The Crown Exclusive

???? Lao Pageant, Lao Idol, Lao Model, Lao Fashion, Style. ກອງປະກວດ, ນາງແບບນາຍແບບ, ແຟຊັນ ແລະ ສະໄຕລ໌ ເພື່ອສົ່ງເສີມຄວາມໝັ້ນໃຈ ກ້າສະແດງອອກຢ່າງສ້າງສັນ.

157 ບົດຄວາມ

ຈາກ Top 10 Mister Teen ສູ່ຕົວແທນໄຊສົມບູນ ທາເຄຊິ ພັດທະພົງ ກັບເສັ້ນທາງທີ່ທ້າທາຍກວ່າເກົ່າ

ຖ້າເວົ້າເຖິງຊາຍໜຸ່ມທີ່ມາພ້ອມກັບຮອຍຍິ້ມທີ່ເປັນເອກະລັກ ແລະ ຄວາມໝັ້ນໃຈທີ່ເຕັມປ່ຽມ ເຊື່ອວ່າຫຼາຍຄົນທີ່ຕິດຕາມວົງການປະກວດອາດຈະຄຸ້ນໜ້າຄຸ້ນຕາລາວຄົນນີ້ເປັນຢ່າງດີ. ທາເຄຊິ – ພັດທະພົງ ຫລວງໂຄດ ຊາຍໜຸ່ມໄວ 20 ປີ ຈາກນະຄອນຫຼວງວຽງຈັນ ທີ່ປີນີ້ຂໍກ້າວຂຶ້ນມາຮັບບົດບາດໃໝ່ອັນຍິ່ງໃຫຍ່ ໃນການເປັນຕົວແທນໃຫ້ກັບ ແຂວງໄຊສົມບູນ ເພື່ອພິສູດຕົວເອງອີກຄັ້ງເທິງເວທີລະດັບປະເທດ. ຈາກອະດີດຜູ້ເຂົ້າຮອບ Top 10 Mister Teen Laos 2025...

ເປີດໂປຣໄຟລ໌ ອາເລັກ ອາດີສັກ ຕົວແທນເມືອງທ່າແຂກ Mister Universe Laos

ເມື່ອເວົ້າເຖິງການປະກວດໃນເວທີລະດັບປະເທດ ຫຼາຍຄົນອາດຈະຄິດເຖິງປະສົບການທີ່ໜັກແໜ້ນ ຫຼື ຄວາມໝັ້ນໃຈທີ່ເຕັມຮ້ອຍ. ແຕ່ສຳລັບ ອາເລັກ – ອາດີສັກ ແສງສະຫວັດ ໜຸ່ມນ້ອຍໄວພຽງ 18 ປີ ຈາກນະຄອນຫຼວງວຽງຈັນ ຜູ້ທີ່ໄດ້ຮັບໂອກາດເປັນຕົວແທນໃຫ້ກັບ ເມືອງທ່າແຂກ ໃນເວທີ Mister Universe Laos ປີນີ້, ເສັ້ນທາງຂອງລາວເລີ່ມຕົ້ນຈາກສິ່ງທີ່ລຽບງ່າຍທີ່ສຸດ ນັ້ນກໍຄືຄວາມກ້າທີ່ຈະລອງເຮັດໃນສິ່ງທີ່ບໍ່ເຄີຍເຮັດ. ມື້ນີ້,...

ພາສ່ອງ ນາໂນ ສີບຸນເລື່ອງ ຈາກເດັກນ້ອຍບ້ານນອກຂີ້ອາຍສູ່ຜູ້ເຂົ້າປະກວດ Mister Universe Laos 2026

ເມື່ອເວົ້າເຖິງຜູ້ເຂົ້າປະກວດໃນເວທີລະດັບປະເທດ ຫຼາຍຄົນອາດຈະຕິດພາບຊາຍໜຸ່ມທີ່ເຕັມໄປດ້ວຍຄວາມໝັ້ນໃຈມາແຕ່ເກີດ. ແຕ່ສຳລັບ ນາໂນ – ໂນະ ສີບຸນເລື່ອງ ຊາຍໜຸ່ມໄວ 22 ປີ ຕົວແທນຈາກແຂວງບໍລິຄຳໄຊຄົນນີ້ ເສັ້ນທາງຂອງລາວເລີ່ມຕົ້ນຈາກການເປັນພຽງເດັກນ້ອຍບ້ານນອກທີ່ຂີ້ອາຍ, ເຄີຍຫຼົງທາງ ແລະ ຖືກກົດດັນຈາກຄວາມຄາດຫວັງ. ມື້ນີ້ ມ່ວນຈະພາທຸກຄົນມາຮູ້ຈັກກັບຕົວຕົນ, ຄວາມຝັນ ແລະ ແຮງບັນດານໃຈ ທີ່ເຮັດໃຫ້ໜຸ່ມ Introvert ຜູ້ຮັກການອ່ານຄົນນີ້...

