ຍ້ອນຮອຍ 3 ປີແຫ່ງຄວາມສະຫງ່າງາມໃນ Mister Universe Laos

Key Takeaways:
- ເວທີ Mister Universe Laos ບໍ່ພຽງແຕ່ເປັນການຄົ້ນຫາຊາຍໜຸ່ມທີ່ມີຮູບຮ່າງໜ້າຕາທີ່ໂດດເດັ່ນເທົ່ານັ້ນ, ແຕ່ຍັງເປັນພື້ນທີ່ສະທ້ອນໃຫ້ເຫັນເຖິງສັກກະຍະພາບ, ຄວາມໝັ້ນໃຈ ແລະ ການເປັນຕົວແທນ "Soft Power" ຂອງຊາຍໜຸ່ມຍຸກໃໝ່ ທີ່ພ້ອມຈະນຳສະເໜີຄວາມເປັນລາວສູ່ສາຍຕາສາກົນ.
- 2023: ອາຊີ ເຮີ (Asee Her) ຜູ້ຊະນະເລີດຄົນທຳອິດຂອງເວທີ, ຕົວແທນຈາກແຂວງຜົ້ງສາລີ, ໄດ້ສ້າງມາດຕະຖານທີ່ໜ້າປະທັບໃຈໄວ້ດ້ວຍສະເໜ່ທີ່ເປັນເອກະລັກ ແລະ ຄວາມມຸ່ງໝັ້ນ.
- 2024: ເຄວິນ ຊາມຸນຕີ (Kevin Xamounty) ຕົວແທນຈາກແຂວງສາລະວັນ ໄດ້ຮັບຕຳແໜ່ງ, ພິສູດວ່າໜຸ່ມລາວມີຄວາມພ້ອມຮອບດ້ານ, ມີບຸກຄະລິກທີ່ດູດີ, ຄວາມສາມາດທີ່ຫຼາກຫຼາຍ ແລະ ຮອຍຍິ້ມທີ່ດຶງດູດ.
- 2025: ສຸກິພອນ ວົງສັກ (Sukiphon Vongsack) ຕົວແທນອຸດົມໄຊ, ໄດ້ຮັບຕຳແໜ່ງ ແລະ ໄດ້ເປັນຕົວແທນໄປປະກວດ Mister International 2025 ທີ່ປະເທດໄທ, ເຊິ່ງຖືເປັນກ້າວສຳຄັນໃນການຊຸກຍູ້ວົງການຊາຍງາມລາວ.
- MISTER UNIVERSE LAOS 2026 ມາພ້ອມຄອນເຊັບ "Own Your Power, Stand Stronger" ໂດຍຜູ້ເຂົ້າປະກວດທັງໝົດຕ້ອງຜ່ານ 3 ບົດທົດສອບສຸດຫີນ: The Photoshoot Challenge, The Insight Interview, ແລະ The Runway Showdown ເພື່ອເຂົ້າຮອບ 18 ຄົນສຸດທ້າຍ.
ເວທີ Mister Universe Laos ບໍ່ພຽງແຕ່ເປັນການຄົ້ນຫາຊາຍໜຸ່ມທີ່ມີຮູບຮ່າງໜ້າຕາທີ່ໂດດເດັ່ນເທົ່ານັ້ນ, ແຕ່ຍັງເປັນພື້ນທີ່ສະທ້ອນໃຫ້ເຫັນເຖິງສັກກະຍະພາບ, ຄວາມໝັ້ນໃຈ ແລະ ການເປັນຕົວແທນ “Soft Power” ຂອງຊາຍໜຸ່ມຍຸກໃໝ່ ທີ່ພ້ອມຈະນຳສະເໜີຄວາມເປັນລາວສູ່ສາຍຕາສາກົນ.
ກ່ອນທີ່ຈະໄປຮ່ວມລຸ້ນກັບການຄັດເລືອກໃນປີນີ້, ເຮົາຢາກພາທຸກຄົນມາຍ້ອນຄວາມຫຼັງ ແລະ ຊື່ນຊົມກັບຜົນງານຂອງ 3 ໜຸ່ມຜູ້ສ້າງຕຳນານບົນເວທີແຫ່ງນີ້:
2023: ອາຊີ ເຮີ (Asee Her) ຜູ້ບຸກເບີກເສັ້ນທາງ
ໃນຖານະຜູ້ຊະນະເລີດຄົນທຳອິດຂອງເວທີ, ຕົວແທນຈາກແຂວງຜົ້ງສາລີຄົນນີ້ໄດ້ສ້າງມາດຕະຖານທີ່ໜ້າປະທັບໃຈໄວ້. ອາຊີ ບໍ່ພຽງແຕ່ມີສະເໜ່ທີ່ເປັນເອກະລັກ, ແຕ່ຍັງເຕັມປ່ຽມໄປດ້ວຍຄວາມມຸ່ງໝັ້ນ ທີ່ເຮັດໃຫ້ແຟນໆໄດ້ເຫັນເຖິງທິດທາງໃໝ່ໆ ຂອງວົງການຊາຍງາມໃນບ້ານເຮົາ.
