ເມື່ອຍກັບຄວາມວຸ້ນວາຍຢູ່ບໍ່? ຄອດເທຈຄໍອາດຈະເປັນໄລຟ໌ສະຕາຍທີ່ເຈົ້າກຳລັງຕາມຫາ

Key Takeaways:
- Cottagecore ຖືກກຳເນີດຂຶ້ນໃນຍຸກດິຈິຕອລ ເທິງແພລັດຟອມ Tumblr ໃນປີ 2018 ກ່ອນຈະຂະຫຍາຍໄປ Instagram ແລະ TikTok.
- ຄວາມນິຍົມຂອງ Cottagecore ເພີ່ມຂຶ້ນຢ່າງກ້າວກະໂດດໃນປີ 2020 ຊ່ວງການແຜ່ລະບາດຂອງໂຄວິດ-19 ເນື່ອງຈາກຜູ້ຄົນຕ້ອງກັກໂຕຢູ່ເຮືອນ.
- Cottagecore ເປັນສຸນທະລີຍະສາດທີ່ເນັ້ນການກັບຄືນສູ່ຊົນນະບົດ, ຄວາມງ່າຍດາຍ, ແລະການໃຊ້ຊີວິດຊ້າລົງ (Slow Life) ເພື່ອຢຽວຢາຈິດໃຈຈາກຄວາມຕຶງຄຽດ.
- ກິດຈະກຳທີ່ນິຍົມໃນ Cottagecore ປະກອບມີການອົບເຂົ້າຈີ່, ປູກຕົ້ນໄມ້, ງານຝີມື, ການອ່ານປຶ້ມ, ແລະການຂຽນຈົດໝາຍ.
- ແຟຊັ່ນ Cottagecore ປະກອບດ້ວຍລາຍລະອຽດໂຣແມນຕິກ, ເນື້ອຜ້າທຳມະຊາດ, ລາຍດອກໄມ້, ສີເອີຣ໌ທໂທນ, ແລະການປະດັບດ້ວຍອຸປະກອນເສີມຄົບຊຸດ.
ໃນຍຸກທີ່ໂລກໝຸນໄປຢ່າງໄວວາ ແລະ ໜ້າຈໍສະມາດໂຟນແທບຈະກາຍເປັນອະໄວຍະວະທີ 33 ຂອງມະນຸດ, ມີເທຣນໜຶ່ງທີ່ສວນກະແສ ແລະ ຊວນໃຫ້ເຮົາກັບໄປຊຶມຊັບຄວາມງາມຂອງທຳມະຊາດ ແລະ ຄວາມສະຫງົບງຽບ. ເທຣນນັ້ນຄື Cottagecore ຫຼື ຄອດເທຈຄໍ ເຊິ່ງບໍ່ແມ່ນພຽງແຕ່ກະແສແຟຊັ່ນຊົ່ວຂ້າມຄືນ, ແຕ່ກາຍມາເປັນໄລຟ໌ສະຕາຍທີ່ຄອງໃຈຄົນລຸ້ນໃໝ່ທົ່ວໂລກ.
ແລ້ວ Cottagecore ແມ່ນຫຍັງ? ເປັນຫຍັງຈຶ່ງກາຍເປັນພື້ນທີ່ພັກພິງໃຈຂອງໃຜຫຼາຍຄົນ? ມ່ວນຈະພາໄປເຈາະເລິກທຸກແງ່ມຸມຂອງສຸນທະລີຍະສາດນີ້ກັນ.
Cottagecore ແມ່ນສຸນທະລີຍະສາດ ແລະ ວິຖີຊີວິດທີ່ດຶງເອົາຄວາມໂຣແມນຕິກຂອງການໃຊ້ຊີວິດໃນຊົນນະບົດແບບລຽບງ່າຍກັບມານຳສະເໜີໃໝ່. ພາບຈຳຂອງເທຣນນີ້ມັກຜູກຕິດກັບກະທ່ອມຫຼັງນ້ອຍໃນເອີຣົບຍຸກເກົ່າ, ທົ່ງດອກໄມ້, ແສງແດດອຸ່ນໆ ແລະ ການຫວນຄືນສູ່ວິຖີທຳມະຊາດ. ເປັນແນວຄິດທີ່ຊວນໃຫ້ເຮົາລະຖິ້ມຄວາມວຸ້ນວາຍ ແລ້ວກັບມາໂຟກັສກັບຄວາມງາມຂອງສິ່ງອ້ອມຕົວທີ່ມັກຖືກມອງຂ້າມ.
