ຈາກເດັກນ້ອຍບໍ່ເຄີຍໃສ່ສົ້ນສູງສູ່ມົງກຸດອັນຊົງກຽດ: ລູກເກດ ເກດສະໜາ ຕົວແທນສາວລະແວແຫ່ງເວທີນາງສາວບັນດາເຜົ່າລາວ 2026

Key Takeaways:
- ລູກເກດ - ເກດສະໜາ ແກ້ວແສນຫອມ, ຕົວແທນຊົນເຜົ່າລະແວ, ໄດ້ຮັບຕຳແໜ່ງ Miss Ethnic Laos 2026 ດ້ວຍຄວາມພະຍາຍາມ ແລະ ຄວາມຕັ້ງໃຈ.
- ເຖິງແມ່ນວ່າໃນອະດີດຈະເປັນຄົນທຳມະດາ, ບໍ່ເຄີຍມີປະສົບການໃນວົງການນາງງາມ, ແຕ່ລູກເກດກໍໄດ້ພັດທະນາຕົນເອງໃຫ້ກ້າຫານ ແລະ ໝັ້ນໃຈຫຼາຍຂຶ້ນ.
- ນາງມີເປົ້າໝາຍທີ່ຈະເປັນຕົວແທນນຳເອົາເອກະລັກ, ມົນສະເໜ່ ແລະ ວິຖີຊີວິດອັນລຽບງ່າຍຂອງຊົນເຜົ່າລະແວ, ໂດຍສະເພາະວັດທະນະທຳກ່ຽວກັບ "ຄ້ອງສຳລິດ" ທີ່ເປັນສັນຍາລັກສຳຄັນ.
- ລູກເກດເນັ້ນໜັກເຖິງຄວາມສຳຄັນຂອງການອະນຸລັກພູມປັນຍາ ແລະ ວິຖີຊີວິດແບບດັ້ງເດີມ, ໂດຍສະເພາະແມ່ນການທໍຜ້າ ແລະ ລວດລາຍທີ່ມີຄວາມໝາຍສຳຄັນ.
- ນາງໄດ້ສົ່ງຂໍ້ຄວາມໃຫ້ກັບຊາວໜຸ່ມລາວ, ກະຕຸກຊຸກຍູ້ໃຫ້ມີຄວາມເຊື່ອໝັ້ນໃນຕົນເອງ, ກ້າສະແດງອອກ ແລະ ບໍ່ຍອມແພ້ຕໍ່ຄວາມກົດດັນຕ່າງໆ.
ຖ້າເວົ້າເຖິງໜຶ່ງໃນຄ່ຳຄືນທີ່ເຕັມໄປດ້ວຍຮອຍຍິ້ມ, ຄວາມຕື່ນເຕັ້ນ ແລະ ຄວາມພາກພູມໃຈທີ່ສຸດບົນເວທີ Miss Ethnic Laos 2026 – ນາງສາວບັນດາເຜົ່າລາວ 2026 ເຊື່ອວ່າພາບຂອງ ສາວນ້ອຍໄວ 20 ປີ ເຈົ້າຂອງຮອຍຍິ້ມທີ່ເຕັມໄປດ້ວຍພະລັງບວກ ຄົນນີ້ ຕ້ອງຕິດຢູ່ໃນຄວາມຈື່ຈຳຂອງໃຜຫຼາຍໆຄົນຢ່າງແນ່ນອນ.
“ລູກເກດ – ເກດສະໜາ ແກ້ວແສນຫອມ” MEL 06 ຕົວແທນ “ຊົນເຜົ່າລະແວ” ຜູ້ທີ່ກ້າວເຂົ້າສູ່ເວທີນີ້ດ້ວຍຫົວໃຈນັກສູ້ ແລະ ຄວາມຕັ້ງໃຈອັນແຮງກ້າ ທີ່ຈະນຳເອົາເອກະລັກ, ມົນສະເໜ່ ແລະ ວິຖີຊີວິດອັນລຽບງ່າຍຂອງເຜົ່າຕົນເອງ ອອກມາສະເໜີໃຫ້ຊາວໂລກໄດ້ຮັບຮູ້ ແຕ່ກວ່າຈະມາເຖິງວິນາທີທີ່ສວມມົງກຸດແຫ່ງກຽດຕິຍົດ ເສັ້ນທາງຂອງນາງນ້ອຍຄົນນີ້ ບໍ່ໄດ້ງ່າຍເລີຍ.

