ຈາກຄົນຫຼັງກ້ອງສູ່ໜ້າເວທີ ຮູ້ຈັກ ແຈັກກີ້ ຊ່າງພາບໜຸ່ມຫຼວງພະບາງກັບເສັ້ນທາງ Mister Universe Laos

ແບ່ງປັນ

ຈາກຄົນຫຼັງກ້ອງສູ່ໜ້າເວທີ ຮູ້ຈັກ ແຈັກກີ້ ຊ່າງພາບໜຸ່ມຫຼວງພະບາງກັບເສັ້ນທາງ Mister Universe Laos

ໂດຍ: Tonmai Phoutthasack Tonmai Phoutthasack
10 July 2026 0
AI Summarized

Key Takeaways:

  • Jacky - Aovoy Khongsvan, a 24-year-old from Luang Prabang, is participating in Mister Universe Laos, stepping out of his comfort zone despite previously describing himself as shy and camera-shy.
  • He holds a Bachelor's degree in Mass Communication and currently works as a freelance photographer in Luang Prabang, capturing memories for others.
  • Jacky is passionate about football, going to the gym, listening to music and podcasts for inspiration, juggling, playing guitar, and secretly enjoys reading.
  • His inspirations are Kawin Thamsatchanan (Thai goalkeeper) for his determination and Mo Sitkhamphone (Luang Prabang photographer) for his life journey and career success.
  • Jacky's most proud achievement is leading his team to win first place in a traditional boat parade competition in Luang Prabang for 7 consecutive years, showcasing his love for local traditions.
ອ່ານຕື່ມ:  ຟັງເພງຮັກສຸດເສົ້າ "ເປັນດັ່ງມື້ວານ" ຈາກ Dr.Isolate ນັກຮ້ອງໜ້າໃໝ່ສຸດເລິກລັບ

ໃຜຈະໄປຄິດວ່າ ຊາຍໜຸ່ມທີ່ມັກບອກກັບຄົນອື່ນສະເໝີວ່າຕົນເອງເປັນຄົນ “ຂີ້ອາຍ ແລະ ບໍ່ກ້າຢູ່ໜ້າກ້ອງ” ມື້ນີ້ຈະຕັດສິນໃຈກ້າວອອກຈາກເຊຟໂຊນ (Comfort Zone) ຄັ້ງຍິ່ງໃຫຍ່ ເພື່ອມາຢືນຢູ່ພາຍໃຕ້ແສງສະປອດໄລ້ເທິງເວທີການປະກວດລະດັບປະເທດ.

ມ່ວນກຳລັງເວົ້າເຖິງ “ແຈັກກີ້ – ອາວອຍ ຄົງສະຫວັນ” ຊາຍໜຸ່ມໄວ 24 ປີ ຕົວແທນຈາກເມືອງມໍລະດົກໂລກ ແຂວງຫຼວງພະບາງ ຜູ້ທີ່ປ່ຽນບົດບາດຈາກການເປັນ “ຊ່າງພາບ” ຜູ້ບັນທຶກເລື່ອງລາວ ມາເປັນຜູ້ຖ່າຍທອດເລື່ອງລາວຂອງຕົນເອງຜ່ານເວທີ Mister Universe Laos ປີນີ້. ມື້ນີ້, ມ່ວນຈະພາທຸກຄົນມາອ່ານໜ້າເຈ້ຍຊີວິດຂອງໜຸ່ມຫຼວງພະບາງຄົນນີ້ໄປພ້ອມໆກັນ ວ່າພາຍໃຕ້ຮອຍຍິ້ມທີ່ເຂົ້າເຖິງງ່າຍນັ້ນ ລາວເຊື່ອງຄວາມມຸ່ງໝັ້ນອັນໃດໄວ້ແດ່.

ແຈັກກີ້ ຮຽນຈົບປະລິນຍາຕີຈາກຄະນະພາສາສາດ ສາຂາສື່ສານມວນຊົນ ມະຫາວິທະຍາໄລສຸພານຸວົງ ໃນປີ 2025. ປັດຈຸບັນ ລາວຢຶດອາຊີບເປັນຊ່າງພາບອິດສະຫຼະ ຮັບໜ້າທີ່ບັນທຶກຄວາມຊົງຈຳໃຫ້ກັບຜູ້ຄົນໃນນະຄອນຫຼວງພະບາງ. ຫາກເວົ້າເຖິງໄລຟ໌ສະຕາຍສ່ວນຕົວ ລາວເປັນຊາຍໜຸ່ມທີ່ແຕ່ງຕົວສະບາຍໆ, ຍິ້ມງ່າຍ, ອາລົມດີ ແລະ ອ່ອນນ້ອມຖ່ອມຕົນ.