ເຖິງພາບລັກຈະເບິ່ງຄືຍ້ອນຍຸກ, ແຕ່ Cottagecore ຖືກຳເນີດຂຶ້ນໃນຍຸກດິຈິຕອລຢ່າງແທ້ຈິງ. ຄຳນີ້ເລີ່ມປະກົດໃຫ້ເຫັນເທິງແພລັດຟອມ Tumblr ໃນຊ່ວງປີ 2018 ກ່ອນຈະຄ່ອຍໆຂະຫຍາຍວົງກວ້າງໄປສູ່ Instagram ແລະ TikTok.
ແຕ່ຈຸດທີ່ເຮັດໃຫ້ Cottagecore ລະເບີດກາຍເປັນກະແສຫຼັກລະດັບໂລກຄືຊ່ວງປີ 2020 ເຊິ່ງເປັນຊ່ວງທີ່ໂລກປະເຊີນກັບການແຜ່ລະບາດຂອງໂຄວິດ-19 ແລະ ມາດຕະການລັອກດາວ. ເມື່ອຜູ້ຄົນນັບລ້ານຕ້ອງກັກຕົວຢູ່ແຕ່ໃນບ້ານ, ເທຣນນີ້ຈຶ່ງເຕີບໂຕຂຶ້ນຢ່າງກ້າວກະໂດດ.

ຄວາມນິຍົມຂອງ Cottagecore ເກີດຈາກສະຖານະການໂລກ ແລະ ສະພາບຈິດໃຈຂອງຜູ້ຄົນປະກອບກັນ:
- ຄວາມຕຶງຄຽດຈາກໂລກລະບາດ, ສະພາບເສດຖະກິດ ແລະ ຂ່າວສານລົບໆ ເຮັດໃຫ້ຄົນລຸ້ນໃໝ່ ໂດຍສະເພາະ Gen Z ແລະ Millennials ມອງຫາພື້ນທີ່ຢຽວຢາຈິດໃຈ. ພາບທົ່ງຫຍ້າ ແລະ ບ້ານສວນກາຍເປັນອີກໜຶ່ງສິ່ງທີ່ໃຫ້ຄວາມຮູ້ສຶກປອດໄພ.
- ສັງຄົມທີ່ບີບໃຫ້ເຮົາຕ້ອງແອັກທີບ ແລະ ແຂ່ງຂັນຕະຫຼອດເວລາ ເຮັດໃຫ້ເກີດພາວະໝົດໄຟ. Cottagecore ຈຶ່ງເປັນການໂອບຮັບ “ວິຖີຊີວິດທີ່ຊ້າລົງ” ຫຼືທີ່ເຮົາມັກໄດ້ຍິນກັນກໍຄື Slow Life ອະນຸຍາດໃຫ້ຕົວເອງໄດ້ພັກຜ່ອນໂດຍບໍ່ຕ້ອງຮູ້ສຶກຜິດ.
- ອິດທິພົນຈາກ Pop Culture ເກມຢ່າງ Animal Crossing: New Horizons ທີ່ໃຫ້ຄົນຈຳລອງການໃຊ້ຊີວິດເທິງເກາະ ຫຼື ອະລະບ້ຳ Folklore ຂອງ Taylor Swift ທີ່ມາພ້ອມມູດແອນໂທນປ່າສົນ ແລະ ຄວາມໝົ່ນລະມຸນ ລ້ວນແຕ່ເປັນຕົວຈຸດປະກາຍໃຫ້ຄົນອິນກັບສຸນທະລີຍະສາດນີ້ຫຼາຍຂຶ້ນ.

