???? Lao Pageant, Lao Idol, Lao Model, Lao Fashion, Style. ກອງປະກວດ, ນາງແບບນາຍແບບ, ແຟຊັນ ແລະ ສະໄຕລ໌ ເພື່ອສົ່ງເສີມຄວາມໝັ້ນໃຈ ກ້າສະແດງອອກຢ່າງສ້າງສັນ.
ເມື່ອສີ… ບໍ່ໄດ້ເປັນພຽງເທຣນ ແຕ່ແມ່ນ “ຕົວຕົນ” ທີ່ເຮົາເລືອກຈະເປັນ. ເຄີຍສັງເກດບໍ່ວ່າບາງຊ່ວງເຮົາຢາກແຕ່ງຕົວດ້ວຍສີຂາວລ້ວນ, ງຽບໆ, ລຽບໆ ບໍ່ຢາກໃຫ້ໃຜສົນໃຈ. ແຕ່ພໍຜ່ານໄປໜ້ອຍໜຶ່ງ ເຮົາກໍຢາກໃສ່ຊຸດສີສົ້ມອອກໄປນັ່ງກິນເຂົ້າກັບໝູ່, ຫົວສຽງດັງໆ ໂດຍບໍ່ສົນໃຈໂລກ. ມັນບໍ່ແມ່ນຄວາມບໍ່ແນ່ໃຈໃນຕົວເອງ — ແຕ່ມັນຄື ເຮົາປ່ຽນໄປ. ແລະໃນປີ 2026 ນີ້, ວົງການແຟຊັ່ນກໍຈັບສັນຍານນັ້ນໄດ້ ຜ່ານການປະກາດ “ສີແຫ່ງປີ”...
ເຖິງວ່າຈະເບິ່ງຄືວ່າເປັນສິ່ງຟຸ່ມເຟືອຍ, ແຕ່ເຄື່ອງນຸ່ງ ແລະ ເທຣນແຟຊັ່ນກໍສະທ້ອນເຖິງຄວາມຮູ້ສຶກຂອງສັງຄົມສະເໝີ. ໃນຊ່ວງປ່ຽນຜ່ານປີຈາກ 2025 ມາເປັນ 2026, Depop ແອັບພລິເຄຊັນສັນຊາດອັງກິດຢູ່ໃນເຄືອ Etsy ສຳລັບການຊື້ຂາຍເສື້ອຜ້າມືສອງ, ສິນຄ້າແຟຊັ່ນວິນເທດ ແລະ ຂອງສະສົມສຸດຮິບ ທີ່ໄດ້ຮັບຄວາມນິຍົມສູງຫຼາຍໃນກຸ່ມ Gen Z ທົ່ວໂລກ ໄດ້ໃຊ້ສະຖິຕິທີ່ພວກເຂົາພົບເຫັນໃນປີທີ່ຜ່ານມາເພື່ອເດົາທິດທາງທີ່ແຟຊັ່ນອາດຈະເກີດຂຶ້ນໄປໃນປີນີ້ ແລະ ຈາກການລາຍງານດັ່ງກ່າວເຮັດໃຫ້ເຫັນວ່າ ໂລກອິນເຕີເນັດ,...
ຫາກຈະເວົ້າເຖິງຜູ້ຍິງທີ່ເປັນ “Icon” ແຫ່ງຄວາມພະຍາຍາມໃນວົງການນາງງາມລາວ, ຊື່ຂອງ ເຈນນີ້ ຕົ້ນຄຳ ພົນຈັນເຮືອງ ຄືຊື່ທຳອິດທີ່ລອຍຂຶ້ນມາ. ຈາກເດັກຍິງທີ່ເຕີບໂຕມາໃນຄອບຄົວແມ່ຄ້າ, ກ້າວສູ່ການເປັນເຈົ້າຂອງມົງກຸດລະດັບປະເທດເຖິງສອງເວທີໃຫຍ່ເຈົ້າຂອງມົງກຸດ Miss World Laos 2017 ແລະ Miss Universe Laos 2021, ແລະໃນປັດຈຸບັນ ເຈນນີ້ກັບໄວ 31 ປີ...
ໃນວົງການປະກວດ, ຊື່ຂອງ ຊານົນ ມະນີຜົນ ຄືຕົວແທນຂອງຄວາມສຳເລັດໃນຖານະ Mister Supranational Laos. ແຕ່ເບື້ອງຫຼັງຮອຍຍິ້ມ ແລະ ຄວາມໝັ້ນໃຈເທິງເວທີ, ຊານົນໄດ້ຕັດສິນໃຈຄັ້ງໃຫຍ່ທີ່ປ່ຽນຊີວິດນົນໄປຕະຫຼອດການ ນັ້ນຄືການກ້າວເຂົ້າສູ່ສະໜາມລາຍການ The Face Men Thailand. ເຖິງການເດີນທາງເທື່ອນີ້ ອາດຈະບໍ່ສາມາດໄປໄດ້ເຖິງປາຍທາງທີ່ວາດຝັນ, ແຕ່ມັນກໍສອນບົດຮຽນລາຄາແພງ ຄືການກັບເຂົ້າມາສຳຫຼວດ “ຈິດໃຈ” ຂອງຕົນເອງອີກຄັ້ງໜຶ່ງ....
