ໃຜຄືໜຸ່ມຍິ້ມຫວານຫຸ່ນດີຄົນນີ້? ພາຮູ້ຈັກ ອຳນາດ Mister Universe ປາກຊ່ອງ ກັບເລື່ອງລາວທີ່ເຈົ້າຍັງເຄີຍບໍ່ຮູ້

ແບ່ງປັນ

ໃຜຄືໜຸ່ມຍິ້ມຫວານຫຸ່ນດີຄົນນີ້? ພາຮູ້ຈັກ ອຳນາດ Mister Universe ປາກຊ່ອງ ກັບເລື່ອງລາວທີ່ເຈົ້າຍັງເຄີຍບໍ່ຮູ້

ໂດຍ: Tonmai Phoutthasack Tonmai Phoutthasack
14 July 2026 14
AI Summarized

Key Takeaways:

  • ອຳນາດ ໄຊຍະວົງຫົງແກ້ວ, 29 ປີ ຈາກຈຳປາສັກ, ໄດ້ຮັບເລືອກເປັນຕົວແທນ "ເມືອງປາກຊ່ອງ" ເຂົ້າຮ່ວມເວທີ Mister Universe Laos.
  • ເຖິງວ່າຈະເບິ່ງເປັນຄົນອາລົມດີ, ແຕ່ລາວມີຄວາມເປັນນັກສູ້, ມີລະບຽບວິໄນ ແລະ ຄວາມອົດທົນສູງ.
  • ປະສົບການເຮັດວຽກທີ່ຫຼາກຫຼາຍ, ລວມທັງທຸລະກິດຄອບຄົວ, ຮ້ານອາຫານ, ສູນຄວາມງາມ ແລະ ການເປັນນາຍແບບ, ໄດ້ສອນໃຫ້ລາວມີຄວາມອົດທົນຕໍ່ຄວາມກົດດັນ.
  • ລາວມັກໃຊ້ຊີວິດແບບບໍ່ເອົາຄວາມຄຽດ, ຖືຄວາມທ້າທາຍເປັນສີສັນ, ແລະ ສະແຫວງຫາໂອກາດໃໝ່ໆ.
  • ນອກຈາກການຊ່ວຍວຽກຄອບຄົວ, ລາວມັກອອກກຳລັງກາຍ, ລອຍນ້ຳ, ດຳນ້ຳ, ແລະ ເຮັດອາຫານ, ເຊິ່ງເປັນສິ່ງທີ່ເຮັດໃຫ້ລາວສະຫງົບ ແລະ ໄດ້ຮຽນຮູ້ທັກສະຊີວິດ.

ຫາກຈະນິຍາມຜູ້ຊາຍຈັກຄົນໜຶ່ງ ທີ່ມັກຈະເອົາພະລັງງານບວກ ແລະ ຮອຍຍິ້ມໄປນຳສະເໝີໃນທຸກໆບ່ອນທີ່ລາວໄປ, ຊື່ຂອງ “ອຳນາດ ໄຊຍະວົງຫົງແກ້ວ” ໜຸ່ມໄວ 29 ປີ ຈາກນະຄອນປາກເຊ ແຂວງຈຳປາສັກ ຄົງຈະເປັນຊື່ທຳອິດທີ່ຫຼາຍຄົນນຶກເຖິງ. ໃນປີນີ້ ລາວໄດ້ຮັບໂອກາດຄັ້ງສຳຄັນ ໃນການເປັນຕົວແທນໃຫ້ກັບ “ເມືອງປາກຊ່ອງ” ເພື່ອເຂົ້າຮ່ວມຊິງໄຊເທິງເວທີ Mister Universe Laos.

ແຕ່ພາຍໃຕ້ບຸກຄະລິກທີ່ເບິ່ງຄືເປັນຄົນອາລົມດີ, ສະບາຍໆ ແລະ ບໍ່ຊີຣຽດກັບຊີວິດນັ້ນ ລາວກັບເຊື່ອງຄວາມເປັນນັກສູ້ ທີ່ມີທັງລັງວິໄນ ແລະ ຄວາມອົດທົນຢ່າງເຕັມປ່ຽມ. ມື້ນີ້ ມ່ວນຈະພາທຸກຄົນໄປເປີດມຸມມອງ ແລະ ທຳຄວາມຮູ້ຈັກກັບຕົວຕົນຂອງຊາຍໜຸ່ມຜູ້ຮັກໃນຄວາມທ້າທາຍຄົນນີ້ໃຫ້ເລິກເຊິ່ງກວ່າເກົ່າ.