ດ້ວຍຄວາມຮຽບງ່າຍທີ່ມີສະເໜ່ ສິລະປິນລະດັບໂລກຢ່າງ Taylor Swift ກໍໄດ້ດຶງກິ່ນອາຍຂອງທຳມະຊາດ ແລະ ຄວາມຮຽບງ່າຍມາໃຊ້ ເພື່ອນຳສະເໜີ ໂດຍເຮັດໃຫ້ເຫັນວ່າເມື່ອໂລກແຫ່ງຄວາມເປັນຈິງມັນວຸ້ນວາຍເກີນໄປ, ການໄດ້ຫຼົງເຂົ້າໄປໃນນິທານ ແລະ Slow Life ຄືພື້ນທີ່ປອດໄພທີ່ຊ່ວຍຮັກສາບາດແຜໃນໃຈ, ນັ້ນຄືສິ່ງທີ່ເກີດຂຶ້ນໃນປີທີ່ທົ່ວໂລກຢຸດສະງັກ ແລະ ມັນໄດ້ກາຍເປັນຈຸດເລີ່ມຕົ້ນຂອງ ‘Folklore’ອາລະບ້ຳທີ່ Taylor Swift ໄດ້ພະຍາຍາມຫຼົບໜີຈາກຄວາມເປັນຈິງອັນໜັກໜ່ວງ ມາສ້າງໂລກໃບໃໝ່ທີ່ເຕັມໄປດ້ວຍກິ່ນອາຍຂອງ ‘Cottagecore’.

Cottagecore ແມ່ນການດຶງເອົາຄວາມໂຣແມນຕິກຂອງການໃຊ້ຊີວິດໃນຊົນນະບົດມາປັບໃຊ້. ມັນເນັ້ນການເພິ່ງພາຕົນເອງ ແລະ ຄວາມສຸກຈາກການລົງມືເຮັດສິ່ງຕ່າງໆດ້ວຍມື (DIY) ໂດຍກິດຈະກຳຍອດຮິດມັກຈະໜີບໍ່ພົ້ນ:
- ການເຂົ້າຄົວອົບເຂົ້າຈີ່ (ໂດຍສະເພາະ Sourdough) ຫຼື ເຮັດແຍມໝາກໄມ້.
- ການປູກຕົ້ນໄມ້, ຈັດສວນນ້ອຍໆແຄມລະບຽງ ຫຼື ປູກພືດຜັກສວນຄົວ.
- ງານຝີມືທີ່ຕ້ອງໃຊ້ຄວາມໃຈເຢັນ ເຊັ່ນ: ປັກຜ້າ, ຖັກໄໝພົມ, ໂຄຣເຊ (Crochet).
- ການຂຽນຈົດໝາຍ, ອ່ານປຶ້ມເຫຼັ້ມໜາໃຕ້ຮົ່ມໄມ້ ຫຼື ຈັດປິກນິກ, ຈິບຊາຍາມບ່າຍ.

ສຳລັບສາຍແຟຊັ່ນ ຫຼື ແມ້ແຕ່ຄົນທີ່ມັກການແຕ່ງກາຍສະຕາຍແຟນຕາຊີ ແລະ ຄອສເພລ (Cosplay) ທີ່ຮັກກິ່ນອາຍຂອງເວດມົນທຳມະຊາດ, Cottagecore ສາມາດຢິບມາແຕ່ງເປັນ Everyday Look ໄດ້ຢ່າງມ່ວນຊື່ນ.
- ດີເທລສຸດໂຣແມນຕິກ: ເສື້ອແຂນພອງ, ແຂນຕຸກກະຕາ, ຄໍຫຼ່ຽມແບບຊຸດເມດ ແລະ ການດຶງສະມັອກ.