ໃນອຸດສາຫະກຳຄວາມງາມ ແລະ ການປະກວດຂອງລາວ ການຈະກ້າວຂຶ້ນມາເປັນຜູ້ບໍລິຫານຈັດການເວທີລະດັບປະເທດ ບໍ່ແມ່ນເລື່ອງທີ່ໃຜກໍສາມາດເຮັດໄດ້ງ່າຍໆ. ແຕ່ສຳລັບ “ເບຍ – ພຸດຖາວອນ ອິນທະວົງ” ຊາຍໜຸ່ມຜູ້ມີຈຸດເລີ່ມຕົ້ນຈາກການຈັບແປງແຕ່ງໜ້າ, ຄວາມຫຼົງໄຫຼໃນສິລະປະ ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ທຳມະຊາດຂອງຜູ້ເຂົ້າປະກວດ ໄດ້ກາຍເປັນໃບເບີກທາງສຳຄັນທີ່ພາລາວກ້າວຂ້າມຂີດຈຳກັດຂອງຕົນເອງ. ມື້ນີ້ Muan ຈະພາທຸກຄົນໄປເຈາະເລິກທຸກແງ່ມຸມ, ທຸກຄວາມຮູ້ສຶກ ແລະ ທຸກບາດກ້າວທີ່ເຕັມໄປດ້ວຍຄວາມທ້າທາຍ ຂອງຊ່າງແຕ່ງໜ້າຄິວທອງ ທີ່ມື້ນີ້ໄດ້ກາຍມາເປັນຜູ້ກຳນົດທິດທາງ...
ຖ້າເວົ້າເຖິງຄຳວ່າ “Bear” ຫຼື “ຫຸ່ນໝີ” ຫຼາຍຄົນອາດຈະນຶກເຖິງຮູບຮ່າງທີ່ອວບອີ່ມ ແຕ່ສຳລັບ ແຈັກກີ້ ທິລະພົງ ຈັນທະວົງ ໜຸ່ມໄວ 27 ປີ ຄຳນີ້ໝາຍເຖິງ “ຄວາມອົບອຸ່ນ, ໜ້າຮັກ, ປອດໄພ ແລະ ໂດດເດັ່ນໃນແບບຂອງຕົວເອງ”. ມື້ນີ້ຈະພາໄປຮູ້ຈັກກັບອະດີດພະນັກງານເສີບຮ້ານອາຫານກາງຄືນ ທີ່ກ້າວຂຶ້ນມາຈັບໄມ ໃສ່ສາຍສະພາຍ ເປັນຕົວແທນປະເທດລາວເທິງເວທີ Mr....
ວົງການແຟຊັນລາວສ້າງປະກົດການໃໝ່ຢ່າງພາກພູມໃຈ ໃນຄໍ່າຄືນວັນທີ 1 ມີນາ 2026 ທີ່ໂຮງແຮມ Amari Vientiane ຜ່ານມາ, ກັບງານ “Z Fashion Show Celebrity Night” ທີ່ລວມເອົາສຸດຍອດນັກອອກແບບ, ນາງແບບ-ນາຍແບບ ແລະ ເຊເລັບບິວຕີ້ຊື່ດັງທົ່ວຟ້າເມືອງລາວ ມາຮ່ວມສ້າງສັນຜົນງານເທິງ Runway ທີ່ສວຍງາມ ແລະ...
ຫາກເວົ້າເຖິງອຸດສາຫະກຳແຟຊັນລະດັບໂລກໃນຊ່ວງ 4 ທົດສະວັດທີ່ຜ່ານມາ ກໍຕ້ອງມີຊື່ຂອງ ນາໂອມິ ແຄມເບວ (Naomi Campbell) ຢ່າງແນ່ນອນ ເພາະນາງຄືສັນຍະລັກຂອງຄວາມສະຫງ່າງາມ, ຄວາມສຳເລັດ ແລະ ຄວາມເປັນຕົວແມ່ທີ່ຍາກຈະຫາໃຜທຽບໄດ້. ແຕ່ເບື້ອງຫຼັງສະປອດໄລທ໌ທີ່ສາດສ່ອງ ແລະ ການຍ່າງສັບຂາເທິງຣັນເວຢ່າງໝັ້ນໃຈ, ເສັ້ນທາງຂອງນາງບໍ່ໄດ້ໂຮຍດ້ວຍກີບກຸຫຼາບ. ແຕ່ນາງ “ນັກສູ້” ຜູ້ໃຊ້ຄວາມພະຍາຍາມທະລາຍກຳແພງອະຄະຕິທາງເຊື້ອຊາດ ແລະ ເປີດທາງໃຫ້ຄວາມຫຼາກຫຼາຍເບ່ງບານໃນໂລກແຟຊັນຈົນເຖິງທຸກມື້ນີ້. ມື້ນີ້...
ພວກເຮົາໃຊ້ຄຸກກີ້ເພື່ອປັບປຸງປະສົບການ ແລະ ນຳສະເໜີເນື້ອຫາທີ່ຖືກໃຈທ່ານທີ່ສຸດ. ຍິນຍອມໃຫ້ເຮົາເບິ່ງແຍງປະສົບການຂອງທ່ານບໍ່?