2024: ເຄວິນ ຊາມຸນຕີ (Kevin Xamounty) ສືບສານຄວາມສະຫງ່າງາມ
ປີຕໍ່ມາ, ເຄວິນ ຕົວແທນຈາກແຂວງສາລະວັນ ໄດ້ກ້າວຂຶ້ນມາຮັບຕຳແໜ່ງຢ່າງສົມກຽດ. ດ້ວຍບຸກຄະລິກທີ່ດູດີ, ຄວາມສາມາດທີ່ຫຼາກຫຼາຍ ແລະ ຮອຍຍິ້ມທີ່ດຶງດູດ, ເຄວິນ ໄດ້ພິສູດໃຫ້ເຫັນວ່າໜຸ່ມລາວມີຄວາມພ້ອມຮອບດ້ານ ແລະ ສາມາດສ້າງແຮງບັນດານໃຈໃຫ້ກັບຄົນລຸ້ນໃໝ່ໄດ້ເປັນຢ່າງດີ.
2025: ສຸກິພອນ ວົງສັກ (Sukiphon Vongsack) – ກ້າວຕໍ່ເທິງເວທີສາກົນ
ສຳລັບປີລ່າສຸດ, “ສຸກີ້” ຕົວແທນອຸດົມໄຊ ໄດ້ຄວ້າໃຈກຳມະການ ແລະ ແຟນຄລັບໄປຢ່າງລົ້ນຫຼາມ. ຄວາມພິເສດຂອງປີນີ້ຄືການທີ່ສຸກີ້ໄດ້ແບກຄວາມຫວັງ ແລະ ຄວາມພາກພູມໃຈຂອງຄົນລາວ ໄປປະກາດສັກດາບົນເວທີລະດັບໂລກຢ່າງ Mister International 2025 ທີ່ປະເທດໄທ ເຊິ່ງຖືເປັນກ້າວສຳຄັນໃນການຊຸກຍູ້ວົງການຊາຍງາມລາວໃຫ້ເປັນທີ່ຮູ້ຈັກກວ້າງຂວາງຂຶ້ນ.

ກ້າວສູ່ປີ 2026 “Own Your Power, Stand Stronger”
ແລະປີນີ້ MISTER UNIVERSE LAOS 2026 ກໍກັບມາແລ້ວ ພ້ອມກັບຄອນເຊັບ “Own Your Power, Stand Stronger” ເຊິ່ງປີນີ້ຈະແຕກຕ່າງຈາກປີທີ່ຜ່ານມາ ຄືຜູ້ເຂົ້າປະກວດທັງໝົດໃນຮອບຄັດເລືອກຕ້ອງຜ່ານບົດທົດສອບສຸດຫີນທັງໝົດ 3 ຂັ້ນຕອນເພື່ອພິສູດສັກກະຍະພາບກ່ອນທີ່ຈະຜ່ານເຂົ້າໄປເປັນ 18 ຄົນສຸດທ້າຍ:
- Station 1: The Photoshoot Challenge – ບົດທົດສອບການສະແດງອອກຕໍ່ໜ້າກ້ອງ ຄວາມເປະ ແລະ ສະເໜ່ໃນການຖ່າຍພາບ.
- Station 2: The Insight Interview – ບົດທົດສອບທັດສະນະຄະຕິ ໄຫວພິບ ແລະ ຄວາມຄິດ ຜ່ານການສຳພາດແບບເຈາະລຶກ.
- Station 3: The Runway Showdown – ບົດທົດສອບຄວາມໝັ້ນໃຈ ການເດີນ ແລະ Performance ທີ່ຈະມາສະກົດທຸກສາຍຕາ.
ເຊິ່ງຕອນນີ້ກອງປະກວດກໍຍັງຮັບຕອນນີ້ ຈົນເຖິງ ວັນທີ 12 ມິຖຸນາ 2026 ນີ້ ເຊິ່ງວັນຄັດເລືອກຈະແມ່ນວັນທີ ວັນທີ 13 ມິຖຸນາ 2026 ນີ້ ທີ່ ໂຮງແຮມ ອາມາຣີ ວຽງຈັນ, ໃຜຈະສາມາດຜ່ານດ່ານທັງ 3 Station ສຸດທ້າທາຍນີ້ໄປໄດ້? ມາຮ່ວມສົ່ງກຳລັງໃຈໃຫ້ໜຸ່ມໆທຸກຄົນໄປພ້ອມໆກັນ.