ່ງຂ້າມ ແລະ ປະສົບກັບຄວາມຜິດຫວັງໃນອະດີດ.
  • ຄວາມເຈັບປວດຈາກການຖືກປະຖິ້ມໄດ້ກາຍເປັນແຮງຜັກດັນໃຫ້ເກີດການປ່ຽນແປງຊີວິດ ແລະ ຄວາມຕັ້ງໃຈທີ່ຈະປະສົບຜົນສຳເລັດ.
  • ເພງນີ້ສື່ໃຫ້ເຫັນວ່າການອົກຫັກຍ້ອນຄວາມຂາດເຂີນດ້ານການເງິນສາມາດກາຍເປັນພະລັງໄດ້ ຖ້າຮູ້ຈັກນຳໃຊ້.
  • ເມື່ອປະສົບຜົນສຳເລັດ, ຜູ້ຖຶກຖິ້ມໃນອະດີດສາມາດພູມໃຈກັບຊີວິດໃໝ່ ແລະ ປ່ອຍໃຫ້ຄົນທີ່ເຄີຍປະຖິ້ມເບິ່ງຢູ່ຫ່າງໆ.

ເອົາແທ້ໆໃດ ຖ້າໃຜເຄີຍເຈິຄວາມຮູ້ສຶກທີ່ບໍ່ດີແບບເພງ ຈື່ໄດ້ບໍ່ ຂອງ SWAGWAZZ ຄົງຈະຮູ້ສຶກແບບວ່າໂຫ… ມັນໂຄດບໍ່ດີ ແລະ ມັນແທງໃຈສຸດໆທີ່ເລີກກັນຍ້ອນເຂົາວ່າ ເຮົາບໍ່ມີອະນາຄົດ. ເພາະມັນເປັນອະດີດທີ່ບໍ່ມີໃຜຢາກໃຫ້ເປັນ ແລະ ເກີດຂຶ້ນໃນເລື່ອງຄວາມຮັກຄວາມສຳພັນດອກ.

ເພງ ຈື່ໄດ້ບໍ່ ໄດ້ເລົ່າເຖິງເລື່ອງລາວຂອງເດັກນ້ອຍຄົນໜຶ່ງທີ່ເຄີຍຖືກເບິ່ງຂ້າມ, ຖືກຖິ້ມໃຫ້ຈົມຢູ່ກັບຄວາມຜິດຫວັງ ເພາະເສັ້ນທາງທີ່ກຳລັງຍ່າງໃນຕອນນັ້ນມັນລຳບາກ ບໍ່ມີຄວາມສະບາຍໃຫ້ເຂົາຄືຄົນອື່ນ.

ພໍຮອດມື້ທີ່ເຂົາບໍ່ເອົາເຮົາແລ້ວ ແລະ ເລືອກຫັນຫຼັງຍ່າງໄປຫາຄົນທີ່ໝັ້ນຄົງກວ່າ ຄວາມຮູ້ສຶກຕອນນັ້ນມັນໂຄດຈະເຈັບ ແຕ່ກໍຍ້ອນຄວາມເຈັບນັ້ນແຫຼະ ທີ່ປ່ຽນເປັນແຮງຖີບ ເຮັດໃຫ້ໂຕເຮົາເອງຢາກປ່ຽນເສັ້ນທາງຊີວິດໃໝ່ ເຮັດໃຫ້ເຮົາຕ້ອງຍອມຕື່ນແຕ່ເຊົ້າມາທຳຕາມຝັນ, ໃນວັນທີ່ຄົນອື່ນເລືອກໃຊ້ຊີວິດທ່ຽວຫຼິ້ນໄປຊື່ໆ ແຕ່ກັບໂຕເຮົາເອງນັ້ນມີເປົ້າໝາຍດຽວໃນຫົວຄື ຕ້ອງມີເງິນ ແລະ ລົບຄຳດູຖູກນັ້ນໃຫ້ໄດ້.

ມ່ວນຊວນຟັງ ຄິດວ່າເລື່ອງລາວຮ້າຍໆໃນມື້ນັ້ນມັນກໍໄດ້ສອນໃຫ້ເຮົາເຕີບໃຫຍ່ຂຶ້ນໃດ ພໍຕັດມາພາບປັດຈຸບັນ ເວລາໄດ້ມາເຈິໜ້າກັນ ກໍພຽງຢາກຖາມກັບເຂົາວ່າ ເຈົ້າຈື່ໄດ້ບໍ່? ເຊິ່ງແນ່ນອນຢູ່ແລ້ວວ່າເຂົາຄົງບໍ່ຈື່ດອກ ເພາະຄົນທີ່ຖິ້ມມັກຈະລືມ ແຕ່ຄົນທີ່ຖືກຖິ້ມຄືຈື່ທຸກລາຍລະອຽດ.

ອ່ານຕື່ມ:  ຢາກຟັງເພງລາວເວີຊັນ Orchestra ບໍ່? ຮູ້ຈັກໂປຣເຈັກ 'ສຽງປະສານແຫ່ງມໍລະດົກລາວ' ທີ່ຈະເຮັດໃຫ້ເຈົ້າຫຼົງຮັກເພງລາວອີກຄັ້ງ

ເພງນີ້ໄດ້ສື່ໃຫ້ພວກເຮົາຮູ້ວ່າ ການອົກຫັກຍ້ອນຄວາມຈົນມັນບໍ່ໄດ້ເຮັດໃຫ້ເຮົາຕາຍ ຖ້າເຮົາຮູ້ນຳເອົາຄວາມແຄ້ນມາປ່ຽນເປັນພະລັງ. ມ່ວນຊວນຟັງ ຢາກໃຫ້ທຸກຄົນ ຂອບໃຈ ໂຕເອງຫຼາຍໆເດີ ທີ່ຜ່ານມັນມາໄດ້.

ການທີ່ເຮົາພໍໃຈ ແລະ ປະສົບຜົນສຳເລັດໃນມື້ນີ້ ທັງການຍິ້ມ-ຫົວໄດ້ກວ້າງທີ່ສຸດແມ່ນເຮົາຄືຄົນທີ່ປະສົບຜົນສຳເລັດແລ້ວ ປ່ອຍໃຫ້ເຂົາໄດ້ແຕ່ຢືນເບິ່ງເຮົາຢູ່ຫ່າງໆໂດຍທີ່ບໍ່ມີສິດໄດ້ເຂົ້າມາແຕະຕ້ອງຊີວິດໃໝ່ທີ່ໂຄດມີຄວາມສຸກຂອງເຮົານັ້ນດີແລ້ວ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.