ນ້ອຍ ພອນທິດາ ສາວຫຼວງພະບາງກັບການກັບມາທວງຄືນຄວາມຝັນໃນເວທີ FACE of LAOS

Key Takeaways:
- ຄວາມສວຍງາມບໍ່ໄດ້ມີພຽງຮູບແບບດຽວສະເໝີໄປ ບາງຄັ້ງຄວາມແຕກຕ່າງທີ່ເປັນເອກະລັກ ກໍຄືມົນສະເໜ່ທີ່ສະກົດທຸກສາຍຕາໄດ້ດີທີ່ສຸດ.
- “ນ້ອຍ” ພອນທິດາ ສຸເທບມະນີ (FOL 09) ສາວຫຼວງພະບາງ ໄວ 23 ປີ ຜູ້ເປັນເຈົ້າຂອງຮ້ານເຊົ່າຊຸດລາຕີ ໂດດເດັ່ນບໍ່ຊໍ້າໃຜ ຈົນຄະນະກຳມະການທ້ວງວ່ານາງມີໂຄງໜ້າ ແລະ ຮູບຮ່າງຄືກັບຕົວລະຄອນຈາກເລື່ອງ “ອາວະຕານ”.
- ຄວາມສາມາດພິເສດທີ່ນ້ອຍມັກທີ່ສຸດຄືການຫຼິ້ນກິລາ "ເທຄວັນໂດ (Taekwondo)" ເຊິ່ງນາງມັກເພາະມັນເບິ່ງເທ້ ແລະ ຍັງໄດ້ຮຽນຮູ້ວິຊາປ້ອງກັນຕົວ.
- ນ້ອຍເຄີຍຝາກຜົນງານທີ່ໜ້າປະທັບໃຈໄວ້ໃນວົງການແຟຊັ່ນແລ້ວ ທັງການຍ່າງແບບໃນງານ Lao Fashion Week Luang Prabang 2025 ແລະ ງານເປີດຕົວແບຣນ VANA.
- Kendall Jenner ຄືໄອດໍ້ ເພາະລາວເປັນນາງແບບລະດັບໂລກ ແລະ ເປັນແຮງບັນດານໃຈ, ນ້ອຍຝັນຢາກມີຜົນງານແຄມເປນແຟຊັ່ນທີ່ໂດດເດັ່ນ ແລະ ສາມາດດຸ່ນດ່ຽງການເຮັດວຽກໃນວົງການໄປພ້ອມໆກັບການເຮັດທຸລະກິດສ່ວນຕົວ.
ໃນວົງການນາງແບບ ຄວາມສວຍງາມບໍ່ໄດ້ມີພຽງຮູບແບບດຽວສະເໝີໄປ. ບາງຄັ້ງຄວາມແຕກຕ່າງທີ່ເປັນເອກະລັກ ກໍຄືມົນສະເໜ່ທີ່ສະກົດທຸກສາຍຕາໄດ້ດີທີ່ສຸດ. ພົບກັບ “ນ້ອຍ” ຫຼື ພອນທິດາ ສຸເທບມະນີ (FOL 09) ສາວຫຼວງພະບາງ ໄວ 23 ປີ ຜູ້ເປັນເຈົ້າຂອງຮ້ານເຊົ່າຊຸດລາຕີ ແລະ ມາພ້ອມກັບລຸກທີ່ໂດດເດັ່ນບໍ່ຊໍ້າໃຜ ຈົນກຳມະການເຖິງກັບທ້ວງວ່ານາງມີໂຄງໜ້າ ແລະ ຮູບຮ່າງຄືກັບຕົວລະຄອນຈາກເລື່ອງ “ອາວະຕານ” ເຊິ່ງຖືເປັນຄຳຊົມສຳລັບຄົນທີ່ມີລັກສະນະ High Fashion ຢ່າງແທ້ຈິງ!
ພາຍໃຕ້ຄວາມສູງ, ຈ່ອຍ, ບອບບາງ (ທີ່ເຈົ້າຕົວແຊວຕົນເອງວ່າເປັນກະດູກຍ່າງໄດ້) ນ້ອຍຍອມຮັບວ່ານາງເປັນຄົນທີ່ເວົ້າບໍ່ຄ່ອຍເກັ່ງ ມັກຈະມິດງຽບໃນຕອນທຳອິດ ແຕ່ຖ້າໃຜໄດ້ສະນິດແລ້ວ ຈະຮູ້ເລີຍວ່າສາວຄົນນີ້ເປັນຄົນ “ປາກບໍ່ຢຸດ” ແລະ ມ່ວນຊື່ນເປັນກັນເອງສຸດໆ.