ຈາກ “ເດັກນ້ອຍທຳມະດາ” ສູ່ “ບົດພິສູດຂອງຄວາມພະຍາຍາມ”
ໃຜຈະຮູ້ວ່າ ກວ່າຈະມາເປັນ Miss Ethnic Laos 2026 ທີ່ໂດດເດັ່ນ ແລະ ໝັ້ນໃຈບົນເວທີ, ໃນອະດີດ ລູກເກດ ກໍຄືເດັກນ້ອຍທຳມະດາຄົນໜຶ່ງ ທີ່ບໍ່ເຄີຍສຳຜັດກັບໂລກຂອງວົງການນາງງາມມາກ່ອນ.
ລູກເກດ ເປັນເດັກນ້ອຍທີ່ບໍ່ເຄີຍໃສ່ສົ້ນສູງ, ເວົ້າບໍ່ເກັ່ງ, ບໍ່ເຄີຍນອນຕື່ນເຊົ້າ ແລະ ບໍ່ເຄີຍຕ້ອງມາຮັບຜິດຊອບຫຍັງທີ່ໃຫຍ່ຫຼວງຂະໜາດນີ້ ແຕ່ເມື່ອກ້າວເຂົ້າເລືອກເສັ້ນທາງນີ້ແລ້ວ ລູກເກດຕ້ອງພະຍາຍາມພັກດັນໂຕເອງໃຫ້ເຖິງທີສຸດ ບໍ່ເຄີຍຄິດຈະທໍ້ ເເມ້ໃນມື້ທີ່ເເສນຈະເມື່ອຍ ແລະ ໃນທີ່ສຸດ ຄວາມພະຍາຍາມກໍບໍ່ເຮັດໃຫ້ເກດເສຍໃຈເລີຍ.
ປັດຈຸບັນ ລູກເກດ ກຳລັງສຶກສາຢູ່ປີທີ 2 ທີ່ສະຖາບັນຣັຕນະບໍລິຫານທຸລະກິດ, ຄວບຄູ່ກັບການເຮັດໜ້າທີ່ Brand Ambassador ໃຫ້ກັບ Thunjai Express ແລະ Content Creator ໃຫ້ກັບ Faw Truck Laos. ເມື່ອໃຫ້ອະທິບາຍເຖິງຕົວຕົນ, ນ້ອງເລືອກຄຳວ່າ “ບໍ່ຍອມແພ້” ມາເປັນນິຍາມປະຈຳໂຕ. ສຳລັບລູກເກດແລ້ວ ບໍ່ວ່າຈະຕ້ອງປະເຊີນກັບອຸປະສັກໃດ ນ້ອງຈະເລືອກປະເຊີນໜ້າ ແລະ ສູ້ຕໍ່ໄປສະເໝີ ໂດຍມີ “ຮອຍຍິ້ມ” ເປັນອາວຸດລັບທີ່ຊ່ວຍເຕີມພະລັງໃຫ້ໂຕເອງ ແລະ ຜູ້ຄົນອ້ອມຂ້າງ.

“ຄ້ອງສຳລິດ” ແລະ ສຽງເພງແຫ່ງສັດທາ: ມົນສະເໜ່ອັນງົດງາມຂອງຊົນເຜົ່າລະແວ
ໜຶ່ງໃນເປົ້າໝາຍທີ່ສຳຄັນທີ່ສຸດຂອງ ລູກເກດ ໃນການມາປະກວດຄັ້ງນີ້ ຄືການເປັນ “ກະບອກສຽງ” ໃຫ້ກັບ ຊົນເຜົ່າລະແວ ເຊິ່ງເປັນຊົນເຜົ່າທີ່ມີວັດທະນະທຳອັນງົດງາມ ແລະ ປະສົມປະສານ ຢູ່ທາງພາກໃຕ້ຂອງລາວ ໂດຍສະເພາະ ແຂວງອັດຕະປື ແລະ ຈຳປາສັກ.
ສິ່ງທີ່ເຮັດໃຫ້ລູກເກດພູມໃຈໃນເຜົ່າລະແວຫຼາຍທີ່ສຸດ ບໍ່ແມ່ນຄວາມອະລັງການ ແຕ່ແມ່ນ “ການຢູ່ຮ່ວມກັນແບບລຽບງ່າຍ, ຄວາມສາມັກຄີ ແລະ ວິຖີຊີວິດທີ່ອິງແອບທຳມະຊາດ” ເຊິ່ງສະທ້ອນໃຫ້ເຫັນເຖິງປະເພນີດັ້ງເດີມຂອງຄົນລາວທີ່ບໍ່ມີການແຂ່ງຂັນກັນ.
ເມື່ອຖາມເຖິງສິ່ງທີ່ເປັນຕົວແທນຂອງຊາດພັນ, ລູກເກດ ເລືອກ “ຄ້ອງສຳລິດ”.
