ລອງຈິນຕະນາການເຖິງການເປີດປະຕູຕູ້ເສື້ອຜ້າ ແລ້ວພົບວ່າຕົວເອງບໍ່ໄດ້ກ້າວເຂົ້າສູ່ຫ້ອງແຕ່ງຕົວທຳມະດາໆ ແຕ່ກຳລັງຫຼຸດເຂົ້າໄປໃນສາກຮູບເງົາແຟນຕາຊີທີ່ຖືກຈັດແສງມາຢ່າງຕັ້ງໃຈ ນັ້ນລະຄືຄວາມຮູ້ສຶກທີ່ ‘Whimsy Fashion’ ຫຼື ສະຕາຍ Whimsical ກຳລັງມອບໃຫ້ກັບໂລກແຟຊັ່ນໃນຕອນນີ້.
ຫຼັງຈາກທີ່ເຮົາຄຸ້ນເຄີຍກັບເສື້ອຜ້າສະຕາຍມິນິມໍລຽບຫຼູ ຄຸມໂທນ ຫຼື ສະຕຣີດແວຣ໌ທີ່ເນັ້ນຄວາມຄ່ອງຕົວມາພັກໃຫຍ່ ຢູ່ໆຜູ້ຄົນກໍເລີ່ມຕັ້ງຄຳຖາມວ່າ “ເປັນຫຍັງການແຕ່ງຕົວຈຶ່ງຕ້ອງຢູ່ໃນກອບຂອງຄວາມເປັນຈິງຕະຫຼອດເວລາ?” ນີ້ຈຶ່ງເປັນຈຸດເລີ່ມຕົ້ນທີ່ເຮັດໃຫ້ແຟຊັ່ນຊວນຝັນທີ່ເນັ້ນຄວາມຂີ້ຫຼິ້ນ ແລະ ຫຼຸດກອບຈາກໂລກແຫ່ງຄວາມເປັນຈິງ ຕື່ນຂຶ້ນຈາກການຫຼັບໄຫຼ. ມັນຄືສະຕາຍທີ່ເປີດໂອກາດໃຫ້ຜູ້ໃສ່ໄດ້ຢິບເອົາຄວາມແຟນຕາຊີ ແລະ ຄວາມໂຣແມນຕິກມາເລົ່າເລື່ອງຜ່ານເສື້ອຜ້າ.

Whimsy Fashion (ຫຼື ສະຕາຍ Whimsical) ຄືເທຣນແຟຊັ່ນທີ່ເນັ້ນຄວາມຂີ້ຫຼິ້ນ, ຊວນຝັນ ແລະ ຫຼຸດກອບຈາກໂລກແຫ່ງຄວາມເປັນຈິງ ຄືກັບຫຼຸດອອກມາຈາກປຶ້ມນິທານ ຫຼື ໂລກເວດມົນ, ເປັນສະຕາຍທີ່ເປີດໂອກາດໃຫ້ຜູ້ໃສ່ໄດ້ຈັບເອົາຄວາມແຟນຕາຊີ ແລະ ຄວາມໂຣແມນຕິກມາເລົ່າເລື່ອງຜ່ານເສື້ອຜ້າ ໂດຍບໍ່ຈຳເປັນຕ້ອງຍຶດຕິດກັບຄວາມມິນິມໍ ຫຼື ສະຕຣີດແວຣ໌ແບບເດີມໆ.
ຫາກເຮົາຍ້ອນກັບໄປໃນຍຸກ 80s ຫາ 90s ໃນກະແສຂອງສຽງເພງຣັອກ ແລະ ກິ່ນອາຍຂອງວັດທະນະທຳ Pop Culture ແຟຊັ່ນຂະແໜງໜຶ່ງທີ່ຊື່ວ່າ ‘Whimsigoth’ (Whimsical ປະສົມ Gothic) ໄດ້ຖືກຳເນີດຂຶ້ນ. ເດີມທີຄຳນີ້ຖືກລິເລີ່ມໂດຍ Evan Collins ເພື່ອໃຊ້ອະທິບາຍສະຕາຍການແຕ່ງບ້ານທີ່ເບິ່ງລຶກລັບປົນໂຣແມນຕິກ ກ່ອນທີ່ມັນຈະລາມມາສູ່ວົງການແຟຊັ່ນ.
ພາບຂອງແມ່ມົດໄວລຸ້ນໃນຮູບເງົາຂອງ Tim Burton, ເລື່ອງ The Craft, ຫຼື ໄອຄອນຢ່າງ Stevie Nicks ທີ່ສວມຊຸດຍາວກຣອມຕີນ ພິ້ວໄຫວ ລຶກລັບແຕ່ກັບເບິ່ງໂຣແມນຕິກຢ່າງປະຫຼາດ ໄດ້ສ້າງແຮງບັນດານໃຈໃຫ້ຜູ້ຄົນຍຸກນັ້ນຢິບເອົາຄວາມແຟນຕາຊີມາສວມໃສ່ໃນຊີວິດຈິງ.

