ເລີ່ມຕົ້ນຈາກສູນແລ້ວແນວໃດ? ແມ່ນຫຍັງຄືເບື້ອງຫຼັງທີ່ພາ ເຄ ແສງອາທິດ ກ້າວຂຶ້ນເວທີ Mister Universe Laos?

Key Takeaways:
- ເຄ - ແສງອາທິດ, ຕົວແທນແຂວງຫົວພັນໃນເວທີ Mister Universe Laos, ເລີ່ມຕົ້ນຈາກການເປັນພະນັກງານບໍລິການ ແລະ ຕັດສິນໃຈກ້າວອອກຈາກ Comfort Zone ເພື່ອທະລາຍກຳແພງຄວາມຢ້ານຂອງຕົນເອງ.
- ນອກຈາກການເຮັດວຽກ, ເຄ ຍັງເປັນຄົນມຸ່ງໝັ້ນ, ອົດທົນ, ຮັກການອອກກຳລັງກາຍ, ຫຼິ່ນກິລາໄດ້ຫຼາກຫຼາຍ ແລະ ມັກຟັງ Podcast. ງານອະດິເລກທີ່ເປັນເອກະລັກຄືການຖ່າຍຮູບທ້ອງຟ້າ.
- ແຮງບັນດານໃຈສຳຄັນຂອງເຄ ຄືພໍ່ ແລະ ແມ່, ຜູ້ທີ່ເຮັດທຸກສິ່ງທຸກຢ່າງໃຫ້ລາວສະເໝີມາ, ເຊິ່ງເປັນແຮງຍູ້ດັນໃຫ້ລາວຢາກພັດທະນາຕົນເອງ.
- Mister Universe Laos ເປັນເວທີທຳອິດ ແລະ ປະສົບການຄັ້ງທຳອິດຂອງເຄໃນວົງການບັນເທີງ, ໂດຍລາວບໍ່ເຄີຍມີປະສົບການມາກ່ອນ, ລາວຕັດສິນໃຈຍື່ນສະໝັກເພື່ອຢາກກ້າວຂ້າມຂີດຈຳກັດຂອງຕົນເອງ.
- ເຄ ຢາກເປັນຕົວແທນຂອງຊາຍລາວຍຸກໃໝ່ທີ່ກ້າສະແດງອອກ, ເຜີຍແຜ່ຄຸນຄ່າ "ຊາຍລາວ ມີດີກວ່າທີ່ຄິດ" ແລະ ຖ້າມໄດ້ຮັບຕຳແໜ່ງ, ຈະເປັນກະບອກສຽງຊ່ວຍເຫຼືອສັງຄົມ.
ໃນໂລກຂອງການປະກວດ ຫຼາຍຄົນອາດຈະຄິດວ່າຜູ້ທີ່ກ້າວຂຶ້ນມາຢືນເທິງເວທີລະດັບປະເທດໄດ້ ຈະຕ້ອງເຕັມໄປດ້ວຍປະສົບການ ຫຼື ຜ່ານງານໃນວົງການບັນເທີງມາແລ້ວຢ່າງໂຊກໂຊນ. ແຕ່ສຳລັບ “ເຄ – ແສງອາທິດ” ຊາຍໜຸ່ມໄວ 26 ປີ ຈາກນະຄອນຫຼວງວຽງຈັນ ຜູ້ທີ່ໄດ້ຮັບກຽດເປັນຕົວແທນ ແຂວງຫົວພັນ ໃນເວທີ Mister Universe Laos ປີນີ້, ເສັ້ນທາງຂອງລາວເລີ່ມຕົ້ນຈາກ “ສູນ” ຢ່າງແທ້ຈິງ.
ພາຍໃຕ້ບົດບາດພະນັກງານປ່ອງບໍລິການ ທີ່ບໍລິສັດຂົນສົ່ງຮຸ່ງອາລຸນ ຊາຍໜຸ່ມຜູ້ມີຮອຍຍິ້ມເປັນເອກະລັກຄົນນີ້ ໄດ້ຕັດສິນໃຈຄັ້ງຍິ່ງໃຫຍ່ໃນການກ້າວອອກຈາກເຊຟໂຊນເພື່ອທະລາຍກຳແພງຄວາມຢ້ານກົວຂອງຕົນເອງ. ມື້ນີ້ ມ່ວນຈະພາທຸກຄົນມາທຳຄວາມຮູ້ຈັກກັບຕົວຕົນ ແລະ ແຮງບັນດານໃຈ ທີ່ເຮັດໃຫ້ໜຸ່ມຂີ້ອາຍຄົນນີ້ ກ້າທີ່ຈະປ່ຽນແປງຕົນເອງ.

