ຫຸ່ນມັນໃຫ້ ຂາມັນຍາວ ພອຍ ພອຍໄພລິນ FOL 11 ຜູ້ພ້ອມມາສັບເວທີ FACE of LAOS

ແບ່ງປັນ

ຫຸ່ນມັນໃຫ້ ຂາມັນຍາວ ພອຍ ພອຍໄພລິນ FOL 11 ຜູ້ພ້ອມມາສັບເວທີ FACE of LAOS

ໂດຍ: Tonmai Phoutthasack Tonmai Phoutthasack
25 August 2026 17

ຖ້າຈະຊອກຫາຜູ້ເຂົ້າແຂ່ງຂັນທີ່ກ້າເວົ້າກົງໄປກົງມາ, ມີສະເໜ່ແບບແປກໆ ແຕ່ດຶງດູດສາຍຕາຈົນລະໄລ່ບໍ່ໄດ້ ຕ້ອງຍົກໃຫ້ກັບສາວຫຼວງພະບາງໄວ 21 ປີ ຄົນນີ້: “ພອຍ” ຫຼື ພອຍໄພລິນ ສີມມາວົງ (FOL 11). ດ້ວຍຮູບຮ່າງທີ່ເກີດມາເພື່ອເປັນນາງແບບ ບວກກັບໃບໜ້າເກ๋ໆ ທີ່ເບິ່ງແລ້ວຕ້ອງຫຼົງຮັກ ແຕ່ໃຜຈະຮູ້ວ່າພາຍໃຕ້ລຸກທີ່ໝັ້ນໃຈເບີແຮງນີ້ ນາງຄືຄົນທີ່ນິຍາມຕົນເອງວ່າເປັນ Introvert ທີ່ພ້ອມສະຫຼະຄວາມຂີ້ອາຍຖິ້ມທັນທີ ຖ້າມັນສາມາດປ່ຽນເປັນ “ເງິນ” ໄດ້!

ພອຍເປັນຄົນທີ່ຮຽນຮູ້ໄວ ແລະ ເຂົ້າໃຈງ່າຍ ນາງສາມາດເວົ້າໄດ້ຫຼາຍພາສາ (ອັງກິດ, ຈີນ, ຝຣັ່ງ) ເພື່ອເອົາໄວ້ສື່ສານແລກປ່ຽນມຸມມອງກັບຄົນແປກໜ້າຈາກທົ່ວໂລກ ແຕ່ນາງແອບບອກວ່າ ຖ້າເປັນຄົນຮູ້ຈັກແມ່ນບໍ່ຄ່ອຍຢາກລົມນຳ ເພາະຮູ້ຈັກກັນດີແລ້ວ. ນອກຈາກນີ້ ນາງຍັງມັກກິດຈະກຳທ້າທາຍຄວາມສ່ຽງ ເຊັ່ນ: ຂັບລົດວິບາກ, ຫຼິ້ນສະເກັດບອດ ແລະ ຫຼິ້ນກັບສັດແປກໆ.

ແຕ່ທັກສະທີ່ຫຼາຍຄົນຕ້ອງ “ວ້າວ” ກັບເປັນ “ທັກສະການຫາເງິນ”. ພອຍລອງມາແລ້ວແຖບຈະທຸກອາຊີບ ບໍ່ວ່າຈະເປັນຊ່າງເພັ້ນເຮນນາ, ເຮັດເລັບ, ຖັກຜົມ, ຕັດເຄື່ອງ, ໄກ້ດ໌ ນຳທ່ຽວ ຫຼື ບາຣິສຕ້າ. ນາງໃຫຍ່ມາໃນຄອບຄົວທີ່ສອນໃຫ້ຮູ້ຈັກຄຸນຄ່າຂອງທຸກສິ່ງ ແລະ ຕ້ອງພະຍາຍາມດ້ວຍຕົນເອງ ມັນຈຶ່ງຫຼໍ່ຫຼອມໃຫ້ນາງກາຍເປັນຄົນທີ່ເບິ່ງທຸກຢ່າງຕາມຄວາມເປັນຈິງ (Pragmatic) ແລະ ກ້າທີ່ຈະປ່ຽນຄວາມມັກໃຫ້ກາຍເປັນລາຍຮັບໄດ້ສະເໝີ.

ອ່ານຕື່ມ:  ຈອນນີ້ ອາລິຍາສອນ ພົມມະຈັກ ກັບບົດພິສູດຄວາມທຸ້ມເທ ແລະ ຄວາມຕັ້ງໃຈໃນເວທີ FACE of LAOS

ບົດຮຽນລາຄາແພງ ທີ່ສອນໃຫ້ຮູ້ວ່າ “ຄວາມຄາດຫວັງສາມາດຂ້າເຮົາໄດ້” ເບື້ອງຫຼັງຄວາມໝັ້ນໃຈ ພອຍເຄີຍຜ່ານຈຸດທີ່ດິ່ງທີ່ສຸດໃນຊີວິດມາແລ້ວ. ໃນໄວພຽງ 19 ປີ ນາງເຄີຍເປີດບໍລິສັດ Production ກັບໝູ່ ແຕ່ດ້ວຍອາຍຸຍັງນ້ອຍ ບວກກັບອີໂກ້ (Ego) ທີ່ສູງປຣີດ ເຮັດໃຫ້ນາງແບກທຸກຢ່າງໄວ້ຄົນດຽວຈົນທຸລະກິດໄປຕໍ່ບໍ່ໄດ້. ຕອນນັ້ນນາງບໍ່ກ້າແມ່ນແຕ່ຈະຂໍຄວາມຊ່ວຍເຫຼືອຈາກໃຜ ເພາະຄິດວ່າ “ຍອມອົດນໍ້າຕາຍດີກວ່າໄປຂໍຄວາມຊ່ວຍເຫຼືອ”.