ສຳລັບຊາວລະແວ, ຄ້ອງ ບໍ່ແມ່ນພຽງແຕ່ເຄື່ອງດົນຕີ ແຕ່ເປັນສັນຍາລັກທີ່ສຳຄັນໃນຊີວິດ ໃຊ້ທັງໃນງານບຸນ, ພິທີແຕ່ງງານ ແລະ ພິທີ ‘ເຊັ່ນຜີບັນພະບຸລຸດ’ ເຊິ່ງເປັນປະເພນີທີ່ເກດຮັກຫຼາຍ ເພາະມັນຄືການສະແດງຄວາມກະຕັນຍູ. ພວກຮົາເຊື່ອວ່າ ສຽງຄ້ອງຄືສື່ກາງລະຫວ່າງມະນຸດກັບວິນຍານບັນພະບຸລຸດ ແລະ ເປັນສິ່ງທີ່ບົ່ງບອກເຖິງຄວາມສາມັກຄີ, ຖານະ ແລະ ຄວາມອຸດົມສົມບູນຂອງຊຸມຊົນ.

ພູມປັນຍາບົນຜືນຜ້າ: ເມື່ອສີສັນ ແລະ ລວດລາຍ ເລົ່າເລື່ອງລາວຂອງຜືນປ່າ
ຖ້າໃຫ້ພາຄົນທົ່ວໂລກມາທ່ຽວເຮືອນຂອງຊາວລະແວໄດ້ 1 ມື້, ສິ່ງທຳອິດທີ່ ລູກເກດ ຢາກໃຫ້ທຸກຄົນໄດ້ສຳຜັດກໍຄື “ເຄື່ອງນຸ່ງຫົ່ມພື້ນເມືອງ” ເພາະມັນຄືສິ່ງທຳອິດທີ່ໄດ້ເຫັນແລ້ວຈະຈື່ຈຳໄດ້ຕະຫຼອດໄປ.
ຜ້າທໍຂອງຊາວລະແວ ເປັນພູມປັນຍາທີ່ຜະລິດຈາກຝ້າຍທີ່ປູກເອງ ແລະ ຍ້ອມດ້ວຍສີທຳມະຊາດຈາກພືດພັນໃນປ່າ. ທຸກສີສັນ ແລະ ລວດລາຍ ล้วນມີຄວາມໝາຍຊ່ອນຢູ່:
- ສີດຳ / ສີຄາມ: ສື່ເຖິງ ຜືນດິນ, ປ່າໄມ້ອັນອຸດົມສົມບູນ ແລະ ຄວາມເຂັ້ມແຂງ.
- ສີແດງ: ສື່ເຖິງ ພະລັງງານ, ຄວາມກ້າຫານ ແລະ ຊີວິດ.
- ສີຂາວ: ສື່ເຖິງ ຄວາມບໍລິສຸດ ແລະ ຄວາມສະຫງົບສຸກ.
- ລວດລາຍສາມຫຼ່ຽມ – ຮູບເຂົ້າຫຼາມຕັດ: ເປັນການຈຳລອງຄວາມງາມຂອງ ພູເຂົາ, ແມ່ນ້ຳ ແລະ ຄວາມສົມບູນຂອງທຳມະຊາດ.
ຜູ້ຍິງລະແວຈະນຸ່ງສິ້ນທໍມື, ສວມເສື້ອສີເຂັ້ມ ຫຼື ຜ້າຄາດອົກ ພ້ອມປະດັບດ້ວຍລູກປັດ ແລະ ກຳໄລ. ສ່ວນຜູ້ຊາຍຈະນຸ່ງໂສ້ງ ຫຼື ຜ້າຄາດແອວ ທີ່ສະທ້ອນເຖິງຄວາມຄ່ອງໂຕ ແລະ ວິຖີຊີວິດນັກສູ້.

ພາລະກິດອະນຸລັກຄວາມລຽບງ່າຍ ໃນໂລກທີ່ເຕັມໄປດ້ວຍການແຂ່ງຂັນ
ໃນຍຸກທີ່ທຸກຄົນຕ້ອງດຳເນີນຊີວິດດ້ວຍຄວາມຮີບຮ້ອນ ແລະ ເຕັມໄປດ້ວຍການແຂ່ງຂັນ, ລູກເກດ ມອງເຫັນວ່າ ຫຼາຍຄົນກຳລັງຫຼົງລືມ “ຄວາມລຽບງ່າຍ” ແລະ ວິຖີຊີວິດທີ່ຢູ່ຮ່ວມກັບທຳມະຊາດ.
ດັ່ງນັ້ນ, ມົງກຸດ Miss Ethnic Laos 2026 ໃນມືຂອງນ້ອງ ຈະບໍ່ແມ່ນພຽງແຕ່ເຄື່ອງປະດັບທີ່ສວຍງາມ, ແຕ່ແມ່ນ “ພື້ນທີ່” ໃນການສ້າງຄຸນຄ່າໃຫ້ກັບທຸກຊົນເຜົ່າໃນລາວ.