ຊີວິດປະຈຳວັນຂອງ ເຄ ນອກຈາກການຕັ້ງໃຈເຮັດວຽກບໍລິການແລ້ວ ລາວເປັນຄົນທີ່ມຸ່ງໝັ້ນ, ອົດທົນ ແລະ ມັກຄວາມມ່ວນຊື່ນ. ລາວເປັນໜຸ່ມທີ່ຮັກໃນການອອກກຳລັງກາຍ ແລະ ສາມາດຫຼິ້ນກິລາໄດ້ຫຼາກຫຼາຍປະເພດ ທັງຕີດອກປີກໄກ່, ແລ່ນ, ລອຍນໍ້າ ແຕ່ສິ່ງທີ່ລາວຫຼົງໄຫຼທີ່ສຸດມາຕັ້ງແຕ່ນ້ອຍ ກໍຄື “ກິລາບານເຕະ”. ເວລາຫວ່າງ ລາວມັກຈະພັກຜ່ອນດ້ວຍການຟັງ Podcast ເພື່ອເຕີມເຕັມແນວຄິດໃໝ່ໆໃຫ້ກັບຕົນເອງ.
ແຕ່ສິ່ງທີ່ເຮັດໃຫ້ຫຼາຍຄົນອາດຈະຄາດບໍ່ເຖິງ ແລະ ຖືເປັນມຸມໜ້າຮັກໆທີ່ຂັດກັບພາບລັກໜຸ່ມນັກກິລາກໍຄື ງານອະດິເລກຂອງລາວ. ເຄ ເປັນຜູ້ຊາຍທີ່ມັກ “ເບິ່ງວິວທ້ອງຟ້າ ແລະ ຖ່າຍຮູບເກັບໄວ້” ເຊິ່ງມັນສະທ້ອນໃຫ້ເຫັນເຖິງມຸມມອງຄວາມອ່ອນໂຍນ ແລະ ການຮູ້ຈັກຊື່ນຊົມກັບຄວາມງາມທີ່ລຽບງ່າຍອ້ອມຕົວ. ບວກກັບຈຸດເດັ່ນຂອງລາວທີ່ມັກຈະມີ “ຮອຍຍິ້ມ” ມອບໃຫ້ກັບທຸກຄົນສະເໝີ ເຮັດໃຫ້ລາວເປັນຊາຍໜຸ່ມທີ່ເຂົ້າເຖິງງ່າຍ ແລະ ເຕັມໄປດ້ວຍພະລັງງານບວກ.
ເມື່ອຖາມເຖິງບຸກຄົນທີ່ເປັນແຮງບັນດານໃຈ, ເຄບໍ່ໄດ້ເລືອກຄົນດັງລະດັບໂລກ ແຕ່ລາວເລືອກ “ພໍ່ ແລະ ແມ່” ຂອງຕົນເອງ.
ຍ້ອນນ້ອງເຫັນເພິ່ນທັງສອງເຮັດທຸກສິ່ງທຸກຢ່າງໃຫ້ນ້ອງມາຕະຫຼອດ. ເຖິງຄອບຄົວເຮົາຈະບໍ່ໄດ້ລວຍລົ້ນຟ້າ ແຕ່ເພິ່ນກໍບໍ່ເຄີຍເຮັດໃຫ້ນ້ອງຮູ້ສຶກວ່າຕົນເອງນ້ອຍໜ້າໄປກວ່າຄົນອື່ນເລີຍ.
ຄວາມຮັກ ແລະ ຄວາມເສຍສະຫຼະຂອງພໍ່ແມ່ ນີ້ເອງ ທີ່ເປັນແຮງຍູ້ດັນສຳຄັນ ໃຫ້ລາວຢາກຈະພັດທະນາຕົນເອງເພື່ອສ້າງຊີວິດທີ່ດີຂຶ້ນໃນອະນາຄົດ.

Mister Universe Laos ແມ່ນເວທີທຳອິດ ແລະ ເປັນປະສົບການຄັ້ງທຳອິດໃນຊີວິດຂອງ ເຄ ໃນວົງການບັນເທີງ. ລາວບໍ່ເຄີຍຜ່ານການຍ່າງແບບ, ບໍ່ເຄີຍປະກວດ ແລະ ບໍ່ເຄີຍສະແດງຫຍັງມາກ່ອນ.
ເຫດຜົນດຽວທີ່ເຮັດໃຫ້ລາວຕັດສິນໃຈຍື່ນໃບສະໝັກ ຄືການຢາກ “ກ້າວຂ້າມຂີດຈຳກັດຂອງຕົນເອງ”. ຈາກທີ່ເຄີຍເປັນຄົນຂີ້ອາຍ ບໍ່ກ້າສະແດງອອກ ລາວຢາກທ້າທາຍຕົນເອງ ແລະ ລອງກ້າວເຂົ້າມາເປັນສ່ວນໜຶ່ງຂອງວົງການນີ້.