ແນວຄິດທີ່ກົດດັນຕົນເອງນັ້ນ ໄດ້ນຳພານາງໄປສູ່ພາວະວິກິດທາງຈິດໃຈ ແລະ ຄວາມເຄັ່ງຄຽດຂັ້ນຮຸນແຮງ ຈົນຮ່າງກາຍ ແລະ ຈິດໃຈຮັບບໍ່ໄຫວ. ໂຊກດີທີ່ “ແມ່” ໄດ້ເຂົ້າມາຊ່ວຍຕັດທຸກບັນຫາ ແລະ ດຶງນາງອອກມາຈາກຈຸດນັ້ນ. ພອຍຕ້ອງໃຊ້ເວລາປິ່ນປົວບາດແຜໃນໃຈຫຼາຍກວ່າ 1 ປີເຕັມ ຈຶ່ງຄິດໄດ້ວ່າ: “ຊີວິດຄົນເຮົາກໍມີສໍ່ານີ້ ຈະກົດດັນຕົນເອງໄປເຮັດຫຍັງ? ເຮົາຄວນຈະໃຊ້ຊີວິດໃນຊ່ວງໄວໜຸ່ມ (Young, dumb and broke) ໃຫ້ມີຄວາມສຸກກ່ອນທີ່ຊີວິດຈະຕຶງຄຽດໄປກວ່ານີ້”. ນີ້ຄືເຫດຜົນທີ່ພອຍບໍ່ມີ Idol ໃນການໃຊ້ຊີວິດ ເພາະການເອົາຕົນເອງໄປປຽບທຽບ ຫຼື ຄາດຫວັງນຳໃຜ ມັນຄືສິ່ງທີ່ທຳຮ້າຍຈິດໃຈໄດ້ດີທີ່ສຸດ.

ການມາສະໝັກ FACE of LAOS ໃນຄັ້ງນີ້ ພອຍຕອບແບບກົງໄປກົງມາວ່າ ນອກຈາກຢາກໃຊ້ອົງປະກອບຮ່າງກາຍອັນສົມບູນແບບ ທັງແຂນຍາວ, ຂາຍາວ ແລະ ແອວກິ່ວ ໃຫ້ເກີດປະໂຫຍດແລ້ວ ສິ່ງທີ່ຕ້ອງການທີ່ສຸດກໍຄື “ແສງ” ຫຼື Spotlight ນັ້ນເອງ! (ນາງບອກວ່າຕອນລາຍການໂທມາບອກວ່າຜ່ານເຂົ້າຮອບ ນາງຟ້າວຈອງປີ້ລົດໄຟຈາກຫຼວງພະບາງລົງມາວຽງຈັນທັນທີ).

ເວທີນີ້ເຮັດໃຫ້ນາງຄົ້ນພົບວ່າ “ເຮົາກໍເປັນຄົນເກັ່ງຄືກັນຕວະນີ້! ແລ້ວທີ່ຜ່ານມາເຮົາຈະໄປຄິດວ່າຕົນເອງເຮັດບໍ່ໄດ້ເພື່ອຫຍັງ?”. ພອຍໄດ້ຮຽນຮູ້ທີ່ຈະໝັ້ນໃຈ ແລະ ກ້າເປັນຕົວຂອງຕົນເອງໃນແບບທີ່ສະບາຍໃຈທີ່ສຸດ. ສ່ວນຄວາມຝັນໃນອະນາຄົດ ນາງຢາກເປັນ International Model ເຖິງຈະບໍ່ໄດ້ຄາດຫວັງກັບວົງການບັນເທີງຫຼາຍ ແຕ່ທຸກໆປະສົບການທີ່ຜ່ານເຂົ້າມາ ຖືເປັນກຳໄລຊີວິດແລ້ວ. (ແຕ່ນາງແອບບອກວ່າ ຖ້າເປັນໄປໄດ້ກໍຢາກຖືກເລກ 12 ຕື້ ແລ້ວຊື້ມ້າມາລ້ຽງຊິວໆ ຄືກັນ!)

ຄຳເຕືອນຈາກພອຍ: “ບໍ່ເຊຍ… ລະວັງຖືກປ້ອຍ!” ທ້າຍນີ້ ພອຍຝາກເຖິງຄົນທີ່ກຳລັງຕິດຕາມວ່າ ຖ້າເບິ່ງແລ້ວກໍຕ້ອງເຊຍກັນນຳ ເພາະ “ຄັນເບິ່ງລ້າໆລະບໍ່ເຊຍ ບອກເລີຍວ່າກູຊິປ້ອຍ!!” ລາຍການປີນີ້ມ່ວນແນ່ນອນ ເພາະທຸກຄົນໂປຣໄຟລ໌ດີ ແລະ ສ້າງສີສັນກັນແບບບໍ່ເຄີຍສະຫງົບສຸກ.

ອ່ານຕື່ມ:  ຂາຍຂອງແນວໃດ ໃຫ້ເປັນຂາຍຕະຫຼົກກັບແຄມເປັນຖ່າຍວິດິໂອໂຄສະນາ FACE of LAOS - EP6

ແລະ ສຳລັບໃຜທີ່ຄິດຈະມາຕໍ່ກອນກັບນາງ ພອຍຂໍຝາກ 1 ປະໂຫຍກເດັດ ທີ່ສະທ້ອນຄວາມໝັ້ນໃຈແບບ Body Positivity ໄວ້ວ່າ:

ຊິມາສູ້ໄດ້ຈັ່ງໃດ ເບິ່ງຂາພອຍແນ່ຄຸນນ້າ! ເຂົາເອີ້ນວ່າຂາ Super Model and BODY TEA khah 💅

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.