ກັບມາເພື່ອໄປໃຫ້ສຸດ ຮູ້ຈັກ ຊັນ ອານຸຊາ ໜຸ່ມວິສະວະກອນຕົວແທນແຂວງວຽງຈັນ ເທິງເວທີ Mister Universe Laos

ແບ່ງປັນ

ກັບມາເພື່ອໄປໃຫ້ສຸດ ຮູ້ຈັກ ຊັນ ອານຸຊາ ໜຸ່ມວິສະວະກອນຕົວແທນແຂວງວຽງຈັນ ເທິງເວທີ Mister Universe Laos

ໂດຍ: Tonmai Phoutthasack Tonmai Phoutthasack
13 July 2026 14

ຫາກຍັງຈື່ກັນໄດ້ ໃນເວທີ Mister Universe Laos ປີ 2023 ມີຊາຍໜຸ່ມຄົນໜຶ່ງທີ່ເຄີຍຜ່ານເຂົ້າເຖິງຮອບ Top 18 ແລະ ໄດ້ສ້າງຄວາມປະທັບໃຈໃຫ້ກັບແຟນໆມາກ່ອນແລ້ວ. ມື້ນີ້ ລາວກັບມາອີກຄັ້ງໃນເວີຊັນທີ່ແຂງແກ່ນກວ່າເກົ່າ, ໝັ້ນໃຈກວ່າເກົ່າ ແລະ ບໍ່ມີຄວາມຢ້ານກົວອີກຕໍ່ໄປ!

ມ່ວນກຳລັງເວົ້າເຖິງ “ຊັນ – ອານຸຊາ ສີຫາລາດ” ຊາຍໜຸ່ມຮູບຫຼໍ່ລວງສູງໂດດເດັ່ນ ໄວ 21 ປີ ຜູ້ທີ່ປີນີ້ມາຮັບໜ້າທີ່ເປັນຕົວແທນ ແຂວງວຽງຈັນ. ມື້ນີ້ ມ່ວນຈະພາທຸກຄົນໄປເຈາະເລິກເຖິງຕົວຕົນ, ແນວຄິດ ແລະ ການເຕີບໂຕຂອງໜຸ່ມວິສະວະກອນຄົນນີ້ ວ່າຕະຫຼອດໄລຍະເວລາທີ່ຜ່ານມາ ລາວໄດ້ຮຽນຮູ້ ແລະ ກຽມຄວາມພ້ອມມາໜັກໜ່ວງສໍ່າໃດ ເພື່ອກັບມາສະແດງສັກກະຍະພາບໃນເວທີນີ້ອີກຄັ້ງ.

ປັດຈຸບັນ ຊັນ ເຮັດວຽກເປັນວິສະວະກອນ ຢູ່ທີ່ບໍລິສັດທີ່ປຶກສາແຫ່ງໜຶ່ງ. ບຸກຄະລິກພາຍນອກ ລາວເປັນຊາຍໜຸ່ມໂຕສູງ ທີ່ເປັນຜູ້ຟັງທີ່ດີ ແລະ ໃສ່ໃຈຄົນອ້ອມຂ້າງສະເໝີ. ແຕ່ຖ້າໄດ້ຮູ້ຈັກຕົວຕົນແທ້ໆຂອງລາວແລ້ວ ຈະຮູ້ວ່າ ຊັນ ເປັນຄົນທີ່ຖ້າໄດ້ມັກ ຫຼື ຮັກທີ່ຈະເຮັດສິ່ງໃດໜຶ່ງແລ້ວ ລາວຈະລົງເລິກ, ໃສ່ໃຈທຸກລາຍລະອຽດ ແລະ “ອິນ” ກັບມັນແບບສຸດໆ.

ລາວນິຍາມຕົວເອງດ້ວຍຄຳສັບໄວລຸ້ນ Gen Z ວ່າລາວມີຄວາມ “ບຽວ” ຢູ່ໃນຕົວ ເຊິ່ງໃນຄວາມໝາຍຂອງລາວຄື: “ມັກຄິດສະເໝີວ່າ ຖ້າເຮົາຕັ້ງໃຈເຮັດສິ່ງນັ້ນໃຫ້ມັນອອກມາດີ ເຮົາຊິໂຄດເທ່ເລີຍໃດ!” ເຊິ່ງແນວຄິດນີ້ເອງ ທີ່ເປັນພະລັງງານບວກ ຍູ້ດັນໃຫ້ລາວຢາກເຮັດທຸກຢ່າງໃຫ້ອອກມາສົມບູນແບບສະເໝີ.