ອ່ານຕື່ມ:  MVIIZ ກັບມາແລ້ວ! ປ່ອຍເພງໃໝ່ສຸດຊຶ້ງ “ສຳຄັນຕົວເອງຜິດໄປ"

ປັດຈຸບັນ ອຳນາດ ກຳລັງສືບຕໍ່ທຸລະກິດຄ້າຂາຍຂອງຄອບຄົວ ເຊິ່ງກ່ອນໜ້ານີ້ ລາວເຄີຍຜ່ານການເຮັດວຽກມາແລ້ວຫຼາກຫຼາຍຮູບແບບ ບໍ່ວ່າຈະເປັນການເຮັດວຽກໃນຮ້ານອາຫານ, ສູນຄວາມງາມ ແລະ ການເປັນນາຍແບບຮັບຣີວິວສິນຄ້າທົ່ວໄປ. ປະສົບການເຫຼົ່ານີ້ເອງ ທີ່ຫຼໍ່ຫຼອມໃຫ້ລາວກາຍເປັນຄົນທີ່ມີຈຸດເດັ່ນເລື່ອງ “ຄວາມມີວິໄນ ແລະ ການອົດທົນຕໍ່ຄວາມກົດດັນໄດ້ດີ”.

ເຖິງຈະຜ່ານວຽກທີ່ໜັກໜ່ວງ ແຕ່ໃຜທີ່ໄດ້ຢູ່ໃກ້ຊິດກັບອຳນາດ ມັກຈະໄດ້ຮັບແຕ່ຮອຍຍິ້ມ ແລະ ຄວາມສຸກສະເໝີ. ລາວເປັນຄົນອາລົມດີ, ຍິ້ມງ່າຍ, ຮູ້ຈັກແບ່ງປັນ ແລະ ມັກໃຊ້ຊີວິດແບບບໍ່ເອົາຄວາມຄຽດມາແບກໄວ້. ສຳລັບລາວແລ້ວ ຄວາມທ້າທາຍຄືສີສັນຂອງຊີວິດ ລາວມັກຈະສະແຫວງຫາໂອກາດໃນການເຮັດສິ່ງໃໝ່ໆ ແລະ ພ້ອມທີ່ຈະສູ້ຈົນກວ່າຈະປະສົບຄວາມສຳເລັດ ໂດຍບໍ່ຍອມແພ້ງ່າຍໆ.

ນອກຈາກການຊ່ວຍວຽກທຸລະກິດຄອບຄົວແລ້ວ, ເວລາຫວ່າງຂອງອຳນາດ ມັກຈະໝົດໄປກັບການອອກກຳລັງກາຍປະເພດ Weight Training ເພື່ອຮັກສາຮູບຮ່າງ. ສ່ວນຄວາມສາມາດພິເສດທີ່ໂດດເດັ່ນຂອງລາວຄື ການລອຍນໍ້າ ແລະ ການດຳນໍ້າ ໄດ້ຢ່າງຄ່ອງແຄ້ວ ເຊິ່ງເປັນວິທີໜຶ່ງທີ່ຊ່ວຍໃຫ້ຈິດໃຈຂອງລາວໄດ້ຜ່ອນຄາຍ.

ອີກໜຶ່ງງານອະດິເລກທີ່ຫຼາຍຄົນອາດຈະຄາດບໍ່ເຖິງສຳລັບຊາຍໜຸ່ມຄົນນີ້ ກໍຄື “ການເຮັດອາຫານ”. ສຳລັບອຳນາດແລ້ວ ການເຂົ້າຄົວບໍ່ແມ່ນພຽງແຕ່ການເຮັດໃຫ້ທ້ອງອີ່ມ ແຕ່ມັນຄືຊ່ວງເວລາທີ່ລາວໄດ້ຢູ່ກັບຕົນເອງ, ໄດ້ຝຶກສະມາທິ ແລະ ໄດ້ຮຽນຮູ້ທັກສະຊີວິດທີ່ສາມາດນຳມາໃຊ້ໄດ້ຈິງ. ຄວາມມັກໃນການເຮັດອາຫານນີ້ເອງ ທີ່ເຄີຍຕໍ່ຍອດໃຫ້ລາວໄດ້ເປີດຮ້ານອາຫານ ເຊິ່ງຖືເປັນຜົນງານທີ່ລາວພູມໃຈທີ່ສຸດ ເພາະມັນສອນໃຫ້ລາວໄດ້ຮຽນຮູ້ວິທີຮັບມືກັບຜູ້ຄົນ, ການຄວບຄຸມອາລົມ ແລະ ການອົດທົນຕໍ່ແຮງກົດດັນ.