ເມື່ອວາງກ້ອງຖ່າຍຮູບລົງ, ສິ່ງທີ່ລາວຫຼົງໄຫຼທີ່ສຸດຄືການແລ່ນລົງສະໜາມເຕະບານ. ແຈັກກີ້ ເປັນຄົນທີ່ຮັກການອອກກຳລັງກາຍ, ເຂົ້າຢິມ, ມັກຟັງເພງ ແລະ ຟັງ Podcast ເພື່ອສ້າງແຮງບັນດານໃຈໃໝ່ໆໃຫ້ກັບຕົນເອງສະເໝີ. ອີກໜຶ່ງມຸມໜ້າຮັກໆ ແລະ ຄວາມສາມາດພິເສດທີ່ຫຼາຍຄົນອາດຈະຍັງບໍ່ຮູ້ຄື ລາວສາມາດເດາະບານໄດ້ຢ່າງຄ່ອງແຄ້ວ, ຫຼິ້ນກີຕ້າໄດ້ ແລະ ມີງານອະດິເລກລັບໆຄືການມັກອ່ານປຶ້ມ ເຊິ່ງກົງກັນຂ້າມກັບສິ່ງທີ່ລາວມັກແຊວຕົນເອງວ່າເປັນຄົນສະມາທິສັ້ນຢ່າງສິ້ນເຊີງ ເພາະເມື່ອໃດທີ່ລາວຕັ້ງໃຈເຮັດຫຍັງແລ້ວ ລາວຈະໂຟກັສຈົນກວ່າຈະສຳເລັດສະເໝີ.

ບຸກຄົນຕົ້ນແບບ (Idol) ທີ່ເປັນແຮງບັນດານໃຈໃຫ້ກັບລາວ ມີ 2 ຄົນຈາກ 2 ວົງການທີ່ຕ່າງກັນ. ຄົນທຳອິດຄື “Kawin Thamsatchanan” ອະດີດຜູ້ຮັກສາປະຕູທີມຊາດໄທ ທີ່ແຈັກກີ້ຍົກໃຫ້ເປັນຕົ້ນແບບໃນເລື່ອງຂອງຄວາມມຸ່ງໝັ້ນ, ລະບຽບວິໄນ ແລະ ການຕັດສິນໃຈທີ່ເດັດຂາດ. ສ່ວນອີກຄົນຄື “Mo Sitkhamphone” ຊ່າງພາບມືໜຶ່ງຂອງຫຼວງພະບາງ ທີ່ເປັນແບບຢ່າງໃນການສູ້ຊີວິດ ແລະ ສ້າງເນື້ອສ້າງຕົວຈາກການບໍ່ມີຫຍັງເລີຍ ຈົນປະສົບຄວາມສຳເລັດໃນອາຊີບຊ່າງພາບ.

ກ່ອນໜ້ານີ້ ແຈັກກີ້ ເຄີຍມີປະສົບການຜ່ານການຍ່າງແບບໃຫ້ກັບຫ້ອງເສື້ອ “ຄຳເພົ້າສັ່ງໄດ້” ແລະ ແບຣນ “Ock Pop Tok” ໃນຫຼວງພະບາງມາແລ້ວ. ນອກຈາກນີ້ ລາວຍັງເຄີຍຢູ່ເບື້ອງຫຼັງການຖ່າຍໜັງສັ້ນ ສົ່ງເຂົ້າປະກວດໃນເທດສະການໜັງເມືອງແຄນ ຄັ້ງທີ 9 ທີ່ຈັງຫວັດຂອນແກ່ນ ຈົນທີມງານສາມາດຍາດໄດ້ອັນດັບທີ 3 ຈາກທັງໝົດ 21 ທີມ.