ແລ້ວແຟຊັ່ນແບບໃດຈຶ່ງຈະເອີ້ນວ່າ Whimsy? ຄີເວີດສຳຄັນຄື ‘ຄວາມກ້າທີ່ຈະລົ້ນ’ (Maximalism) ແບບບໍ່ເກງໃຈໃຜ ໂດຍມີອົງປະກອບຫຼັກດັ່ງນີ້:
- ເນື້ອຜ້າຊວນຝັນ (Magical Fabrics) ເຊິ່ງມັກຫຼິ້ນກັບເທັກເຈີ (Texture) ທີ່ສ້າງມິຕິ ບໍ່ວ່າຈະເປັນຜ້າທູນ (Tulle) ຟູຟ່ອງທີ່ເບິ່ງຄືກັບກຸ່ມຄວັນ, ຜ້າກຳມະຍີ່ທີ່ເບິ່ງລຶກລັບໜ້າຄົ້ນຫາ ຫຼື ລູກໄມ້ທີ່ຖັກທໍຢ່າງປານີດ.
- ດີເທລສຸດໂຣແມນຕິກ ບໍ່ວ່າຈະເປັນແຂນເສື້ອພອງໂຕແບບຕຸກກະຕາ (Puff sleeves), ຄໍເຊັດ (Corset) ທີ່ເນັ້ນສັດສ່ວນ, ໂບເສັ້ນໃຫຍ່ ຫຼື ປົກຄໍເສື້ອກວ້າງໆ ລ້ວນແຕ່ເປັນດີເທລທີ່ຂາດບໍ່ໄດ້.
- ເສດສີທີ່ຕັດກັນ ຫາກເຈົ້າເປັນ ສາຍສະຫວ່າງ (Fairy/Pastel) ໂທນສີບົວອ່ອນ ຫຼື ຟ້າໝົ່ນ ຈະປ່ຽນເຈົ້າໃຫ້ເປັນແຟຣີ່ທີ່ຍ່າງຫຼິ້ນໃນແສງ Golden Hour. ແຕ່ຫາກເຈົ້າຫຼົງໄຫຼໃນ ຄວາມດາກ (Whimsigoth) ໂທນສີໄນຍະມະນີຢ່າງມ່ວງເຂັ້ມ, ແດງເລືອດນົກ, ມໍລະກົດ ແລະ ສີດຳສະໜິດ ຈະປ່ຽນເຈົ້າໃຫ້ເປັນແມ່ມົດສາວຊົງສະເໜ່.
- ລວດລາຍ ແລະ ເຄື່ອງປະດັບກໍຈະເນັ້ນໄປທາງລາຍພິມຮູບດາວ, ພະຈັນ, ດອກໄມ້ໃຫຍ່ໆ ແມັດຊ໌ກັບເຄື່ອງປະດັບແນວວິນເທຈ ຫຼື ເກີບໃສ່ບູດຊົງແມ່ມົດ (Witchy boots) ແບບຜູກເຊືອກ.

ການກັບມາຂອງເທຣນນີ້ ບໍ່ແມ່ນແຕ່ເລື່ອງຂອງຄວາມສວຍງາມ ແຕ່ເປັນເລື່ອງຂອງຄວາມຮູ້ສຶກ ແລະ ການທວງຄືນພື້ນທີ່ແຫ່ງຈິນຕະນາການ.
ໃນຍຸກທີ່ທຸກຢ່າງໝຸນໄປຢ່າງໄວວາ ແລະ ເຄັ່ງຄຽດຜູ້ຄົນໂຫຍຫາເສື້ອຜ້າທີ່ໃສ່ແລ້ວຮູ້ສຶກມີຊີວິດຊີວາ. Whimsy Fashion ມັນຄືການປົດແອກຕົນເອງຈາກການເປັນພຽງຕົວລະຄອນປະກອບ ແລ້ວກ້າວຂຶ້ນມາສາຍແສງດ້ວຍຈະລິດຂອງຕົວເອງ ປະກອບກັບການຕີຄວາມໃໝ່ເທິງຣັນເວຂອງແບຣນລະດັບໂລກ ທີ່ຈັບເອົາໂຄງສ້າງເສື້ອຜ້າແບບຍຸກວິກຕໍຣຽນມາປັດຝຸ່ນໃໝ່ ເຮັດໃຫ້ໄອເທັມຕ່າງໆກັບມາເບິ່ງໂມເດິນ ແລະ ຊົງພະລັງອີກຄັ້ງ.
ທ້າຍທີ່ສຸດແລ້ວ Whimsy Fashion ກໍຄືໂອກາດທີ່ເຮົາມອບໃຫ້ກັບຕົວເອງ ເພື່ອໃຫ້ເຮົາໄດ້ໃຊ້ຄວາມຄິດສ້າງສັນເຕັມທີ່, ມ່ວນຊື່ນກັບການແຕ່ງຕົວ ແລະ ເຮັດໃຫ້ເຮົາໄດ້ຍ້ອນໄວກັບໄປຕອນຍັງນ້ອຍທີ່ເຮົາຍັງເຊື່ອວ່າ ເວດມົນມີຢູ່ຈິງໃນຕູ້ເສື້ອຜ້າຂອງເຮົາເອງ.