ອ່ານຕື່ມ:  ຈາກລາດ້ວຍຄວາມເຂົ້າໃຈ ສຳຜັດໄດ້ໃນເພງ "ພົບກັນ ຜູກພັນ ຈາກລາ" ໂດຍ ກວາງ ດວງລຶໄທ ft ເທ່ ຈຳປາສັກ

ເມື່ອຖາມເຖິງຄວາມສາມາດພິເສດ, ຊັນ ຕອບດ້ວຍຄວາມຖ່ອມຕົວວ່າ ລາວປຽບເໝືອນ “ເປັດ” ຄືອາດຈະບໍ່ໄດ້ມີຄວາມສາມາດດ້ານໃດດ້ານໜຶ່ງທີ່ໂດດເດັ່ນທີ່ສຸດ ແຕ່ລາວສາມາດເຮັດໄດ້ເກືອບທຸກຢ່າງ ບໍ່ວ່າຈະເປັນການຫຼິ້ນກິລາບານເຕະ, ບານຕີ ລວມໄປເຖິງການເປັນນາຍແບບ ແລະ ເດີນແບບ.

ນອກຈາກການເຂົ້າຢິມ ແລະ ຫຼິ້ນກິລາແລ້ວ ເວລາວ່າງຂອງໜຸ່ມຄົນນີ້ມັກຈະໝົດໄປກັບການພັດທະນາສະໝອງ. ລາວມັກຟັງ Podcast ແນວວິທະຍາສາດ ແລະ ເຕັກໂນໂລຊີ ເພາະມັກຄວາມຮູ້ສຶກທີ່ໄດ້ຄິດຕາມ ແລະ ກ້າວທັນໂລກ. ແຕ່ສິ່ງທີ່ຫຼາຍຄົນອາດຈະຄາດບໍ່ເຖິງຄື ລາວຍັງຫຼົງໄຫຼໃນການສຶກສາ “ປະຫວັດສາດ” ອີກດ້ວຍ! ຍ້ອນຄວາມທີ່ເປັນຄົນຂີ້ສົງໄສ ແລະ ມັກຕັ້ງຄຳຖາມ ການຮຽນຮູ້ປະຫວັດສາດຈຶ່ງຊ່ວຍໃຫ້ລາວໄດ້ຄຳຕອບເຖິງທີ່ໄປທີ່ມາຂອງຫຼາຍໆສິ່ງໃນໂລກໃບນີ້.

ຢ້ອນກັບໄປໃນປີ 2023, ການເຂົ້າຮອບ Top 18 Mister Universe Laos ຖືເປັນຈຸດປ່ຽນທີ່ເປີດໂລກແບບກ້າວກະໂດດໃຫ້ກັບລາວ. ຫຼັງຈາກນັ້ນ ຊັນ ກໍມີຜົນງານໃນວົງການບັນເທີງຢ່າງຕໍ່ເນື່ອງ ທັງການຖ່າຍແບບ, ຍ່າງແບບໃນງານ Lao Fashion Week (LFW 2023-2024), ເຮັດໜັງສັ້ນ ແລະ ທີ່ໂດດເດັ່ນທີ່ສຸດຄືການຫຼິ້ນລະຄອນເວທີພາສາອັງກິດ ຈົນສາມາດຄວ້າລາງວັນທີ 1 ແລະ ລາງວັນ Best Actor ມາຄອງໄດ້ສຳເລັດ.

ແຕ່ເຖິງຈະມີຜົນງານຫຼາກຫຼາຍ ລາວກໍຍັງຮູ້ສຶກວ່າຕົນເອງ “ດີແລ້ວ… ແຕ່ຍັງໄປບໍ່ສຸດ”. ແລະ ນີ້ຄືເຫດຜົນສຳຄັນທີ່ເຮັດໃຫ້ ຊັນ ຕັດສິນໃຈກັບມາຢືນເທິງເວທີນີ້ອີກຄັ້ງ!

ຢາກກັບມາພິສູດຄວາມສາມາດຂອງໂຕເອງ, ຢາກເປັນຜູ້ຊະນະ ແລະ ຢາກໄປໃຫ້ສຸດໃນວຽກວົງການບັນເທີງ ເພາະຊັນເຊື່ອໝັ້ນໃນສັກກະຍະພາບຂອງໂຕເອງ. ຄວາມຮູ້ສຶກໃນປີນີ້ບໍ່ຄືເກົ່າແລ້ວ ເພາະເຮົາມາພ້ອມກັບຄວາມໝັ້ນໃຈ ແລະ ບໍ່ມີຄວາມຢ້ານກົວໃດໆອີກ.