ອ່ານຕື່ມ:  ອາລັນ ນິລັນແສງ ພາສາຍສະພາຍລາວສູ່ເວທີສາກົນ Mister National Universe

ແຕ່ຖ້າຖາມເຖິງຜົນງານທີ່ລາວພູມໃຈທີ່ສຸດໃນຊີວິດ ກັບບໍ່ແມ່ນຜົນງານໃນວົງການບັນເທີງ ແຕ່ເປັນການທີ່ລາວໄດ້ເປັນຜູ້ນຳພາໝູ່ເພື່ອນ ສ້າງເຮືອໄຟເຂົ້າຮ່ວມບຸນອອກພັນສາທີ່ຫຼວງພະບາງມາຕະຫຼອດ 7 ປີ. ຄວາມທຸ່ມເທນັ້ນໄດ້ອອກດອກອອກຜົນໃນປີ 2026 ເມື່ອທີມຂອງພວກເຂົາສາມາດຍາດໄດ້ ອັນດັບທີ 1 ປະເພດເຮືອໄຟງາມ. ສິ່ງນີ້ສະທ້ອນໃຫ້ເຫັນເຖິງຈິດວິນຍານທີ່ຮັກໃນຮີດຄອງປະເພນີບ້ານເກີດຂອງຊາຍໜຸ່ມຄົນນີ້ຢ່າງແທ້ຈິງ.

ການຕັດສິນໃຈກ້າວຂຶ້ນມາປະກວດ Mister Universe Laos ໃນຄັ້ງນີ້ ຈຶ່ງເປັນການທ້າທາຍທີ່ສຸດໃນຊີວິດຂອງແຈັກກີ້. ຈາກຄົນທີ່ເຄີຍຢູ່ແຕ່ເບື້ອງຫຼັງ ແລະ ຢ້ານການຢູ່ຕໍ່ໜ້າຜູ້ຄົນຫຼາຍໆ, ລາວຕັດສິນໃຈທຳລາຍກຳແພງນັ້ນລົງ ເພື່ອອອກມາຊອກຫາປະສົບການທີ່ບໍ່ສາມາດຫາອ່ານໄດ້ຈາກປຶ້ມ ຫຼື ສື່ອອນລາຍ.

ເຫດຜົນຫຼັກໆທີ່ມາປະກວດ ຄືຢາກພັດທະນາຕົນເອງ, ຄອບຄົວ ແລະ ຢາກລົບລ້າງຄຳສົບປະໝາດທີ່ເຄີຍໄດ້ຮັບມາ. ຢາກເຮັດໃຫ້ເຫັນວ່າ ເຖິງພື້ນຖານຊີວິດເຮົາຈະບໍ່ໄດ້ດີ ແຕ່ເຮົາກໍພ້ອມທີ່ຈະທຸ່ມເທ ແລະ ລົງມືເຮັດ. ທຸກຄົນມີຊີວິດດຽວຄືກັນ ພຽງແຕ່ໂອກາດບໍ່ເທົ່າກັນ ເຖິງແມ່ນວ່າຈະບໍ່ປະສົບຜົນສຳເລັດ ແຕ່ຂ້ອຍກໍພູມໃຈທີ່ຕົນເອງກ້າທີ່ຈະມາຢືນຢູ່ຈຸດນີ້.

ວິນາທີທີ່ຮູ້ວ່າໄດ້ເປັນຕົວແທນຂອງແຂວງຫຼວງພະບາງ ແຈັກກີ້ຍອມຮັບວ່າມີທັງຄວາມດີໃຈ ແລະ ຄວາມກົດດັນ. ເພາະການເປັນຕົວແທນຂອງເມືອງມໍລະດົກໂລກ ຍ່ອມຖືກຈັບຕາມອງວ່າຈະສາມາດນຳສະເໜີບ້ານເມືອງອອກມາໄດ້ໂດດເດັ່ນພຽງໃດ. ແຕ່ລາວເຊື່ອໝັ້ນວ່າ ພະລັງຊັບພອດຈາກຊາວຫຼວງພະບາງ ຈະເປັນແຮງຍູ້ດັນໃຫ້ລາວເຮັດຜົນງານອອກມາໄດ້ດີທີ່ສຸດແບບບໍ່ໜ້ອຍໜ້າໃຜແນ່ນອນ.