ເມື່ອຖາມເຖິງບຸກຄົນຕົ້ນແບບທີ່ເປັນແຮງຊຸກຍູ້ໃຫ້ລາວກ້າວມາຮອດຈຸດນີ້, ອຳນາດ ຕອບຢ່າງບໍ່ລັງເລເລີຍວ່າ ຄື “ແມ່”.

ເພິ່ນສອນໃຫ້ເຮົາຮູ້ຈັກການໃຊ້ຊີວິດ ແລະ ເປັນແຮງບັນດານໃຈທີ່ເຮັດໃຫ້ຂ້ອຍມີຄວາມກະຕືລືລົ້ນ, ບໍ່ທໍ້ຖອຍຕໍ່ອຸປະສັກ ແລະ ຄອຍພັດທະນາຕົນເອງຢູ່ສະເໝີ.

ຊີວິດຂອງຄົນເຮົາຍ່ອມມີທັງຊ່ວງເວລາທີ່ງົດງາມ ແລະ ຊ່ວງເວລາທີ່ເຈັບປວດ. ສິ່ງທ້າທາຍທີ່ຍິ່ງໃຫຍ່ທີ່ສຸດໃນຊີວິດຂອງອຳນາດ ແມ່ນການສູນເສຍ “ພໍ່ເຖົ້າ” ອັນເປັນທີ່ຮັກ. ໃນມື້ທີ່ພໍ່ເຖົ້າຈາກໄປ, ອຳນາດພວມສຶກສາຢູ່ທີ່ປະເທດຫວຽດນາມ (ເຊິ່ງລາວເຄີຍຜ່ານການປະກວດຊຸດຣີໄຊເຄິນຢູ່ທີ່ນັ້ນນຳອີກ) ເຮັດໃຫ້ລາວບໍ່ສາມາດເດີນທາງກັບມາບອກລາເປັນຄັ້ງສຸດທ້າຍໄດ້. ເຖິງແມ່ນວ່າມັນຈະເປັນຄວາມຮູ້ສຶກທີ່ຍາກຈະເຮັດໃຈ ແຕ່ເມື່ອເວລາຜ່ານໄປ ມັນກໍຊ່ວຍເຍຍວາບາດແຜນັ້ນ ແລະ ປ່ຽນມັນໃຫ້ກາຍເປັນຄວາມຊົງຈຳອັນລໍ້າຄ່າທີ່ຈະຕິດຢູ່ໃນໃຈຂອງລາວຕະຫຼອດໄປ.

ອ່ານຕື່ມ:  ເບື້ອງຫຼັງທີ່ບໍ່ເຄີຍເລົ່າ ມອນລີ້ ອາມອນ ຊ່າງແຕ່ງໜ້າທີ່ວົງການນາງງາມຍອມຮັບ

ການຕັດສິນໃຈເຂົ້າຮ່ວມປະກວດ Mister Universe Laos ປີນີ້ ຖືເປັນຄັ້ງທຳອິດທີ່ລາວຜ່ານທະລຸເຂົ້າຮອບ 26 ຄົນສຸດທ້າຍ. ເຫດຜົນຫຼັກໆຄືລາວມັກເປີດໂອກາດໃຫ້ຕົນເອງໄດ້ລອງເຮັດໃນສິ່ງໃໝ່ໆສະເໝີ.

ສິ່ງທີ່ຢາກພິສູດໃຫ້ທຸກຄົນເຫັນທີ່ສຸດຄື ການເອົາໂຕເອງອອກຈາກກອບເດີມໆ. ຫຼາຍຄົນມັກຕັ້ງຄຳຖາມວ່າ ‘ມາປະກວດແລ້ວໄດ້ຫຍັງ? ຈະມີຫຍັງດີຂຶ້ນ?’ ຂ້ອຍຢາກເຮັດໃຫ້ເຫັນວ່າ ພຽງແຕ່ເຮົາກ້າທີ່ຈະອອກຈາກຄວາມຄິດເຫຼົ່ານັ້ນ ເຮົາກໍສາມາດເປັນຄົນທີ່ພັດທະນາຂຶ້ນໄດ້ແລ້ວ.