ລາວແມ່ນໃຜ? ພາສ່ອງ ເຈມມີ່ ໄຊສົມພອນ ເດັກໜຸ່ມ 19 ປີ ທີ່ຫອບຄວາມຝັນຈາກປາກເຊ ສູ່ເວທີ Mister Universe Laos

ຫຼາຍຄັ້ງທີ່ຈຸດເລີ່ມຕົ້ນຂອງ “ຄວາມຍິ່ງໃຫຍ່” ບໍ່ໄດ້ເລີ່ມຈາກຄວາມພ້ອມແບບຮ້ອຍເປີເຊັນ ແຕ່ມັນເກີດຈາກ “ຄວາມກ້າ” ທີ່ຈະຍ່າງອອກຈາກກອບເດີມໆ. ເຊັ່ນດຽວກັບເລື່ອງລາວຂອງເດັກໜຸ່ມໄວ 19 ປີ ທີ່ຫອບເອົາຄວາມຝັນເດີນທາງໄກຈາກນະຄອນປາກເຊ ແຂວງຈຳປາສັກ. ໄລຍະທາງອາດຈະເຮັດໃຫ້ລາວຮູ້ສຶກຫ່າງໄກຈາກບ້ານ ແຕ່ມັນຊ້ຳພັດຫຍັບເຂົ້າໃກ້ໂອກາດທີ່ລາວຈະບໍ່ມີວັນຍອມປ່ອຍໃຫ້ຜ່ານໄປ. ເມື່ອວິນາທີທີ່ຊື່ຂອງລາວຖືກປະກາດອອກມາ ມັນບໍ່ແມ່ນພຽງແຕ່ຄວາມດີໃຈ ແຕ່ມັນຄືເຄື່ອງຢືນຢັນວ່າ ລາວສາມາດເຮັດຕາມຄວາມຝັນໄດ້ສຳເລັດໄປອີກໜຶ່ງກ້າວແລ້ວ. ມື້ນີ້ ມ່ວນຈະພາໄປເຈາະເລິກ ແລະ ທຳຄວາມຮູ້ຈັກກັບໂລກຂອງ ເຈມມີ່-ໄຊສົມພອນ ເພັດແພງລາສີ...

ລືມຣັນເວທຳມະດາ Louis Vuitton ຍົກທະເລມາໄວ້ກາງປາຣີກັບ Spring-Summer 2027 Men’s Collection

ເຄີຍຈິນຕະນາການບໍ່ວ່າ ຖ້າເຮົາຍົກຫາດຊາຍ ແລະ ກຽວຄື້ນສີຄາມມາໄວ້ກາງນະຄອນຫຼວງປາຣີ ມັນຈະອອກມາເປັນແນວໃດ? ບອກເລີຍວ່າ Pharrell Williams ເຮັດໃຫ້ມັນເກີດຂຶ້ນແລ້ວ ດ້ວຍການເນລະມິດຣັນເວໂຊ Spring-Summer 2027 Men’s Collection ໃຫ້ກາຍເປັນຫາດຊາຍ ແລະ ຄື້ນຍັກສຸດອະລັງການ ມອບປະສົບການເໜືອຈິງຄືກັບພາຜູ້ຊົມຫຼຸດເຂົ້າໄປຢ่ູອີກໂລກໜຶ່ງເມື່ອວັນທີ 23 ມິຖຸນາ 2026 ທີ່ຜ່ານມາ. ມື້ນີ້...