ຫາກລາວໄດ້ຮັບຕຳແໜ່ງ Mister Universe Laos, ແຈັກກີ້ ໄດ້ວາງແຜນໂປຣເຈັກທີ່ໜ້າສົນໃຈຫຼາຍໄວ້ແລ້ວ ນັ້ນຄືການນຳໃຊ້ທັກສະອາຊີບ “ຊ່າງພາບ” ຂອງຕົນເອງ ເພື່ອມາຜະລິດຮູບພາບ ແລະ ວິດີໂອ ນຳສະເໜີເອກະລັກ, ວັດທະນະທຳ ແລະ ບຸນປະເພນີລາວທີ່ຄົນອາດຈະຍັງເຂົ້າເຖິງໜ້ອຍ ຫຼື ຍັງບໍ່ເຂົ້າໃຈຄວາມໝາຍຢ່າງເລິກເຊິ່ງ ເຊັ່ນ: ປະເພນີຫົດສົງພະບາງ ເພື່ອເຜີຍແຜ່ໃຫ້ທັງຄົນລາວ ແລະ ຊາວຕ່າງຊາດໄດ້ຮັບຮູ້.

ນອກຈາກນີ້, ລາວຍັງຢາກເປັນຕົວແທນຂອງຊາຍໜຸ່ມທີ່ອາດຈະເຄີຍຂີ້ອາຍ, ເປັນນັກກິລາ, ເປັນຊ່າງພາບ ຫຼື ໃຜກໍຕາມທີ່ຍັງບໍ່ກ້າສະແດງຄວາມສາມາດຂອງຕົນເອງ ໃຫ້ລຸກຂຶ້ນມາກ້າເຮັດໃນສິ່ງໃໝ່ໆ.

ໃນມຸມມອງຂອງແຈັກກີ້, ຄວາມເປັນ “ສຸພາບບຸລຸດ” ໃນຍຸກປັດຈຸບັນ ບໍ່ແມ່ນເລື່ອງໄກຕົວເລີຍ.

ສຸພາບບຸລຸດສຳລັບຂ້ອຍ ຄືຄົນທີ່ມີຄວາມເມດຕາ, ມີຄວາມເຄົາລົບເຊິ່ງກັນແລະກັນ, ເຊື່ອໃນຄວາມເທົ່າທຽມ ແລະ ມີຄວາມເປັນທຳ.

ກ່ອນຈາກກັນ, ໜຸ່ມຫຼວງພະບາງຄົນນີ້ ໄດ້ຝາກຂໍ້ຄວາມເຖິງທຸກຄົນທີ່ກຳລັງໄລ່ຕາມຄວາມຝັນ ແລະ ຕິດຕາມການປະກວດໃນຄັ້ງນີ້ວ່າ:

ອ່ານຕື່ມ:  Bboy KA-G ນັກເຕັ້ນຈາກລາວ ແທັກທີມອາຊຽນ ຄວ້າແຊ້ມ CLOUDJAM ຢູ່ຈີນ

“ໃຫ້ເຊື່ອໝັ້ນໃນສັກກະຍະພາບຂອງຕົວເອງ. ບໍ່ວ່າເຈົ້າຈະຢູ່ຈຸດໃດຂອງເສັ້ນທາງຄວາມຝັນ ຂໍພຽງແຕ່ກ້າທີ່ຈະຝັນ ແລະ ກ້າທີ່ຈະຍ່າງໄປຫາມັນ. ເພາະທຸກຄວາມພະຍາຍາມ ແລະ ທຸກບາດກ້າວລ້ວນມີຄວາມໝາຍສະເໝີ. ເຊື່ອແນ່ວ່າ ຄວາມພະຍາຍາມຂອງເຈົ້າຈະນຳພາໄປສູ່ຈຸດໝາຍທີ່ດີທີ່ສຸດ ແລະ ໃນອະນາຄົດ ເຈົ້າຈະສາມາດກາຍເປັນແຮງບັນດານໃຈໃຫ້ກັບຄົນອື່ນໄດ້ຢ່າງແນ່ນອນ.”

ມາຮ່ວມເປັນກຳລັງໃຈໃຫ້ກັບ “ແຈັກກີ້ – ອາວອຍ ຄົງສະຫວັນ” ໜຸ່ມຊ່າງພາບຜູ້ກ້າທະລາຍກຳແພງຄວາມຢ້ານຂອງຕົນເອງ ຕົວແທນຈາກແຂວງຫຼວງພະບາງ ໃຫ້ກ້າວໄປສູ່ຄວາມສຳເລັດໃນເວທີ Mister Universe Laos ປີນີ້ໄປພ້ອມໆກັນ!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.