ການປະກວດຄັ້ງນີ້ສຳລັບລາວ ຈຶ່ງເປັນການເຫັນຄຸນຄ່າໃນໂອກາດທີ່ກອງປະກວດມອບໃຫ້ ແລະ ເປັນການພິສູດວ່າລາວພ້ອມທີ່ຈະພັດທະນາຕົນເອງໄປພ້ອມກັບເວທີ.

ອ່ານຕື່ມ:  ເບື້ອງຫຼັງທີ່ບໍ່ເຄີຍເລົ່າ ມອນລີ້ ອາມອນ ຊ່າງແຕ່ງໜ້າທີ່ວົງການນາງງາມຍອມຮັບ

ຕະຫຼອດການກຽມຕົວ, ບົດຮຽນອັນຍິ່ງໃຫຍ່ທີ່ ຊັນ ໄດ້ຮຽນຮູ້ກໍຄື: ການມີພຽງແຕ່ພະລັງໃຈແມ່ນບໍ່ພໍ, ແຕ່ “ວິໄນ” ຕ່າງຫາກຄືສິ່ງສຳຄັນທີ່ສຸດໃນການຝຶກຝົນ.

ລາວຕັ້ງເປົ້າວ່າຈະເປັນຕົວແທນຂອງຊາຍໜຸ່ມລາວ ທີ່ມີເປົ້າໝາຍຊັດເຈນ, ມີຄວາມກ້າຫານ ແລະ ພ້ອມທີ່ຈະປ່ຽນແປງຕົນເອງເພື່ອໄປໃຫ້ເຖິງຈຸດນັ້ນ. ຫາກໄດ້ຮັບຕຳແໜ່ງ, ຊັນ ພ້ອມແລ້ວທີ່ຈະເປັນຕົວແທນປະເທດໄປແຂ່ງຂັນໃນເວທີສາກົນ ເພື່ອພິສູດໃຫ້ທົ່ວໂລກ ແລະ ຄົນລາວໄດ້ເຫັນວ່າ: “ຄົນລາວກໍສາມາດສູ້ໃນເວທີສາກົນໄດ້ ຂໍພຽງແຕ່ຮູ້ຈັກການປ່ຽນແປງ ແລະ ບໍ່ມີຂໍ້ອ້າງໃນການໄປໃຫ້ເຖິງເປົ້າໝາຍ.”

ສ່ວນນິຍາມຄຳວ່າ “ສຸພາບບຸລຸດ” ສຳລັບໜຸ່ມວິສະວະກອນຄົນນີ້ ມັນຄືຄວາມລຽບງ່າຍທີ່ຊົງພະລັງ:

ສຸພາບບຸລຸດ ຄືການທີ່ເຮົາມີຄວາມຮັບຜິດຊອບໃນສິ່ງທີ່ເຮັດ, ມີຄວາມກ້າຫານ ແລະ ທີ່ສຳຄັນທີ່ສຸດຄື ການຮູ້ຈັກໃຫ້ກຽດຄົນອື່ນ.

ກ່ອນຈາກກັນ, ຊັນ ໄດ້ຝາກຂໍ້ຄວາມເຖິງຄົນທີ່ມີຝັນທຸກຄົນວ່າ:

ສູ້ຕໍ່ໄປ… ຖ້າມີກຳລັງໃຈແລ້ວຈົ່ງກ້າທີ່ຈະປ່ຽນແປງ, ຕ້ອງມີວິໄນ, ມີການວາງແຜນ ແລະ ສິ່ງສຳຄັນທີ່ສຸດຄື ການເຫັນຄຸນຄ່າຂອງໂອກາດທີ່ເຂົ້າມາໃນຊີວິດ.

ຂໍສຽງເຊຍ ແລະ ກຳລັງໃຈຈາກແຟນໆເວທີ Mister Universe Laos ທຸກຄົນ ສົ່ງໃຫ້ “ຊັນ – ອານຸຊາ ສີຫາລາດ” ຕົວແທນຈາກແຂວງວຽງຈັນ. ມາລຸ້ນນຳກັນວ່າ ການກັບມາທວງຄືນຄວາມຝັນດ້ວຍຄວາມໝັ້ນໃຈທີ່ເຕັມຮ້ອຍໃນຄັ້ງນີ້ ຈະພາໜຸ່ມຄົນນີ້ກ້າວໄປໄດ້ໄກສໍ່າໃດ!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.