ຢາກໃຫ້ຮູ້ຈັກລາວຫຼາຍກວ່າຫຸ່ນແໜ້ນໆ — ອາໂກຍ ວັນນະກອນ ຕົວແທນເມືອງປາກເຊ Mister Universe Laos 2026

“ຊີວິດຂອງເຮົາມັນສາມາດດີຂຶ້ນໄດ້ອີກເລື້ອຍໆ” ປະໂຫຍກສັ້ນໆ ແຕ່ເຕັມໄປດ້ວຍພະລັງນີ້ ສະທ້ອນໃຫ້ເຫັນເຖິງແນວຄິດທີ່ບໍ່ເຄີຍຢຸດພັດທະນາຂອງຊາຍໜຸ່ມຄົນໜຶ່ງ. ພາຍໃຕ້ພາບລັກທີ່ເບິ່ງທັນສະໄໝ ແລະ ຮອຍຍິ້ມທີ່ເຂົ້າຫາງ່າຍ ລາວໄດ້ເຊື່ອງຄວາມມຸ່ງໝັ້ນ, ລະບຽບວິໄນ ແລະ ຄວາມອົດທົນທີ່ປັ້ນແຕ່ງໃຫ້ລາວກາຍເປັນຄົນທີ່ມີ “ຄວາມແຕກຕ່າງທີ່ມີສະເໜ່” ຢ່າງລົງຕົວ. ແມ່ນຄົນທີ່ເວົ້າເຖິງກໍຄື ອາໂກຍ ຫຼື ວັນນະກອນ ສຸດທະວິໄລ ຊາຍໜຸ່ມໄວ 28 ປີ ຕົວແທນຈາກເມືອງປາກເຊ ແຂວງຈຳປາສັກ....

ຕອບແນວໃດໃຫ້ໄດ້ມົງ ລວມຄຳຖາມ-ຄຳຕອບ Miss Universe ຕັ້ງແຕ່ປີ 2008-2025

ຖ້າເວົ້າເຖິງເວທີ Miss Universe, ນອກຈາກຄວາມງາມທີ່ສະກົດສາຍຕາ ກັບສະເຕັບການຍ່າງສັບໆ ແບບໄຟລຸກແລ້ວ ອີກໜຶ່ງໄຮໄລ້ທີ່ແຟນນາງງາມທົ່ວໂລກລໍຄອຍກໍຄື “ຮອບຕອບຄຳຖາມ”. ເພາະຮອບນີ້ແຫຼະຄືໂຕວັດຄວາມໄຫວພິບຂອງຜູ້ເຂົ້າປະກວດ ໃຜຈັບໄມແລ້ວຂ້າໄດ້ຂ້າ, ໃຜຕອບແລ້ວຄົນເບິ່ງຂົນຄີງລຸກກໍກຽມຮັບມົງໄປເລີຍ. ມື້ນີ້ ມ່ວນເລີຍຂໍພາທຸກຄົນມາຍ້ອນຮອຍ ເບິ່ງຄຳຖາມ-ຄຳຕອບຂອງບັນດານາງງາມຈັກກະວານຕັ້ງແຕ່ປີ 2008 ຫາ 2025 ວ່າພວກນາງພາກັນຕອບແບບໃດແນ່? 2008 : Dayana Mendoza (ເວເນຊູເອລາ)...

ປ່ຽນໜ້າວອກໃຫ້ເປັນໜ້າດີ ເປີດວິທີແຕ່ງໜ້າສູ້ແຟລັດແບບບໍ່ງໍ້ຟິວເຕີ້ໄອຈີ

ຊ່ວງນີ້ເຫັນໄວລຸ້ນ Gen Z ເພິ່ນກຳລັງຮິດເທຣນຖ່າຍຮູບເປີດແຟລັດທີ່ເປັນຟິວເຕີໄອຈີກັນແບບລົວໆ ຄືວ່າແຫຼະ ມີຟິວເຕີຊ່ວຍຊີວິດ ຈັ່ງໃດກໍສວຍ, ເປະ, ປັງ ແລະ ລອດທຸກສະຖານະການຢູ່ແລ້ວ ແຕ່ຕັດພາບມາທີ່ຊີວິດຈິງ ເວລາໄປງານແຕ່ງ, ປາຕີ້ກາງຄືນ ຫຼື ໄປຊິວກັບແກ້ງໝູ່ ລະຖືກໝູ່ແກງ ອັບຮູບກ້ອງສົດເປີດແຟລັດແບບບໍ່ມີຟິວເຕີຊ່ວຍ ບອກເລີຍວ່າ ຕໍ່ໃຫ້ໂບກເມກອັບມາແໜ້ນ ມາຈັດເຕັມສ່ຳໃດ ເຈິແສງແຟລັດສາດເຂົ້າໄປບາດດຽວ ຮັບຮອງວ່າໜ້າລອຍມາແຕ່ໜ້າປາກຊອຍແນ່ນອນ....

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.