ເຫັນຮູບຮ່າງບອບບາງແນວນີ້ ໃຜຈະເຊື່ອວ່າຄວາມສາມາດພິເສດທີ່ນ້ອຍມັກທີ່ສຸດຄືການຫຼິ້ນກິລາ “ເທຄວັນໂດ (Taekwondo)”. ນາງຫຼົງໄຫຼໃນກິລານີ້ເພາະມັນເບິ່ງເທ້ ແລະ ຍັງໄດ້ຮຽນູຮູ້ວິຊາປ້ອງກັນຕົວໄປພ້ອມ. ສຳລັບນ້ອຍແລ້ວ ທັກສະທີ່ເຮັດໃຫ້ຄົນເບິ່ງຮູ້ສຶກ “ວ້າວ” ບໍ່ໄດ້ເກີດຈາກພອນສະຫວັນທີ່ຟ້າປະທານມາພຽງຢ່າງດຽວ ແຕ່ມັນເກີດຈາກການທີ່ຄົນເບິ່ງສາມາດສຳຜັດໄດ້ວ່າ ສິ່ງນັ້ນຕ້ອງຜ່ານ “ການຝຶກຝົນຢ່າງໜັກໜ່ວງ” ມາຫຼາຍສໍ່າໃດກວ່າຈະສຳເລັດ.
ເຖິງຈະເປັນໄວລຸ້ນທີ່ກຳລັງມຸ່ງໝັ້ນກັບການເຮັດຮ້ານເຊົ່າຊຸດລາຕີ ແຕ່ນ້ອຍກໍເຄີຍຝາກຜົນງານທີ່ໜ້າປະທັບໃຈໄວ້ໃນວົງການແຟຊັ່ນແລ້ວ ທັງການຍ່າງແບບໃນງານ Lao Fashion Week Luang Prabang 2025 ແລະ ງານເປີດຕົວແບຣນ VANA. ຈຸດປ່ຽນທີ່ສຳຄັນທີ່ສຸດໃນຊີວິດນາງ ຄືການໄດ້ຖ່າຍແບບໃຫ້ກັບແບຣນ VANA. ມັນເປັນຄັ້ງທຳອິດທີ່ປ່ຽນຈາກຄົນທີ່ບໍ່ມີໃຜຮູ້ຈັກ ໃຫ້ກາຍເປັນທີ່ຮູ້ຈັກຫຼາຍຂຶ້ນ ແລະ ເປັນຜົນງານທີ່ສ້າງລາຍໄດ້ໃຫ້ນາງຢ່າງແທ້ຈິງ. “ຖ້າທາງແບຣນບໍ່ຕິດຕໍ່ມາໃນມື້ນັ້ນ ກໍຄົງບໍ່ເຫັນນ້ອຍຢືນຢູ່ບ່ອນນີ້” ນາງກ່າວດ້ວຍຄວາມຮູ້ສຶກຂອບໃຈຈາກໃຈຈິງ.

ການກັບມາຄັ້ງທີ 2 ເພື່ອພິສູດຕົວເອງ ນີ້ບໍ່ແມ່ນຄັ້ງທຳອິດຂອງນ້ອຍກັບ FACE of LAOS! ນາງເຄີຍລົງປະກວດມາແລ້ວໃນປີ 2023 ເຊິ່ງຕອນນັ້ນນາງໄດ້ຮັບທັງປະສົບການໃໝ່ໆ ແລະ ມິດຕະພາບ. ຄວາມຄິດຮອດບັນຍາກາດເຫຼົ່ານັ້ນ ເຮັດໃຫ້ນ້ອຍຕັດສິນໃຈກັບມາລົງສະໝັກອີກຄັ້ງ. ຕອນທີ່ຮູ້ວ່າຜ່ານເຂົ້າຮອບ 20 ຄົນສຸດທ້າຍ ນາງດີໃຈ ແລະ ຕື່ນເຕັ້ນແຮງທີ່ກຳມະການໃຫ້ໂອກາດເປັນຄັ້ງທີ 2. ນາງສັນຍາກັບຕົວເອງວ່າຈະຕັ້ງໃຈເຮັດທຸກຢ່າງໃຫ້ເຕັມທີ່ທີ່ສຸດ ເພາະນາງຮູ້ດີວ່າ ໃບໜ້າທີ່ເກ໋ແປກຕາ ແລະ ໂຄ້ງໜ້າທີ່ບໍ່ຊໍ້າໃຜນີ້ ຄືອາວຸດລັບທີ່ຈະເຮັດໃຫ້ນາງໂດດເດັ່ນ.
Kendall Jenner ຄືໄອດໍ້ ເພາະລາວເປັນນາງແບບລະດັບໂລກ ແລະ ເປັນແຮງບັນດານໃຈ, ນ້ອຍຝັນຢາກມີຜົນງານແຄມເປນແຟຊັ່ນທີ່ໂດດເດັ່ນ ແລະ ສາມາດດຸ່ນດ່ຽງການເຮັດວຽກໃນວົງການໄປພ້ອມໆກັບການເຮັດທຸລະກິດສ່ວນຕົວ. ຕະຫຼອດການປະກວດ ນ້ອຍໄດ້ຮຽນຮູ້ທັງການແຕ່ງໜ້າ, ການຍ່າງແບບ ແລະ ທີ່ສຳຄັນຄືການກ້າສະແດງອອກ. ນາງຢາກໃຫ້ທຸກຄົນຈັບຕາມອງນາງໄວ້ໃຫ້ດີ ເພາະຄວາມແປກປະຫຼາດທີ່ບໍ່ຄືໃຜນີ້ແຫຼະ ຈະພິສູດໃຫ້ນາງເຫັນວ່ານາງບໍ່ໄດ້ມາຫຼິ້ນໆ.
ບໍ່ຢາກຈະຂົ່ມໃຜ ຮັກທຸກຄົນ. ໝູ່ທຸກຄົນຄືຄົນທີ່ພານ້ອຍເວົ້າເກັ່ງຂຶ້ນ ຈາກສາວນ້ອຍເວົ້າໜ້ອຍໃນມື້ນັ້ນ ຈົນກາຍເປັນສາວນ້ອຍເວົ້າຫຼາຍໃນມື້ນີ້. ຂໍໃຫ້ທຸກຄົນສູ້ໆໄປນຳກັນ ບໍ່ວ່າຜົນຈະອອກມາເປັນແບບໃດ ກໍຍັງຈະຮັກ ແລະ ໃຫ້ກຳລັງໃຈໝູ່ທຸກຄົນ Love you guys 💕