ເກດຢາກໃຊ້ກະບອກສຽງນີ້ ເຮັດໂຄງການອະນຸລັກວິຖີຊີວິດ ແລະ ການນຸ່ງຖືຂອງຊຸມຊົນ. ເຖິງວ່າໂລກຈະປ່ຽນໄປແນວໃດ, ແຕ່ບາງສິ່ງບາງຢ່າງທີ່ເປັນຮາກເຫງົ້າ ແລະ ພູມປັນຍາ ເຊັ່ນ ຜ້າທໍຝ້າຍທຳມະຊາດ, ເຮົາສາມາດຮັກສາໄວ້ໄດ້. ເກດຢາກໃຫ້ຄົນທົ່ວໂລກຈື່ຈຳຊົນເຜົ່າລະແວ ໃນນາມຊົນເຜົ່າທີ່ຮັກຄວາມລຽບງ່າຍ, ມີຊີວິດທີ່ຜູກຕິດກັບທຳມະຊາດ, ມີຄວາມໃສຊື່ ແລະ ບໍລິສຸດໃຈ.

“ອະນາຄົດຢູ່ໃນມືຂອງເຈົ້າ”: ຂໍ້ຄວາມສົ່ງຕໍ່ພະລັງບວກເຖິງໄວໜຸ່ມລາວ
ຄໍາຖາມໃນຮອບ 6 ຄົນສຸດທ້າຍທີ່ຖາມວ່າ ” ທ່ານຈະຝາກຂໍ້ຄວາມເຖິງ ຊາວໜຸ່ມ ເຍົາວະຊົນ ແມ່ຍິງລາວບັນດາເຜົ່າທີ່ກຳລັງຜະເຊີນຄວາມກົດດັນໃນການດຳລົງຊີວິດແນວໃດ ເພື່ອໃຫ້ເຂົາເຈົ້າມີພະລັງໃນການສູ້ຕໍ່ໄປ? “
ລູກເກດຕອບຢ່າງໝັ້ນໃຈວ່າ ” ນ້ອງຢາກບອກວ່າຢ່າເອົາຄວາມກົດດັນຂອງຄົນອື່ນເຮັດໃຫ້ຕົວເອງທຸກໃຈ ຈົ່ງເຊື່ອໝັ້ນໃນໂຕເອງ ແລະ ກ້າທີ່ຈະສະແດງສັກກະຍະພາບ ຄວາມກ້າຫານ ຄວາມກ້າສະແດງອອກຂອງທ່ານ ອອກມາໃຫ້ຊາວໂລກໄດ້ຮັບຮູ້ ເພາະວ່າ ຄວາມຮູ້ຂອງທ່ານ ອະນາຄົດຂອງທ່ານ ຢູ່ໃນມື້ຂອງທ່ານເອງ ຂໍຂອບໃຈ “
ບົດສະຫຼຸບ: ຮອຍຍິ້ມ ແລະ ຄວາມກ້າຫານ ທີ່ຈະຈື່ຈຳໄປຕະຫຼອດການ
ໄຊຊະນະເລີດ Miss Ethnic Laos 2026 ຂອງ ລູກເກດ – ເກດສະໜາ ແກ້ວແສນຫອມ ບໍ່ໄດ້ເປັນພຽງແຕ່ບົດພິສູດຄວາມສາມາດ, ແຕ່ມັນຄືຕົວແທນຂອງຄວາມກ້າ, ຄວາມອົດທົນ ແລະ ຄວາມບໍ່ຍອມແພ້.
ດັ່ງຄຳເວົ້າປະຈຳໃຈທີ່ນ້ອງໄດ້ຝາກໄວ້:
“ຈົ່ງອົດທົນຕໍ່ອຸປະສັກ ເພາະທຸກການກ້າວຜ່ານ ຈະເຮັດໃຫ້ເຈົ້າເຂັ້ມແຂງຂຶ້ນກວ່າເກົ່າ”
ແລະ ນີ້ຄືເລື່ອງລາວຂອງ “ລູກເກດ MEL 06” — ຕົວແທນສາວລະແວຜູ້ໃຊ້ຄວາມບໍລິສຸດໃຈ, ຮອຍຍິ້ມ ແລະ ຄວາມຮັກໃນຮາກເຫງົ້າ ເພື່ອສ່ອງປະໄກຍບົນເວທີ ແລະ ຄືນຄຸນຄ່າໃຫ້ກັບຊຸມຊົນຂອງນາງຢ່າງແທ້ຈິງ.