- ເນື້ອຜ້າ ແລະ ລວດລາຍ: ໃຊ້ເສັ້ນໃຍທຳມະຊາດຢ່າງຜ້າຝ້າຍ, ຜ້າລິນິນທີ່ໃຫ້ເທັກເຈີຍັບຢ່າງເປັນທຳມະຊາດ. ມັກມາພ້ອມລາຍພິມດອກໄມ້ນ້ອຍໆ ຫຼື ລາຍຕາຕະລາງປິກນິກ.
- ການເລເຢີຊຸດ: ສວມເສື້ອເຊີດຄູ່ກັບເອັ້ຍມກະໂປ່ງຍາວ ຫຼື ຄາດທັບດ້ວຍຄໍເຊັດຜ້າ.
- ໂທນສີ: ກຸ່ມສີເອີຣ໌ທໂທນ ແລະ ສີທຳມະຊາດ ເຊັ່ນ: ຂາວງາຊ້າງ, ເບຈ, ຂຽວໝາກກອກ, ເຫຼືອງມັດສະຕາດ ແລະ ສົ້ມດິນຈີ່.
- ໄອເທມຄອມພລີດລຸຄ: ຜ້າໂພກຫົວ, ໝວກເຟືອງສານ, ເກີບຄັດຊູໜັງ ຫຼື ເກີບແມຣີ່ເຈນ ແມັດກັບຖົງຕີນລູກໄມ້.

ດ້ວຍຄວາມທີ່ກວ້າງ ແລະ ເປີດກວ້າງ, Cottagecore ຈຶ່ງດຶງດູດຜູ້ຄົນຫຼາກຫຼາຍກຸ່ມ:
- ສາຍຄອນເທນຄຣີເອເຕີ ແລະ Gen Z ທີ່ຫຼົງໄຫຼໃນການຄຸມໂທນພາບຖ່າຍ ແລະ ນຳສະເໜີໄລຟ໌ສະຕາຍຜ່ານໂຊຊຽວມີເດຍ.
- ກຸ່ມຄົນຮັກງານຄຣາຟ ແລະ ຂອງວິນເທຈທີ່ມັກສະສົມເສື້ອຜ້າມືສອງ ແລະ ເຮັດງານຝີມື.
- ກຸ່ມສາຍຄອສເພລ ແລະ ແຟນຕາຊີ ເນື່ອງຈາກກິ່ນອາຍຂອງເສື້ອຜ້າມີຄວາມຄ້າຍຄືກັບຕົວລະຄອນໃນວັນນະກຳ ຫຼື ອານິເມະສາຍເວດມົນ ແລະ ທຳມະຊາດ ຈຶ່ງສາມາດຢິບມາແຕ່ງເປັນ Everyday Look ໄດ້ຢ່າງມ່ວນຊື່ນ.
- ກຸ່ມ LGBTQ+ ທີ່ມອງວ່າເທຣນນີ້ຄືພື້ນທີ່ປອດໄພທາງແຟຊັ່ນ, ໄຮ້ກອບເລື່ອງເພດ ແລະ ໂອບຮັບຄວາມຫຼາກຫຼາຍ.
- ສາຍຄາເຟ່ ແລະ ນັກເດີນທາງ ທີ່ມັກແຕ່ງຕົວຈັດເຕັມໄປຖ່າຍຮູບກັບທົ່ງດອກໄມ້, ແຄັມປິ້ງ ຫຼື ຮ້ານກາເຟສະຕາຍໂຮມມີ.
Cottagecore ຈຶ່ງບໍ່ແມ່ນພຽງແຕ່ເລື່ອງຂອງການແຕ່ງຕົວໃຫ້ເບິ່ງວິນເທຈ, ແຕ່ມັນຄື “Mindset” ທີ່ເຕືອນໃຫ້ເຮົາຫາຄວາມສຸກຈາກສິ່ງນ້ອຍໆໃກ້ຕົວ, ລະອຽດອ່ອນກັບເວລາຕົງໜ້າ ແລະ ອະນຸຍາດໃຫ້ຕົວເອງໄດ້ໃຊ້ຊີວິດຊ້າລົງແດ່ ໃນໂລກທີ່ໝຸນໄວເຫຼືອເກີນ.