ຕອນທີ່ຮູ້ວ່າຜ່ານເຂົ້າຮອບ ຮູ້ສຶກດີໃຈ ແລະ ພູມໃຈຫຼາຍ ທີ່ສາມາດທຳລາຍກຳແພງຄວາມອາຍຂອງຕົນເອງມາໄດ້. ການປະກວດຄັ້ງນີ້ນ້ອງຕັ້ງໃຈໄວ້ຫຼາຍ ເພາະມັນເປັນບາດກ້າວສຳຄັນ ທີ່ຈະເຮັດໃຫ້ນ້ອງມີຊີວິດທີ່ດີຂຶ້ນໃນຫຼາຍໆດ້ານ ແລະ ຢາກພິສູດໃຫ້ທຸກຄົນເຫັນວ່າ ເຮົາກໍມີດີໃນແບບຂອງຕົນເອງ.
ໃນຖານະຕົວແທນຂອງແຂວງຫົວພັນ, ເຄ ຢາກເປັນຕົວແທນຂອງຊາຍລາວຍຸກໃໝ່ ທີ່ກ້າສະແດງອອກ ແລະ ຢາກເຜີຍແຜ່ໃຫ້ຊາວຕ່າງຊາດໄດ້ຮັບຮູ້ວ່າ “ຊາຍລາວ ມີດີກວ່າທີ່ຄິດ”.
ຫາກລາວໄດ້ຮັບຕຳແໜ່ງ, ຄວາມຕັ້ງໃຈອັນແຮງກ້າຂອງລາວຄື ການເປັນກະບອກສຽງໃຫ້ກັບອົງກອນຕ່າງໆໃນສັງຄົມ ບໍ່ວ່າຈະເປັນການສົ່ງເສີມວັດທະນະທຳ, ການຊ່ວຍເຫຼືອເດັກນ້ອຍ ແລະ ການລົງມືຊ່ວຍເຫຼືອອົງກອນສຳລັບຜູ້ພິການ ເພື່ອສ້າງຜົນປະໂຫຍດທີ່ແທ້ຈິງໃຫ້ກັບສັງຄົມ.

ສຳລັບຊາຍໜຸ່ມຄົນນີ້, ຄວາມເປັນ “ສຸພາບບຸລຸດ” ບໍ່ແມ່ນເລື່ອງຂອງຮູບລັກສະນະ ແຕ່ມັນຄືເລື່ອງຂອງທັດສະນະຄະຕິ:
ສຸພາບບຸລຸດ ຄືການຮູ້ຈັກໃຫ້ກຽດຜູ້ອື່ນ. ບໍ່ວ່າຄົນໆນັ້ນຈະແມ່ນໃຜ, ຢູ່ຖານະໃດ, ເປັນແບບໃດ ຫຼື ເພດໃດ ກໍຕ້ອງໃຫ້ກຽດເຊິ່ງກັນ ແລະ ກັນສະເໝີ.
ກ່ອນຈາກກັນ, ໜຸ່ມຮອຍຍິ້ມມີສະເໜ່ຄົນນີ້ ໄດ້ຝາກຂໍ້ຄວາມເຖິງເຍົາວະຊົນ ແລະ ຄົນທີ່ກຳລັງໄລ່ຕາມຄວາມຝັນໄວ້ຢ່າງໜ້າຄິດວ່າ:
ຢາກບອກເຖິງທຸກຄົນທີ່ກຳລັງໄລ່ຕາມຄວາມຝັນວ່າ ຕ້ອງກ້າທີ່ຈະລອງ, ກ້າທີ່ຈະເຮັດ. ບໍ່ວ່າປາຍທາງຈະອອກມາເປັນແບບໃດ ກໍຂໍແຕ່ໃຫ້ເຮັດເຕັມທີ່ໃນປັດຈຸບັນກໍພໍ.
ມາຮ່ວມສົ່ງກຳລັງໃຈໃຫ້ກັບ ຊາຍໜຸ່ມຜູ້ເລີ່ມຕົ້ນຈາກສູນ ແຕ່ພ້ອມຈະພິສູດຕົນເອງດ້ວຍຄວາມຕັ້ງໃຈທີ່ເຕັມຮ້ອຍ! ຝາກຕິດຕາມ ແລະ ເຊຍ “ເຄ – ແສງອາທິດ” ຕົວແທນຈາກແຂວງຫົວພັນ (Mister Universe Houaphanh) ແລະ ໝູ່ເພື່ອນຜູ້ເຂົ້າປະກວດອີກ 25 ຄົນ ໃນເວທີ Mister Universe Laos ປີນີ້ໄປພ້ອມໆກັນ!