ອຳນາດ ມອງວ່າການປະກວດຄັ້ງນີ້ ມີຄວາມໝາຍຫຼາຍກວ່າການຍ່າງໂຊຮູບຮ່າງເທິງເວທີ ແຕ່ມັນຄືພື້ນທີ່ສະທ້ອນຕົວຕົນ, ທັດສະນະຄະຕິ ແລະ ຄວາມເປັນຜູ້ນຳ. ລາວຢາກເປັນຕົວແທນຂອງຊາຍໜຸ່ມທີ່ກ້າລົງມືເຮັດ, ເປັນຄົນທີ່ບໍ່ຍອມປ່ອຍໃຫ້ໂອກາດຫຼຸດລອຍໄປ ແລະ ຖ້າບໍ່ມີໂອກາດແລ່ນເຂົ້າມາຫາ ລາວກໍພ້ອມທີ່ຈະໄຂວ່ຄວ້າມັນມາດ້ວຍຕົນເອງ. ຫາກໄດ້ຮັບຕຳແໜ່ງ, ລາວຢາກເປັນກະບອກສຽງໃນການສົ່ງເສີມການດຳລົງຊີວິດທີ່ດີ ແລະ ການເຄົາລົບກົດລະບຽບ ເພື່ອຍົກລະດັບປະເທດຊາດ ແລະ ເຮັດໃຫ້ທົ່ວໂລກໄດ້ເຫັນວ່າ ເມືອງລາວກໍມີດີບໍ່ແພ້ໃຜ.

ໃນທັດສະນະຂອງອຳນາດ, ຄວາມເປັນສຸພາບບຸລຸດໃນຍຸກປັດຈຸບັນ ສາມາດສະຫຼຸບໄດ້ສັ້ນໆ ແຕ່ກວມລວມເຖິງທຸກຢ່າງ ນັ້ນຄື “ການໃຫ້ກຽດ”.

ມັນຄືການໃຫ້ກຽດຕົນເອງ, ໃຫ້ກຽດຄົນອ້ອມຂ້າງ, ໃຫ້ກຽດເວລາ ແລະ ສະຖານທີ່. ເພາະການໃຫ້ກຽດຜູ້ອື່ນ ຄືການເປັນແບບຢ່າງທີ່ດີທີ່ສຸດໃນການຢູ່ຮ່ວມກັນໃນສັງຄົມ.

ກ່ອນຈາກກັນ, ໜຸ່ມປາກເຊຄົນນີ້ ໄດ້ຝາກຂໍ້ຄວາມເຖິງເຍົາວະຊົນ ແລະ ທຸກຄົນທີ່ກຳລັງໄລ່ຕາມເປົ້າໝາຍຂອງຕົນເອງວ່າ:

ທຸກຄົນລ້ວນແຕ່ມີຄວາມຝັນ ແລະ ເປົ້າໝາຍທີ່ແຕກຕ່າງກັນໄປ. ແຕ່ສິ່ງທີ່ຢາກຈະຍໍ້າສະເໝີຄື ຢ່າຢຸດທີ່ຈະພັດທະນາຕົນເອງ. ຈົ່ງພາຕົນເອງໄປພົບເຈີສິ່ງໃໝ່ໆ, ອົດທົນ, ພະຍາຍາມ ແລະ ສູ້ບໍ່ຖອຍ. ຂ້ອຍເຊື່ອສະເໝີວ່າ ມັນຕ້ອງມີມື້ທີ່ເປັນຂອງເຮົາ ນັ້ນກໍຄືມື້ແຫ່ງຄວາມສຳເລັດທີ່ເຮົາໄດ້ວາງເອົາໄວ້.

ມາຮ່ວມສົ່ງແຮງເຊຍ ແລະ ເປັນກຳລັງໃຈໃຫ້ກັບ “ອຳນາດ ໄຊຍະວົງຫົງແກ້ວ” Mister Universe Paksong ໜຸ່ມຍິ້ມງ່າຍ ແຕ່ເຕັມໄປດ້ວຍຈິດວິນຍານຂອງນັກສູ້ຄົນນີ້ ໃຫ້ສາມາດຜ່ານເຂົ້າສູ່ຮອບເລິກໆ ແລະ ກ້າວໄປເຖິງເປົ້າໝາຍທີ່ຕັ້ງໄວ້ເທິງເວທີ Mister Universe Laos ປີນີ້ໄປພ້ອມໆກັນ!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.